​ບົດ​ທີ 42

1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງເພິ່ນວ່າ, "ພວກເຈົ້າ​ພາກັນ​ຢູ່​ລ້າໆ​ເຮັດ​ຫຍັງ?" 2 ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນ​ວ່າ​ທີ່ໃນ​​ອີຢິບ​ມີ​ເຂົ້າ​ຂາຍ. ຈົ່ງລົງໄປ​ທີ່​ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາ​ຈະ​ໄດ້ມີຊີວິດຢູ່​." 3 ອ້າຍທັງສິບຄົນຂອງ​ໂຢເຊັບ​ ໄດ້ລົງ​ໄປ​ຊື້ເຂົ້າຈາກ​ອີຢິບ​​. 4 ແຕ່​​ເບັນຢາມິນ​, ນ້ອງຊາຍ​ຂອງ​ໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງ​ໄປ​ກັບ​ພວກອ້າຍຂອງເຂົາ, ເພາະເຂົາ​ຢ້ານ​ວ່າເບັນຢາມິນຈະໄດ້ຮັບ​ອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງ​ເກີດໃນແຜ່ນດິນ​ການາອ​ານ. 5 ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້ເດີນທາງ​ມາ​, ເພື່ອທີ່ຈະ​ຊື້​ເຂົ້າ​ທ່າມກາງ​ຄົນ​ທັງຫລາຍທີ່ມານັ້ນ. 6 ບັດນີ້ໂຢເຊັບໄດ້​ເປັນ​ຜູ້ປົກຄອງ​ເຫນືອແຜ່ນດິນນັ້ນ. ​ເພິ່ນ​ໄດ້ເປັນຜູ້​ຂາຍ​ເຂົ້າ​ໃຫ້​ກັບ​ຄົນ​ທັງແຜ່ນດິນແຕ່ພຽງຜູ້ດຽວ. ພວກ​ອ້າຍ​ຂອງ​ໂຢເຊັບໄດ້ມາ ​ແລະ​ໂຄ້ງຄຳນັບ​ເພິ່ນ ຫນ້າຂອງພວກເຂົາເຖິງພື້ນ. 7 ​ໂຢເຊັບ​ໄດ້ເຫັນ​ພວກ​ອ້າຍ ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້, ແຕ່​ເພິ່ນໄດ້​ປົກປິດຕົວເພິ່ນເອງ​ຈາກ​ພວກເຂົາ ແລະໄດ້​ເວົ້າ​ຢ່າງ​ມີ​ອຳນາດ​ກັບ​ພວກເຂົາ. ເພິ່ນໄດ້ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ມາ​ແຕ່​ໃສ?" ພວກເຂົາ​ຕອບ​ວ່າ, "ຈາກແຜ່ນດິນການາອານ​ເພື່ອ​ຂໍ​ຊື້​ອາຫານ." 8 ໂຢເຊັບ​ຈື່​ພວກ​ອ້າຍ​ຂອງຕົນ​ໄດ້, ແຕ່​ພວກເຂົາ​ຈື່​ໂຢເຊັບ​ບໍ່ໄດ້. 9 ແລ້ວໂຢເຊັບກໍໄດ້​ລະນຶກເຖິງ​ຄວາມຝັນ​ທີ່​ເພິ່ນ​ໄດ້​ຝັນກ່ຽວກັບ​ພວກເຂົາ, ແລະເພິ່ນໄດ້​ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ເປັນຄົ​ນສອດແນມ! ພວກເຈົ້າ​ໄດ້ມາ​ເພື່ອທີ່ຈະ​ເບິ່ງ​ຈຸດອ່ອນ​ທີ່ບໍ່ໄດ້ມີການປ້ອງກັນ​ຂອງແຜ່ນດິນ." 10 ພວກເຂົາ​ໄດ້ເວົ້າກັບເພິ່ນ​ວ່າ, "ບໍ່ແມ່ນດອກເຈົ້ານາຍຂອງຂ້ານ້ອຍ ພວກຄົນຮັບໃຊ້ຂອງທ່ານໄດ້ມາເພື່ອທີ່ຈະຊື້​ອາຫານ. 11 ພວກ​ຂ້ານ້ອຍ​ທັງຫມົດ​ເປັນ​ລູກຊາຍຮວ່ມພໍ່ດຽວກັນ. ພວກ​ຂ້ານ້ອຍ​ເປັນ​ຄົນ​ສັດຊື່ພວກຄົນຮັບໃຊ້ຂອງທ່ານບໍ່ແມ່ນຄົນສອດແນມ." 12 ເພິ່ນໄດ້ເວົ້າກັບພວກເຂົາ​ວ່າ, "ບໍ່ແມ່ນ​ດອກ, ພວກເຈົ້າໄດ້​ມາເພື່ອເບິ່ງ​ສ່ວນທີ່ໆບໍ່ໄດ້ມີການ​ປ້ອງກັນ​ຂອງແຜ່ນດິນ." 13 ພວກເຂົາໄດ້​ເວົ້າ​ວ່າ, "ພວກ​ຂ້ານ້ອຍ,​ ພວກຄົນຮັບໃຊ້ຂອງທ່ານ ມີອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ, ເປັນພວກລູກຊາຍຮ່ວມພໍ່​ດຽວກັນ​ໃນແຜ່ນດິນ​ການາອານ. ເບິ່ງເທາະ, ນ້ອງຊາຍ​ຫລ້າຂະນະນີ້ຢູ່ກັບພໍ່ຂອງພວກເຮົາ, ແລະ​ນ້ອງຊາຍ​ອີກຄົນຫນຶ່ງກໍໄດ້ເສຍຊີວິດໄປແລ້ວ." 14 ໂຢເຊັບໄດ້ເວົ້າ​ກັບ​ພວກເຂົາວ່າ, "ມັນ​ເປັນຢ່າງທີ່ເຮົາໄດ້ເວົ້າ​ກັບພວກເຈົ້າແລ້ວ; ພວກເຈົ້າ​ເປັນ​ຄົນສອດແນມ. 15 ດ້ວຍເຫດນີ້​ເຈົ້າຕ້ອງຖືກກວດສອບຟາໂຣຊົງພະຊົນຢູ່ສັນໃດ​, ພວກເຈົ້າ​ຈະ​ໄປ​ຈາກ​ທີ່​ນີ້​ບໍ່ໄດ້, ນອກຈາກວ່າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ຈະ​ມາ​ທີ່​ນີ້. 16 ຈົ່ງ​ສົ່ງ​ພວກເຈົ້າຄົນໃດຄົນຫນຶ່ງ​ໃຫ້​ໄປ​ພາ​ນ້ອງຊາຍຂອງພວກເຈົ້າມາ. ເພື່ອຈະ​ພິສູດ​ຄຳເວົ້າຂອງພວກເຈົ້າ​ວ່າ​ເປັນ​ຄວາມຈິງຫລືບໍ່, ແລະໃຫ້ຂັງພວກເຈົ້າ​ທີ່​ຍັງ​ເຫລືອໄວ້ໃ​ນຄຸກ​." 17 ເພິ່ນໄດ້​ສັ່ງ​ຂັງ​ພວກເຂົາ​ທັງຫມົດໄວ້​ເປັນເວລາສາມ​ວັນ. 18 ໃນ​ວັນ​ທີ​ສາມ ໂຢເຊັບ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, "ເພາະເຮົາ​ຢຳເກງ​ພຣະເຈົ້າ, ຈົ່ງເຮັດຢ່າງນີ້ເພື່ອຈະ​ລອດຊີວິດ​ໄດ້. 19 ຄືຖ້າ​ພວກເຈົ້າ​ເປັນ​ຄົນ​ສັດຊື່,​ ກໍໃຫ້ພີ່ນ້ອງ​ຄົນ​ຫນຶ່ງ​ຂອງ​ພວກເຈົ້າ​ຍັງ​ຢູ່​ໃນ​ຄຸກ​ນີ້, ແຕ່ພວກເຈົ້າທີ່​ເຫລືອ​ໃຫ້​ນຳເອົາ​ເຂົ້າ​ກັບໄປ, ເພື່ອ​ບັນເທົາການອຶດຫີວ​ໃນບ້ານຂອງ​ພວກເຈົ້າ​. 20 ຈົ່ງນຳ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ມາ​ຫາ​ເຮົາ ເພື່ອຢືນຢັນຄຳເວົ້າຂອງ​ພວກເຈົ້າ​ ແລະ​ພວກເຈົ້າ​ຈະ​ບໍ່ຕາຍ." ດັ່ງນັ້ນ ພວກເຂົາ​ກໍໄດ້ເຮັດຕາມ​​ນັ້ນ. 21 ​ພວກເຂົາ​ຈຶ່ງ​ເວົ້າ​​ກັນ​ວ່າ, "ພວກເຮົາ​ມີຄວາມຜິດຈິງໆ​ກ່ຽວກັບ​ນ້ອງຊາຍ​ຂອງ​ພວກເຮົາທີ່ພວກເຮົາ​ໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ ເມື່ອເຂົາໄດ້​ຂໍຮ້ອງພວກເຮົາ. ແຕ່​ພວກເຮົາ​ບໍ່​ຍອມ​ຟັງ​ເຂົາ ດັ່ງນັ້ນຄວາມເຈັບປວດນີ້​ຈຶ່ງໄດ້​ຢ້ອນກັບມາຖືກ​ພວກເຮົາ." 22 ຣູເບັນໄດ້ຕອບພວກເຂົາ​ວ່າ, "ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? ​"ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ," ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ ​ບັດນີ້, ເບິ່ງແມ, ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ​." 23 ພວກເຂົາບໍ່ໄດ້ຮູ້ວ່າໂຢເຊັບໄດ້​ເຂົ້າໃຈ​​ທີ່​ພວກເຂົາ​ເວົ້າ​, ເພາະ​ວ່າມີລ່າມ​ລະຫວ່າງ​ພວກເຂົາ. 24 ເພິ່ນໄດ້ອອກໄປ​ຈາກ​ພວກເຂົາ ແລະ​​ຮ້ອງໄຫ້​ຢູ່​ຜູ້​ດຽວ. ​ເພິ່ນ​ໄດ້ກັບມາຫາພວກເຂົາ​ ແລະ​ເວົ້າກັບພວກເຂົາ ເພິ່ນໄດ້ເລືອກ​ເອົາ​ຊີເມໂອນ​​ຈາກ​​ພວກເຂົາ​ ແລະໄດ້ມັດເຂົາຕໍ່ຫນ້າພວກເຂົາ. 25 ຈາກນັ້ນໂຢເຊັ​ບ​ໄດ້ສັ່ງ​ໃຫ້​ຄົນຮັບໃຊ້ຂອງເຂົາ​ໃສ່​ເຂົ້າ​ໃຫ້​ເຕັມກະສອບຂອງພວກອ້າຍ, ແລະ​ໃຫ້ໃສ່​ເງິນ​ຂອງ​ທຸກຄົນ​ກັບລົງໄປໃນ​ກະສອບຂອງເຂົາດ້ວຍ, ແລະ​ຈັດຕຽມການເດີນທາງໃຫ້​ພວກເຂົາ​. ມັນ​ໄດ້ຖືກດຳເນີນການ​ເພື່ອພວກເຂົາ. 26 ພວກ​ອ້າຍ​​ໄດ້​​ເອົາ​ເຂົ້າ​ບັນທຸກ​ໃສ່​ຫລັງ​ລໍ ຂອງພວກເຂົາແລ້ວ​ໄດ້​ເດີນທາງ​ອອກໄປຈາກທີ່ນັ້ນ. 27 ເມື່ອເຖິງ​ທີ່​ພັກພວກເຂົາ​ ​ຄົນ​ຫນຶ່ງໄດ້ເປີດກະສອບເຂົ້າຂອງພວກເຂົາ​ເພື່ອ​ເອົາ​ເຂົ້າໃຫ້​ລໍຂອງເຂົາ,​ ເຂົາໄດ້ເຫັນເງິນຂອງເຂົາ. ເບິ່ງເຖີດ, ມັນຢູ່ໃນກະສອບຂອງເຂົາທີ່ເປີດຢູ່. 28 ເຂົາໄດ້ເວົ້າກັບ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, "ເງິນຂອງຂ້ອຍ​ໄດ້​ຖືກນຳກັບ​ມາ. ເບິ່ງແມ; ມັນ​ຢູ່​ໃນກະສອບຂອງຂ້ອຍ." ພວກເຂົາ​ໄດ້ຂວັນເສຍ​ແລະພວກເຂົາພາກັນ​ຕົວສັ່ນເວົ້າວ່າ, ນີ້ຄືຫຍັງ, "ທີ່​ພຣະເຈົ້າ​ໄດ້ຊົງ​ກະທຳ​ກັບ​ພວກເຮົາ​?" 29 ​ ພວກເຂົາໄດ້​ກັບ​ໄປຫາ​ຢາໂຄບ,​​ ພໍ່ຂອງພວກເຂົາ​ໃນແຜ່ນດິນ​ການາອານ ​ແລະ ບອກເຂົາ​ເຖິງ​ເລື່ອງ​​ທີ່ໄດ້​ເກີດຂຶ້ນ​ກັບ​ພວກ​ຕົນທຸກຢ່າງ. ພວກເຂົາໄດ້ເວົ້າວ່າ, 30 "ຜູ້ຊາຍຄົນນັ້ນ, ທີ່ເປັນເຈົ້ານາຍຂອງ​ແຜ່ນດິນ,​ໄດ້​ເວົ້າ​ຢ່າງ​ຮຸນແຮງ​ກັບພວກເຮົາ ແລະ ໄດ້ຄິດວ່າ ພວກເຮົາ​ເປັນ​ຄົນສອດແນມເຂົ້າ​ໄປ​ສອດແນມ​ໃນແຜ່ນດິນນັ້ນ. 31 ເຮົາ​ໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນ​ຄົນ​ສັດຊື່. ພວກເຮົາບໍ່ແມ່ນ​ຄົນສອດແນມ. 32 ພວກເຮົາ​ມີ​ອ້າຍ​ນ້ອງ​​ສິບສອງ​ຄົນ, ​ເປັນລູກຊາຍທັງຫລາຍຈາກ​ພໍ່​ດຽວກັນ. ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ, ແລະ ​ໃນວັນນີ້ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ຂອງພວກເຮົາໃນແຜ່ນດິນ​ການາອານ." 33 ຜູ້ຊາຍຄົນນັ້ນ, ເຈົ້ານາຍຂອງແຜ່ນດິນ, ໄດ້ເວົ້າກັບພວກເຮົາວ່າ, 'ໂດຍ​ວິທີ​ນີ້ ເຮົາ​ຈຶ່ງ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ຄົນ​ສັດຊື່ຈິງຫລືບໍ່. ປະພີ່ນ້ອງຄົນ​ຫນຶ່ງ​ໄວ້​ກັບ​ເຮົາ, ນຳ​​ເຂົ້າ​ກັບ​ໄປເພື່ອ​ບັນເທົາການອຶດຫີວອາຫານໃນບ້ານຂອງພວກເຈົ້າ​, ແລະໄປຕາມທາງຂອງພວກເຈົ້າ. 34 ຈົ່ງ​ນຳ​ນ້ອງຊາຍ​ຫລ້າ​ມາ​ຫາ​ເຮົາ. ແລ້ວ​ເຮົາ​ຈະຮູ້​​ວ່າ ພວກເຈົ້າ​ບໍ່ແມ່ນ​ຄົນສອດແນມ, ​ແຕ່​ເປັນ​ຄົນ​ສັດຊື່. ຈາກນັ້ນເຮົາ​ຈະ​ປ່ອຍ​ພີ່ນ້ອງຂອງ​ພວກເຈົ້າ​ໃຫ້ກັບພວກເຈົ້າ, ແລະພວກເຈົ້າຈະຄ້າຂາຍ​​ໃນແຜ່ນດິນ​ນັ້ນ."" 35 ແລ້ວກໍເປັນຢ່າງນັ້ນ​ເມື່ອ​ພວກເຂົາ​ໄດ້ນຳເຂົ້າ​ອອກຈາກກະສອບ, ເບິ່ງເຖີດ, ກະສອບຂອງພວກເຂົາ,​ ກໍ​ມີ​ເງິນ​ຢູ່ທຸກກະສອບ. ເມື່ອ​ພວກເຂົາ​ແລະ ​ພໍ່​ຂອງພວກເຂົາໄດ້ເຫັນວ່າກະສອບຂອງພວກເຂົາມີເງິນຢູ່ພວກເຂົາກໍ​ຢ້ານກົວ​ຫລາຍ. 36 ຢາໂຄບ​ພໍ່ຂອງພວກເຂົາ​ຈຶ່ງ​ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ໄດ້ເຮັດ​ໃຫ້​ເຮົາສູນເສຍພວກ​ລູກຊາຍຂອງເຮົາ.​ ໂຢເຊັບ​ກໍໄດ້​ຕາຍໄປ​ແລ້ວ, ຊີເມໂອນ​ກໍ​ໄດ້ຈາກ​ໄປ, ແລະ ພວກເຈົ້າ​ຈະ​ມາເອົາ​ເບັນຢາມິນ​ໄປ​​ອີກ. ທັງຫມົດເຫລົ່ານີ້ທຳຮ້າຍເຮົາ." 37 ຣູເບັນ​ຈຶ່ງ​ເວົ້າ​ກັບ​ພໍ່ຂອງເຂົາ, ກ່າວ​ວ່າ,"ຂໍ​ໃຫ້​ພໍ່​ຂ້າ​ລູກຊາຍ​ສອງ​ຄົນ​ຂອງຂ້ອຍ ຖ້າຂ້ອຍບໍ່ນຳເບັນຢາມິນກັບມາໃຫ້ທ່ານ. ມອບເຂົາໄວ້ໃນມືຂອ້ຍ, ແລະ​ຂ້ອຍຈະ​ນຳເຂົາ​​ກັບມາຫາທ່ານອີກ." 38 ແຕ່ຢາໂຄບເວົ້າວ່າ, "ລູກຊາຍ​ຂອງເຮົາຈະບໍ່ລົງ​ໄປ​ນຳ​ພວກເຈົ້າ. ເພາະວ່າອ້າຍ​ຂອງ​ເຂົາໄດ້​ຕາຍໄປ​ແລ້ວ ເຫລືອເຂົາພຽງ​ຄົນ​ດຽວ​. ຫາກເກີດອັນຕະລາຍ​ກັບ​ເຂົາໃນລະຫວ່າງ​ທາງ​ທີ່ພວກເຈົ້າໄປນັ້ນ, ເທົ່າກັບວ່າພວກເຈົ້າຈະນຳຜົມ​ຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນ​ຕາຍ​ກໍໄດ້."