​ບົດ​ທີ 17

1 ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ, ພຣະຢາເວໄດ້ຊົງປາກົດແກ່ອັບຣາມ ແລະ ກ່າວກັບເພິ່ນວ່າ, "ເຮົາເປັນພຣະເຈົ້າອົງຊົງຣິດອຳນາດ. ຈົ່ງດຳເນີນຕໍ່ຫນ້າເຮົາ ແລະ ປະພຶດແຕ່ສິ່ງທີ່ຊອບທັມ. 2 ຈາກນັ້ນເຮົາຈະຢືນຢັນພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ, ແລະ ຈະເພີ່ມທະວີໃຫ້ແກ່ເຈົ້າຢ່າງຫລວງຫລາຍ." 3 ອັບຣາມກົ້ມໄດ້ຂາບລົງທີ່ພື້ນດິນ ແລະ ພຣະເຈົ້າໄດ້ຊົງບອກກັບເຂົາວ່າ, 4 "ສຳລັບເຮົານີ້, ຄືພັນທະສັນຍາຂອງເຮົາກັບເຈົ້າ. ເຈົ້າຈະເປັນບິດາຂອງຊົນຊາດທັງຫລາຍ. 5 ອັບຣາມ ບໍ່ແມ່ນຊື່ຂອງເຈົ້າອີກຕໍ່ໄປ, ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ - ເພາະວ່າເຮົາຈະໃຫ້ເຈົ້າເປັນບິດາຂອງຫລາຍໆຊົນຊາດ. 6 ເຮົາຈະເຮັດໃຫ້ເຈົ້າ ທະວີເພີ່ມຂຶ້ນຢ່າງຫລວງຫລາຍ, ແລະ ເຮົາຈະໃຫ້ຊົນຊາດທັງຫລາຍຂອງເຈົ້າເກີດຂຶ້ນ, ແລະກະສັດຫລາຍພະອົງຈະອອກມາຈາກເຈົ້າ. 7 ເຮົາຈະຕັ້ງພັນທະສັນຍາຂອງເຮົາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍທັງຫລາຍຂອງເຈົ້າ, ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ, ເປັນພັນທະສັນຍານິຣັນດອນ. ທີ່ຈະເປັນພຣະເຈົ້າຂອງເຈົ້າ ແລະ ຂອງເຊື້ອສາຍທັງຫລາຍຂອງເຈົ້າທີ່ເກີດມາພາຍຫລັງເຈົ້າ. 8 ເຮົາຈະມອບດິນແດນທີ່ເຈົ້າອາໄສຢູ່ແກ່ເຈົ້າ, ແລະ ເຊື້ອສາຍທັງຫລາຍທີ່ເກີດມາພາຍຫລັງເຈົ້າ, ຄືດິນແດນການາອານ, ທັງຫມົດເປັນກຳມະສິດນິຣັນດອນ, ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ." 9 ຈາກນັ້ນພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບເຈົ້າ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍຂອງເຈົ້າ ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ. 10 ນີ້ຄືພັນທະສັນຍາຂອງເຮົາທີ່ເຈົ້າຕ້ອງຮັກສາລະຫວ່າງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍ ຂອງເຈົ້າທີ່ເກີດມາພາຍຫລັງເຈົ້າຄື: ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ. 11 ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ, ແລະ ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາລະຫວ່າງເຮົາກັບເຈົ້າ. 12 ຊາຍ​ທຸກ​ຄົນ​ໃນ​ທ່າມ​ກາງ​ພວກ​ເຈົ້າ ທີ່ໄດ້ແປດວັນຕ້ອງເຮັດພິທີຕັດຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ. ນີ້ລວມເຖິງຜູ້ຊາຍທີ່ເກີດໃນຄອບຄົວຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ. ຜູ້ຊຶ່ງບໍ່ແມ່ນເຊື້ອສາຍທັງຫລາຍຂອງເຈົ້າ. 13 ຜູ້ຊາຍຊຶ່ງເກີດໃນຄົວເຮືອນຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາດ້ວຍເງິນຂອງເຈົ້າຕ້ອງເຮັດພິທີຕັດ. ດັ່ງນັ້ນພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າເປັນພັນທະສັນຍານິຣັນດອນ. 14 ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ." 15 ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບນາງຊາຣາຍເມຍຂອງເຈົ້າ, ຢ່າເອີ້ນນາງຊາຣາຍອີກຕໍ່ໄປ. ແຕ່ຊື່ຂອງນາງຈະເປັນຊາຣາ. 16 ເຮົາຈະອວຍພອນນາງ, ແລະ ເຮົາຈະໃຫ້ມີລູກຊາຍຄົນຫນຶ່ງຈາກນາງແກ່ເຈົ້າ. ເຮົາຈະອວຍພອນນາງ ແລະ ນາງຈະເປັນແມ່ຂອງຊົນຊາດທັງຫລາຍ. ກະສັດທັງຫລາຍຂອງປວງຊົນຈະມາຈາກນາງ." 17 ຈາກນັ້ນອັບຣາຮາມກົ້ມຂາບລົງຫນ້າຈຳດິນ, ແລະ ຍິ້ມ, ແລະເວົ້າໃນໃຈຂອງເຂົາວ່າ, "ຜູ້ຊາຍທີ່ອາຍຸຫນຶ່ງຮ້ອຍປີແລ້ວຈະມີລູກໄດ້ຈັ່ງໃດ? ຊາຣາ, ກໍມີອາຍຸເກົ້າສິບປີຈະມີລູກໄດ້ຢູ່ ບໍ?" 18 ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, "ໂອຂໍໃຫ້ອິຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!" 19 ແຕ່ພຣະເຈົ້າໄດ້ກ່າວວ່າ, "ບໍ່ແມ່ນແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍໃຫ້ເຈົ້າ, ແລະ ເຈົ້າຕ້ອງຕັ້ງຊື່ເຂົາວ່າອີຊາກ. ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບເຂົາເປັນພັນທະສັນຍານິຣັນດອນກັບເຊື້ອສາຍຂອງເຂົາທີ່ເກີດພາຍຫລັງເຂົາ. 20 ສຳລັບອິຊະມາເອນ, ເຮົາໄດ້ຟັງເຈົ້າ. ເບິ່ງເຖີດ, ເຮົາຈະອວຍພອນເຂົາ, ແລະ ຈະເຮັດໃຫ້ເຂົາມີລູກເພີ້ມຫລາຍຄົນ, ແລະ ຈະທະວີຄູນຢ່າງຫລວງຫລາຍແກ່ເຂົາ. ເຂົາຈະເປັນພໍ່ຂອງເຈົ້າຊາຍສິບສອງເຜົ່າ, ແລະ ເຮົາຈະເຮັດໃຫ້ເຂົາເປັນຊາດທີ່ຍິ່ງໃຫຍ່. 21 ແຕ່ພັນທະສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບອີຊາກ, ຜູ້ຊຶ່ງຊາຣາຈະເກີດໃຫ້ແກ່ເຈົ້າເວລານີ້ໃນປີຫນ້າ." 22 ເມື່ອພຣະອົງໄດ້ຊົງກ່າວກັບອັບຣາຮາມແລ້ວໆ, ພຣະເຈົ້າໄດ້ໄປຈາກເພິ່ນໄປ. 23 ຈາກນັ້ນອັບຣາຮາມກໍເຮັດພິທີຕັດໃຫ້ແກ່ອິຊະມາເອນລູກຊາຍຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ເກີດໃນຄົວເຮືອນຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ຖືກຊື້ມາດ້ວຍເງິນຂອງເພິ່ນ, ຜູ້ຊາຍທຸກຄົນທ່າມກາງຜູ້ຊາຍທັງຫລາຍຂອງຄົວເຮືອນຂອງອັບຣາຮາມມາ, ແລະ ເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດໃນວັນດຽວກັນ, ທີ່ພຣະເຈົ້າໄດ້ເວົ້າແກ່ເພິ່ນ. 24 ອັບຣາຮາມອາຍຸໄດ້ເກົ້າສິບເກົ້າປີເມື່ອເພິ່ນເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ. 25 ອິຊະມາເອນລູກຂອງເພິ່ນອາຍຸໄດ້ສິບສາມປີເມື່ອເຂົາເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດ. 26 ໃນວັນດຽວກັນນັ້ນທັງອັບຣາຮາມ ແລະ ອິຊະມາເອນລູກຊາຍຂອງເພິ່ນໄດ້ເຂົ້າພິທີຕັດ. 27 ຜູ້ຊາຍທັງຫມົດຂອງຄົວເຮືອນຂອງເພິ່ນ, ໄດ້ເຂົ້າພິທີຕັດກັບເພິ່ນລວມທັງຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ.