​ບົດ​ທີ 16

1 ເຖິງວັນນີ້ນາງຊາຣາຍເມຍອັບຣາມ, ຍັງບໍ່ໄດ້ມີລູກໃຫ້ແກ່ອັບຣາມ, ແຕ່ນາງມີຄົນໃຊ້ຊາວອີຢິບ, ຄົນຫນຶ່ງຊື່ຮາກາ. 2 ດັ່ງນັ້ນຊາຣາຍຈຶ່ງເວົ້າກັບອັບຣາມວ່າ, "ເບິ່ງເຖີດ, ພຣະຢາເວບໍ່ຍອມໃຫ້ຂ້ອຍມີລູກ. ໄປເຖີດໄປຫລັບນອນກັບສາວໃຊ້ຂອງຂ້ອຍ. ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້." ອັບຣາມກໍໄດ້ຟັງສຽງຂອງຊາຣາຍ. 3 ນັ້ນເປັນເວລາສິບປີຫລັງຈາກທີ່ອັບຣາມໄດ້ອາໄສຢູ່ໃນແຜ່ນດິນການາອານ, ທີ່ຊາຣາຍເມຍຂອງອັບຣາມໄດ້ຍົກຮາກາສາວໃຊ້ຊາວອີຢິບຂອງນາງໃຫ້ເປັນເມຍຂອງອັບຣາມ. 4 ດັ່ງນັ້ນເຂົາຈຶ່ງໄດ້ຫລັບນອນກັບຮາກາ, ແລະ ນາງໄດ້ຕັ້ງທ້ອງ. ເມື່ອນາງຮູ້ວ່າຕົນຕັ້ງທ້ອງ, ນາງຈຶ່ງໄດ້ຫມິ່ນປະຫມາດນາຍຂອງນາງ. 5 ຊາຣາຍຈຶ່ງໄດ້ເວົ້າກັບອັບຣາມວ່າ, "ຄວາມທຸກນີ້ຕົກແກ່ຂ້ອຍເພາະທ່ານ. ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ, ແລະ ເມື່ອນາງຮູ້ວ່ານາງຕັ້ງທ້ອງ, ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ. ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ." 6 ແຕ່ອັບຣາມໄດ້ເວົ້າກັບຊາຣາຍວ່າ, "ນີ້ເດ, ຍິງສາວໃຊ້ຂອງເຈົ້າຢູ່ໃນອຳນາດຂອງເຈົ້າ, ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນວ່າດີທີ່ສຸດ." ດັ່ງນັ້ນຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ, ແລະ ນາງກໍໄດ້ຫນີໄປຈາກນາງ. 7 ທູດສະຫວັນຂອງພຣະຢາເວໄດ້ພົບນາງຮາກາໃກ້ບໍ່ນໍ້າພຸໃນຖິ່ນທຸຣະກັນດານ, ບໍ່ນ້ຳພຸທີ່ຢູ່ເທິງທາງໄປເມືອງຊູເຣ. 8 ທ່ານຈຶ່ງຖາມວ່າ, "ຮາກາ, ສາວໃຊ້ຂອງຊາຣາຍເຈົ້າມາແຕ່ໃສ? ແລະ ເຈົ້າກຳລັງຈະໄປໃສ? ນາງຈຶ່ງຕອບວ່າ, "ຂ້ານ້ອຍກຳລັງຈະຫນີຈາກນາຍຂອງຂ້ານ້ອຍ ນາງຊາຣາຍ." 9 ທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ຈົ່ງກັບໄປຫານາຍຍິງຂອງເຈົ້າ, ແລະ ຖ່ອມຕົວຢູ່ໃຕ້ອຳນາດຂອງນາງ." 10 ຈາກນັ້ນທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ເຮົາຈະເພີ່ມເຊື້ອສາຍຂອງເຈົ້າຢ່າງທະວີຄູນດັ່ງນັ້ນພວກເຂົາຈະມີຈຳນວນມາກມາຍ, ເກີນກວ່າຈະນັບໄດ້." 11 ເບິ່ງແມ ເຈົ້າຕັ້ງທ້ອງ, ແລະ ກຳລັງຈະໄດ້ລູກຊາຍ, ແລະ ເຈົ້າຈະເອີ້ນຊື່ຂອງເຂົາວ່າອິຊະມາເອນ. ເພາະວ່າພຣະຢາເວໄດ້ຊົງຮັບຟັງຄວາມທຸກລຳບາກຂອງເຈົ້າທຸກປະການ. 12 ເຂົາຈະເປັນດັ່ງລໍປ່າຂອງຜູ້ຊາຍ, ເຂົາຈະຕໍ່ສູ້ກັບຜູ້ຊາຍທຸກຄົນ. ແລະ ຜູ້ຊາຍທຸກຄົນຈະເປັນສັດຕຣູຕໍ່ສູ້ກັບເຂົາ, ແລະ ເຂົາຈະອາໄສແຍກອອກຈາກພີ່ນ້ອງທັງຫມົດຂອງເຂົາ." 13 ຈາກນັ້ນນາງໄດ້ເອີ້ນນາມນີ້ຕໍ່ພຣະຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, "ພຣະອົງຄືພຣະເຈົ້າຜູ້ທີ່ຊົງເຫັນຂ້ານ້ອຍ," ເພາະນາງໄດ້ເວົ້າວ່າ, "ແມ່ນວ່າຫລັງຈາກທີ່ພຣະອົງໄດ້ຊົງເຫັນຂ້ານ້ອຍຍັງເຫັນໄດ້ແທ້ໆບໍ?" 14 ດັ່ງນັ້ນນໍ້າສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າ ເບເອວຣາໄຮຣອຍ ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ; ເບິ່ງແມ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ. 15 ນາງຮາກາໄດ້ເກີດລູກຊາຍໃຫ້ແກ່ອັບຣາມ, ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ເກີດຈາກນາງຮາກາວ່າດອິຊະມາເອນ. 16 ອັບຣາມມີອາຍຸແປດສິບຫົກປີ. ເມື່ອຮາກາໄດ້ເກີດອິຊະມາເອນແກ່ອັບຣາມ.