Genesis 44

Genesis 44:1

ໂຢເຊັບບອກຜູ້ດູແລຂອງລາວເຮັດແນວໃດ ກັບກະສອບຂອງອ້າຍກ່ອນທີ່ພວກເຂົາຈະອອກເດີນທາງໄປ?

ໂຢເຊັບໄດ້ບອກຜູ້ດູແລຂອງລາວ ໃຫ້ບັນຈຸກະສອບຂອງພວກອ້າຍໃຫ້ເຕັມດ້ວຍອາຫານ, ເອົາເງິນຂອງພວກເຂົາໃສ່ກະສອບ, ແລະເອົາຈອກເງິນຂອງລາວໃສ່ໃນຖົງນ້ອງຫລ້າ.

Genesis 44:3

ໂດຍພື້ນຖານແລ້ວໂຢເຊັບໄດ້ບອກຜູ້ດູແລ ສິ່ງທີ່ລາວຕ້ອງເວົ້າກັບພວກອ້າຍແນວໃດ ເມື່ອລາວໄລ່ຕາມພວກເຂົາຢູ່ທີ່ນອກເມືອງ?

ໂຢເຊັບໄດ້ບອກຜູ້ດູແລໃຫ້ຖາມພວກເຂົາວ່າເປັນຫຍັງພວກເຂົາຈຶ່ງເຮັດຄວາມຊົ່ວຕອບແທນຄວາມດີ ແລະ ກ່າວຫາວ່າພວກເຂົາລັກຈອກຂອງໂຢເຊັບ.

Genesis 44:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 44:8

ພວກອ້າຍໄດ້ສາບານວ່າ ພວກເຂົາຈະເຮັດແນວໃດຖ້າຜູ້ໃດໃນພວກເຂົາລັກຈອກຂອງໂຢເຊັບ?

ພວກອ້າຍກ່າວວ່າຜູ້ທີ່ພົບເຫັນໃນຖ້ວຍນັ້ນຈະຕາຍ, ແລະອີກຜູ້ຫນຶ່ງຈະກາຍເປັນທາດຮັບໃຊ້.

ຜູ້ດູແລເວົ້າວ່າລາວຈະຮຽກຮ້ອງຫຍັງ ຖ້າພົບເຫັນຈອກທີ່ຖືກລັກໄປ?

ຜູ້ດູແລກ່າວວ່າ​ພົບ​ຈອກ​ທີ່​ຜູ້ໃດກໍຕາມ ໃຫ້ຄົນນັ້ນ​ເປັນ​ທາດ​ຂອງເຮົາ ແລະ ພວກທ່ານທີ່ເຫລືອ​ກໍພົ້ນຜິດ.

Genesis 44:11

ຜູ້ດູແລໄດ້ພົບເຫັນຫຍັງ ແລະ ອ້າຍໄດ້ຕອບສະຫນອງແນວໃດ?

ຜູ້ດູແລໄດ້ພົບເຫັນຈອກຢູ່ໃນຖົງຂອງເບັນຢາມິນ, ແລະອ້າຍນ້ອງໄດ້ຈີກເຄື່ອງນຸ່ງຂອງພວກເຂົາ.

Genesis 44:14

ພວກອ້າຍໄດ້ເຮັດຫຍັງ ເມື່ອກັບມາຫາໂຢເຊັບໃນເຮືອນຂອງລາວ?

ພວກອ້າຍໄດ້ກົ້ມຕົວລົງຕໍ່ຫນ້າໂຢເຊັບ.

Genesis 44:16

ຢູດາເວົ້າວ່າແມ່ນໃຜ ໄດ້ພົບຄວາມຊົ່ວຮ້າຍຂອງພວກອ້າຍ?

ຢູດາກ່າວວ່າພຣະເຈົ້າໄດ້ພົບເຫັນຄວາມຊົ່ວຮ້າຍຂອງພວກເຂົາ.

ຢູດາເວົ້າອ້າຍນ້ອງທັງຫມົດຈະກາຍເປັນຫຍັງ?

ຢູດາກ່າວວ່າພວກອ້າຍນ້ອງທຸກຄົນຕອນນີ້ຈະກາຍເປັນທາດຂອງໂຢເຊັບ.

ໂຢເຊັບໄດ້ກ່າວວ່າຈະລົງໂທດຫຍັງຕໍ່ພວກອ້າຍ?

ໂຢເຊັບໄດ້ກ່າວວ່າຜູ້ພົບຈອກນັ້ນຈະເປັນທາດຮັບໃຊ້ຂອງລາວ, ແລະສ່ວນທີ່ເຫລືອກໍ່ຈະມີຄວາມຜິດ.

Genesis 44:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 44:20

ຢູດາໃຫ້ເຫດຜົນຫຍັງທີ່ພໍ່ຂອງລາວຮັກນ້ອງຊາຍທີ່ສຸດ?

ຢູດາກ່າວວ່ານ້ອງຊາຍຫລ້າແມ່ນລູກຂອງພໍ່ຜູ້ທີ່ເຖົ້າແກ່ຂອງລາວ, ແລະເປັນລູກຄົນດຽວທີ່ເຫລືອຈາກແມ່ຂອງລາວ.

ພວກອ້າຍກັງວົນວ່າຈະມີຫຍັງ ເກີດຂຶ້ນກັບພໍ່ຂອງພວກເຂົາຖ້າວ່ານ້ອງຊາຍຖືກແຍກອອກຈາກລາວ?

ພວກອ້າຍກັງວົນວ່າພໍ່ຂອງພວກເຂົາຈະເສຍຊີວິດ ຖ້າວ່ານ້ອງຊາຍຖືກແຍກອອກຈາກລາວ.

Genesis 44:23

ເປັນຫຍັງ ຢູດາຈຶ່ງເວົ້າວ່າ ພວກອ້າຍຖືກບັງຄັບໃຫ້ເອົາເບັນຢາມິນໄປກັບພວກເຂົາຢູ່ເອຢີບ?

ຢູດາກ່າວວ່າພວກເຂົາຖືກບັງຄັບໃຫ້ເອົາເບັນຢາມິນ ເພາະວ່າໂຢເຊັບໄດ້ກ່າວວ່າ ເວັ້ນເສຍແຕ່ວ່ານ້ອງຊາຍຫລ້າມາ, ພວກເຂົາຈະບໍ່ເຫັນຫນ້າຂອງໂຢເຊັບ.

Genesis 44:27

ອິດສະຣາເອນອນຄິດວ່າ ມີຫຍັງເກີດຂຶ້ນກັບໂຢເຊັບ?

ອິດສະຣາເອນຄິດວ່າ ແນ່ນອນໂຢເຊັບໄດ້ຖືກຈີກເປັນຕ່ອນໆ.

ອິດສະຣາເອນເວົ້າວ່າ ຈະເກີດຫຍັງຂຶ້ນກັບລາວຖ້າເບັນຢາມິນຖືກຈັບແຍກຕົວໄປຈາກລາວ?

ອິດສະຣາເອນກ່າວວ່າ ພວກອ້າຍຈະເອົາຜົມສີເທົາຂອງລາວໄປຫາເຊໂອນດ້ວຍຄວາມໂສກເສົ້າ.

Genesis 44:30

ຢູດາເວົ້າຫຍັງຈະເກີດຂຶ້ນກັບບິດາຂອງລາວ ຖ້າພວກເຂົາກັບຄືນໄປໂດຍບໍ່ມີເບັນຢາມິນ?

ຢູດາກ່າວວ່າພໍ່ຂອງລາວຈະຕາຍ.

ຢູດາກ່າວວ່າການຮັບປະກັນຫຍັງສຳລັບເບັນຢາມິນ?

ຢູດາກ່າວວ່າຖ້າລາວບໍ່ສົ່ງກັບເບັນຢາມິນກັບບິດາຂອງລາວ, ລາວຈະຮັບຜິດໃນຄວາມຜິດຕະຫລອດຊີວິດ.

Genesis 44:33

ຢູດາໄດ້ຂໍໃຫ້ໂຢເຊັບເຮັດຫຍັງ ເພື່ອໃຫ້ເບັນຢາມິນສາມາດກັບຄືນໄປຫາພໍ່ຂອງລາວ?

ຢູດາໄດ້ຂໍໃຫ້ໂຢເຊັບເຮັດໃຫ້ລາວເປັນທາດຮັບໃຊ້ຂອງໂຢເຊັບ, ເພື່ອໃຫ້ເບັນຢາມິນສາມາດກັບຄືນມາຫາພໍ່ຂອງລາວ.