Genesis 43

Genesis 43:1

ເປັນຫຍັງອິດສະຣາເອນຈຶ່ງບອກພວກລູກຊາຍຂອງລາວໃຫ້ໄປຊື້ອາຫານໃນປະເທດເອຢິບ?

ຄວາມອຶດຢາກຮ້າຍແຮງ ແລະ ພວກເຂົາໄດ້ກິນເມັດພືດທີ່ພວກເຂົາໄດ້ນຳມາຈາກປະເທດເອຢິບຄັ້ງທຳອິດຫມົດແລ້ວ.

Genesis 43:3

ຢູດາເວົ້າວ່າພວກເຂົາຕ້ອງມີຫຍັງ ເພື່ອຈະລົງໄປເອຢີບອີກ?

ຢູດາກ່າວວ່າພວກເຂົາຕ້ອງມີເບນຍາມີນນ້ອງຊາຍຂອງພວກເຂົາໄປນຳ ເພື່ອຈະລົງໄປປະເທດເອຢິບ.

Genesis 43:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 43:8

ຢູດາໃຫ້ຄຳສາບານແນວໃດຕໍ່ອິດສະຣາເອນຜູ້ເປັນພໍ່?

ຢູດາກ່າວວ່າຖ້າລາວບໍ່ເອົາເບັນຢາມິນກັບມາລາວຈະຍອມຮັບຄຳປະນາມຕໍ່ຫນ້າພໍ່ຕະຫລອດໄປ.

Genesis 43:11

ອິດສະຣາເອນໄດ້ບອກໃຫ້ອ້າຍນ້ອງເອົາຫຍັງກັບພວກເຂົາໄປປະເທດເອຢິບ?

ອິດສະຣາເອນໄດ້ບອກໃຫ້ອ້າຍນ້ອງເອົານຳ​ສິ່ງທີ່ດີ​ທີ່ສຸດ​ຂອງແຜ່ນດິນນີ້, ແລະ ເອົາເງິນໄປສອງເທົ່າ.

Genesis 43:13

ອິດສະຣາເອນໄດ້ຂໍຫຍັງກັບພຣະເຈົ້າກ່ຽວກັບການເດີນທາງ?

ອິດສະຣາເອນໄດ້ຂໍ​​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ປຣະທານ​​ຄວາມ​ເມດຕາ​ແກ່​ພວກເຈົ້າຕໍ່ຫນ້າຜູ້ຊາຍຄົນນັ້ນ, ເພື່ອ​ວ່າ​ເພິ່ນ​ຈະໄດ້ປົດ​ປ່ອຍ​ພີ່ນ້ອງອີກຄົນຂອງພວກເຈົ້າ.

Genesis 43:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 43:18

ພວກອ້າຍໄດ້ຕອບສະຫນອງແນວໃດ ເມື່ອຖືກນຳຕົວໄປທີ່ເຮືອນຂອງໂຢເຊັບ, ແລະຍ້ອນຫຍັງ?

ພວກອ້າຍຢ້ານວ່າພວກເຂົາຈະຖືກຈັບ ແລະ ຖືກນຳໄປເປັນທາດຍ້ອນເງິນຈຳນວນທີ່ເກັບໄວ້ໃນກະເປົາຂອງພວກເຂົາໃນການເດີນທາງຄັ້ງທຳອິດ.

Genesis 43:21

ພວກອ້າຍໄດ້ບອກຫຍັງກ່ຽວກັບຜູ້ດູແລຂອງເຮືອນຂອງໂຢເຊັບ?

ພວກອ້າຍໄດ້ບອກຜູ້ດູແລວ່າ ພວກເຂົາໄດ້ເອົາເງິນທີ່ເຫລືອຢູ່ໃນກະເປົາຂອງພວກເຂົາມາສົ່ງຄືນ, ແລະມີເງິນເພື່ອຊື້ອາຫານອີກ.

ຜູ້ດູແລເວົ້າວ່າເງິນທີ່ເກັບໄວ້ໃນກະສອບຂອງພວກເຂົາໄດ້ມາຈາກໃສ?

ຜູ້ດູແລກ່າວວ່າເງິນທີ່ເຫລືອຢູ່ໃນກະສອບຂອງພວກເຂົາແມ່ນມາຈາກພຣະເຈົ້າຂອງພວກເຂົາ.

Genesis 43:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 43:26

ພວກອ້າຍໄດ້ເຮັດຫຍັງເມື່ອໂຢເຊັບກັບບ້ານ?

ພວກອ້າຍໄດ້ເອົາຂອງຂວັນເຂົ້າໄປໃນເຮືອນ, ແລະກົ້ມຕົວລົງຕໍ່ຫນ້າໂຢເຊັບ.

ໂຢເຊັບຖາມພວກອ້າຍກ່ຽວກັບໃຜ?

ໂຢເຊັບໄດ້ຖາມອ້າຍກ່ຽວກັບສະຫວັດດີພາບຂອງພໍ່ຂອງພວກເຂົາ.

Genesis 43:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 43:30

ເປັນຫຍັງໂຢເຊັບຈຶ່ງຮີບຮ້ອນອອກໄປຈາກຫ້ອງ, ແລະລາວໄດ້ເຮັດຫຍັງຫລັງຈາກລາວອອກໄປ?

ໂຢເຊັບຮີບແລ່ນອອກຈາກຫ້ອງເພາະວ່າລາວມີຄວາມຕື່ນເຕັ້ນກ່ຽວກັບເບັນຢາມິນ, ແລະລາວໄດ້ໄປທີ່ຫ້ອງຂອງລາວ ແລະ ຮ້ອງໄຫ້.

Genesis 43:32

ເປັນຫຍັງຊາວເອຢີບ ແລະ ຊາວເຮັບເຣີຈຶ່ງກິນແຍກຕ່າງຫາກ?

ມັນເປັນສິ່ງທີ່ຫນ້າກຽດຊັງທີ່ຊາວເອຢີບຈະໄດ້ກິນເຂົ້າກັບຊາວເຮັບເຣີ.

ພວກອ້າຍໄດ້ຈັດແຈງໂຕະແນວໃດ?

ພວກອ້າຍໄດ້ຖືກຈັດແຈງໂຕະຕາມລຳດັບການເກີດ ແລະອາຍຸຂອງພວກເຂົາ.

ແມ່ນຫຍັງທີ່ຜິດປົກກະຕິກ່ຽວກັບອັດຕາສ່ວນອາຫານທີ່ພວກອ້າຍໄດ້ຮັບ?

ອັດຕາສ່ວນຂອງເບັນຍາມິນໄດ້ຮັບຫລາຍກວ່າຫ້າເທົ່າ ທຽບກັບຂອງອ້າຍລາວ.