Genesis 38

Genesis 38:1

ຢູດາເອົາເມຍຈາກໃຜ?

ຢູດາໄດ້ເອົາເມຍຈາກຊາຍການາອານ.

Genesis 38:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 38:6

ພຣະຢາເວໄດ້ເຮັດຫຍັງກັບລູກຊາຍກົກຂອງຢູດາ, ແລະຍ້ອນຫຍັງ?

ພຣະຢາເວໄດ້ຂ້າເອຣະ ເພາະວ່າລາວຊົ່ວ.

Genesis 38:8

ໂອນານລູກຊາຍຜູ້ທີສອງຂອງຢູດາບໍ່ໄດ້ປະຕິບັດຫນ້າທີ່ນ້ອງຊາຍ ເພື່ອໃຫ້ເກີດມີເຊື້ອສາຍແກ່ເອຣະແນວໃດ?

ໂອນານຈະເອົານໍ້າອະສຸຈິຕົກລົງໃສ່ພື້ນດິນເວລາລາວຮ່ວມເພດກັບຕາມາ.

ພຣະຢາເວໄດ້ເຮັດຫຍັງກັບລູກຊາຍຜູ້ທີສອງຂອງຢູດາ ແລະຍ້ອນຫຍັງ?

ພຣະຢາເວໄດ້ຂ້າໂອນານ ເພາະວ່າສິ່ງທີ່ລາວເຮັດແມ່ນຊົ່ວ.

Genesis 38:11

ຫລັງຈາກນັ້ນຢູດາໄດ້ສັນຍາຫຍັງກັບຕາມາ?

ຢູດາໄດ້ສັນຍາກັບຕາມາລູກຊາຍຜູ້ທີສາມໃຫ້ເປັນຜົວຂອງນາງ ເມື່ອເຊລາເຕີບໃຫຍ່.

Genesis 38:12

ຫລັງຈາກເວລາດົນນານ, ເປັນຫຍັງຢູດາຈຶ່ງຕ້ອງໄດ້ຮັບການປອບໂຍນ?

ຢູດາຕ້ອງການໄດ້ຮັບການປອບໂຍນເພາະວ່າເມຍຂອງລາວຕາຍ.

ນາງຕາມາໄດ້ເຮັດຫຍັງເມື່ອນາງໄດ້ຍິນວ່າຢູດາກຳລັງຈະໄປເມືອງຕິມນາ?

ນາງຕາມາໄດ້ເອົາເຄື່ອງນຸ່ງຫົ່ມຂອງແມ່ຫມ້າຍອອກ, ໃສ່ຜ້າຄຸມ ແລະ ປົກຄຸມຕົວນາງເອງ, ແລະນັ່ງຢູ່ແຄມທາງໄປຕິມນາ.

ເປັນຫຍັງຕາມາຈຶ່ງເຮັດສິ່ງນີ້?

ຕາມາເຮັດສິ່ງນີ້ ເພາະວ່າລູກຊາຍຜູ້ທີສາມຂອງຢູດາໄດ້ເຕີບໃຫຍ່ຂຶ້ນ, ແຕ່ນາງບໍ່ໄດ້ຖືກມອບໃຫ້ລາວເປັນເມຍ.

Genesis 38:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 38:17

ຕາມາໄດ້ຮັບສິ່ງໃດທີ່ເປັນຄຳຫມັ້ນສັນຍາໃນການຈ່າຍກ່ອນທີ່ຢູດາຈະນອນກັບນາງ?

ຢູດາໄດ້ໃຫ້ກາ​ຂອງທ່ານທີ່​ມີເຊືອກ​ຫ້ອຍ, ແລະ ​ໄມ້ເທົ້າ​ທີ່​ຢູ່ໃນມືທ່ານເປັນຫລັກປະກັນ ແກ່ຕາມາເພື່ອເປັນຄຳຫມັ້ນສັນຍາໃນການຈ່າຍ.

Genesis 38:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 38:21

ເມື່ອຢູດາພະຍາຍາມເອົາເຄື່ອງທີ່ປະກັນໄວ້ຂອງລາວຄືນ ໂດຍການຈ່າຍຄ່າຍິງໂສເພນີດ້ວຍແບ້, ລາວໄດ້ຮຽນຮູ້ຫຍັງ?

ຢູດາຮູ້ວ່າບໍ່ມີແມ່ຍິງໂສເພນີໃນພຣະວິຫານໃນຂົງເຂດນັ້ນ.

Genesis 38:24

ຢູດາຕ້ອງການເຮັດຫຍັງເມື່ອລາວຮູ້ວ່າຕາມາຖືພາ?

ຢູດາຕ້ອງການຈູດຕາມາເພາະວ່ານາງໄດ້ຖືພາ ເປັນດັ່ງຍິງໂສເພນີ.

ນາງຕາມາໄດ້ເຮັດຫຍັງເມື່ອນາງຖືກນຳຕົວໄປຢູດາ?

ນາງກ່າວວ່ານາງຖືພາໂດຍຜູ້ຊາຍທີ່ເປັນເຈົ້າຂອງປະທັບຕາ, ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​ນີ້​ທີ່ນາງມີ.

ຢູດາຕອບແນວໃດເມື່ອລາວເຫັນປະທັບຕາ, ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​ຂອງລາວ?

ຢູດາກ່າວວ່າ ຕາມາມີຄວາມຊອບທັມຫລາຍກວ່າລາວ, ຕັ້ງແຕ່ລາວ​ບໍ່ໄດ້​ຍົກ​ນາງໃຫ້ເປັນເມຍຂອງເຊຣາ.

Genesis 38:27

ຕາມາມີລູກຈັກຄົນ?

ຕາມາມີລູກຊາຍຄູ່ແຝດ.

ຫມໍຕຳແຍໄດ້ເຮັດຫຍັງເມື່ອຄູ່ແຝດຂອງນາງຕາມາ ເດ່ມືຂອງລາວອອກຈາກທ້ອງຂອງຕາມາ?

ເມື່ອລູກແຝດຂອງນາງຕາມາຄົນຫນຶ່ງເດ່ມືຂອງລາວອອກຈາກທ້ອງຂອງນາງຕາມາ, ຫມໍຕຳແຍໄດ້​ເອົາດ້າຍສີແດງ ແລະ​ໄດ້ຜູກທີ່ມືຂອງເຂົາ​ແລະໄດ້​ເວົ້າ​ວ່າ, "ຄົນ​ນີ້​ໄດ້ອອກມາ​ກ່ອນ."

Genesis 38:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ