Genesis 37

Genesis 37:1

ຢາໂຄບຕັ້ງຖິ່ນຖານຢູ່ບ່ອນໃດ?

ຢາໂຄບອາໄສຢູ່ໃນແຜ່ນດິນການາອານ.

ໂຢເຊັບໄດ້ເອົາຫຍັງມາໃຫ້ຢາໂຄບບິດາຂອງລາວໃນຂະນະທີ່ເຝົ້າຝູງແກະກັບອ້າຍນ້ອງຂອງລາວ?

ໂຢເຊັບ​ໄດ້ນຳສິ່ງທີ່ບໍ່ດີກ່ຽວ​ກັບ​ພວກ​ເ​ຂົາມາບອກໃຫ້​ພໍ່ຂອງລາວຟັງ​.

Genesis 37:3

ອິດສະຣາເອນສະແດງໃຫ້ເຫັນແນວໃດວ່າ ລາວຮັກໂຢເຊັບຫລາຍກວ່າລູກຊາຍອື່ນໆ?

ອິດສະຣາເອນໄດ້ເຮັດຊຸດທີ່ຫລູຫລາໃຫ້ແກ່ໂຢເຊັບ.

ພວກອ້າຍຂອງໂຢເຊັບຄິດແນວໃດກັບໂຢເຊັບ?

ພວກອ້າຍຂອງໂຢເຊັບກຽດຊັງລາວ ແລະ ຈະບໍ່ເວົ້າກັບລາວຢ່າງສຸພາບ.

Genesis 37:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 37:7

ໂຢເຊັບໄດ້ເຫັນຫຍັງໃນຄວາມຝັນຄັ້ງທຳອິດຂອງລາວ?

ໂຢເຊັບໄດ້ເຫັນ ​ຟ່ອນເຂົ້າ, ຟ່ອນ​ເຂົ້າ​ຂອງລາວ​ໄດ້ຕັ້ງ​ຂຶ້ນ ແລະສ່ວນ​ຟ່ອນ​ເຂົ້າ​ຂອງ​ພວກອ້າຍ​ໄດ້​ເຂົ້າມາ​ລ້ອມຮອບໂຄ້ງຄຳນັບໃຫ້ກັບ​ຟ່ອນ​ເຂົ້າ​ຂອງລາວ.

ພວກອ້າຍຂອງໂຢເຊັບຄິດແນວໃດກັບໂຢເຊັບຫລັງຈາກລາວບອກພວກເຂົາກ່ຽວກັບຄວາມຝັນຄັ້ງທຳອິດຂອງລາວ?

ພວກອ້າຍຂອງໂຢເຊັບຍິ່ງເພີ່ມຄວາມກຽດຊັງລາວຫລາຍກວ່າເກົ່າ.

Genesis 37:9

ໂຢເຊັບໄດ້ເຫັນຫຍັງໃນຄວາມຝັນຄັ້ງທີສອງຂອງລາວ?

ໂຢເຊັບເຫັນດວງອາທິດ, ດວງຈັນ, ແລະດາວສິບເອັດດວງກົ້ມຂາບລົງມາຫາເພິ່ນ.

ໃນຄວາມຝັນຄັ້ງທີສອງຂອງໂຢເຊັບ, ດວງອາທິດ, ດວງຈັນແລະດວງດາວໄດ້ສະແດງເຖິງຫຍັງ?

ດວງອາທິດ, ດວງອາທິດ, ແລະດວງດາວເປັນຕົວແທນຂອງພໍ່, ແມ່, ແລະບັນດາອ້າຍຂອງໂຢເຊັບ.

Genesis 37:12

ຢາໂຄບສົ່ງໂຢເຊັບອອກຈາກຮ່ອມພູເຮັບໂຣນໄປເຮັດຫຍັງ?

ຢາໂຄບໄດ້ສົ່ງໂຢເຊັບອອກຈາກຮ່ອມພູເຮັບໂຣນ ໄປ​ເບິ່ງ​ດູວ່າ​ພວກ​ອ້າຍ​ຂອງ​ລາວ​ກັບພວກຝູງສັດ​ຢູ່​ດີ​ກັນບໍ່? ແລ້ວ​ກັບ​ມາ​ບອກຢາໂຄບ.

Genesis 37:15

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 37:18

ບັນດາອ້າຍຂອງໂຢເຊັບວາງແຜນທີ່ຈະເຮັດຫຍັງກັບໂຢເຊັບ ເມື່ອພວກເຂົາເຫັນລາວກຳລັງມາ?

ພວກເຂົາຈຶ່ງ​​ວາງແຜນ​ເພື່ອທີ່​ຈະ​ຂ້າ​​ໂຢເຊັບຮ່ວມກັນຄວາມສະຫງົບໃນການຖອດອອກຈາກຄາບເຊັບ ແລະ ຂັບລາວໃຫ້ຕົກລົງໃນຂຸມນໍ້າສ້າງ.

Genesis 37:21

ຣູເບັນໄດ້ໃຫ້ຄຳແນະນຳຫຍັງຕໍ່ພີ່ນ້ອງຂອງລາວ, ແລະຍ້ອນຫຍັງ?

ຣູເບັນໄດ້ແນະນຳວ່າໃຫ້ພວກອ້າຍພຽງແຕ່ໂຍນໂຢເຊັບລົງໃນຂຸມ, ເພື່ອລາວຈະໄດ້ຊ່ວຍໂຢເຊັບພາຍຫລັງ.

Genesis 37:23

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 37:25

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 37:27

ອ້າຍຂອງໂຢເຊັບໄດ້ຂາຍໂຢເຊັບໃຫ້ໃຜ ແລະ ເປັນເງິນຈຳນວນເທົ່າໃດ?

ພວກອ້າຍຂອງໂຢເຊັບໄດ້ຂາຍໂຢເຊັບໄປໃຫ້ຊາວອິດຊະມາເອນໃນລາຄາ 20 ຫລຽນ.

ໂຢເຊັບຖືກເອົາໄປໃສ?

ໂຢເຊັບຖືກພາໄປເອຢີບ.

Genesis 37:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 37:31

ພວກອ້າຍຂອງໂຢເຊັບໄດ້ສະແດງໃຫ້ເຫັນແນວໃດວ່າໂຢເຊັບຕາຍ?

ພວກອ້າຍຂອງໂຢເຊັບໄດ້ຂ້າແບ້ ແລະ ເອົາເສື້ອຄຸມຂອງໂຢເຊັບຈຸ່ມລົງໃນເລືອດ, ຈາກນັ້ນນຳເສື້ອຄຸມນັ້ນໃຫ້ຢາໂຄບ.

Genesis 37:34

ຢາໂຄບໄດ້ເຮັດຫຍັງຫລັງຈາກລາວສະຫລຸບວ່າໂຢເຊັບຕາຍແລ້ວ?

ຢາໂຄບໄດ້ຈີກເສື້ອຜ້າຂອງລາວ, ນຸ່ງຜ້າກະສອບ, ແລະຮ້ອງໄຫ້ໄຫວ້ອາໄລລູກຊາຍຂອງລາວເປັນເວລາຫລາຍມື້.

ໂຢເຊັບຖືກຂາຍໃຫ້ກັບໃຜໃນປະເທດເອຢີບ?

ໂຢເຊັບຖືກຂາຍໃຫ້ໂປຕີຟາ, ເຈົ້າຫນ້າທີ່ຂອງຟາໂລ, ໃນປະເທດເອຢິບ.