Genesis 21

Genesis 21:1

ພຣະຢາເວໄດ້ເຮັດຫຍັງສໍາລັບຊາຣາ?

ພຣະຢາເວຢ້ຽມຢາມຊາຣາ ແລະ ນາງໄດ້ເກີດລູກຊາຍໃຫ້ແກ່ອັບຣາຮາມຕາມເວລາທີ່ໄດ້ສັນຍາໄວ້.

ເມື່ອອີຊາກມີອາຍຸໄດ້ແປດວັນ, ອັບຣາຮາມໄດ້ເຮັດຫຍັງ?

ເມື່ອອີຊາກມີອາຍຸໄດ້ແປດວັນ, ອັບຣາຮາມໄດ້ເຮັດພິທີຕັດໃຫ້ລາວ.

Genesis 21:5

ຊາຣາເວົ້າວ່າພຣະເຈົ້າໄດ້ເຮັດຫຍັງແກ່ໃຫ້ລາວ?

ຊາຣາກ່າວວ່າ ພຣະເຈົ້າຊົງໄດ້ເຮັດ​ໃຫ້​ຂ້ອຍ​​ປິ​ຕິຍິນດີມີ​ສຽງຫົວ.

Genesis 21:8

ໃນມື້ທີ່ອີຊາກໄດ້ເຊົາກິນນົມ, ຊາຣາໄດ້ເຫັນຫຍັງ?

ຊາຣາໄດ້ເຫັນລູກຊາຍຂອງນາງຮາກາກຳລັງ​ເຍາະເຍີ້ຍ​.

Genesis 21:10

ຊາຣາບອກໃຫ້ອັບຣາຮາມເຮັດຫຍັງກັບນາງຮາກາ ແລະ ລູກຊາຍຂອງນາງ, ແລະຍ້ອນຫຍັງ?

ຊາຣາໄດ້ບອກອັບຣາຮາມໃຫ້ຂັບໄລ່ນາງຮາກາ ແລະ ລູກຊາຍຂອງນາງ, ເພາະວ່າລູກຊາຍຂອງນາງຮາກາຈະບໍ່ເປັນຜູ້ສືບທອດ​ມໍຣະດົກ​ກັບອີຊາກ.

ອັບຣາຮາມຕອບສະຫນອງແນວໃດຕໍ່ຄວາມຕ້ອງການຂອງຊາຣາ?

ອັບຣາຮາມຮູ້ສຶກເສົ້າໃຈກັບຄວາມຕ້ອງການຂອງຊາຣາ.

Genesis 21:12

ພຣະເຈົ້າບອກໃຫ້ອັບຣາຮາມເຮັດຫຍັງ?

ພຣະເຈົ້າບອກອັບຣາຮາມໃຫ້ເຊື່ອຟັງຊາຣາ.

Genesis 21:14

ຮາກາ ແລະ ລູກຊາຍຂອງນາງໄປໃສຫລັງຈາກອັບຣາຮາມໄດ້ສົ່ງພວກເຂົາອອກໄປ?

ຮາກາ ແລະ ລູກຊາຍຂອງນາງໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງ​ກັນດານ.

Genesis 21:17

ພຣະເຈົ້າບອກກັບນາງຮາກາວ່າ ພຣະອົງຈະເຮັດຫຍັງສຳລັບລູກຊາຍຂອງນາງ?

ພຣະເຈົ້າກ່າວວ່າ ພຣະອົງຈະເຮັດໃຫ້ລູກຊາຍຂອງນາງຮາກາ ກາຍເປັນຊົນຊາດໃຫຍ່.

Genesis 21:19

ຮາກາ ແລະ ລູກຊາຍຂອງນາງຢູ່ລອດໄດ້ແນວໃດ?

ພຣະເຈົ້າໄດ້ເປີດຕາຂອງຮາກາ ແລະ ນາງໄດ້ເຫັນນໍ້າສ້າງ.

ມີຫຍັງເກີດຂື້ນ ກັບລູກຊາຍຂອງຮາກາເມື່ອລາວເຕີບໃຫຍ່ຂຶ້ນ?

ລູກຊາຍຂອງນາງຮາກາກາຍເປັນນັກຍິງທະນູ ແລະ ແມ່ຂອງລາວໄດ້ຫາເມຍຈາກປະເທດອິຢິບໃຫ້ລາວ.

Genesis 21:22

ອາບີເມເຫລັກຢາກໃຫ້ອັບຣາຮາມສາບານແນວໃດເພື່ອລາວ?

ອາບີເມເຫລັກຕ້ອງການໃຫ້ອັບຣາຮາມສາບານວ່າລາວຈະບໍ່ປະຕິບັດແບບຜິດໆກັບອາບີເມເຫລັກ ຫລື ຕໍ່ລູກຫລານ ຫລືເຊື້ອສາຍຂອງລາວ. ອາບີເມເຫລັກໄດ້ຂໍໃຫ້ອັບຣາຮາມສະແດງຄວາມສັດຊື່ຕໍ່ພັນທະສັນຍາດຽວກັນທີ່ອາບີເມເຫລັກໄດ້ສະແດງຕໍ່ອັບຣາຮາມ.

Genesis 21:25

ອັບຣາຮາມໄດ້ຈົ່ມຫຍັງກ່ຽວກັບອາບີເມເຫລັກ?

ອັບຣາຮາມໄດ້ຈົ່ມກັບອາບີເມເຫລັກ ກ່ຽວກັບນໍ້າສ້າງທີ່ບັນດາຜູ້ຮັບໃຊ້ຂອງອາບີເມເຫລັກໄດ້ຍຶດເອົາໄປຈາກລາວ.

Genesis 21:28

ເປັນຫຍັງ ອັບຣາຮາມຈຶ່ງສົ່ງລູກແກະແມ່ເຈັດໂຕໃຫ້ອາບີເມເຫັລກ?

ອັບຣາຮາມໄດ້ສົ່ງລູກແກະແມ່ຈັດໂຕມາໃຫ້ອາບີເມເຫລັກ ເພື່ອເປັນພະຍານວ່າ ລາວໄດ້ຂຸດນໍ້າສ້າງທີ່ມີການຜິດຖຽງກັນ.

Genesis 21:31

ອາບີເມເຫລັກໄດ້ຄືນມາດິນແດນໃດ?

ອາບີເມເຫລັກໄດ້​ກັບໄປຍັງ​ດິນແດນ​ຊາວ​ຟີລິດສະຕິນ.

Genesis 21:33

ອັບຣາຮາມໄດ້ເຮັດຫຍັງຢູ່ທີ່ຕົ້ນ​ສົນຫມອກ ໃນເມືອງ​ເບຍເອເຊບາ?

ອັບຣາຮາມໄດ້ນະມັດສະການພຣະຢາເວ, ພຣະເຈົ້ານິລັນດອນ.

ບ່ອນໃດທີ່ອັບຣາຮາມໄດ້ອາໄສຢູ່ເປັນເວລາຫລາຍວັນ?

ອັບຣາຮາມໄດ້ອາໄສຢູ່ໃນແຜ່ນດິນຟີລິດສະຕິນເປັນເວລາຫລາຍວັນ.