Genesis 20

Genesis 20:1

ອັບຣາຮາມໄດ້ເວົ້າຫຍັງ ກ່ຽວກັບຊາຣາໃນຂະນະທີ່ລາວອາໄສຢູ່ທີ່ເກຣາກ?

ອັບຣາຮາມບອກວ່າຊາຣາ ແມ່ນນ້ອງສາວຂອງລາວ.

ພຣະເຈົ້າເວົ້າຫຍັງ ກັບອາບີເມເຫລັກພາຍຫລັງທີ່ລາວໄດ້ເອົາຊາຣາໄປ?

ພຣະເຈົ້າໄດ້ມາຫາອາບີເມເຫັລກໃນທາງຄວາມຝັນ ແລະ ບອກລາວວ່າລາວເປັນຄົນຕາຍ ເພາະລາວໄດ້ເອົາມານັ້ນນາງມີຜົວແລ້ວ.

Genesis 20:4

ອາບີເມເຫລັກເວົ້າຫຍັງກັບພຣະເຈົ້າເຖິງສິ່ງທີ່ ອັບຣາຮາມ ແລະ ຊາຣາໄດ້ບອກລາວ?

ອາບີເມເຫລັກເວົ້າກັບພຣະເຈົ້າວ່າ ອັບຣາຮາມໄດ້ບອກລາວວ່າຊາຣາແມ່ນນ້ອງສາວຂອງລາວ, ແລະຊາຣາໄດ້ບອກລາວວ່າອັບຣາຮາມເປັນອ້າຍຂອງລາວ.

Genesis 20:6

ພຣະເຈົ້າບອກໃຫ້ອາບີເມເຫລັກເຮັດຫຍັງ ແລະ ພຣະເຈົ້າບອກວ່າຈະມີຫຍັງເກີດຂຶ້ນຖ້າລາວບໍ່ເຮັດຕາມ?

ພຣະເຈົ້າໄດ້ບອກກັບອາບີເມເຫລັກໃຫ້ສົ່ງຊາຣາຄືນໃຫ້ກັບອັບຣາຮາມ; ຖ້າບໍ່ດັ່ງນັ້ນ, ລາວ ແລະ ປະຊາຊົນຂອງລາວທຸກຄົນຈະຕາຍ.

Genesis 20:8

ພວກຜູ້ຊາຍຂອງອາບີເມເຫລັກໄດ້ຕອບສະຫນອງແນວໃດ ເມື່ອພວກເຂົາໄດ້ຍິນສິ່ງທີ່ພຣະເຈົ້າໄດ້ບອກອາບີເມເຫລັກ?

ພວກຜູ້ຊາຍຂອງອາບີເມເຫລັກຮູ້ສຶກຢ້ານຫລາຍ ເມື່ອໄດ້ຍິນສິ່ງທີ່ພຣະເຈົ້າໄດ້ບອກລາວ.

Genesis 20:10

ຍ້ອນຫຍັງ ອັບຣາຮາມຈິ່ງບອກອາບີເມເຫລັກວ່າຊາຣາແມ່ນນ້ອງສາວຂອງລາວ?

ອັບຣາຮາມບອກວ່າ ເພາະລາວຢ້ານວ່າອາບີເມເຫລັກຈະຂ້າລາວຍ້ອນຊາຣາ.

ທີ່ຈິງແລ້ວ ຊາຣາເປັນນ້ອງສາວຂອງອັບຣາຮາມໂດຍທາງໃດ?

ຊາຣານາງເປັນລູກສາວຂອງພໍ່ຂອງອັບຣາຮາມ, ແຕ່ບໍ່ແມ່ນລູກສາວຂອງແມ່ຂອງລາວ.

Genesis 20:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 20:15

ອາບີເມເຫລັກໄດ້ເອົາສັດ ແລະ ຄົນຮັບໃຊ້ຫຍັງແດ່ມອບໃຫ້ອັບຣາຮາມ?

ອາບີເມເຫລັກໄດ້ເອົາແກະ ແລະ ງົວເຖິກມາໃຫ້ອັບຣາຮາມ, ພ້ອມທັງຄົນຮັບໃຊ້ຊາຍ ແລະ ຍິງ.

ເຫດຜົນອັນໃດ ທີ່ອາບີເມເຫລັກໄດ້ເອົາຊັບສິນເປັນເງິນຫນຶ່ງພັນຫລຽນ ມອບແກ່ອ້າຍຂອງຊາຣາ?

ອາບີເມເຫລັກບອກຊາຣາວ່າ ລາວເອົາເງິນຫນຶ່ງພັນຫລຽນໃຫ້ອ້າຍຂອງເຈົ້າ. ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ."

Genesis 20:17

ມີຫຍັງເກີດຂື້ນ ໃນເວລາທີ່ອັບຣາຮາມໄດ້ອະທິຖານຫາພຣະເຈົ້າສຳລັບອາບີເມເຫລັກ ແລະ ປະຊາຊົນຂອງລາວ?

ພຣະເຈົ້າໄດ້ປິ່ນປົວອາບີເມເຫລັກ, ເມຍ ແລະ ຂ້າໃຊ້ຂອງລາວເພື່ອພວກເຂົາຈະມີລູກ.