Genesis 40

Genesis 40:1

ແລ້ວນີ້ກໍໄດ້ເກີດຂຶ້ນຫລັງຈາກ

ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ພະນັກງານ​ຖວາຍຈອກສະເຫວີຍ

ນີ້ແມ່ນຜູ້ທີ່ເອົາເຄື່ອງດື່ມໄປໃຫ້ກະສັດ.

ເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່

ນີ້ແມ່ນຜູ້ທີ່ແຕ່ງອາຫານໃຫ້ກະສັດ.

​ໄດ້​ເຮັດ​ໃຫ້​ກະສັດ​ເອຢິບເຈົ້ານາຍຂອງເຂົາເຄືອງໃຈ

"ໄດ້ເຮັດໃຫ້ເຈົ້ານາຍຂອງເຂົາໃຈຮ້າຍ"

ຄືຫົວຫນ້າຄົນຖວາຍຈອກສະເຫວີຍ ແລະຫົວຫນ້າຄົນເຮັດເຂົ້າຈີ່

"ຫົວຫນ້າຜູ້ຖືຈອກ ແລະ ຫົວຫນ້າຜູ້ເຮັດເຂົ້າຈີ່"

ພະອົງໄດ້​ຂັງ​ພວກເຂົາ​ໄວ້,ໃນ​ບ້ານຂອງຜູ້ບັນຊາການຣາຊອົງຄະລັກ

"ພະອົງໄດ້ເອົາພວກເຂົາຂັງໄວ້ໃນຄຸກ ທີ່ຢູ່ໃນເຮືອນຈຳທີ່ນາຍທະຫານເປັນຜູ້ດູແລຮັບຜິດຊອບ."

ພະອົງໄດ້​ຂັງ​ພວກເຂົາ

ກະສັດບໍ່ແມ່ນຜູ້ທີ່ຈັບພວກເຂົາເຂົ້າຄຸກ, ແຕ່ລາວໄດ້ອອກຄຳສັ່ງໃຫ້ຂັງພວກເຂົາໃນຄຸກ. ອາດແປໄດ້ອີກວ່າ: "ພະອົງໄດ້ສັ່ງຂັງຄຸກພວກເຂົາ" ຫລື "ພະອົງໄດ້ສັ່ງໃຫ້ທະຫານຂອງພະອົງຄັງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໃນຄຸກ​​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ນີ້ແມ່ນຄຸກດຽວກັນທີ່ໂຢເຊັບຢູ່" ຫລື "ນີ້ແມ່ນຄຸກດຽວກັນທີ່ໂປຕີຟາໄດ້ຂັງໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 40:4

ພວກເພິ່ນໄດ້ຖືກຂັງມາໄລຍະຫນຶ່ງ

"ພວກເພິ່ນໄດ້ຖືກຂັງມາໄລຍະຫນຶ່ງ"

Genesis 40:6

ໂຢເຊັບໄດ້ມາຫາພວກເຂົາ

"ໂຢເຊັບໄດ້ມາຫາຜູ້ຖືຈອກ ແລະ ຜູ້ເຮັດເຂົ້າຈີ່"

ເບິ່ງແມ, ພວກເພິ່ນເປັນທຸກ

ຄຳວ່າ "ເບິ່ງແມ" ໃນນີ້ສະແດງໃຫ້ເຫັນວ່າໂຢເຊັບປະຫລາດໃຈຫລາຍກັບສິ່ງທີ່ລາວເຫັນ. ອາດແປໄດ້ອີກວ່າ: "ລາວຮູ້ສຶກປະຫລາດໃຈທີ່ເຫັນວ່າພວກເຂົາໂສກເສົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ເຈົ້າພະນັກງານຂອງຟາໂຣຜູ້ຊຶ່ງຖືກຂັງຢູ່ກັບເຂົາ

ນີ້ຫມາຍເຖິງຜູ້ຖືຈອກ ແລະ ຜູ້ເຮັດເຂົ້າຈີ່

ໃນບ້ານຂອງເຈົ້ານາຍຂອງເຂົາ

"ຢູ່ໃນຄຸກນາຍຂອງລາວ." "ນາຍຂອງລາວ" ຫມາຍເຖິງນາຍຂອງໂຢເຊັບຜູ້ທີ່ເປັນຫົວຫນ້າເຝົ້າຍາມ.

ການແກ້ຄວາມຝັນນັ້ນບໍ່ແມ່ນ​ເປັນຂອງພຣະເຈົ້າ​ບໍ?

ໂຢເຊັບໃຊ້ຄຳຖາມນີ້ສຳລັບການເນັ້ນຫນັກ. ນີ້ສາມາດຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ການຕີຄວາມຫມາຍ ເປັນຂອງພຣະເຈົ້າ!" ຫລື "ມັນແມ່ນພຣະເຈົ້າທີ່ສາມາດບອກຄວາມຫມາຍຂອງຄວາມຝັນໄດ້!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຂໍໄດ້ບອກຂ້ານ້ອຍ​, ຟັງ​ເບິ່ງດູ

ໂຢເຊັບຂໍໃຫ້ພວກເຂົາເລົ່າຄວາມຝັນຂອງພວກເຂົາໃຫ້ລາວຟັງ. ອາດແປໄດ້ອີກວ່າ: "ກະລຸນາບອກຄວາມຝັນໃຫ້ຂ້ອຍຮູ້," (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 40:9

ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ

ຜູ້ທີ່ສຳຄັນທີ່ສຸດທີ່ເອົາເຄື່ອງດື່ມໃຫ້ກະສັດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 40:1.

ໃນຄວາມຝັນຂອງເຮົາ, ມີເຄືອ​ອະງຸ່ນ​ຢູ່​ຕໍ່ຫນ້າ​ເຮົາ

"ໃນຄວາມຝັນຂອງຂ້ອຍ, ຂ້ອຍໄດ້ເຫັນເຄືອອະງຸ່ນຢູ່ຕໍ່ຫນ້າຂ້ອຍ!" ພະນັກງານຖືຈອກໃຊ້ຖ້ອຍຄຳທີ່ວ່າ “ເບິ່ງແມ” ຢູ່ນີ້ເພື່ອສະແດງໃຫ້ເຫັນວ່າລາວປະຫລາດໃຈກັບສິ່ງທີ່ລາວໄດ້ເຫັນໃນຄວາມຝັນຂອງລາວ ແລະ ດຶງດູດຄວາມສົນໃຈຂອງໂຢເຊັບ.

ມີ​ພົ້ວ​ຫມາກອະ​ງຸ່ນ​ສຸກ​ງ່າ

"ເຄືອ​ຫມາກອະ​ງຸ່ນ​ສຸກ​ງ່າ"

ບີບ​ເອົານໍ້າ

ນີ້ຫມາຍຄວາມວ່າລາວບີບນໍ້າອະງຸ່ນອອກຈາກຫນ່ວຍມັນ. ອາດແປໄດ້ອີກວ່າ: "ບີບເອົານໍ້າອອກຈາກພວກມັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 40:12

ນີ້ຄືການແກ້ຄວາມຝັນ​ນັ້ນ

"ນີ້ຄືຄວາມຫມາຍຂອງຄວາມຝັນ​ເຫລົ່ານັ້ນ"

ສາມ​ງ່າ​ນັ້ນຫມາຍເຖິງ​ສາມ​ວັນ

"ສາມ​ງ່າ​ນັ້ນຫມາຍເຖິງ​ສາມ​ວັນ"

ພາຍ​ໃນ​ສາມ​ວັນ

"ອີກ​ສາມ​ວັນ"

ຈະຍົກ​ທ່ານ​ຂຶ້ນ​

ໃນນີ້ໂຢເຊັບເວົ້າເຖິງຟາໂຣປ່ອຍຕົວຜູ້ຖືກຈອກເຫລົ້າອະງຸ່ນ ຄືກັນກັບວ່າຟາໂຣເຮັດໃຫ້ລາວຍົກຊູຫົວຂຶ້ນ. ອາດແປໄດ້ອີກວ່າ: "ຈະປ່ອຍທ່ານອອກຈາກຄຸກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ໃຫ້ທ່ານຄືນສູ່​ຕຳແຫນ່ງ​ເດີມ​ຂອງທ່ານ

"ຈະຄືນ​ຕຳແຫນ່ງ​ເດີມໃຫ້ແກ່ທ່ານ"

ເມື່ອທ່ານ​ໄດ້

ຄຳສັບທີ່ຂາດຫາຍໄປອາດຈະຖືກເພີ່ມເຂົ້າ. ອາດຈະແປໄດ້ອີກວ່າ: "ຄືກັນກັບທີ່ທ່ານໄດ້ເຮັດໃນເວລາທີ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

Genesis 40:14

ແລະ ​ກະລຸນາ​ສະແດງ​ຄວາມເມດຕາຕໍ່​ຂ້ານ້ອຍ

"ແລະ​ ກະລຸນາ​ສະແດງ​ຄວາມເມດຕາຕໍ່​ຂ້ານ້ອຍ"

ດ​້ວຍການກ່າວເຖິງ​ຂ້ານ້ອຍ​ໃຫ້​ຟາໂຣຟັງ ແລະນຳຂ້ານ້ອຍອອກ​ໄປຈາກ​ຄຸກ​ນີ້

ໂຢເຊັບຫມາຍຄວາມວ່າໃຫ້ພະນັກງານຖືກຈອກເຫລົ້າອະງຸ່ນບອກຟາໂຣກ່ຽວກັບຕົວລາວ ເພື່ອທີ່ຟາໂຣຈະຍອມປ່ອຍລາວຈາກຄຸກເຊັ່ນກັນ. ອາດແປໄດ້ອີກວ່າ: "ຊ່ວຍຂ້ອຍອອກຈາກຄຸກນີ້ ໂດຍການບອກຟາໂຣກ່ຽວກັບເລື່ອງຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພາະທີ່​ຈິງ​ແລ້ວ ຂ້ານ້ອຍ​ໄດ້ຖືກ​ລັກພາຕົວ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເພາະວ່າມີຄົນໄດ້ຈັບຂ້ອຍມາ" ຫລື "ເພາະວ່າຊາວອິດຊະມາເອນໄດ້ຈັບຂ້ອຍມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ມາຈາກແຜ່ນ​ດິນ​ຂອງ​ຊາວ​ເຮັບເຣີ

"ມາຈາກແຜ່ນ​ດິນ​ທີ່​ຊາວ​ເຮັບເຣີອາໃສຢູ່"

​ທີ່​ນີ້ ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ ທີ່​ສົມຄວນໃຫ້ພວກເຂົາຈຳຈ່ອງຂ້ານ້ອຍໃນ​ຄຸກ​ທີ່ແຂງແຮງມິດຊິດນີ້

"ແລະ ໃນຂະນະທີ່ຂ້ອຍຢູ່ທີ່ປະເທດເອຢິບ, ຂ້ອຍບໍ່ໄດ້ເຮັດຫຍັງເລີຍ ທີ່ຂ້ອຍຕ້ອງສົມຄວນຖືກຂັງຄຸກ"

Genesis 40:16

ຫົວຫນ້າ​ພະນັກງານ​ເຮັດ​ເຂົ້າຈີ່

ນີ້ຫມາຍເຖິງຫົວຜູ້ທີ່ເຮັດອາຫານໃຫ້ກະສັດ. ເບິ່ງເພີ່ມເຕີມວິທີແປຂໍ້ນີ້ໃນ 40:1.

ຂ້ອຍ​ກໍໄດ້​ຝັນ​ດ້ວຍເຫມືອນກັນ

"ຂ້ອຍ​ກໍໄດ້​ຝັນ​ດ້ວຍເຫມືອນກັນ, ແລະໃນຄວາມຝັນນັ້ນ"

ຂ້ອຍ​ຝັນ​ວ່າ​,ໄດ້​ຖື​ຖາດ​ເຂົ້າຈີ່​ສາມ​ຖາດ​ເທິງ​ຫົວ​ຂ້ອຍ.

"ມີເຂົ້າຈີ່ສາມກະຕ່າຢູ່ເທິງຫົວຂອງຂ້ອຍ!" ຜູ້ເຮັດເຂົ້າຈີ່ໃຊ້ຄຳວ່າ “ຈົ່ງເບິ່ງ” ຢູ່ນີ້ເພື່ອສະແດງໃຫ້ເຫັນວ່າລາວປະຫລາດໃຈກັບສິ່ງທີ່ລາວໄດ້ເຫັນໃນຄວາມຝັນຂອງລາວ ແລະ ດຶງດູດຄວາມສົນໃຈຈາກໂຢເຊັບ.

​ເຂົ້າຈີ່ຢ່າງດີ​ທຸກ​ຊະນິດ​ສຳລັບ​ຟາໂຣ

"ເຂົ້າຈີ່ຢ່າງດີ​ທຸກ​ຊະນິດ​ສຳລັບ​ຟາໂຣ"

Genesis 40:18

ນີ້ຄືການແກ້ຄວາມຝັນ

"ນີ້ຄືຄວາມຫມາຍຂອງຄວາມຝັນນັ້ນ"

ຖາດ​ສາມ​ໃບ​ນັ້ນ​ຫມາຍເຖິງ​ສາມ​ວັນ

"ຖາດ​ສາມ​ໃບ​ນັ້ນ​ຫມາຍເຖິງ​ສາມ​ວັນ

ຈະ​ຍົກຫົວຂອງ​ທ່ານ​ອອກ​ຈາກ​ທ່ານ

ໂຢເຊັບຍັງໄດ້ໃຊ້ປະໂຫຍກທີ່ວ່າ “ຈະຍົກຫົວຂອງເຈົ້າຂຶ້ນ” ເມື່ອລາວເວົ້າກັບພະນັກງານຖືຈອກເຫລົ້າອະງຸ່ນໃນ 40:12. ແຕ່ໃນຂໍ້ນີ້ມີຄວາມ ຫມາຍຕ່າງກັນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຈະຍົກຫົວຂອງທ່ານຂຶ້ນເພື່ອເອົາເຊືອກອ້ອມຄໍຂອງທ່ານ" ຫລື 2) "ຈະຍົກຫົວຂອງທ່ານເພື່ອຕັດມັນ."

​ເນື້ອ

ໃນນີ້ຄຳວ່າ “ເນື້ອ” ຫມາຍຄວາມວ່າເນື້ອເຍື່ອອ່ອນຂອງຮ່າງກາຍຂອງຄົນເຮົາ.

Genesis 40:20

ແລ້ວນີ້ກໍໄດ້ເກີດຂຶ້ນໃນວັນທີສາມ

"ຫລັງຈາກນັ້ນ, ໃນມື້ທີສາມ." ປະໂຫຍກທີ່ວ່າ "ກໍໄດ້ເກີດຂື້ນ" ຖືກໃຊ້ຢູ່ນີ້ເພື່ອຫມາຍເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ພະອົງໄດ້​ຊົງຈັດ​ງານກິນລ້ຽງ

"ພະອົງໄດ້​ຊົງຈັດ​ງານກິນລ້ຽງ"

ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ

ນີ້ແມ່ນຫົວຫນ້າຜູ້ທີ່ກະກຽມ ແລະ ບໍລິການເຄື່ອງດື່ມໃຫ້ກະສັດ. ເບິ່ງເພີ່ມເຕີມວິທີແປຂໍ້ນີ້ໃນ 40:1.

ຫົວຫນ້າເຈົ້າພະນັກງານ​ເຮັດ​ເຂົ້າຈີ່​ຂຶ້ນ

ນີ້ແມ່ນຫົວຫນ້າຜູ້ທີ່​ເຮັດ​ເຂົ້າຈີ່ໃຫ້ກະສັດ. ເບິ່ງເພີ່ມເຕີມວິທີແປຂໍ້ນີ້ໃນ 40:1.

ເພິ່ນ​ໄດ້ຊົງຄືນ​ຕຳແຫນ່ງ​ໃຫ້ກັບຫົວຫນ້າ ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ

ຫົວຫນ້າຖວາຍຈອກສະເຫວີຍ "ຄວາມຮັບຜິດຊອບ” ຂອງຫົວຫນ້າຖວາຍຈອກສະເຫວີຍຫມາຍເຖິງວຽກຂອງລາວ ທີ່ເປັນຫົວຫນ້າຄຸມພະນັກງານຖືກຈອກ. ອາດແປໄດ້ອີກວ່າ: "ລາວໄດ້ມອບຫນ້າທີ່ໃຫ້ຫົວ ຫນ້າພະນັກງານຖືຈອກສະເຫວີຍຄືນໃຫ້ແກ່ລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແຕ່​ພະອົງໄດ້ສັ່ງ​ແຂວນຄໍ, ຫົວຫນ້າ​ເຈົ້າພະນັກງານ​ເຮັດ​ເຂົ້າຈີ່

ຟາໂຣບໍ່ໄດ້ເປັນຜູ້ລົງມືແຂວນຂໍຫົວຫນ້າເຮັດເຂົ້າຈີ່ດ້ວຍຕົວເອງ, ແຕ່ລາວສັ່ງໃຫ້ແຂວນຄໍຫົວຫນ້າເຮັດເຂົ້າຈີ່ນັ້ນ. ອາດແປໄດ້ອີກວ່າ: "ແຕ່ລາວໄດ້ສັ່ງໃຫ້ຫົວຫນ້າພະນັກງານເຮັດເຂົ້າຈີ່ຖືກແຂວນຄໍ" ຫລື "ແຕ່ລາວໄດ້ສັ່ງໃຫ້ທະຫານຂອງລາວແຂວນຄໍຫົວຫນ້າພະນັກງານເຮັດເຂົ້າຈີ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຫມືອນດັ່ງທີ່​ໂຢເຊັບ​ໄດ້ແ​ກ້ຄາວມຝັນໃຫ້ພວກເຂົາ

ປະໂຫຍກນີ້ຫມາຍເຖິງເວລາທີ່ໂຢເຊັບແກ້ຄວາມຝັນຂອງພວກເຂົາ. ອາດແປໄດ້ອີກວ່າ: "ເປັນຄືກັບທີ່ໂຢເຊັບໄດ້ກ່າວໄວ້ວ່າມັນຈະເກີດຂື້ນ ເມື່ອລາວແກ້ຄວາມຝັນຂອງສອງຄົນນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)