Genesis 39

Genesis 39:1

ໂຢເຊັບໄດ້ຖືກນຳລົງໄປ​ຍັງເອຢິບໂປຕີຟາ​

ການເດີນທາງໄປປະເທດເອຢິບແມ່ນຖືກເອີ້ນວ່າ "ລົງໄປ" ກົງກັນຂ້າມກັບ “ຂຶ້ນໄປ” ໄປສູ່ດິນແດນແຫ່ງພັນທະສັນຍາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຊາວອິດຊະມາເອນໄດ້ພາໂຢເຊັບໄປເອຢີບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-activepassive)

ພຣະຢາເວໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ

ປະໂຫຍກນີ້ຫມາຍຄວາມວ່າພຣະຢາເວໄດ້ຊ່ວຍໂຢເຊັບ ແລະ ຢູ່ກັບລາວຕະຫລອດເວລາ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ນຳພາໂຢເຊັບ ແລະ ຊ່ວຍລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​

ໃນນີ້ຜູ້ຂຽນເວົ້າກ່ຽວກັບການເຮັດວຽກຢູ່ໃນເຮືອນຂອງເຈົ້ານາຍ ຄືກັບວ່າລາວກຳລັງອາໄສຢູ່ໃນເຮືອນຂອງນາຍ. ມີພຽງແຕ່ຜູ້ຮັບໃຊ້ທີ່ຫນ້າເຊື່ອຖືທີ່ສຸດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນເຮືອນນາຍຂອງຕົນ. ອາດແປໄດ້ອີກວ່າ: "ລາວເຮັດວຽກຢູ່ໃນເຮືອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຂອງ​ເຈົ້ານາຍຄົນເອຢິບ​​ຂອງເຂົາ

ໂຢເຊັບຕອນນີ້ໄດ້ກາຍເປັນທາດຮັບໃຊ້ຂອງໂປຕີຟາ

Genesis 39:3

ເຈົ້ານາຍ​ຂອງເຂົາໄດ້​ເຫັນ​ວ່າ​ພຣະຢາເວ​ໄດ້​ສະຖິດກັບ​ເຂົາ

ປະໂຫຍກນີ້ຫມາຍຄວາມວ່າເຈົ້ານາຍໄດ້ເຫັນວິທີທີ່ພຣະຢາເວ ກຳລັງຊ່ວຍເຫລືອໂຢເຊັບ. ອາດແປໄດ້ອີກວ່າ: "ນາຍຂອງລາວເຫັນວ່າພຣະຢາເວກຳລັງຊ່ວຍລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພຣະຢາເວ​ໄດ້​ຊົງກະທຳໃຫ້​​ທຸກສິ່ງ​ທີ່​ລາວ​ໄດ້ເຮັດປະສົບຄວາມສຳເລັດ

"ພຣະຢາເວເປັນຜູ້​ທີ່ເຮັດໃຫ້​ລາວ​ໄດ້ເຮັດປະສົບຄວາມສຳເລັດ"

ໂຢເຊັບ​ໄດ້​ເປັນທີ່ຊອບໃນສາຍຕາຂອງເຂົາ

"ເພື່ອເປັນທີ່ໂປດປານ" ຫມາຍຄວາມວ່າໄດ້ຮັບຄວາມຊື່ນຊົມຈາກຜູ້ໃດຜູ້ຫນຶ່ງ. ສຳນວນທີ່ວ່າ "ໃນສາຍຕາຂອງລາວ" ຫມາຍເຖິງຄວາມຄິດເຫັນຂອງຄົນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາດແປໄດ້ອີກວ່າ: "ໂປຕີຟາພໍໃຈກັບໂຢເຊັບ" ຫລື 2) ອາດແປໄດ້ອີກວ່າ: "ພຣະຢາເວພໍໃຈກັບໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ລາວ​ໄດ້​ຮັບໃຊ້​ໂປຕີຟາ

ນີ້ຫມາຍຄວາມວ່າລາວເປັນຜູ້ຮັບໃຊ້ສ່ວນຕົວຂອງໂປຕີຟາ.

ໂປຕີຟາໄດ້​ ໃຫ້​ໂຢເຊັບຈັດການເບິ່ງແຍງ​ບ້ານຂອງເຂົາ, ແລະ​ທຸກສິ່ງທີ່ເຂົາເປັນເຈົ້າຂອງ, ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ

"ໂປຕີຟາໄດ້ແຕ່ງຕັ້ງໂຢເຊບເປັນຜູ້ດູແລຄອບຄົວ ແລະ ທຸກສິ່ງທີ່ເປັນຂອງໂປຕີຟາ"

ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ.

ເມື່ອບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນ ຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງ ແລະການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ລາວມີໂຢເຊັບເບິ່ງແຍງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 39:5

ຢູ່ມາຫລັງຈາກ

ປະໂຫຍກນີ້ຖືກໃຊ້ຢູ່ນີ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກຕໍ່ໄປຂອງເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ເຂົາໃຫ້ໂຢເຊັບ​ຈັດກາ​ນເບິ່ງແຍງບ້ານຂອງເຂົາ ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ

"ໂປຕີຟາແຕ່ງຕັ້ງໂຢເຊບເປັນຜູ້ດູແລຄອບຄົວ ແລະ ທຸກສິ່ງທີ່ເປັນຂອງລາວ"

ພຣະ​ພອນ

ໃນນີ້ “ໄດ້ຮັບພອນ” ຫມາຍເຖິງການເຮັດໃຫ້ສິ່ງດີ ແລະ ຜົນປະໂຫຍດເກີດຂື້ນກັບຄົນ ຫລື ສິ່ງທີ່ໄດ້ຮັບພອນ.

ພຣະ​ພອນຂອງພຣະຢາເວມີຢູ່

ຕໍ່ໄປນີ້ຜູ້ຂຽນກ່າວເຖິງພອນ ທີ່ພຣະຢາເວໄດ້ໃຫ້ຄືກັບວ່າມັນເປັນສິ່ງຫນຶ່ງທີ່ມີຕົວຕົນ ທີ່ໃຊ້ເພື່ອປົກຄຸມບາງສິ່ງບາງຢ່າງ. ອາດແປໄດ້ອີີກວ່າ: "ພຣະຢາເວໄດ້ອວຍພອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ ແລະ​ໃນ​ທົ່ງນາ

ນີ້ຫມາຍເຖິງຄົວເຮືອນ ແລະ ພືດພັນ ແລະ ສັດລ້ຽງຂອງລາວ. ຄວາມ ຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຄົວເຮືອນຂອງໂປຕີຟາ ແລະຜົນລະປູກ ພ້ອມທັງສັດລ້ຽງຂອງລາວທັງຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໂປຕີຟາ​ໄດ້​ໃຫ້ທຸກ​ສິ່ງທີ່ເຂົາມີ​ໃຫ້​ຢູ່ພາຍໃຕ້ການດູ ແລຂອງໂຢເຊັບ

ເມື່ອບາງສິ່ງບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງແລະການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ດັ່ງນັ້ນໂປຕີຟາໄດ້ແຕ່ງຕັ້ງໂຢເຊບໃຫ້ຮັບຜິດຊອບທຸກຢ່າງທີ່ລາວມີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຂົາບໍ່ຕ້ອງຄິດອັນໃດນອກຈາກອາຫານທີ່ເຂົາຈະກິນ

ລາວບໍ່ຕ້ອງກັງວົນກ່ຽວກັບສິ່ງໃດໃນຄົວເຮືອນຂອງລາວ; ລາວພຽງແຕ່ຕ້ອງໄດ້ຕັດສິນໃຈກ່ຽວກັບສິ່ງທີ່ລາວຢາກກິນເທົ່ານັ້ນ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ໂປຕີຟາພຽງແຕ່ຕ້ອງຄິດກ່ຽວກັບສິ່ງທີ່ລາວຢາກກິນ. ລາວບໍ່ຕ້ອງກັງວົນຫຍັງອີກໃນເຮືອນຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit ແລະ /WA-Catalog/lo_tm?section=translate#figs-doublenegatives)

ບັດນີ້

ຄຳວ່າ "ດຽວນີ້" ຫມາຍເຖິງການຢຸດພັກໃນເລື່ອງທີ່ຜູ້ຂຽນໃຫ້ຂໍ້ມູນພື້ນຖານກ່ຽວກັບໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ຮູບ​ຫລໍ່ ແລະມີສະເຫນ່

ທັງສອງຄຳນີ້ມີຄວາມຫມາຍອັນດຽວກັນ. ພວກເຂົາກ່າວເຖິງຮູບລັກສະນະທີ່ຫນ້າເບິ່ງຫນ້າຊົມຂອງໂຢເຊັບ. ລາວອາດເບິ່ງດີ ແລະ ແຂງແຮງ. ອາດແປໄດ້ອີກວ່າ: "ຫຸ່ນດີ ແລະແຂງແຮງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

Genesis 39:7

ຫລັງຈາກນັ້ນ

"ແລະຫລັງຈາກນັ້ນ." ວະລີນີ້ຖືກນຳໃຊ້ເພື່ອຫມາຍ ເຫດການໃຫມ່ໃນບົດເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ເບິ່ງດູ

"ເບິ່ງດູ." ໂຢເຊັບໃຊ້ຄຳນີ້ເພື່ອໃຫ້ເມຍຂອງໂປຕີຟາເອົາໃຈໃສ່.

ເຈົ້ານາຍ​ຂອງຂ້ອຍ​ບໍ່​ໄດ້ສົນໃຈ​ວ່າຂ້ານ້ອຍຈະເຮັດຫຍັງຢູ່​ໃນ​ບ້ານ​ນີ້

"ນາຍຂອງຂ້ານ້ອຍບໍ່ມີຄວາມກັງວົນກ່ຽວກັບຄົວເຮືອນຂອງລາວ ໃນທຸກສິ່ງທີ່ຂ້ານ້ອຍຮັບຜິດຊອບ." ສິ່ງນີ້ສາມາດຂຽນໄດ້ໃນປະໂຫຍກທາງບວກ. ອາດແປໄດ້ອີກວ່າ: "ນາຍຂອງຂ້ານ້ອຍໄວ້ວາງໃຈຂ້ານ້ອຍໃຫ້ຮັບຜິດຊອບທຸກສິ່ງໃນຄອບຄົວຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublenegatives)

ເພິ່ນໄດ້ມອບທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ​ໃຫ້​ຢູ່ພາຍໃຕ້ການດູແລຂອງຂ້ານ້ອຍ

ເມື່ອບາງສິ່ງບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງ ແລະ ການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ລາວໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ຮັບຜິດຊອບທຸກສິ່ງທີ່ເປັນຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບໍ່ມີໃຜໃນ​ບ້ານນີ້​ທີ່ໃຫຍ່ໄປກວ່າຂ້ານ້ອຍ

ປະໂຫຍກນີ້ຜູ້ຂຽນເວົ້າເຖິງສິດອຳນາດຄືກັບວ່າມັນເປັນສິ່ງທີ່ຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ຂ້ອຍມີສິດອຳນາດໃນບ້ານນີ້ຫລາຍກວ່າຄົນອື່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເພິ່ນບໍ່ໄດ້ຫວງອັນໃດໄວ້ຈາກຂ້ານ້ອຍ ເວັ້ນໄວ້​ແຕ່​ຍານາງ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ລາວໄດ້ມອບທຸກຢ່າງໃຫ້ຂ້ານ້ອຍຍົກເວັ້ນຕົວເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-litotes)

ຂ້ານອຍ​ຈະເຮັດສິ່ງທີ່ຊົ່ວຮ້າຍທີ່ໃຫຍ່ຫລວງນີ້ ແລະ ​ເຮັດ​ບາບ​ຕໍ່ພຣະເຈົ້າ​ໄດ້​ຢ່າງໃດ?

ໂຢເຊັບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກຈຸດຢືນ. ສິ່ງນີ້ສາມາດຂຽນເປັນປະໂຫຍກຄຳເວົ້າ. ອາດແປໄດ້ອີກວ່າ: "ແນ່ນອນຂ້ອຍບໍ່ສາມາດເຮັດສິ່ງທີ່ຊົ່ວຮ້າຍ ແລະ ເຮັດບາບຕໍ່ພຣະເຈົ້າໄດ້." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 39:10

ນາງ​ໄດ້ເວົ້າກັບ​ໂຢເຊັບ​ທຸກມື້​ທຸກວັນ

ປະໂຫຍກນີ້ຫມາຍຄວາມວ່ານາງສືບຕໍ່ຂໍໃຫ້ລາວນອນກັບລາວ. ຄວາມ ຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ນາງໄດ້ສືບຕໍ່ຂໍໃຫ້ໂຢເຊັບນອນກັບນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ທີ່ຈະຫລັບນອນ​ນກັບ​ນາງ

"ເພື່ອໃຫ້ຊິດຕົວ​ນາງ"

ຢູ່ມາ​ມື້​ຫນຶ່ງ

"ແລະຢູ່ມາ​ມື້​ຫນຶ່ງ." ວະລີນີ້ຖືກນຳໃຊ້ເພື່ອຫມາຍ ເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນນັ້ນ

"ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນນັ້ນ"

ຫນີ​ແລ່ນ​ອອກ​ໄປ​ຂ້າງ​ນອກ

"ແລະໄດ້ແລ່ນອອກນອກເຮືອນຢ່າງໄວວາ" ຫລື "ແລະແລ່ນອອກຈາກເຮືອນໂດຍໄວ"

Genesis 39:13

ເມື່ອນາງເຫັນ.....ນາງ​ຈຶ່ງ​ຮ້ອງ

"ຫລັງຈາກນັ້ນ ... ນາງໄດ້ເອີ້ນຫາ." ວະລີທີ່ວ່າ "ຢູ່ຕໍ່ມາ" ຖືກໃຊ້ເພື່ອ ຫມາຍເຫດການຕໍ່ໄປໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

​ໄດ້ຫນີອອກ​ໄປ​ຂ້າງນອກ

"​ໄດ້ຫນີອອກ​ໄປ​ຂ້າງນອກເຮືອນຢ່າງໄວວາ"

​ຮ້ອງ​ພວກຜູ້ຊາຍໃນບ້ານ​ນາງ

"ບັນດາຄົນຮັບໃຊ້ຜູ້ຊາຍທີ່ເຮັດວຽກຢູ່ໃນເຮືອນ"

ເບິ່ງແມ

"ເບິ່ງແມ." ເມຍຂອງໂປຕີຟາໃຊ້ຄຳນີ້ເພື່ອໃຫ້ດຶງຄວາມສົນໃຈຂອງພວກຄົນຮັບໃຊ້.

ເຂົາໄດ້​ເຂົ້າ​ມາ​ຫາ​ເຮົາເພື່ອທີ່ຈະຫລັບນອນ​ກັບເຮົາ

ຢູ່ນີ້ເມຍຂອງໂປຕີຟາພວມກ່າວຫາໂຢເຊັບວ່າພະຍາຍາມຈະກຸມນາງ ແລະ ນອນກັບນາງ.

ມາເພື່ອ​ຈະ​ລ່ວງເກີນ​ຕໍ່ເຮົາ, ເຂົາໄດ້​ເຂົ້າ

"ເມື່ອລາວໄດ້ຍິນຂ້ອຍຮ້ອງ, ລາວ." ປະໂຫຍກທີ່ວ່າ "ຢູ່ຕໍ່ມາ" ຖືກໃຊ້ຢູ່ນີ້ເພື່ອຫມາຍເຫດການຕໍ່ໄປໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

Genesis 39:16

ນາຍ​ຂອງ​ເຂົາ

"ນາຍຂອງໂຢເຊັບ." ນີ້ຫມາຍເຖິງໂປຕີຟາ.

ນາງ​ໄດ້ບ​ອກເຂົາຢ່າງນີ້​ວ່າ

"ນາງ​ໄດ້ບ​ອກເຂົາຢ່າງນີ້​ວ່າ"

​ນໍາ​ມາ​ໃຫ້ເຮົາ

ຄຳວ່າ "ພວກເຮົາ" ຫມາຍເຖິງໂປຕີຟາ, ເມຍຂອງລາວ, ແລະລວມທັງຄົນອື່ນໃນຄອບຄົວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ໄດ້​ເຂົ້າ​ມາເພື່ອຈະທຳຫຍາບຄາຍຕໍ່​ຂ້ອຍ

"ເຂົ້າມາເພື່ອເຮັດສິ່ງຫຍາບຄາຍຕໍ່ຂ້ອຍ." ໃນທີ່ນີ້ຄຳວ່າ "ຫຍາບຄາຍ" ແມ່ນຄຳເວົ້າທີ່ສຸພາບສຳລັບ "ຂົ່ມຂືນ ແລະຮ່ວມເພດກັບນາງ". ອາດແປໄດ້ອີກວ່າ: "ເຂົ້າມາໃນບ່ອນທີ່ຂ້ອຍຢູ່ ແລະ ພະຍາຍາມບັງຄັບຂ້ອຍໃຫ້ນອນກັບລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ແລ້ວນີ້ກໍໄດ້ເກີດຂຶ້ນ​ເມື່ອ​

"ແລ້ວ." ເມຍຂອງໂປຕີຟາໃຊ້ປະໂຫຍກນີ້ເພື່ອຫມາຍ ເຫດການຕໍ່ໄປ ເຖິງສິ່ງທີ່ນາງກຳລັງບອກເລົ່າ ກ່ຽວກັບໂຢເຊັບທີ່ພະຍາຍາມນອນກັບນາງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

​​ຫນີອອກໄປຂ້າງນອກ

"ແລ່ນຫນີອອກນອກເຮືອນຢ່າງໄວວາ"

Genesis 39:19

ແລ້ວເມື່ອ

"ແລະດັ່ງນັ້ນ." ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-newevent)

ເຈົ້າ​ນາຍ​ຂອງເຂົາ

"ນາຍຂອງໂຢເຊັບ." ນີ້ຫມາຍເຖິງໂປຕີຟາ. ຂໍ້ມູນນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ໂປຕີຟາ, ນາຍຂອງໂຢເຊັບ "(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ໄດ້ຍິນ​ເລື່ອງ​ເລົ່າທີ່​ເມຍ​ຂອງເພິ່ນ​ບອກເພິິ່ນ

"ໄດ້ຍິນເລື່ອງເລົ່າທີ່ເມຍຂອງລາວອະທິບາຍໃຫ້ລາວ." ຄຳວ່າ "ຂອງລາວ" ແລະ "ລາວ" ໃນນີ້ຫມາຍເຖິງໂປຕີຟາ.

ເພິ່ນ​ໃຈຮ້າຍ​ຫລາຍ

"ໂປຕີຟາໄດ້ມີຄວາມໂມໂຫຮ້າຍ​ຫລາຍ"

ສະຖານທີ່ຊຶ່ງນັກໂທດຂອງກະສັດໄດ້ຖືກ​ຂັງ​ຢູ່

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ສະຖານທີ່ທີ່ກະສັດກັກຄັງນັກໂທດຂອງພະອົງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເຂົາໄດ້ຢູ່ໃນຄຸກນັ້ນ.

"ໂຢເຊັບໄດ້ຢູ່ໃນຄຸກນັ້ນ"

Genesis 39:21

ແຕ່​ພຣະຢາເວໄດ້​ສະຖິດ​ຢູ່​ນຳ​ໂຢເຊັບ

ນີ້ຫມາຍເຖິງວິທີການຂອງພຣະຢາເວດູແລໂຢເຊັບ ແລະ ມີຄວາມກະລຸນາຕໍ່ລາວ. ອາດແປໄດ້ອີກວ່າ: "ແຕ່ວ່າພຣະຢາເວມີຄວາມເມດຕາຕໍ່ໂຢເຊັບ" ຫລື "ແຕ່ວ່າພຣະຢາເວໄດ້ດູແລໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາ​ຜູ້ຄຸມນັກ​ໂທດ

ນີ້ຫມາຍຄວາມວ່າພຣະຢາເວເຮັດໃຫ້ຜູ້ຄຸມຄຸກຍອມຮັບໂຢເຊັບ ແລະ ປະຕິບັດຕໍ່ລາວເປັນຢ່າງດີ. ອາດແປໄດ້ອີກວ່າ: "ພຣະຢາເວເຮັດໃຫ້ຜູ້ຄຸມຄຸກມີຄວາມເມດຕາຕໍ່ໂຢເຊັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຜູ້ຄຸມນັກໂທດໄດ້ມອບນັກໂທດ

"ຜູ້ຄຸມຄຸກ" ຫລື "ຜູ້ຊາຍທີ່ຮັບຜິດຊອບວຽກງານພາຍໃນຄຸກ"

ໄດ້ມອບນັກໂທດທັງຫມົດ​ໃຫ້​ຢູ່ໃນມືຂອງໂຢເຊັບ

ໃນນີ້ຄຳວ່າ “ມື” ສະແດງເຖິງອຳນາດ ຫລື ຄວາມໄວ້ວາງໃຈຂອງໂຢເຊັບ. ອາດແປໄດ້ອີກວ່າ: "ແຕ່ງຕັ້ງໂຢເຊັບຮັບຜິດຊອບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

​ບໍ່ວ່າ​ພວກເຂົາຈະເຮັດ​ຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ

"ໂຢເຊັບໄດ້ຮັບຜິດຊອບທຸກສິ່ງທີ່ພວກເຂົາເຮັດຢູ່ທີ່ນັ້ນ"

ເພາະວ່າ​ພຣະຢາເວ​ໄດ້ສະຖິດ​ຢູ່​ນຳ​ເຂົາ

ນີ້ຫມາຍເຖິງວິທີທີ່ພຣະຢາເວໄດ້ຊ່ວຍໂຢເຊັບ ແລະ ນຳພາລາວ. ອາດແປໄດ້ອີກວ່າ: "ເພາະວ່າພຣະຢາເວໄດ້ນຳພາໂຢເຊັບ" (ເບິ່ງ: /WA-Catalog/lo_tm?section=translate#figs-idiom)

ບໍ່ວ່າເຂົາຈະເຮັດສິ່ງໃດ​ພຣະຢາເວ​ກໍໄດ້ຊົງ​ເຮັດ​ໃຫ້​ປະສົບຄວາມສຳ​ເລັດ

"ພຣະຢາເວໄດ້ເຮັດໃຫ້ທຸກສິ່ງທີ່ໂຢເຊັບ ໄດ້ເຮັດມີຄວາມຈະເລີນຮຸ່ງເຮືອງ"