Genesis 50

Genesis 50:1

ໂຢເຊັບໄດ້ເຮັດຫຍັງກັບສົບຂອງອິດສະຣາເອນ ຫລັງຈາກອິດສະຣາເອນຕາຍ?

ໂຢເຊັບໄດ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ.

Genesis 50:4

ໂຢເຊັບໄດ້ຮ້ອງຂໍຫຍັງ ຕໍ່ຟາໂຣກ່ຽວກັບການຝັງສົບຂອງບິດາຂອງລາວ, ແລະເປັນຫຍັງລາວຈຶ່ງຂໍຮ້ອງນີ້?

ໂຢເຊັບໄດ້ຂໍຮ້ອງໃຫ້ສາມາດໄປທີ່ດິນການາອານເພື່ອຝັງສົບຂອງພໍ່ຂອງລາວ, ດັ່ງທີ່ພໍ່ຂອງລາວໄດ້ເຮັດໃຫ້ລາວສາບານຕົວ.

Genesis 50:7

ໃຜແດ່ທີ່ໄດ້ໄປກັບໂຢເຊັບເພື່ອຝັງອິດສະຣາເອນ?

ເຈົ້າຫນ້າທີ່ທັງຫມົດຂອງຟາໂຣ, ຜູ້ພິພາກສາຂອງຄົວເຮືອນ, ເຈົ້າຫນ້າທີ່ອາວຸໂສຂອງເອຢີບ, ຄອບຄົວຂອງໂຢເຊັບ, ອ້າຍຂອງໂຢເຊັບ, ຄອບຄົວຂອງພໍ່, ແລະ ລົດມ້າ ແລະ ລົດມ້າທັງຫມົດລ້ວນແຕ່ໄປກັບໂຢເຊັບ.

Genesis 50:10

ຊາວການາອານໄດ້ເວົ້າຫຍັງ ເມື່ອພວກເຂົາເຫັນໂຢເຊັບ ແລະຜູ້ທີ່ຢູ່ນຳລາວ?

ຊາວການາອານກ່າວວ່ານີ້ ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນເອຢິບທັງຫລາຍ.

Genesis 50:12

ໂຢເຊັບ ແລະ ອ້າຍນ້ອງຂອງລາວໄປໃສຫລັງຈາກຝັງພໍ່ຂອງພວກເຂົາ?

ໂຢເຊັບ ແລະ ອ້າຍນ້ອງຂອງລາວກັບຄືນສູ່ເອຢີບ.

Genesis 50:15

ພວກອ້າຍຂອງໂຢເຊັບກັງວົນຫຍັງຫລັງຈາກອິດສະຣາເອນຕາຍ?

ພວກອ້າຍຂອງໂຢເຊັບກັງວົນວ່າໂຢເຊັບຈະແກ້ແຄ້ນພວກເຂົາສຳລັບຄວາມຊົ່ວທັງຫມົດທີ່ພວກອ້າຍໄດ້ເຮັດຕໍ່ໂຢເຊັບ.

ພວກອ້າຍໄດ້ຂໍຮ້ອງໃຫ້ໂຢເຊັບເຮັດຫຍັງກ່ຽວກັບຄວາມຜິດທີ່ພວກເຂົາໄດ້ກະທຳຕໍ່ໂຢເຊັບ?

ພວກອ້າຍໄດ້ຂໍໃຫ້ໂຢເຊັບຍົກໂທດໃຫ້ພວກເຂົາສຳລັບຄວາມຜິດທີ່ພວກເຂົາໄດ້ກະທຳຕໍ່ໂຢເຊັບ.

Genesis 50:18

ພວກອ້າຍຂອງໂຢເຊັບໄດ້ເຮັດຫຍັງ ເມື່ອພວກເຂົາມາຮອດໂຢເຊັບ?

ເມື່ອພວກເຂົາມາຮອດໂຢເຊັບ, ພວກອ້າຍຂອງໂຢເຊັບໄດ້ກົ້ມຕົວລົງຕໍ່ຫນ້າເພິ່ນ.

ໂຢເຊັບເວົ້າສິ່ງດີຫຍັງແດ່ ທີ່ພຣະເຈົ້າໄດ້ເຮັດຜ່ານການກະທຳ ທີ່ຊົ່ວຮ້າຍຂອງພວກອ້າຍ?

ໂຢເຊັບໄດ້ກ່າວວ່າພຣະເຈົ້າ ໄດ້ເຮັດວຽກທີ່ດີໃນການຮັກສາຊີວິດຂອງຄົນເປັນຈຳນວນຫລວງຫລາຍ.

Genesis 50:22

ໂຢເຊັບມີຊີວິດຢູ່ດົນປານໃດ?

ໂຢເຊັບມີຊີວິດຢູ່ຫນຶ່ງຮ້ອຍສິບປີ.

Genesis 50:24

ໂຢເຊັບເວົ້າວ່າກຳລັງຈະເກີດຫຍັງຂຶ້ນກັບລາວ?

ໂຢເຊັບເວົ້າວ່າລາວກຳລັງຈະຕາຍ.

ໂຢເຊັບໄດ້ກ່າວຄຳສັນຍາອັນໃດທີ່ພຣະເຈົ້າຈະສຳເລັດສຳລັບເຊື້ອສາຍອິດສະຣາເອນ?

ໂຢເຊັບໄດ້ກ່າວວ່າພຣະເຈົ້າຈະມາຫາຜູ້ຄົນ ແລະ ນຳພວກເຂົາຂຶ້ນໄປສູ່ແຜ່ນດິນ ທີ່ພຣະເຈົ້າໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ, ແລະ ຢາໂຄບ.

ໂຢເຊັບໄດ້ເຮັດໃຫ້ຊາວອິດສະຣາເອນສາບານວ່າພວກເຂົາຈະເຮັດຫຍັງ?

ໂຢເຊັບໄດ້ສາບານໃຫ້ພວກເຂົາສາບານວ່າພວກເຂົາຈະເອົາກະດູກຂອງໂຢເຊັບອອກຈາກເອຢີບ ເມື່ອພວກເຂົາອອກຈາກເອຢີບ.

ມີຫຍັງເກີດຂື້ນກັບສົບຂອງໂຢເຊັບຫລັງຈາກລາວຕາຍ?

ສົບຂອງໂຢເຊັບໄດ້ຖືກຝັງໄວ້ ແລະ ເອົາໃສ່ໂລງສົບຢູ່ໃນເອຢິບ.