Genesis 42

Genesis 42:1

ຢາໂຄບສົ່ງໃຜໄປເອຢີບເພື່ອຊື້ເມັດພືດ?

ພວກອ້າຍສິບຄົນຂອງໂຢເຊັບ, ໂດຍບໍ່ມີເບັນຢາມິນ, ໄດ້ລົງໄປປະເທດເອຢີບເພື່ອຊື້ເມັດພືດ.

Genesis 42:5

ພວກອ້າຍຂອງໂຢເຊັບໄດ້ເຮັດຫຍັງ ເມື່ອພວກເຂົາມາຫາໂຢເຊັບເພື່ອຊື້ເມັດພືດ?

ພວກອ້າຍຂອງໂຢເຊັບໄດ້ກົ້ມຕົວລົງແທບຕົວລົງຕໍ່ຫນ້າລາວ.

Genesis 42:7

ໂຢເຊັບໄດ້ເຮັດຫຍັງ ເມື່ອລາວຮູ້ວ່າພວກເຂົາເປັນອ້າຍຂອງລາວ?

ໂຢເຊັບປອມຕົວເອງ ແລະ ເວົ້າຢ່າງໂຫດຮ້າຍກັບພວກອ້າຍ.

Genesis 42:9

ໂຢເຊັບໄດ້ກ່າວຫາຫຍັງຕໍ່ພວກອ້າຍຂອງລາວ?

ໂຢເຊັບໄດ້ກ່າວຫາພວກອ້າຍຂອງລາວວ່າເປັນຄົນສອດແນມ.

Genesis 42:12

ພວກອ້າຍຂອງໂຢເຊັບເວົ້າວ່ານ້ອງຊາຍຫລ້າຂອງພວກເຂົາຢູ່ໃສ?

ພວກອ້າຍຂອງໂຢເຊັບກ່າວວ່ານ້ອງຊາຍຫລ້າຂອງພວກເຂົາຢູ່ກັບພໍ່ຂອງລາວໃນແຜ່ນດິນການາອານ.

ພວກອ້າຍຂອງໂຢເຊັບເວົ້າວ່ານ້ອງຊາຍຂອງພວກເຂົາທີ່ຫາຍໄປຢູ່ໃສ?

ພວກອ້າຍຂອງໂຢເຊັບກ່າວວ່ານ້ອງຊາຍ​ອີກຄົນຫນຶ່ງກໍໄດ້ເສຍຊີວິດໄປແລ້ວ.

Genesis 42:14

ໂຢເຊັບໄດ້ທົດລອງຫຍັງແກ່ພວກອ້າຍຂອງລາວ ເພື່ອສະແດງວ່າພວກເຂົາບໍ່ແມ່ນຄົນສອດແນມ?

ໂຢເຊັບເວົ້າວ່າພວກອ້າຍຈະບໍ່ອອກຈາກປະເທດເອຢິບ, ເວັ້ນເສຍແຕ່ວ່ານ້ອງຊາຍຂອງພວກເຂົາເຂົ້າມາໃນອີຢີບ.

ໂຢເຊັບເອົາພວກອ້າຍຢູ່ບ່ອນໃດ ແລະ ດົນປານໃດ?

ໂຢເຊັບໄດ້ຂັງພວກອ້າຍໄວ້ໃນຄຸກເປັນເວລາສາມວັນ.

Genesis 42:18

ໂຢເຊັບໄດ້ບອກໃຫ້ພວກອ້າຍເຮັດຫຍັງເພື່ອຈະມີຊີວິດຢູ່ລອດ?

ໂຢເຊັບໄດ້ບອກພວກເຂົາວ່າໃຫ້ກັກຕົວຄົນຫນຶ່ງໄວ້ໃນຄຸກ, ໃນຂະນະທີ່ພວກອ້າຍຄົນອື່ນໆ ສາມາດເອົາເມັດພືດໄປທີ່ການາອານ ແລະ ກັບຄືນມາພ້ອມກັບເອົານ້ອງຊາຍຫລ້າ.

Genesis 42:21

ເປັນຫຍັງພວກອ້າຍຂອງໂຢເຊັບຈຶ່ງເຊື່ອວ່າບັນຫານີ້ໄດ້ເກີດຂື້ນກັບພວກເຂົາ?

ພວກເຂົາເຊື່ອວ່າເລືອດຂອງໂຢເຊັບໄດ້ເປັນເຫດໃຫ້ພວກເຂົາພົບພໍ້ສິ່ງທີ່ພວກເຂົາໄດ້ເຮັດກັບໂຢເຊັບ.

Genesis 42:23

ໂຢເຊັບໄດ້ເຮັດຫຍັງ ເມື່ອລາວໄດ້ຍິນພວກອ້າຍເວົ້າກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ລາວ?

ເມື່ອໂຢເຊັບໄດ້ຍິນພວກອ້າຍເວົ້າກ່ຽວກັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ລາວ, ໂຢເຊັບໄດ້ຫັນໄປຈາກພວກເຂົາ ແລະ ຮ້ອງໄຫ້.

ໂຢເຊັບໄດ້ເອົາສິ່ງໃດໄວ້ໃນກະສອບຂອງອ້າຍແຕ່ລະຄົນ?

ໂຢເຊັບໄດ້ເອົາເງິນຂອງອ້າຍແຕ່ລະຄົນໃສ່ໃນກະສອບຂອງພວກເຂົາ.

Genesis 42:26

ພວກອ້າຍຕອບສະຫນອງແນວໃດເມື່ອພວກເຂົາຮູ້ວ່າກະສອບຂອງອ້າຍຄົນຫນຶ່ງມີເງິນຢູ່ໃນຖົງ?

ຫົວໃຈຂອງພວກເຂົາຈົມລົງ ແລະ ພວກເຂົາເວົ້າດ້ວຍຕົວສັ່ນຕໍ່ກັນ.

ອ້າຍໄດ້ຕຳນິໃຜຕໍ່ບັນຫາຂອງພວກເຂົາພົບພໍ້ໃນປະຈຸບັນ?

ພວກອ້າຍໄດ້ຖິ້ມໂທດໃສ່ພຣະເຈົ້າ, ຖາມວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງນີ້ກັບພວກເຂົາ.

Genesis 42:29

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 42:33

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 42:35

ພວກອ້າຍ ແລະ ຢາໂຄບໄດ້ຮຽນຮູ້ຫຍັງເມື່ອພວກເຂົານຳເຂົ້າ​ອອກຈາກກະສອບ?

ພວກເຂົາຮູ້ວ່າເງິນຂອງຜູ້ຊາຍທຸກຄົນແມ່ນຢູ່ໃນກະສອບຂອງພວກເຂົາ.

ຢາໂຄບຢ້ານວ່າຈະເກີດຫຍັງຂຶ້ນຍ້ອນສະພາບການຂອງພວກເຂົາ?

ຢາໂຄບຢ້ານວ່າຊີເມໂອນ ແລະ ເບັນຍາມີນຈະຖືກຈັບໄປຈາກລາວ.

Genesis 42:37

ຣູເບັນໄດ້ສາບານແນວໃດກັບຢາໂຄບ?

ຮູເບັນໄດ້ສາບານຕົວເພື່ອນຳເບັນຢາມິນກັບມາຈາກເອຢີບ; ຖ້າບໍ່ດັ່ງນັ້ນ, ລູກຊາຍສອງຄົນຂອງຣູເບັນອາດຈະຖືກຂ້າຕາຍ.

ຢາໂຄບໄດ້ຍອມໃຫ້ຮູເບັນເອົາເບັນຢາມິນໄປປະເທດເອຢີບບໍ?

ບໍ່, ຢາໂຄບບໍ່ຍອມໃຫ້ຣູເບັນເອົາເບັນຢາມິນໄປປະເທດເອຢີບ.

ຢາໂຄບເວົ້າວ່າຈະເກີດຫຍັງຂຶ້ນກັບລາວຖ້າເບັນຢາມິນຕາຍ?

ຢາໂຄບກ່າວວ່າລາວຈະຕາຍໄປກັບຄວາມໂສກເສົ້າສູ່ດິນແດນເຊໂອນ ຖ້າເບັນຢາມິນຕາຍ.