Genesis 39

Genesis 39:1

ໃຜຊື້ໂຢເຊັບຢູ່ປະເທດເອຢີບ?

ໂປຕີຟາ, ຜູ້ບັນຊາການ​ອົງຄະລັກ​ຂອງ​ກະສັດຟາໂຣໄດ້ຊື້ໂຢເຊັບ ໃນປະເທດເອຢິບ.

Genesis 39:3

ເປັນຫຍັງໂຢເຊັບຈຶ່ງຈະເລີນຮຸ່ງເຮືອງຢູ່ໃນເອຢີບ?

ໂຢເຊບມີຄວາມຮຸ່ງເຮືອງຍ້ອນວ່າພຣະຢາເວຢູ່ກັບລາວ.

Genesis 39:5

ໂປຕີຟາໄດ້ມອບຫຍັງແດ່ພາຍໃຕ້ການເບິ່ງແຍງຂອງໂຢເຊັບ?

ໂປຕີຟາມອບທຸກສິ່ງທີ່ລາວມີຢູ່ພາຍໃຕ້ການເບິ່ງແຍງຂອງໂຢເຊັບ.

Genesis 39:7

ເມຍຂອງໂປຕີຟາໄດ້ຂໍໃຫ້ໂຢເຊັບເຮັດຫຍັງ?

ເມຍຂອງໂປຕີຟາໄດ້ຂໍໃຫ້ໂຢເຊັບນອນກັບນາງ.

ໂຢເຊັບຕອບສະຫນອງຕໍ່ຄຳຮ້ອງຂໍຂອງເມຍຂອງໂປຕີຟາແນວໃດ?

ໂຢເຊັບປະຕິເສດ ແລະ ກ່າວວ່າລາວບໍ່ສາມາດກະທຳຄວາມຊົ່ວຮ້າຍ ແລະ ບາບທີ່ຍິ່ງໃຫຍ່ນີ້ຕໍ່ພຣະເຈົ້າ.

Genesis 39:10

ໂຢເຊັບໄດ້ເຮັດຫຍັງເມື່ອເມຍຂອງໂປຕີຟາຈັບລາວໂດຍເສື້ອຜ້າຂອງລາວ?

ໂຢເຊັບໄດ້ປ່ອຍເສື້ອຜ້າຂອງຕົນໄວ້ໃນມືຂອງນາງ ແລະ ແລ່ນຫນີໄປທາງນອກ.

Genesis 39:13

ເມຍຂອງໂປຕີຟາໄດ້ກ່າວຫາໂຢເຊັບວ່າແນວໃດ?

ນາງໄດ້ກ່າວຫາລາວວ່າພະຍາຍາມ​ລ່ວງເກີນນາງ ເພື່ອທີ່ຈະຫລັບນອນ​ກັບເຮົາ.

Genesis 39:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 39:19

ໂປຕີຟາໄດ້ເຮັດຫຍັງເມື່ອໄດ້ຍິນຂໍ້ກ່າວຫາຕໍ່ໂຢເຊັບ?

ໂປຕີຟາໄດ້ໂກດແຄ້ນຫລາຍ ແລະ ໄດ້ຈັບໂຢເຊັບເຂົ້າຄຸກ.

Genesis 39:21

ໃນເວລານີ້, ພຣະຢາເວໄດ້ສະແດງຫຍັງແກ່ໂຢເຊັບ?

ພຣະຢາເວສະແດງຄວາມຊື່ສັດຕໍ່ພັນທະສັນຍາກັບໂຢເຊັບໃນເວລານີ້.

ເຈົ້າຫນ້າທີ່ຄຸມຄຸກໄດ້ມອບຫຍັງແດ່ພາຍໃຕ້ການເບິ່ງແຍງຂອງໂຢເຊັບ?

ເຈົ້າຫນ້າທີ່ຄຸມຄຸກໄດ້ມອບນັກໂທດທຸກຄົນໃຫ້ຢູ່ພາຍໃຕ້ການເບິ່ງແຍງຂອງໂຢເຊັບ.

ຜົນໄດ້ຮັບຂອງທຸກຢ່າງທີ່ໂຢເຊັບໄດ້ເຮັດແມ່ນຫຍັງ ແລະຍ້ອນຫຍັງ?

ທຸກສິ່ງທີ່ໂຢເຊັບໄດ້ເຮັດ, ພຣະຢາເວຊົງໃຫ້ເກີດມີຄວາມຮຸ່ງເຮືອງ.