Genesis 34

Genesis 34:1

​ຊີເຄມ, ລູກຊາຍຂອງຮາໂມໄດ້ເຮັດຫຍັງ, ເມື່ອລາວເຫັນນາງດີນາ, ລູກສາວຂອງເລອາ?

ຊີເຄມໄດ້ຈັບນາງດີນາ, ໄດ້ບັງຄັບຂືນໃຈນາງ, ແລະໄດ້ຫລັບນອນກັບນາງ.

Genesis 34:4

ທຳອິດຢາໂຄບໄດ້ເຮັດຫຍັງ ເມື່ອລາວໄດ້ຍິນກ່ຽວກັບສິ່ງທີ່ເກີດຂື້ນກັບນາງດີນາ?

ຢາໂຄບຄຸມສະຕິສະຫງົບຈົນກ່ວາພວກລູກຊາຍຂອງລາວມາຈາກທົ່ງນາ.

Genesis 34:6

ລູກຊາຍຂອງຢາໂຄບມີປະຕິກິລິຍາແນວໃດ ເມື່ອພວກເຂົາໄດ້ຍິນສິ່ງທີ່ຊີເຄມໄດ້ເຮັດກັບດີນາ?

ພວກລູກຊາຍຂອງຢາໂຄບໃຈຮ້າຍຫລາຍ.

Genesis 34:8

ຮາໂມ, ພໍ່ຂອງຊີເຄມ, ຢາກໃຫ້ຢາໂຄບເຮັດຫຍັງ?

ນາງຮາໂມຕ້ອງການໃຫ້ຢາໂຄບໃຫ້ນາງດີນາໃຫ້ນາງຊີເຄມເປັນເມຍຂອງລາວ, ແລະອະນຸຍາດໃຫ້ຄອບຄົວຂອງຢາໂຄບສາມາດກຽວດອງກັບຄອບຄົວຂອງນາງຮາໂມໄດ້.

Genesis 34:11

ຊີເຄມເວົ້າວ່າລາວເຕັມໃຈທີ່ຈະເຮັດຫຍັງເພື່ອໃຫ້ໄດ້ດີນາເປັນພັນລະຍາຂອງລາວ?

ຊີເຄມກ່າວວ່າລາວຈະຈ່າຍລາຄາເຈົ້າສາວເປັນຄ່າ​ດອງ​ທອງຫມັ້ນຈຳນວນມະຫາສານ ແລະ ຂອງຂວັນຕາມໃຈຂອງທ່ານ.

ພວກລູກຊາຍຂອງຢາໂຄບຕອບຊີເຄມໃນທາງໃດ ແລະຍ້ອນຫຍັງ?

ພວກລູກຊາຍຂອງຢາໂຄບໄດ້ຕອບຫລອກລວງຊີເຄມ, ເພາະວ່າຊີເຄມໄດ້ເຮັດໃຫ້ດີນາເຊື່ອມເສຍ.

Genesis 34:14

ພວກລູກຊາຍຂອງຢາໂຄບໄດ້ຂໍໃຫ້ຮາໂມເຮັດຫຍັງກ່ອນ ພວກເຂົາຈະຕົກລົງທີ່ຈະແຕ່ງງານກັບຄອບຄົວຂອງຮາໂມ?

ພວກລູກຊາຍຂອງຢາໂຄບໄດ້ຮຽກຮ້ອງໃຫ້ຜູ້ຊາຍທຸກຄົນໃນຄອບຄົວຂອງຮາໂມໄດ້ເຂົ້າພິທີຕັດ.

Genesis 34:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 34:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 34:22

ເມື່ອເວົ້າກັບພວກຜູ້ຊາຍໃນເມືອງຂອງເຂົາ, ຮາໂມ ແລະ ຊີເຄມເວົ້າວ່າຈະເປັນແນວໃດຖ້າວ່າພວກເຂົາໄດ້ແຕ່ງດອງກັບຄອບຄົວຂອງຢາໂຄບ?

ພວກເຂົາກ່າວວ່າການລ້ຽງສັດ, ຊັບສິນແລະສັດທັງຫມົດ ຂອງຢາໂຄບຈະເປັນຂອງພວກເຂົາຖ້າພວກເຂົາຈະແຕ່ງດອງກັບຄອບຄົວຂອງຢາໂຄບ.

Genesis 34:24

ຜູ້ຊາຍໃນເມືອງຮາໂມໄດ້ຕອບສະຫນອງແນວໃດ ເມື່ອຖືກຖາມວ່າພວກເຂົາເຕັມໃຈທີ່ຈະໄດ້ຮັບການຕັດ?

ພວກຜູ້ຊາຍໃນເມືອງຮາໂມໄດ້ຟັງຮາໂມ ແລະ ຊີເຄມ ແລະຊາຍທຸກຄົນໄດ້ຮັບພິທີຕັດ.

​ຊີເມໂອນ ​ແລະ​ເລວີ​ໄດ້ເຮັດຫຍັງໃນມື້ທີສາມຫລັງຈາກພວກຜູ້ຊາຍທີ່ມາຈາກຄອບຄົວຂອງນາງຮາໂມໄດ້ຮັບການພິທີຕັດ?

​ຊີເມໂອນ ​ແລະ​ເລວີ​ຂ້າຊາຍທັງຫມົດໃນເມືອງຂອງຮາໂມ.

Genesis 34:27

ແລ້ວພວກລູກຊາຍຂອງຢາໂຄບໄດ້ເຮັດຫຍັງ?

ລູກຊາຍທັງຫມົດຂອງຢາໂຄບໄດ້ລັກເອົາເມືອງໄປ, ຍຶດເອົາຊັບສົມບັດທັງຫມົດ, ແລະຈັບກຸມເດັກນ້ອຍ ແລະ ເມຍ.

Genesis 34:30

ຢາໂຄບຕອບສະຫນອງແນວໃດເມື່ອລາວຮູ້ກ່ຽວກັບສິ່ງທີ່ຊີເມໂອນ ແລະ ເລວີໄດ້ເຮັດ?

ຢາໂຄບກ່າວວ່າຊີໂອນ ແລະ ເລວີໄດ້ສ້າງຄວາມເດືອດຮ້ອນໃຫ້ລາວເພາະວ່າປະຊາຊົນໃນແຜ່ນດິນນີ້ອາດຈະທຳລາຍລາວແລະ ຄອບຄົວຂອງລາວ.

ເປັນຫຍັງ​ຊີເມໂອນ ​ແລະ​ເລວີ​ເວົ້າວ່າພວກເຂົາໄດ້ເຮັດມັນ?

​ຊີເມໂອນ ​ແລະ​ເລວີ​ກ່າວວ່າພວກເຂົາໄດ້ເຮັດເພາະວ່າ ຊີເຄມໄດ້ປະຕິບັດຕໍ່ນ້ອງສາວຂອງພວກເຂົາຄືກັບເປັນຍິງໂສເພນີ.