Genesis 16

Genesis 16:1

ຊາຣາຍມີຄວາມຄິດແນວໃດຕໍ່ຄຳສັນຍາວ່າຈະໃຫ້ອັບຣາມມີລູກຫລານ?

ຊາຣາຍບອກອັບຣາມໃຫ້ນອນກັບຜູ້ຮັບໃຊ້ຂອງນາງ, ຮາກາ, ເພື່ອຈະມີລູກໂດຍນາງ.

ມີຫຍັງເກີດຂຶ້ນລະຫວ່າງຮາກາ ແລະ ຊາຣາຍໃນເວລາທີ່ ຮາກາຕັ້ງທ້ອງກັບອັບຣາມ?

ຫລັງຈາກນາງຮາກາຕັ້ງທ້ອງແລ້ວ, ຮາກາໄດ້ເບິ່ງຊາຣາຍດ້ວຍຄວາມດູຫມິ່ນ.

Genesis 16:5

ຊາຣາຍໄດ້ຮ້ອງທຸກອັນໃດແກ່ອັບຣາມ ແລະ ອັບຣາມຕອບສະຫນອງແນວໃດ?

ຊາຣາຍຈົ່ມວ່າມັນແມ່ນຄວາມຜິດຂອງອັບຣາມທີ່ ຮາກາດູຫມິ່ນນາງ, ແລະອັບຣາມບອກຊາຣາຍໃຫ້ເຮັດໃນສິ່ງທີ່ນາງຄິດວ່າດີທີ່ສຸດ ກັບຮາກາ.

ຊາຣາຍປະຕິບັດຕໍ່ນາງຮາກາແນວໃດ ຫລັງຈາກທີ່ນາງຮາກາໄດ້ມີລູກ, ແລະນາງຮາກາໄດ້ເຮັດຫຍັງ?

ຊາຣາຍປະຕິບັດຕໍ່ຮາກາດ້ວຍຄວາມທາລຸນ, ແລະຮາກາໄດ້ລົບຫນີໄປ.

Genesis 16:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 16:9

ໃນຖິ່ນແຫ້ງແລ້ງກັນດານ, ທູດສະຫວັນຂອງພຣະຢາເວ ໄດ້ບອກໃຫ້ນາງຮາກາເຮັດຫຍັງ?

ທູດສະຫວັນຂອງພຣະຢາເວ ໄດ້ບອກຮາກາໃຫ້ກັບຄືນໄປ ຫາຊາຣາຍ ແລະ ມອບຕົວຂອງນາງໃຫ້ຢູ່ໃຕ້ອໍານາດຂອງນາງ.

ທູດສະຫວັນຂອງພຣະຢາເວໄດ້ສັນຍາຫຍັງກັບນາງຮາກາ?

ທູດຂອງພຣະເຈົ້າຢາເວໄດ້ສັນຍາກັບນາງຮາກາວ່າ ລູກຫລານຂອງນາງຈະມີຈຳນວນຫລວງຫລາຍເກີນທີ່ຈະນັບໄດ້.

Genesis 16:11

ເປັນຫຍັງນາງຮາກາຈຶ່ງຖືກບອກໃຫ້ຕັ້ງຊື່ລູກຊາຍຂອງນາງອິດຊະມາເອນ?

ຮາກາໄດ້ຖືກບອກໃຫ້ຕັ້ງຊື່ລູກຊາຍຂອງນາງ ອິດຊະມາເອນເພາະວ່າພຣະຢາເວໄດ້ຍິນຄວາມທຸກທໍລະມານຂອງນາງ.

ອິດຊະມາເອນຈະປະຕິບັດຕໍ່ຄົນອື່ນແນວໃດ?

ອິດຊະມາເອນຈະເປັນສັດຕູຕໍ່ຕ້ານທຸກໆຄົນ, ແລະຈະຢູ່ຫ່າງຈາກພີ່ນ້ອງຂອງລາວທັງຫມົດ.

Genesis 16:13

ຮາກາໄດ້ຕັ້ງຊື່ຫຍັງແກ່ພຣະຢາເວ?

ຮາກາໄດ້ຕັ້ງຊື່ໃຫ້ ພຣະຢາເວວ່າ, "ພຣະເຈົ້າທີ່ເຫັນຂ້ານ້ອຍ".

Genesis 16:15

ອັບຣາມມີອາຍຸເທົ່າໃດເມື່ອອິດຊະມາເອນເກີດມາ?

ອັບຣາມມີອາຍຸໄດ້ແປດສິບຫົກປີເມື່ອອິດຊະມາເອນເກີດ.