Genesis 14

Genesis 14:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 14:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 14:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 14:10

ມີຫຍັງເກີດຂຶ້ນທີ່ເມືອງໂຊໂດມ ເຊິ່ງເປັນຜົນມາຈາກການສູ້ຮົບຂອງບັນດາກະສັດຢູ່ໃນຮ່ອມເຂົາສິດດິມ?

ເຄື່ອງຂອງທັງຫມົດຂອງເມືອງໂຊໂດມຖືກກວດເອົາໄປ, ແລະຕົວໂລດ ແລະ ຊັບສິນທັງຫມົດຂອງລາວກໍ່ຖືກຍຶດໄປ.

Genesis 14:13

ອັບຣາມໄດ້ເຮັດຫຍັງໃນເວລາທີ່ລາວຖືກບອກວ່າໂລດຖືກຈັບໄປ?

ອັບຣາມໄດ້ເຕົ້າໂຮມບັນດາຜູ້ຊາຍທີ່ໄດ້ຮັບການຝຶກແບບຈຳນວນ 318 ຄົນເພື່ອຕິດຕາມໄລ່ລ່າພວກເຂົາ.

Genesis 14:15

ຢູ່ໃກ້ກັບເມືອງໃຫຍ່ອັນໃດທີ່ອັບຣາມໄດ້ຕໍ່ສູ້ກັບບັນດາກະສັດ, ແລະຜົນຂອງການສູ້ຮົບມີຄືແນວໃດ?

ອັບຣາມໄດ້ຕໍ່ສູ້ບັນດາກະສັດຢູ່ທາງພາກເຫນືອຂອງເມືອງດາມັສກັດ, ແລະ ລາວໄດ້ນຳເອົາຊັບສົມບັດ, ໂລດ, ແລະຄົນອື່ນໆກັບມານຳ.

Genesis 14:17

ກະສັດສອງຄົນໃດໄດ້ພົບກັບອັບຣາມໃນເວລາທີ່ລາວກັບມາ?

ກະສັດຂອງເມືອງໂຊໂດມ ແລະ ເມນຄີເຊເດັກ, ກະສັດຂອງເມືອງຊາເລັມ, ໄດ້ພົບກັບອັບຣາມເມື່ອລາວກັບຄືນມາ.

ຄວາມສຳພັນຂອງເມນຄີເຊເດັກກັບພຣະເຈົ້າມີຄືແນວໃດ?

ເມນຄີເຊເດັກເປັນປະໂລຫິດຂອງພຣະເຈົ້າອົງສູງສຸດ.

ເມນຄີເຊເດັກໄດ້ນຳຫຍັງມາກັບລາວເມື່ອລາວພົບກັບອັບຣາມ?

ເມນຄີເຊເດັກໄດ້ເອົາເຂົ້າຈີ່ ແລະ ເຫລົ້າອະງຸ່ນມາກັບລາວເມື່ອລາວພົບກັບອັບຣາມ.

Genesis 14:19

ເມນຄີເຊເດັກເວົ້າຫຍັງກັບອັບຣາມ?

ເມນຄີເຊເດັກໄດ້ອວຍພອນອັບຣາມ, ແລະ ອວຍພອນພຣະເຈົ້າອົງສູງສຸດ.

ອັບຣາມໄດ້ເຮັດຫຍັງຫລັງຈາກທີ່ເມນຄີເຊເດັກໄດ້ເວົ້າກັບລາວ?

ອັບຣາມໃຫ້ເງິນສ່ວນຫນຶ່ງສ່ວນສິບຂອງທຸກສິ່ງ ແກ່ເມນຄີເຊເດັກ.

Genesis 14:21

ກະສັດໂຊໂດມໄດ້ສະຍື່ນຂໍ້ສະເຫນີຫຍັງຕໍ່ກັບອັບຣາມ?

ກະສັດແຫ່ງເມືອງໂຊໂດມໄດ້ສະເຫນີໃຫ້ອັບຣາມຮັກສາຊັບສິນທຸກຢ່າງ, ຖ້າວ່າອັບຣາມມອບປະຊາຊົນໃຫ້ແກ່ກະສັດ.

ເປັນຫຍັງອັບຣາມຈຶ່ງບໍ່ຕ້ອງການຊັບສົມບັດໃດໆ?

ອັບຣາມໄດ້ຍົກມືຂຶ້ນຕໍ່ພຣະຜູ້ເປັນເຈົ້າ, ອົງສູງສຸດ, ແລະບໍ່ຕ້ອງການໃຫ້ກະສັດໂຊໂດມຮູ້ວ່າແມ່ນອົງພຣະຜູ້ເປັນເຈົ້າທີ່ເຮັດໃຫ້ ອັບຣາມ ກາຍເປັນຄົນຮັ່ງມີ.

ອັບຣາມໄດ້ຕອບສະຫນອງແນວໃດຕໍ່ການສະເຫນີຂອງກະສັດໂຊໂດມ?

ອັບຣາມກ່າວວ່າລາວບໍ່ຕ້ອງການສິ່ງຂອງໃດໆ ນອກຈາກສິ່ງທີ່ພວກຜູ້ຊາຍໄດ້ກິນ ແລະ ແບ່ງປັນໃຫ້ຜູ້ຊາຍທີ່ໄປນຳລາວ.