Genesis 13

Genesis 13:1

ຫລັງຈາກອອກຈາກປະເທດເອຢີບອັບຣາມເດີນທາງໄປບ່ອນໃດ?

ອັບຣາມເດີນທາງໄປຍັງເນເກບ.

ອັບຣາມໄດ້ເອົາຫຍັງໄປກັບລາວ?

ອັບຣາມໄດ້ນຳເອົາສັດຈຳນວນຫລວງຫລາຍ, ແລະ ຊັບສິນເງິນ ແລະ ຄຳ ຈຳນວນຫລາຍ.

Genesis 13:3

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 13:5

ເປັນຫຍັງຈຶ່ງມີການຜິດຖຽງກັນລະຫວ່າງຄົນລ້ຽງສັດຂອງ ອັບຣາມ ແລະ ຄົນລ້ຽງສັດຂອງໂລດ?

ມີການຂັດແຍ້ງກັນເພາະວ່າແຜ່ນດິນດັ່ງກ່າວບໍ່ສາມາດພຽງພໍສຳລັບລ້ຽງສັດຂອງອັບຣາມ ແລະ ໂລດ ກັບຈຳນວນສັດທັງຫມົດຂອງພວກເຂົາ.

Genesis 13:8

ອັບຮາມໄດ້ສະເຫນີຫຍັງກັບໂລດ?

ອັບຣາມໄດ້ສະເຫນີໃຫ້ໂລດເລືອກບ່ອນຢູ່ກ່ອນ ແລະ ຫລັງຈາກນັ້ນອັບຣາມຈະຊອກບ່ອນຢູ່ບ່ອນທີ່ລາວ ຢູ່ຫ່າງຈາກ ໂລດ.

Genesis 13:10

ໂລດເລືອກທີ່ຈະອາໄສຢູ່ໃສ ແລະ ຍ້ອນຫຍັງ?

ໂລດເລືອກທີ່ຈະຍ້າຍອອກໄປທາງທິດຕາເວັນອອກ ແລະ ອາໄສຢູ່ໃນທົ່ງພຽງແມ່ນໍ້າຈໍແດນ ເພາະວ່າມັນເປັນນໍ້າທີ່ອຸດົມດີ.

Genesis 13:12

ອັບຣາມອາໄສຢູ່ບ່ອນໃດ?

ອັບຣາມອາໄສຢູ່ໃນແຜ່ນດິນການາອານ.

ປະຊາຊົນທີ່ອາໄສຢູ່ເມືອງໂຊໂດມເປັນຄົນປະເພດໃດ?

ປະຊາຊົນໃນເມືອງໂຊໂດມເປັນຄົນບາບທີ່ຊົ່ວຮ້າຍຕໍ່ສູ້ ພຣະຢາເວ.

Genesis 13:14

ໃນເວລານີ້, ພຣະຢາເວເວົ້າວ່າລາວຈະໃຫ້ຫຍັງແກ່ອັບຣາມ?

ພຣະຢາເວສັນຍາວ່າເນື້ອທີ່ດິນທັງຫມົດທີ່ອັບຮາມສາມາດແນມເຫັນໄດ້ຈາກບ່ອນທີ່ລາວຢືນຢູ່ຈະຖືກມອບໃຫ້ແກ່ລາວ.

Genesis 13:16

ພຣະຢາເວກ່າວວ່າອັບຣາຮາມຈະມີເຊື້ອສາຍຫລາຍປານໃດ?

ພຣະຢາເວບອກກັບອັບຣາມວ່າລາວຈະມີລູກຫລານຫລາຍເກີນທີ່ລາວສາມາດນັບໄດ້ "ເຫມືອນດັ່ງຜົງຂີ້ຝຸ່ນດິນດັ່ງນັ້ນຖ້າໃຜສາມາດນັບຜົງຂີ້ຝຸ່ນດິນ."

ຫລັງຈາກນັ້ນອັບຣາມໄດ້ຍ້າຍໄປເມືອງໃດ?

ອັບຣາມໄດ້ຍ້າຍໄປຢູ່ໃກ້ເມືອງເຮັບໂຣນ.