Genesis 12

Genesis 12:1

ໃນຂະນະທີ່ອັບຣາມກຳລັງອາໄສຢູ່ໃນເມືອງຮາຣານ, ພຣະຢາເວໄດ້ບອກອັບຣາມໃຫ້ເຮັດຫຍັງ?

ພຣະຢາເວໄດ້ບອກອັບຣາມໃຫ້ອອກຈາກຄອບຄົວຂອງພໍ່ຂອງລາວ ແລະ ໄປທີ່ດິນທີ່ລາວຈະສະແດງແກ່ອັບຣາມ.

ພຣະຢາເວໄດ້ສັນຍາຫຍັງກັບອັບຣາມ?

ພຣະຢາເວໄດ້ສັນຍາວ່າລາວຈະອວຍພອນອັບຣາມ, ເຮັດໃຫ້ລາວເປັນຊົນຊາດທີ່ຍິ່ງໃຫຍ່, ແລະ ອວຍພອນຄອບຄົວທັງຫມົດໃນແຜ່ນດິນໂລກໂດຍຜ່ານລາວ.

Genesis 12:4

ແມ່ນໃຜທີ່ຮ່ວມເດີນທາງກັບອັບຣາມ?

ອັບຣາມເດີນທາງກັບຊາຣາຍ, ພັນລະຍາຂອງລາວ, ແລະ ໂລດ, ລູກຊາຍຂອງອ້າຍຂອງລາວ.

ອັບຣາມໄດ້ເດີນທາງໄປຍັງດິນແດນໃດ?

ອັບຣາມໄດ້ເດີນທາງໄປຍັງດິນແດນການາອານ.

Genesis 12:6

ເມື່ອພຣະຢາເວປະກົດຕົວແກ່ອັບຣາມ, ພຣະອົງໄດ້ສັນຍາຫຍັງກັບອັບຣາມ?

ເມື່ອພຣະຢາໄດ້ສັນຍາວ່າລູກຫລານຂອງອັບຣາມຈະຢູ່ໃນການາອານ.

Genesis 12:8

ອັບຣາມໄດ້ນະມັດສະການພຣະຢາເວແນວໃດ?

ອັບຣາມໄດ້ສ້າງແທ່ນບູຊາໃຫ້ແກ່ພຣະຢາເວ ແລະ ເອີ້ນພຣະນາມຊື່ຂອງພຣະຢາເວ.

Genesis 12:10

ເມື່ອອອກຈາກການາອານ, ອັບຣາມໄດ້ເດີນທາງໄປໃສ?

ເມື່ອອອກຈາກການາອານ, ອັບຣາມໄດ້ເດີນທາງໄປເອຢີບ.

ອັບຣາຮາມມີຄວາມກັງວົນຫຍັງໃນຂະນະທີ່ລາວເຂົ້າໄປໃນເອຢີບ?

ອັບຣາມກັງວົນວ່າຊາວເອຢີບຈະຂ້າລາວ ແລະ ເອົາເມຍຂອງລາວ ຊາຣາຍ ເພາະວ່ານາງງາມ.

ອັບຣາມໄດ້ຂໍຫຍັງກັບຊາຣາຍເພື່ອບອກຊາວເອຢີບກ່ຽວກັບຕົວນາງເອງ?

ອັບຣາມໄດ້ຂໍຮ້ອງໃຫ້ຊາຣາຍບອກຊາວເອຢີບວ່ານາງແມ່ນນ້ອງສາວຂອງອັບຣາມ.

Genesis 12:14

ມີຫຍັງເກີດຂຶ້ນກັບຊາຣາຍ ເມື່ອພວກເຂົາເຂົ້າໄປໃນເອຢີບ?

ກະສັດຟາໂຣໄດ້ເອົາຊາຣາຍເຂົ້າໄປໃນຣາຊະວັງຂອງລາວ.

Genesis 12:17

ໃນເວລານີ້ມີຫຍັງເກີດຂື້ນກັບຟາໂຣ?

ພຣະຢາເວໄດ້ຊົງເຮັດໃຫ້ເກີດໄພພິບັດຮ້າຍແຮງກັບຟາໂຣ ແລະຣາຊະວົງຂອງພະອົງ.

ຟາໂຣໄດ້ຖາມຄຳຖາມຫຍັງຕໍ່ອັບຣາມ?

ຟາໂຣໄດ້ຊົງເອີ້ນອັບຣາມ ຖາມວ່າ, ເປັນຫຍັງເຈົ້າບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ.

ຟາໂຣໄດ້ເຮັດຫຍັງກັບອັບຣາມ ແລະຊາຣາ?

ຟາໂຣໄດ້ສົ່ງ ອັບຣາມ ແລະ ຊາຣາຍໄປ.