Genesis 9

Genesis 9:1

ພຣະເຈົ້າບອກໃຫ້ໂນອາ ແລະ ລູກຊາຍຂອງທ່ານເຮັດຫຍັງຫລັງຈາກທີ່ພວກເຂົາອອກໄປຈາກເຮືອ?

ພຣະເຈົ້າບອກໂນອາ ແລະ ລູກຊາຍຂອງລາວມີລູກຫລານໃຫ້ມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ.

Genesis 9:3

ຕອນນີ້ອາຫານທີ່ພຣະເຈົ້າໄດ້ໃຫ້ໂນອາ ແລະ ລູກຊາຍຂອງລາວແມ່ນຫຍັງ?

ພຣະເຈົ້າໃຫ້ໂນອາ ແລະ ລູກຊາຍມີທັງພືດສີຂຽວ ແລະ ສິ່ງທີ່ມີຊີວິດທຸກຢ່າງທີ່ເຄື່ອນທີ່ເປັນອາຫານ.

ພຣະເຈົ້າສັ່ງຫ້າມບໍ່ໃຫ້ກິນຊີ້ນແນວໃດ?

ພຣະເຈົ້າສັ່ງຫ້າມບໍ່ໃຫ້ກິນຊີ້ນສັດທີ່ຍັງມີເລືອດ.

ພຣະເຈົ້າໄດ້ເວົ້າວ່າມີຫຍັງໃນເລືອດ?

ພຣະເຈົ້າກ່າວວ່າຊີວິດແມ່ນຢູ່ໃນເລືອດ.

Genesis 9:5

ພຣະເຈົ້າໄດ້ປະກາດຫຍັງ ເປັນການລົງໂທດສຳລັບການເຮັດໃຫ້ເລືອດຂອງຜູ້ຊາຍໄຫລ?

ພຣະເຈົ້າປະກາດວ່າຜູ້ທີ່ເຮັດໃຫ້ເລືອດຂອງຜູ້ຊາຍໄຫລ ຕ້ອງທົດແທນດ້ວຍເລືອດຂອງຜູ້ນັ້ນ.

ພຣະເຈົ້າໄດ້ສ້າງມະນຸດໃນຮູບແບບຂອງໃຜ?

ພຣະເຈົ້າໄດ້ສ້າງມະນຸດໃນຮູບຂອງພຣະເຈົ້າ.

Genesis 9:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 9:11

ພຣະເຈົ້າໄດ້ໃຫ້ສັນຍາລັກອັນໃດແດ່ທີ່ ພຣະອົງໄດ້ເຮັດສັນຍາກັບແຜ່ນດິນໂລກ?

ພຣະເຈົ້າໄດ້ວາງຮຸ້ງໄວ້ໃນເມກເປັນເຄື່ອງຫມາຍຂອງພັນທະສັນຍາທີ່ພຣະອົງໄດ້ເຮັດກັບແຜ່ນດິນໂລກ.

Genesis 9:14

ພຣະເຈົ້າໄດ້ສັນຍາອັນໃດກັບທຸກສິ່ງທີ່ອາໄສຢູ່ເທິງແຜ່ນດິນໂລກ?

ພຣະເຈົ້າຊົງໄດ້ໃຫ້ຄຳສັນຍາແຫ່ງພັນທະສັນຍາທີ່ວ່າສິ່ງທີ່ມີຊີວິດທັງຫມົດຈະບໍ່ຖືກທຳລາຍຍ້ອນນໍ້າຖ້ວມ.

Genesis 9:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 9:18

ລູກຊາຍສາມຄົນຂອງໂນອາມີຊື່ວ່າແນວໃດ?

ຊື່ຂອງລູກຊາຍສາມຄົນຂອງໂນອາມີຊື່ ເຊມ, ຮາມ ແລະ ຢາເຟດ.

Genesis 9:20

ມີຫຍັງເກີດຂື້ນກັບໂນອາຫລັງຈາກທີ່ລາວປູກສວນອະງຸ່ນ?

ຫລັງຈາກລາວປູກສວນອະງຸ່ນແລ້ວ, ໂນອາໄດ້ດື່ມເຫລົ້າແວງ ແລະ ເມົາເຫລົ້າ.

Genesis 9:22

ເຊມ ແລະ ຢາເຟດໄດ້ປົກປິດຄວາມເປືອຍກາຍຂອງພໍ່ຂອງພວກເຂົາແນວໃດ?

ເຊມ ແລະ ຢາເຟດໄດ້ຍ່າງໄປທາງຫລັງດ້ວຍເສື້ອຜ້າ, ໃນຂະນະທີ່ຫັນໄປອີກທາງຫນຶ່ງ, ເພື່ອປົກປິດຄວາມເປືອຍກາຍຂອງພໍ່ຂອງພວກເຂົາ.

Genesis 9:24

ແມ່ນຫຍັງຄືຄຳສາບແຊ່ງຂອງໂນອາແກ່ຮາມ?

ໂນອາໄດ້ສາບແຊ່ງຮາມ ແລະ ເວົ້າວ່າ, "ການາອານຈົ່ງຖືກສາບແຊ່ງ. ໃຫ້​ມັນເປັນຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງ​ມັນ."

Genesis 9:26

ໂນອາໄດ້ອວຍພອນໃຜ?

ໂນອາໄດ້ອວຍພອນໃຫ້ທັງ ເຊມ ແລະ ຢາເຟດ.

Genesis 9:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ