Genesis 6

Genesis 6:1

ສິ່ງນີ້ໄດ້ເກີດຂຶ້ນ

ວະລີນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖີງຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເວົ້າສິ່ງນີ້, ທ່ານສາມາດພິຈາລະນານຳໃຊ້ຢູ່ນີ້ກໍໄດ້.

ໃຫ້ກຳເນີດລູກສາວທັງຫລາຍແກ່ພວກເຂົາ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ບັນດາເມຍໄດ້ເກີດລູກສາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ລູກຊາຍທັງຫລາຍຂອງພຣະເຈົ້າ

ຜູ້ແປສາມາດເພີ່ມຄຳເວົ້າທີ່ວ່າ: "ມັນບໍ່ຈະແຈ້ງວ່າສິ່ງນີ້ຫມາຍເຖິງມະນຸດເທິງສະຫວັນ ຫລື ມະນຸດສະໂລກ. ໃນກໍລະນີໃດກໍ່ຕາມ, ພວກເຂົາແມ່ນມະນຸດທີ່ພຣະເຈົ້າໄດ້ສ້າງ. "ບາງຄົນເຊື່ອວ່າຄຳເວົ້າເຫລົ່ານີ້ ຫມາຍເຖິງເທວະດາທີ່ກະບົດຕໍ່ພຣະເຈົ້າ, ນັ້ນແມ່ນວິນຍານຊົ່ວ ຫລື ຜີປີສາດ. ບາງຄົນຄິດວ່າສິ່ງນີ້ອາດຫມາຍເຖິງ ຜູ້ປົກຄອງການເມືອງທີ່ມີອຳນາດ, ແລະ ບາງຄົນຄິດວ່າສິ່ງນີ້ອາດຫມາຍ ເຖິງລູກຫລານຂອງເຊດ.

ວິນຍານຂອງເຮົາ

ທີ່ນີ້ພຣະຢາເວໄດ້ເວົ້າກ່ຽວກັບພຣະອົງເອງ ແລະ ຈິດວິນຍານຂອງພຣະອົງ, ຊຶ່ງເປັນຈິດວິນຍານຂອງພຣະເຈົ້າ.

ເນື້ອຫນັງ

ນີ້ຫມາຍຄວາມວ່າພວກເຂົາມີຮ່າງກາຍ ຊຶ່ງມື້ຫນຶ່ງຈະຕາຍ.

ພວກເຂົາຈະມີອາຍຸພຽງ 120 ປີ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາຍຸຍືນສະເລ່ຍຂອງຄົນເຮົາຈະຫລຸດລົງເຖິງ 120 ປີ. ອາດແປໄດ້ອີກວ່າ: "ພວກເຂົາຈະບໍ່ມີຊີວິດຢູ່ຫຼາຍກວ່າ 120 ປີ" ຫລື 2) ໃນ 120 ປີທຸກຄົນຈະຕາຍ. ອາດແປໄດ້ອີກວ່າ: "ພວກເຂົາຈະມີຊີວິດພຽງແຕ່ 120 ປີເທົ່ານັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

Genesis 6:4

ຮູບຮ່າງໃຫຍ່

ຄົນທີ່ມີຮູບຮ່າງສູງ, ໃຫຍ່ຫລາຍ

ນີ້ເກີດເມື່ອ

"ຄົນຮູບຮ່າງສູງ, ໃຫຍ່ໄດ້ເກີດຍ້ອນ"

ລູກຂອງພຣະເຈົ້າ

ທ່ານໄດ້ແປຄຳນີ້ໃນຂໍ້ 6:1

ຄົນເຫລົ່ານີ້ແມ່ນຜູ້ຊາຍທີ່ແຂງແຮງ

"ຍັກໃຫຍ່ເຫລົ່ານີ້ ແມ່ນຜູ້ຊາຍທີ່ແຂງແຮງຫລາຍ ຊຶ່ງເຄີຍມີຊີວິດຢູ່ດົນນານມາແລ້ວ" ຫລື "ເດັກນ້ອຍເຫລົ່ານີ້ເຕີບໃຫຍ່ກາຍເປັນນັກສູ້ ທີ່ແຂງແຮງ ເຊິ່ງເຄີຍມີຊີວິດຢູ່ດົນນານມາແລ້ວ"

ຜູ້ຊາຍທີ່ແຂງແຮງ

ຜູ້ຊາຍທີ່ກ້າຫານ ແລະ ໄດ້ຮັບໄຊຊະນະໃນສະຫນາມຮົບ

ເປັນຄົນທີ່ມີຊື່ສຽງດີ

"ຄົນທີ່ມີຊື່ສຽງດີ"

Genesis 6:5

ຄິດໃນຈິດໃຈ

"ແນວໂນ້ມ" ຫລື "ນິໄສ"

ຄວາມຄິດໃນຈິດໃຈທຸກຢ່າງຂອງພວກເຂົາ

ຜູ້ຂຽນເວົ້າເຖິງຫົວໃຈຄືກັບວ່າມັນເປັນສ່ວນຫນຶ່ງຂອງຮ່າງກາຍທີ່ຄິດໄດ້. ພາສາຂອງທ່ານອາດຈະໃຊ້ຄຳສັບອື່ນນອກ ເຫນືອຈາກ "ຫົວໃຈ" ເພື່ອເວົ້າເຖິງພາກສ່ວນຂອງຄົນທີ່ຄິດ. ອາດແປໄດ້ອີກວ່າ: "ຄວາມຄິດພາຍໃນ ແລະ ຄວາມລັບຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຮັດໃຫ້ພຣະອົງກິນແຫນງໃຈຫລາຍ

ຜູ້ຂຽນເວົ້າເຖິງຫົວໃຈ ຄືກັບວ່າມັນເປັນສ່ວນຫນຶ່ງຂອງຮ່າງກາຍທີ່ຮູ້ສຶກເສົ້າສະຫລົດໃຈ. ພາສາຂອງທ່ານອາດຈະໃຊ້ ຄຳສັບອຶ່ນນອກເຫນືອຈາກ "ຫົວໃຈ" ເພື່ອເວົ້າກ່ຽວກັບອາລົມ. ອາດແປໄດ້ອີກວ່າ: "ລາວມີຄວາມເສົ້າສະຫລົດໃຈຫລາຍກ່ຽວກັບສິ່ງທີ່ເກີດຂຶ້ນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 6:7

ເຮົາຈະກວາດລ້າງມະນຸດ...ຈາກພື້ນແຜ່ນດິນໂລກ

ຜູ້ຂຽນເວົ້າເຖິງພຣະເຈົ້າຂ້າຄົນເປັນຄືກັບວ່າພຣະເຈົ້າ ກຳລັງເຊັດຝຸ່ນເປື່ອຍຈາກພື້ນແປນ. ອາດແປໄດ້ອີກວ່າ: "ເຮົາຈະທຳລາຍມະນຸດສະໂລກ ... ເພື່ອວ່າຈະບໍ່ມີຄົນໃດຢູ່ເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຮົາຈະກວາດລ້າງມະນຸດຜູ້ທີ່ເຮົາໄດ້ສ້າງເສຍ

ບາງພາສາຈະຕ້ອງແປເປັນສອງປະໂຫຍກ. ອາດແປໄດ້ອີກວ່າ: "ເຮົາສ້າງມະນຸດ. ເຮົາຈະກວາດລ້າງພວກເຂົາອອກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

ກວາດລ້າງ

"ທຳລາຍຈົນດັບສິ້ນ." ໃນນີ້ “ກວາດລ້າງ” ຖືກໃຊ້ໃນແງ່ລົບ, ເພາະວ່າພຣະເຈົ້າກຳລັງເວົ້າກ່ຽວກັບການທຳລາຍປະຊາຊົນ ເພາະຄວາມບາບຂອງພວກເຂົາ.

ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ

"ພຣະຢາເວເບິ່ງໂນອາດ້ວຍຄວາມພໍໃຈ" ຫລື"ພຣະຢາເວພໍໃຈກັບໂນອາ"

ໃນສາຍຕາຂອງພຣະຢາເວ

ທີ່ນີ້ "ຕາ" ຢືນສຳລັບການເບິ່ງເຫັນ ຫລືຄວາມຄິດ. ອາດແປໄດ້ອີກວ່າ: "ໃນສາຍຕາຂອງຢາເວ" ຫລື "ໃນຄວາມຄິດຂອງພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 6:9

ຂໍ້​ມູນ​ທົ່ວ​ໄປ:

ນີ້ແມ່ນເລີ່ມຕົ້ນເລື່ອງຂອງໂນເອ ເຊິ່ງສືບຕໍ່ມາຈາກບົດທີ 9.

ເຫລົ່ານີ້ເປັນເຫດການກ່ຽວຂ້ອງກັບໂນອາ

"ນີ້ເປັນເລື່ອງລາວກ່ຽວຂ້ອງກັບໂນອາ"

ໄດ້ດຳເນີນຊີວິດໃນຄວາມສາມັກຄີທັມ ຕິດສະຫນິດກັບພຣະເຈົ້າ

ເບິ່ງເພີ່ມເຕີມທີ່ທ່ານໄດ້ແປໃນຂໍ້ 5:21.

ໂນອາມີລູກຊາຍສາມຄົນ

"ໂນອາມີລູກຊາຍສາມຄົນ" ຫລື "ເມຍຂອງໂນອາມີລູກຊາຍສາມຄົນ"

ເຊມ, ຣາມ, ແລະ ຢາເຟດ.

ຜູ້ແປພາສາອາດຈະເພີ່ມຫມາຍເຫດດັ່ງຕໍ່ໄປນີ້: "ພວກລູກຊາຍບໍ່ໄດ້ຖືກລະບຸໄວ້ຕາມລຳດັບການເກີດຂອງພວກເຂົາ."

Genesis 6:11

ພື້ນແຜ່ນດິນໂລກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຄົນທີ່ມີຊີວິດຢູ່ເທິງໂລກຫລື 2) "ແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຊື່ອມຊາມລົງ

ຄົນທີ່ເຮັດສິ່ງທີ່ຊົ່ວແມ່ນປຽບເຖິງວ່າ ພວກເຂົາເປັນອາຫານທີ່ເປື່ອຍເນົ່າ. ອາດແປໄດ້ອີກວ່າ: "ເປື່ອຍເນົ່າ" ຫລື "ແມ່ນຊົ່ວຮ້າຍ ຫມົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ໃນສາຍຕາຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ໃນສາຍພຣະເນດຂອງພຣະເຈົ້າ" ຫລື 2) "ໃນທີ່ປະທັບຂອງພຣະຜູ້ເປັນເຈົ້າ" ຄືກັບໃນຂໍ້ 4:16.

ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ

ຜູ້ຂຽນເວົ້າກ່ຽວກັບຄວາມຮຸນແຮງ ຄືກັບວ່າມັນເປັນສິ່ງທີ່ສາມາດເອົາໄປໃສ່ໃນພາຊະນະ ແລະ ແຜ່ນດິນໂລກເປັນພາຊະນະບັນຈຸ. ອາດຈະແປໄດ້ອີກວ່າ: "ແລະ ມີຄົນໂຫດຮ້າຍຫຼາຍຢູ່ເທິງແຜ່ນດິນໂລກ" ຫລື "ເພາະວ່າມັນເຕັມໄປດ້ວຍຄົນທີ່ເຮັດສິ່ງທີ່ຊົ່ວຮ້າຍຕໍ່ກັນ ແລະ ກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຫັນວ່າ

ຄຳວ່າ "ເຫັນວ່າ" ໃນນີ້ເປັນຄຳເຕືອນພວກເຮົາໃຫ້ເອົາໃຈໃສ່ກັບສິ່ງທີ່ ຫນ້າປະຫລາດໃຈທີ່ຕິດຕາມມາ.

ມະນຸດທັງປວງ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມະນຸດທັງຫມົດ ຫລື 2) ທຸກຮ່າງກາຍ, ລວມທັງມະນຸດ ແລະ ສັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍ

ວິທີການທີ່ບຸກຄົນທີ່ມີພຶດຕິກຳ ຂອງການຖືກເວົ້າເຖິງຄືວ່າມັນເປັນທາງ ຫລື ເສັ້ນທາງ. ອາດຈະແປໄດ້ອີກວ່າ: "ໄດ້ຢຸດເຊົາການດຳລົງຊີວິດຕາມທີ່ພຣະເຈົ້າຕ້ອງການ" ຫລື "ໄດ້ປະພຶດໃນທາງທີ່ຊົ່ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 6:13

ມະນຸດຊາດທັງຫມົດ

ເບິ່ງເພີ່ມເຕີມທີ່ທ່ານໄດ້ແປໃນຂໍ້ 6:11

ແຜ່ນດິນໂລກເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ

"ມະນຸດທຸກບ່ອນເຖີງແຜ່ນດິນໂລກເຕັມໄປດ້ວຍ ຄວາມໂຫດຮ້າຍຮຸນແຮງ"

ເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນ

"ເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນໂລກ" ຫລື "ເຮົາຈະທຳລາຍພວກເຂົາ ເມື່ອຕອນເຮົາທຳລາຍພື້ນແຜ່ນດິນໂລກ"

ເຮືອລຳຫນຶ່ງ

ນີ້ຫມາຍເຖິງກ່ອງໃຫຍ່ທີ່ສາມາດລອຍຢູ່ເທິງຫນ້ານໍ້າໄດ້ ເຖິງແມ່ນວ່າຈະມີລົມພາຍຸຮ້າຍແຮງກໍ່ຕາມ. "ເຮືອໃຫຍ່" ຫລື "ເຮືອກຳປັ່ນ" ຫລື "ເຮືອບັນທຸກ"

ໄມ້ສົນ

ຄົນບໍ່ຮູ້ຢ່າງແນ່ນອນວ່າຕົ້ນໄມ້ຊະນິດນີ້ ແມ່ນຕົ້ນໄມ້ຊະນິດໃດແທ້. "ໄມ້ໃຊ້ສຳລັບສ້າງເຮືອ" ຫລື "ໄມ້ທົ່ວໄປ"

ເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ

"ທາຂີ້ຊີເທິງມັນ" ຫລື "ທາສີຢາງຫນຽວໃສ່ມັນ." ເຫດຜົນຂອງການເຮັດສິ່ງນີ້ສາມາດເຮັດໃຫ້ມີຄວາມຮັບປະກັນ: "ເພື່ອເຮັດໃຫ້ມັນກັນນໍ້າໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຂີ້ຊີ

ນີ້ແມ່ນຂອງແຫລວຫນາ, ຫນຽວ ຫລື ເປັນນໍ້າມັນທີ່ຄົນທາໃສ່ນອກເຮືອ ເພື່ອກັນນ້ຳບໍ່ໃຫ້ຜ່ານຊ່ອງຫວ່າງ ໃນເນື້ອໄມ້ເຂົ້າໄປໃນເຮືອ.

ແມັດກ້ອນ

ຫນຶ່ງແມັດກ້ອນແມ່ນຫົວຫນ່ວຍວັດແທກ, ເຊິ່ງມີຂະຫນາດເສັ້ນກວ່າເຄິ່ງແມັດພຽງເລັກຫນ້ອຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bdistance)

ສາມາຮ້ອຍແມັດກ້ອນ

"138 ແມັດ." ທ່ານອາດຈະໃຊ້ຫົວຫນ່ວຍ ວັດວັດຍິວຈາກ ຫລືຫນ່ວຍວັດແທກແບບດັ່ງເດີມຂອງທ່ານເອງ ຖ້າທ່ານຮູ້ວ່າມັນປຽບທຽບກັບຫນ່ວຍວັດແທກນີ້. ທ່ານຍັງອາດຈະຂຽນຫມາຍເຫດທີ່ເວົ້າວ່າ: "ສາມຮ້ອຍແມັດຍາວປະມານ 138 ແມັດ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bdistance)

50 ແມັດກ້ອນ

"23 ແມັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bdistance)

30 ແມັດກ້ອນ

"14 ແມັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bdistance)

Genesis 6:16

ຫລັງຄາສຳລັບເຮືອ

ນີ້ອາດຈະເປັນຫລັງຄາມຸງແບບປິດ ຫລື ເລື່ອນໄດ້. ຈຸດປະສົງຂອງມັນແມ່ນເພື່ອປົກປ້ອງທຸກຢ່າງໃນເຮືອຈາກຝົນທີ່ຕົກລົງມາ.

ແມັດກ້ອນ

ຫນຶ່ງແມັດກ້ອນມີຂະຫນາດເສັ້ນກວ່າເຄິ່ງແມັດພຽງເລັກຫນ້ອຍ. ເບິ່ງເພີ່ມເຕີມທີ່ທ່ານໄດ້ແປຂໍ້ນີ້ໃນ 6:13. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bdistance)

ຊັ້ນທີຫນຶ່ງ, ຊັ້ນທີສອງ, ແລະ ຊັ້ນທີສາມ

"ຊັ້ນລຸ່ມສຸດ, ຊັ້ນເຄິ່ງກາງ, ແລະ ຊັ້ນເທີງສຸດ" ຫລື "ທາງໃນມີສາມຊັ້ນ"

ຊັ້ນ

"ຊັ້ນ" ຫລື "ລະດັບ"

ຈົ່ງຟັງ

ພຣະເຈົ້າກ່າວດັ່ງນີ້ເພື່ອເນັ້ນຫນັກວ່າ ພຣະອົງຈະເຮັດໃນສິ່ງທີ່ພຣະອົງກຳລັງຈະເວົ້າ. "ເອົາໃຈໃສ່" ຫລື"ຟັງສິ່ງທີ່ເຮົາກຳລັງເວົ້າ"

ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ

"ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ" ຫລື "ເຮົາກຳລັງຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ທຸກສິ່ງທີ່ມີຊີວິດ

ຢູ່ທີ່ນີ້ “ເນື້ອຫນັງ” ເປັນຕົວແທນຂອງຮ່າງກາຍທັງຫມົດ, ລວມທັງມະນຸດ ແລະ ສັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທີ່ມີຊີວິດຈາກພາຍໃຕ້ທ້ອງຟ້າ

ໃນນີ້ "ຫາຍໃຈ" ເປັນຕົວແທນໃຫ້ແກ່ຊີວິດ. ອາດຈະແປໄດ້ອີກວ່າ: "ທີ່ມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 6:18

ຕັ້ງພັນທະສັນຍາຂອງເຮົາໄວ້ກັບເຈົ້າ

"ເຮັດພັນທະສັນຍາລະຫວ່າງເຈົ້າ ກັບ ເຮົາ"

ກັບເຈົ້າ

ກັບໂນອາ

ເຈົ້າຈົ່ງເຂົ້າມາໃນເຮືອນັ້ນ

"ເຈົ້າຈົ່ງເຂົ້າມາໃນໄປໃນເຮືອ." ບາງເທື່ອແປວ່າ "ເຈົ້າຈະເຂົ້າມາໃນເຮືອ."

ເຈົ້າຈະເຂົ້າມາໃນເຮືອນັ້ນ

"ເຈົ້າຈະເຂົ້າມາໃນໄປໃນເຮືອ." ບາງເທື່ອແປວ່າ "ເຈົ້າຈະເຂົ້າມາໃນເຮືອ."

ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດເນື້ອຫນັງທັງຫມົດ, ທຸກຊະນິດຢ່າງລະສອງໂຕທັງໂຕຜູ້ ແລະໂຕແມ່ເຂົ້າມາໃນເຮືອ

"ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດທັງຫມົດຊະນິດຢ່າງລະສອງໂຕທັງ"

ສິ່ງທີ່ມີຊີວິດ

ສິ່ງທີ່ພຣະເຈົ້າໄດ້ຊົງສ້າງ

ເນື້ອຫນັງທັງຫມົດ

ເບິ່ງເພີ່ມເຕີມການແປຄຳນີ້ໃນຂໍ້ 6:11.

Genesis 6:20

ຕາມຊະນິດຂອງພວກມັນ

"ຕາມຊະນິດທີ່ແຕກຕ່າງກັນ"

ເລືອຍຄານແຫ່ງແຜ່ນດິນ

ນີ້ຫມາຍເຖີງສັດຂະຫນາດນ້ອຍ ທີ່ເລືອຍຄານເທີງຫນ້າດິນ.

ສັດທຸກຊະນິດຈະມາຫາເຈົ້າເປັນຄູ່ໆ

ນີ້ຫມາຍເຖີງຄູ່ຂອງສັດແຕ່ລະຊະນິດ ເຊັ່ນ ນົກ ແລະ ສັດ

ເພື່ອພວກມັນຈະມີຊີວິດຢູ່

"ເພື່ອຮັກສາໃຫ້ພວກມັນຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ໃຫ້ເຈົ້າ....ຕົວເຈົ້າເອງ.... ເຈົ້າ

ນີ້ຫມາຍເຖິງໂນອາ ແລະ ເປັນຄຳແທນນາມດຽວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ອາຫານທຸກຊະນິດເພື່ອທີ່ຈະກິນ

"ອາຫານທຸກຊະນິດເພື່ອໃຫ້ຄົນ ແລະ ສັດກິນ"

ດັ່ງນັ້ນໂນອາ ຈຶ່ງໄດ້ເຮັດສິ່ງນີ້. ຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ, ແລະ ລາວກໍໄດ້ເຮັດຕາມ.

ສອງປະໂຫຍກນີ້ມີຄວາມຫມາຍດຽວກັນ. ປະໂຫຍກທີສອງອະທິບາຍກ່ຽວກັບຂໍ້ທຳອິດ ແລະ ເນັ້ນຫນັກວ່າໂນອາໄດ້ເຊື່ອຟັງພຣະເຈົ້າ. ປະໂຫຍກຂະຫນານເຫລົ່ານີ້ ສາມາດຖືກລວມເຂົ້າກັນເປັນປະໂຫຍກດຽວ. ອາດແປໄດ້ອີກວ່າ: "ດັ່ງນັ້ນໂນອາໄດ້ເຮັດທຸກຢ່າງ ທີ່ພຣະເຈົ້າສັ່ງໃຫ້ລາວເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)