Genesis 4

Genesis 4:1

ຜູ້ຊາຍ

"ມະນຸດໂລກ" ຫລື "ອາດາມ"

ສົມສູ່

ພາສາຂອງທ່ານ ອາດຈະມີຄຳທີ່ສຸພາບສຳລັບຄຳນີ້. ບາງສະບັບເກົ່າກວ່າໄດ້ໃຊ້ຄຳວ່າ "ໄດ້ຮູ້ຈັກ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເກີດລູກຊາຍຜູ້ຫນຶ່ງ

ຄຳສັບສຳລັບ “ຜູ້ຊາຍ” ໂດຍປົກກະຕິຈະພັນລະນາເຖິງຊາຍຜູ້ໃຫຍ່, ຫລາຍກວ່າເດັກແດງ ຫລື ເດັກນ້ອຍ. ຖ້າວ່າມັນຈະເຮັດໃຫ້ເກີດຄວາມສັບສົນ, ມັນສາມາດຖືກແປເປັນ "ເດັກຊາຍ" ຫລື "ເດັກຜູ້ຊາຍ" ຫລື "ເດັກແດງຜູ້ຊາຍ"ຫລື "ລູກຊາຍ".

ກາອິນ

ນັກແປອາດຈະຕ້ອງການໃສ່ຫມາຍເຫດອະທິບາຍທີ່ເວົ້າວ່າ "ຊື່ກາອິນຟັງຄືກັບຄຳໃນພາສາຢິວທີ່ມີຄວາມຫມາຍວ່າ 'ເກີດຜົນ." ເອວາຕັ້ງຊື່ໃຫ້ລາວວ່າກາອິນ ເພາະວ່ານາງໄດ້ກຳເນີດລາວ. " (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈາກນັ້ນນາງກໍໄດ້ລູກ

ພວກເຮົາບໍ່ຮູ້ໄລຍະຫ່າງລະຫວ່າງການເກີດຂອງກາອິນ ແລະ ອາເບນ. ພວກເຂົາອາດຈະເປັນຄູ່ແຝດ, ຫຼື ອາເບນກໍ່ອາດຈະເກີດຫລັງຈາກທີ່ເອວາຖືພາອີກເທື່ອຫນຶ່ງ. ຖ້າເປັນໄປໄດ້ໃຫ້ໃຊ້ ສຳນວນທີ່ບໍ່ບອກໄລຍະເວລາຜ່ານໄປເທົ່າໃດ.

ປູກພືດຜັກ

ນີ້ຫມາຍຄວາມວ່າລາວໄດ້ເຮັດທຸກສິ່ງທີ່ຈຳເປັນຕ້ອງເຮັດເພື່ອໃຫ້ພືດເຕີບໃຫຍ່ດີ. ເບິ່ງວິທີການ "ການປູກຝັງ" ຖືກແປໃນຂໍ້ 2:4.

Genesis 4:3

ເຖີງເວລາ

ປະໂຫຍກນີ້ຖືກໃຊ້ເພື່ອຫມາຍຈຸດເລີ່ມຕົ້ນພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເຮັດແບບນີ້, ທ່ານສາມາດພິຈາລະນານຳໃຊ້ວິທີການດັ່ງກ່າວນີ້ໄດ້.

ຢູ່ມາວັນຫນຶ່ງ

ຄວາມຫມາຍທີ່ອາດເປັນໄປໄດ້ແມ່ນ 1) "ພາຍຫລັງຊ່ວງໄລຍະເວລາໃດຫນຶ່ງໄດ້ຜ່ານພົ້ນແລ້ວ" ຫລື 2) "ໃນເວລາທີ່ເຫມາະສົມ"

ຜົນແຫ່ງພື້ນດິນ

ນີ້ຫມາຍເຖີງຜົນລະປູກທີ່ໄດ້ຈາກການປູກຝັງຂອງລາວ. ອາດແປໄດ້ອີກວ່າ: "ພືດຜັກ" ຫລື "ສິ່ງທີ່ໄດ້ເກັບກ່ຽວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄຂມັນບາງສ່ວນ

ນີ້ຫມາຍເຖິງພາກສ່ວນໄຂມັນຂອງລູກແກະທີ່ລາວໄດ້ຂ້າ, ມັນແມ່ນສ່ວນທີ່ດີທີ່ສຸດຂອງສັດ. ອາດຈະແປໄດ້ອີກວ່າ: "ບາງສ່ວນຂອງໄຂມັນຂອງພວກມັນ" (ເບິ່ງພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຍອມຮັບ

"ເປັນທີ່ພໍໃຈ" ຫລື "ພໍໃຈກັບ"

ຄຽດຫລາຍ

ບາງພາສາມີສັບສຳນວນສື່ເຖີງຄວາມໃຈຮ້າຍເຊັ່ນ "ອາລົມຖືກເຜົາຮ້ອນ" ຫຼື "ຄວາມໃຈຮ້າຍຂອງລາວປະທຸດັງໄຟເຜົາໃຫມ້."

ເຮັດຫນ້າບູດບຶ້ງ

ນີ້ຫມາຍເຖີງອາການສະແດງອອກເທິງໃບຫນ້າຂອງລາວສະແດງໃຫ້ເຫັນວ່າລາວໃຈຮ້າຍຫລື ອິດສາ. ບາງພາສາມີສັບສຳນວນທີ່ອະທິບາຍວ່າໃບຫນ້າຂອງຄົນເຮົາສະແດງອອກຄືແນວໃດເມື່ອລາວໃຈຮ້າຍ. (ເບິ່ງພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 4:6

ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ?

ພຣະເຈົ້າໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ເພື່ອບອກກາອີນວ່າລາວຜິດທີ່ຈະໃຈຮ້າຍ ແລະ ຍາບຄາຍ. ພວກເຂົາອາດຈະມີຈຸດປະສົງຢາກເປີດໂອກາດໃຫ້ກາອິນສາລະພາບສິ່ງທີ່ ລາວໄດ້ເຮັດຜິດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຖ້າເຈົ້າ....ຈະບໍ່ໄດ້ຮັບການຍອມຮັບບໍ?

ພຣະເຈົ້າໄດ້ໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ເພື່ອເຕືອນກາອີນກ່ຽວກັບບາງສິ່ງທີ່ກາອີນຮູ້ດີແລ້ວ. ອາດຈະແປໄດ້ອີກວ່າ: "ເຈົ້າຮູ້ວ່າຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຮົາກໍຈະຍອມຮັບເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ....ຈະຄວບຄຸມເຈົ້າ

ພຣະເຈົ້າກ່າວເຖິງຄວາມບາບຄືກັບວ່າມັນເປັນຄົນ. ອາດແປໄດ້ອີກວ່າ: "ແຕ່ຖ້າເຈົ້າບໍ່ເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະປາຖະ ຫນາທີ່ຈະເຮັດບາບຫລາຍຍິ່ງຂື້ນ, ແລະເຈົ້າກໍ່ຈະເຮັດສິ່ງທີ່ຜິດບາບ. ເຈົ້າຕ້ອງປະຕິເສດທີ່ຈະເຊື່ອຟັງມັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ຄວາມບາບກຳລັງລໍ....ປາຖະຫນາທີ່ຈະຄວບຄຸມເຈົ້າ

ໃນນີ້ບາບຖືກກ່າວເຖິງວ່າເປັນສັດປ່າທີ່ອັນຕະລາຍຊຶ່ງກຳລັງລໍຖ້າໂອກາດທີ່ຈະໂຈມຕີກາອີນ. ອາດແປໄດ້ອີກວ່າ: "ເຈົ້າຈະໂກດແຄ້ນຈົນເຈົ້າຈະບໍ່ສາມາດຢຸດບາບໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຄວາມບາບ

ພາສາທີ່ບໍ່ມີຄຳນາມທີ່ມີຄວາມຫມາຍວ່າ "ບາບ" ສາມາດແປຄຳນີ້ວ່າ "ຄວາມປາຖະຫນາຂອງທ່ານທີ່ຈະເຮັດບາບ" ຫລື"ສິ່ງທີ່ບໍ່ດີທີ່ທ່ານຢາກເຮັດ."

ເຈົ້າຕ້ອງເອົາຊະນະມັນ

ພຣະຢາເວກ່າວເຖິງຄວາມປາຖະຫນາຂອງກາອີນທີ່ຈະເຮັດບາບຄືກັບວ່າຄວາມບາບນັ້ນເປັນຄົນຜູ້ຫນຶ່ງທີ່ກາອີນຄວນປົກຄອງ. ອາດຈະແປໄດ້ອີກວ່າ: "ເຈົ້າຕ້ອງຄວບຄຸມມັນເພື່ອເຈົ້າຈະບໍ່ເຮັດບາບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

Genesis 4:8

ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນ

ບາງພາສາຈະຕ້ອງຕື່ມຂໍ້ມູນທີ່ສົມບູນແບບທີ່ກາອີນເວົ້າກັບອ້າຍຂອງລາວກ່ຽວກັບການໄປທົ່ງນາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ນ້ອງຊາຍ

ອາເບນເປັນນ້ອງຊາຍຂອງກາອີນ. ບາງພາສາອາດຈຳເປັນຕ້ອງໃຊ້ ຄຳວ່າ "ນ້ອງຊາຍ". (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້ລຸກຂຶ້ນທຳຮ້າຍ

"ໂຈມຕີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ

ພຣະເຈົ້າຮູ້ວ່າກາອີນໄດ້ຂ້າອາເບນ, ແຕ່ລາວໄດ້ຖາມຄຳຖາມນີ້ກັບກາອີນ ຈະຕ້ອງຕອບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ?

ກາອີນໃຊ້ ຄຳຖາມທີ່ບໍ່ຫວັງຄຳຕອບນີ້ເພື່ອຫລີກລ້ຽງການເວົ້າຄວາມຈິງ. ນີ້ສາມາດແປເປັນຄຳຕອບໂຕ້. ອາດແປໄດ້ອີກວ່າ: "ຂ້ອຍບໍ່ແມ່ນຜູ້ຮັກສານ້ອງຂອງຂ້ອຍ!" ຫລື "ການເບິ່ງແຍງນ້ອງຂອງຂ້ອຍບໍ່ແມ່ນວຽກຂອງຂ້ອຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 4:10

"ເຈົ້າໄດ້ເຮັດຫຍັງໂຫດຮ້າຍເຊັ່ນນີ້?

ພຣະເຈົ້າໃຊ້ ຄຳຖາມທີ່ບໍ່ຫວັງຄຳຕອບເພື່ອກ່າວຮ້າຍຕໍ່ກາອິນ. ນີ້ສາມາດແປເປັນຄຳຕອບໂຕ້. ອາດແປໄດ້ອີກວ່າ: "ສິ່ງທີ່ເຈົ້າໄດ້ເຮັດແມ່ນຫນ້າກຽດຊັງ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເລືອດຂອງນ້ອງຊາຍເຈົ້າຈາກພື້ນດິນຟ້ອງເຖິງເຮົາ

ເລືອດຂອງ ອາເບັນແມ່ນຟ້ອງສຳລັບການຕາຍຂອງລາວ, ຄືກັບວ່າເປັນບຸກຄົນທີ່ຮ້ອງຫາພຣະເຈົ້າໃຫ້ລົງໂທດກາອີນ. ອາດແປໄດ້ອີກວ່າ: "ເລືອດຂອງນ້ອງຂອງເຈົ້າແມ່ນຄືກັບຄົນທີ່ຮ້ອງຫາຂ້ອຍເພື່ອລົງໂທດຜູ້ທີ່ຂ້າລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນ

ນີ້ສາມາດຖືກລະບຸໃນຮູບແບບກິລິຍາ. ອາດແປໄດ້ອີກວ່າ: "ຂ້ອຍກຳລັງສາບແຊ່ງເຈົ້າ ເພື່ອເຈົ້າຈະບໍ່ສາມາດປູກອາຫານຈາກພື້ນດິນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ

ພຣະເຈົ້າກ່າວເຖິງແຜ່ນດິນໂລກຄືກັບວ່າມັນເປັນຄົນທີ່ສາມາດດື່ມເລືອດຂອງອາເບນ. ອາດຈະແປໄດ້ອີກວ່າ: "ເຊິ່ງແຊ່ດ້ວຍເລືອດຂອງນ້ອງຊາຍເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ຈາກມືຂອງເຈົ້າ

ພຣະເຈົ້າກ່າວເຖິງມືຂອງກາອີນ ຄືກັບວ່າມັນໄດ້ຖອກເລືອດຂອງອາເບນໃສ່ "ປາກ." ພື້ນດິນ. ອາດແປໄດ້ອີກວ່າ: "ພົ້ງກະຈາຍເມື່ອເຈົ້າໄດ້ຂ້າລາວ" ຫຼື "ຈາກທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-synecdoche)

ໄຖພວນດິນປູກຝັງ

ນີ້ຫມາຍຄວາມວ່າໃຫ້ເຮັດທຸກຢ່າງທີ່ຈຳເປັນ ເພື່ອເຮັດໃຫ້ພືດເຕີບໃຫຍ່ດີ. ເບິ່ງວິທີການແປ "ການປູກຝັງ" ຖືກແປໃນຂໍ້ 2:4.

ໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ

ຫນ້າດິນມີລັກສະນະຄືກັບວ່າ ມັນເປັນຄົນທີ່ສູນເສຍກຳລັງ. ອາດແປໄດ້ອີກວ່າ: "ພື້ນດິນຈະບໍ່ຜະລິດອາຫານໃຫ້ເຈົ້າຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນ

ທ່ານສາມາດເຊື່ອມຄຳເຫລົ່ານີ້ເຂົ້ານຳກັນ. ອາດແປໄດ້ອີກວ່າ: "ຄົນພະເນຈອນບໍ່ມີທີ່ຢູ່ອາໃສ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hendiadys)

Genesis 4:13

ຂ້ານ້ອຍຈະຫລົບຊ້ອນຈາກພຣະພັກພຣະອົງ

ປະໂຫຍກທີ່ວ່າ "ພຣະພັກພຣະອົງ" ຫມາຍເຖີງພຣະນິເວດຂອງພຣະເຈົ້າ. ອາດແປໄດ້ອີກວ່າ: ຂ້ານ້ອຍບໍ່ສາມາດເວົ້າຕໍ່ຫນ້າພຣະອົງໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປໃນແຜ່ນດິນ

ປະໂຫຍກນີ້ຖືກແປແລ້ວໃນຂໍ້ 4:10

ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ, ເພື່ອເປັນການແກ້ແຄ້ນ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຮົາຈະແກ້ແຄ້ນໃຫ້ເຂົາເຈັດເທື່ອ" ຫລື "ເຮົາຈະລົງໂທດຄົນນັ້ນເຈັດຄັ້ງຮ້າຍແຮງກວ່າທີ່ເຮົາຈະລົງໂທດເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຈະບໍ່ໄດ້ທຳຮ້າຍລາວ

"ຈະບໍ່ຂ້າກາອິນ"

Genesis 4:16

ໄດ້ອອກໄປພົ້ນ ພຣະພັກພຣະຢາເວ

ເຖິງແມ່ນວ່າພຣະເຢວາຈະຢູ່ທຸກບ່ອນ, ແຕ່ສຳນວນນີ້ກ່າວເຖິງກາອີນ ຄືກັບວ່າລາວໄດ້ໄປໄກ. ອາດແປໄດ້ອີກວ່າ: "ໄປຈາກບ່ອນທີ່ພຣະຢາເວເວົ້າກັບລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ດິນແດນນົດ

ນາຍແປອາດຈະຕ້ອງໃສ່ຫມາຍເຫດວ່າ "ຄຳວ່າໂນດ ຫມາຍເຖີງດິນແດນຜູ້ພະເນຈອນ."

ໄດ້ຫລັບນອນກັບ

ພາສາຂອງທ່ານອາດຈະມີວິທີການເວົ້າແບບນີ້ຢ່າງສຸພາບ. ບາງສະບັບເກົ່າເວົ້າວ່າ "ໄດ້ຮູ້ຈັກ". ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4:1. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ລາວໄດ້ສ້າງເມືອງຫນຶ່ງຂຶ້ນ

"ກາອິນສ້າງເມືອງຫນຶ່ງຂື້ນ"

Genesis 4:18

ເອນົກມີລູກຊາຍຊື່ອີຣາດ

ມັນຫມາຍຄວາມວ່າເອນົກເຕີບໃຫຍ່ ແລະ ແຕ່ງງານກັບຜູ້ຍິງ. ອາດແປໄດ້ອີກວ່າ: "ເອນົກເຕີບໃຫຍ່ ແລະ ແຕ່ງງານແລະ ກາຍເປັນພໍ່ຂອງລູກຊາຍຜູ້ທີ່ລາວຕັ້ງຊື່ວ່າອີຣາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອີຣາດ​ຜູ້ທີ່ເປັນພໍ່ຂອງເມຮູຢາເອນ

"ອີຣາດມີລູກຊາຍຄົນຫນຶ່ງ ແລະ ໄດ້ຕັ້ງຊື່ວ່າ ເມທູຊາເອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ອາດາ....ຊິນລາ

ຊື່ຂອງຜູ້ຍິງ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 4:20

ອາດາ....ຊິນລາ

ການແປຊື່ເຫລົ່ານີ້ໃຫ້ເບິ່ງໃນຂໍ້ 4:18

ເຂົາເປັນບັນພະບຸຣຸດຂອງຄົນທັງຫລາຍທີ່ ອາໄສຢູ່ໃນຜ້າເຕັນ

ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ລາວເປັນຄົນທຳອິດທີ່ອາໄສຢູ່ໃນເຕັນ" ຫລື 2) "ລາວ ແລະ ລູກຫລານຂອງລາວອາໄສຢູ່ໃນເຕັນ."

ອາໄສຢູ່ໃນຜ້າເຕັນຜູ້ຊຶ່ງເປັນຄົນລ້ຽງສັດ

ຄົນທີ່ອາໄສຢູ່ໃນຜ້າເຕັນ ແລະ ຍັງເປັນຄົນລຽ້ງສັດນຳ

ເຂົາເປັນບັນພະບຸຣຸດ ຂອງຄົນເຫລົ່ານັ້ນຄື ນັກດີດພິນເຂົາຂູ່ ແລະເປົ່າປີ່

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ລາວເປັນຄົນທຳອິດທີ່ຫລີ້ນພິນເຂົາຂູ່ ແລະ ເປົ່າປີ່" ຫລື 2) "ລາວ ແລະ ລູກຫລານຂອງລາວຫລີ້ນພິນເຂົາຂູ່ ແລະ ເປົ່າປີ່."

ຕູບາກາອິນ ຜູ້ເປັນຊ່າງຕີເຄື່ອງມືເປັນທອງສຳຣິດ ແລະເຫລັກ

"ຕູບາກາອິນ. ລາວເປັນຊ່າງເຮັດເຄື່ອງມືຈາກທອງສຳຣິດ ແລະ ເຫລັກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເຫລັກ

ນີ້ແມ່ນໂລຫະທີ່ແຂງແຮງຫລາຍ ທີ່ໃຊ້ໃນການຜະລິດເຄື່ອງມື, ເຄື່ອງໃຊ້ ແລະ ອາວຸດຕ່າງໆ.

Genesis 4:23

ອາດາ....ຊິນລາ

ການແປຊື່ເຫລົ່ານີ້ໃຫ້ເບິ່ງໃນຂໍ້ 4:18

ຈົ່ງຟັງສຽງຂອງເຮົາ......ຈົ່ງຟັງໃນສິ່ງທີ່ເຮົາເລົ່າ

ລາເມັກໄດ້ເວົ້າສິ່ງດຽວກັນສອງຄັ້ງ ເພື່ອເນັ້ນຫນັກ. ສຽງຂອງລາວແມ່ນ ຄຳອະທິບາຍແກ່ປະຊາກອນຂອງລາວທັງຫມົດ. ອາດແປໄດ້ອີກວ່າ: "ຟັງຂ້ອຍຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism ແລະ /WA-Catalog/lo_tm?section=translate#figs-metonymy)

ຜູ້ຊາຍຜູ້ຫນຶ່ງ.....ຊາຍຫນຸ່ມຄົນຫນຶ່ງ

ລາເມັກໄດ້ຂ້າຜູ້ຊາຍພຽງຄົນດຽວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ທີ່ເຮັດໃຫ້ເຮົາບາດເຈັບ.....ເຮັດໃຫ້ເຮົາຊໍ້າບວມ

"ເພາະລາວໄດ້ເຮັດໃຫ້ຂ້ານ້ອຍບາດເຈັບ.... ເພາະລາວໄດ້ເຮັດໃຫ້ຂ້ານ້ອຍຊໍ້າບວມ" ຫລື "ເພາະລາວໄດ້ທຳຮ້າຍຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ກາອິນຈະຖືກແກ້ແຄ້ນເຈັດເທົ່າ, ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກ

ລາເມັກຮູ້ວ່າພຣະເຈົ້າຈະແກ້ແຄ້ນກາອີນເຈັດເທື່ອ. ອາດແປໄດ້ອີກວ່າ: "ເນື່ອງຈາກວ່າພຣະເຈົ້າຈະລົງໂທດຜູ້ໃດທີ່ຂ້າກາອີນເຈັດຄັ້ງ, ລາເມັກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກກໍ ຈະຖືກແກ້ແຄ້ນຕອບແທນເຖິງເຈັດສິບເຈັດເທົ່າ

ເຈັດເທົ່າ - ນີ້ສາມາດເປັນປະໂຫຍກຮູບແບບກິລິຍາ. ອາດແປໄດ້ອີກວ່າ: "ໃຜກໍຕາມທີ່ຂ້າເຮົາ, ພຣະເຈົ້າຈະລົງໂທດເຈັດສິບເຈັດເທົ່າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເຈັດສິບເຈັດ

ເຈັດ - 77 (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

Genesis 4:25

ຫລັບນອນກັບ

ພາສາຂອງທ່ານ ອາດຈະມີຄຳທີ່ສຸພາບສຳລັບຄຳນີ້. ບາງສະບັບເກົ່າກວ່າໄດ້ໃຊ້ຄຳວ່າ "ໄດ້ຮູ້ຈັກ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ແລະເວົ້າວ່າ "ພຣະເຈົ້າໄດ້ຊົງໃຫ້ ລູກຊາຍອີກຜູ້ຫນຶ່ງ

ນີ້ແມ່ນເຫດຜົນທີ່ນາງຕັ້ງຊື່ລູກວ່າ ເຊດ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນຂຶ້ນ. ອາດແປໄດ້ອີກວ່າ: "ແລະໄດ້ອະທິບາຍວ່າ, 'ພຣະເຈົ້າໄດ້ມອບລູກອີກຜູ້ຫນຶ່ງໃຫ້ຂ້ານ້ອຍ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຊດ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ນີ້ຟັງຄ້າຍຄືຄຳ ຍິວທີ່ມີຄວາມຫມາຍວ່າ 'ໄດ້ມອບໃຫ້ແລ້ວ." "(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເຊດມີລູກຊາຍ

ນີ້ສາມາດເຮັດໃຫ້ມີຄວາມຊັດເຈນຂື້ນ. ອາດແປໄດ້ອີກວ່າ: "ເມຍຂອງເຊດໄດ້ເກີດລູກຊາຍຜູ້ຫນຶ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະຢາເວ

ນີ້ແມ່ນຄັ້ງທຳອິດທີ່ຄົນເອີ້ນພຣະເຈົ້າໂດຍຊື່ວ່າ ພຣະຢາເວ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ເພື່ອນະມັດສະການພຣະເຈົ້າໂດຍເອີ້ນຊື່ ພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)