Genesis 2

Genesis 2:1

ຟ້າ

"ທ້ອງຟ້າ" ຫລື "ຈັກກະວານ"

ສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ

"ສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ" ຫລື "ແລະສັບພະສິ່ງທີມີຊີວິດກໍໄດ້ອາໃສຢູ່ໃນພວກມັນ"

ສຳເລັດເສັດສິ້ນ

ປະໂຫຍກນີ້ສາມາດເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ສຳເລັດການສ້າງທຸກຢ່າງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ

ພຣະເຈົ້າບໍ່ໄດ້ເຮັດວຽກໃນມື້ທີ ເຈັດ.

ໄດ້ສຳເລັດ

ນີ້ແມ່ນປະໂຫຍກສຳນວນ. ອາດຈະແປໄດ້ອີກວ່າ: "ໄດ້ສຳເລັດແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ຈາກກິຈະການທັງຫມົດຂອງພຣະອົງ

"ໃນວັນນັ້ນພຣະເຈົ້າບໍ່ໄດ້ເຮັດວຽກ"

ພຣະເຈົ້າອວຍພອນມື້ທີເຈັດ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າເຮັດໃຫ້ມື້ທີ່ເຈັດເກີດຜົນດີ ຫລື 2) ພຣະເຈົ້າກ່າວວ່າມື້ທີເຈັດເປັນມື້ປະເສີດ.

ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ

"ແລະຕັ້ງໄວ້ພິເສດ" ຫລື "ແລະເລືອກໃຫ້ເປັນມື້ຂອງພຣະອົງ"

ໃນມື້ນັ້ນພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະ ຢຸດກິດຈະການທັງສິ້ນ.

"ໃນມື້ນັ້ນພຣະອົງບໍ່ໄດ້ເຮັດວຽກ"

Genesis 2:4

ຂໍ້​ມູນ​ທົ່ວ​ໄປ:

ສ່ວນທີ່ເຫຼືອຂອງປະຖົມມະການ 2 ບອກກ່ຽວກັບວິທີທີ່ພຣະເຈົ້າໄດ້ສ້າງມະນຸດໃນວັນທີຫົກ.

ເຫລົ່ານີ້ຄືເຫດການກຽ່ວກັບຟ້າ ແລະ ແຜ່ນດິນ

"ນີ້ແມ່ນເລື່ອງຂອງສະຫວັນ ແລະ ແຜ່ນດິນໂລກ" ຫລື "ນີ້ແມ່ນເລື່ອງກ່ຽວກັບສະຫວັນ ແລະ ແຜ່ນດິນໂລກ." ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມັນແມ່ນການສະຫລຸບຂອງເຫດການທີ່ໄດ້ອະທິບາຍໄວ້ໃນປະຖົມມະການໃນຂໍ້ 1: 1-2: 3 ຫລື 2) ມັນແນະນຳເຫດການທີ່ໄດ້ອະທິບາຍໄວ້ໃນປະຖົມມະການ 2. ຖ້າເປັນໄປໄດ້, ໃຫ້ແປສິ່ງນີ້ເພື່ອໃຫ້ຄົນອ່ານສາມາດເຂົ້າໃຈມັນໂດຍວິທີໃດກໍຕາມ.

ພວກມັນຖືກສ້າງຂຶ້ນ

"ພຣະເຈົ້າຢາເວພຣະເຈົ້າໄດ້ສ້າງພວກເຂົາ." ໃນບົດທີ 1 ນັກຂຽນເວົ້າສະເຫມີກ່ຽວກັບພຣະເຈົ້າວ່າ "ພຣະເຈົ້າ," ແຕ່ໃນບົດທີ 2 ຜູ້ຂຽນເວົ້າກ່ຽວກັບພຣະເຈົ້າຢູ່ສະເຫມີວ່າ "ພຣະເຈົ້າຢາເວ."

ໃນວັນທີ່ພຣະຢາເວ ພຣະເຈົ້າຊົງສ້າງ

"ເມື່ອພຣະຢາເວ ພຣະເຈົ້າຊົງສ້າງ." ຄຳວ່າ "ວັນ" ຫມາຍເຖີງຊ່ວງເວລາທັງຫມົດຂອງການຊົງສ້າງ, ບໍ່ໄດ້ເຈາະຈົງສະເພາະມື້ໃດມື້ຫນຶ່ງເທົ່ານັ້ນ.

ພຣະຢາເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ຊົງເປີດເຜີຍຕໍ່ປະຊາຊົນຂອງພຣະອົງ ໃນພຣະຄຳພີພາກພັນທະສັນຍາເດີມ. ເບິ່ງຫນ້າການແປສັບ (TranslationWord) ຄຳວ່າ ພຣະຢາເວ ກ່ຽວກັບວິທີການແປຄຳນີ້.

ຍັງບໍ່ມີພຸ່ມໄມ້ຂອງທ້ອງທົ່ງ

ບໍ່ມີພືດພຸ່ມທີ່ເຕີບໃຫຍ່ຢູ່ໃນປ່າ ທີ່ໃຫ້ສັດຈະສາມາດກິນໄດ້

ບໍ່ມີຕົ້ນໄມ້ຂອງທົ່ງນາເກີດຂຶ້ນ

ຍັງບໍ່ພືດທີ່ເປັນຜັກມີໃບ ຫລື ພືດສີຂຽວ ທີ່ທັງຄົນ ແລະ ສັດສາມາດກິນໄດ້

ໄຖພວນດິນ

ເພື່ອເຮັດທຸກສິ່ງທີ່ຈຳເປັນຕ້ອງເຮັດ ເພື່ອໃຫ້ພືດສາມາດເຕີບໃຫຍ່ໄດ້ດີ

ຫມອກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ບາງສິ່ງບາງຢ່າງເຊັ່ນ: ນໍ້າຕົກ ຫລື ນໍ້າຫມອກໃນຕອນເຊົ້າ 2) ຈາກນໍ້າໄຫລໃຕ້ດິນ.

ຫນ້າດິນທັງຫມົດ

ແຜ່ນດິນໂລກທັງຫມົດ

Genesis 2:7

ຊົງສ້າງຂື້ນ

"ໄດ້ປັ້ນ" ຫລື "ໄດ້ເຮັດເປັນຮູບຮ່າງ" ຫລື "ໄດ້ສ້າງ"

ມະນຸດ..ມະນຸດ

"ມະນຸດສະໂລກ ... ມະນຸດ" ຫລື "ຄົນ ... ຜູ້ຄົນ" ບໍ່ໄດ້ຫມາຍເຖີງສະເພາະຜູ້ຊາຍ

ຮູດັງຂອງເຂົາ

"ຮູດັງຂອງເຂົາ"

ມີຊີວິດ

"ການຫາຍໃຈທີ່ເຮັດໃຫ້ມີຊີວິດຂື້ນ." ບ່ອນນີ້ "ຊີວິດ" ຫມາຍເຖີງຊີວິດທາງກາຍຍະພາບ.

ສວນແຫ່ງຫນຶ່ງ

ນີ້ອາດຈະແມ່ນສວນຫມາກແຫ່ງຫນຶ່ງ ທີ່ມີຕົ້ນຫມາກໄມ້ ຫລື ເຂດທີ່ມີຕົ້ນໄມ້ທຸກຊະນິດ.

ທາງທິດຕາເວັນອອກ

"ໃນທາງທິດຕາເວັນອອກ"

Genesis 2:9

ຕົ້ນໄມ້ແຫ່ງຊີວິດ

"ຕົ້ນໄມ້ທີ່ໃຫ້ມະນຸດມີຊີວິດ"

ຊີວິດ

ໃນນີ້ຫມາຍເຖີງ "ຊີວິດນິລັນດອນ" ຫລື ຊີວິດທີ່ບໍ່ມີວັນສິ້ນສຸດ.

ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວ

"ຕົ້ນໄມ້ທີ່ໃຫ້ຄົນມີຄວາມສາມາດເຂົ້າໃຈທັງຄວາມດີ ແລະຄວາມຊົ່ວ" ຫລື "ຕົ້ນໄມ້ທີ່ເຮັດໃຫ້ຄົນທີ່ກິນຫມາກຂອງມັນ ສາມາດຮູ້ສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ."

ຄວາມດີ ແລະ ຊົ່ວ

ນີ້ແມ່ນຮູບແບບຂອງການເວົ້າເຊິ່ງຫມາຍເຖິງ ຄວາມດີເລີດປະເສີດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງນັ້ນ. ອາດແປໄດ້ອີກວ່າ: "ທຸກຢ່າງ, ລວມທັງສິ່ງດີ ແລະ ຊົ່ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

ຢູ່ກາງສວນ

"ຢູ່ໃນກາງສວນ." ຕົ້ນໄມ້ສອງຕົ້ນນີ້ອາດຈະບໍ່ໄດ້ຕັ້ງຢູ່ເຄິ່ງກາງຂອງສວນກໍເປັນໄດ້.

ມີແມ່ນ້ຳສາຍຫນຶ່ງໄຫລມາຈາກເອເດນ

ສວນນັ້ນຢູ່ໃນສວນເອເດນ. ແມ່ນໍ້າສືບຕໍ່ໄຫລອອກນອກສວນເອເດນ. ອາດແປໄດ້ອີກວ່າ: "ແມ່ນໍ້າໄຫລຜ່ານສວນເອເດນ ເພື່ອໃຫ້ຄວາມຊຸ່ມຊື່ນແກ່ສວນ."

Genesis 2:11

ປີໂຊນ

ຊື່ນີ້ປາກົດເຫັນຢູ່ໃນພຣະຄຳພີພຽງແຕ່ຄັ້ງດຽວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names).

ແຜ່ນດິນທັງຫມົດຂອງຮາວີລາ

"ແຜ່ນດິນທັງຫມົດເອີ້ນວ່າຮາວີລາ." ມັນຕັ້ງຢູ່ບາງເຂດໃນທະເລຊາຍອາຣັບບຽນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names).

ແຜ່ນດິນນັ້ນເປັນທອງຄຳ

ປະໂຫຍກນີ້ໃຫ້ຂໍ້ມູນກ່ຽວກັບຮາວີລາ. ບາງພາສາຈະແປມັນເປັນປະໂຫຍກແຍກອອກຕ່າງຫາກ. ອາດແປໄດ້ອີກວ່າ: "ມີທອງຄຳຢູ່ໃນຮາວີລາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

ໃນນີ້ມີຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ) ແລະ ຫີນໂມຣາດ້ວຍ

ປະໂຫຍກ "ໃນນີ້" ຖືກວາງໄວ້ໃນຕົ້ນປະໂຫຍກເພື່ອເນັ້ນຫນັກ. ອາດແປໄດ້ອີກວ່າ: "ບ່ອນນີ້ທີ່ມະນຸດສາມາດພົບເຫັນຢາງໄມ້ຕະຄໍ້າ ແລະ ຫີນໂມຣາ.

ຢາງໄມ້ຕະຄໍ້າ (ຢາງໄມ້ຫອມທີ່ມີຣາຄາ)

ຢາງນີ້ມາຈາກຕົ້ນໄມ້ ແລະ ມີກິ່ນທີ່ຫອມ. ຢາງແມ່ນສິ່ງຫນຽວທີ່ອອກມາຈາກຕົ້ນໄມ້ບາງຊະນິດ ແລະ ສາມາດເຜົາໄຫມ້ໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ຫີນໂມຣາ

"ຫີນໂມຣາ" ໂມຣາເປັນຫີນຊະນິດຫນຶ່ງທີ່ສວຍງາມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

Genesis 2:13

ກີໂຮນ

ຊື່ແມ່ນໍ້ານີ້ປາກົດເຫັນຢູ່ໃນພຣະຄຳພີພຽງແຕ່ຄັ້ງດຽວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names).

ໄຫລຜ່ານແຜ່ນດິນທັງຫມົດຂອງກູເຊ

ແມ່ນໍ້າບໍ່ໄດ້ປົກຄຸມເນື້ອທີ່ດິນທັງຫມົດ, ແຕ່ໄດ້ໄຫລຜ່ານຫລາຍສ່ວນຂອງເນື້ອທີ່ດິນ.

ແຜ່ນດິນທັງຫມົດຂອງກູເຊ

"ເນີ້ອທີ່ດິນທັງຫມົດ ເອີ້ນວ່າກູເຊ"

ໄຫລໄປທາງຕາເວັນອອກຂອງອັດຊີເລຍ

"ເຊິ່ງໄຫລຢູ່ໃນແຜ່ນດິນທາງຕາເວັນອອກຂອງແຜ່ນດິນອັດຊີເລຍ." ແມ່ນໍ້າຕິກຣິດໄຫລແຕ່ເຫນືອ ຮອດໃຕ້. ປະໂຫຍກທີ່ວ່າ " ຊຶ່ງໄຫລໄປທາງທິດຕາເວັນອອກຂອງແຜ່ນດິນອັດຊີເລຍ" ໃຫ້ຂໍ້ມູນກ່ຽວກັບຈຸດທີ່ຕັ້ງຂອງແມ່ນໍ້າຕິກຣິດຢູ່ໃສ. ບາງພາສາຈະແປມັນເປັນປະໂຫຍກແຍກອອກຕ່າງຫາກ. ອາດແປໄດ້ອີກວ່າ: "ແລະມັນໄຫລໄປທາງທິດຕາເວັນອອກຂອງແຜ່ນດິນ ອັດຊີເລຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

Genesis 2:15

ສວນແຫ່ງເອເດນ

"ສວນແມ່ນຕັ້ງຢູ່ໃນເອເດນ"

ເພື່ອຮັກສາ

"ເພື່ອບົວລະບັດສວນ." ນີ້ຫມາຍຄວາມວ່າໃຫ້ເຮັດທຸກສິ່ງເພື່ອໃຫ້ພືດຕ່າງໆຈະເຕີບໃຫຍ່ໄດ້ດີ.

ເບິ່ງແຍງສວນ

ເພື່ອປົກປັກຮັກສາປ້ອງກັນບໍ່ໃຫ້ທຸກສິ່ງເກີດຂື້ນກັບສວນ.

ຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້

"ຫມາກໄມ້ຈາກທຸກຕົ້ນໃນສ່ວນ"

ເຈົ້າ

ໃນນີ້ປະໂຫຍກນີ້ແມ່ນຄຳນາມດຽວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ເຈົ້າສາມາດກິນ....ເຈົ້າບໍ່ສາມາດກິນ

ໃນບາງພາສາມັນເປັນເລື່ອງປົກກະຕິ ທີ່ທຳອິດຈະເວົ້າໃນສິ່ງທີ່ບໍ່ໄດ້ຮັບອະນຸຍາດ ແລະ ຈາກນັ້ນເວົ້າໃນສິ່ງທີ່ອະນຸຍາດໃຫ້ເຮັດໄດ້.

ສາມາດກິນ

"ສາມາດກິນໄດ້ໂດຍບໍ່ມີຂໍ້ຫ້າມ"

ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວ

"ຕົ້ນໄມ້ທີ່ໃຫ້ມະນຸດມີຄວາມສາມາດເຂົ້າໃຈທັງສິ່ງດີ ແລະ ຊົ່ວ" ຫລື "ຕົ້ນໄມ້ທີ່ເຮັດໃຫ້ຄົນທີ່ກິນຫມາກຂອງມັນສາມາດຮູ້ສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ". ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 2:9.

ຢ່າໄດ້ກິນ

"ເຮົາບໍ່ອະນຸຍາດໃຫ້ເຈົ້າກິນ" ຫລື "ເຈົ້າຢ່າໄດ້ກິນເດັດຂາດ"

Genesis 2:18

ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ

"ເຮົາຈະສ້າງຜູ້ຊ່ວຍເຫລືອ ທີ່ເຫມາະສົມພຽງແຕ່ສຳລັບເຂົາ"

ສັດທຸກຕົວຂອງທ້ອງທົ່ງ ແລະ ນົກທຸກຕົວຂອງທ້ອງຟ້າ

ປະໂຫຍກທີ່ວ່າ "ທົ່ງນາ" ແລະ "ທ້ອງຟ້າ" ບອກບ່ອນທີ່ພົບເຫັນສັດ ແລະ ນົກ. ອາດແປໄດ້ອີກວ່າ: "ສັດ ແລະ ນົກທຸກຊະນິດ."

ບັນດາສັດລຽ້ງ

"ສັດທຸກຊະນິດທີ່ມະນຸດເປັນຜູລ້ຽງດູ"

ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ

ປະໂຫຍກນີ້ເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ບໍ່ພົບຜູ້ຊ່ວຍເຫລືອ ທີ່ເຫມາະສົມສຳລັບຕົວຜູ້ຊາຍນັ້ນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 2:21

ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ

"ເຮັດໃຫ້ຊາຍຄົນນັ້ນນອນຫລັບສະຫນິດ." ການນອນຫລັບເລິກແມ່ນຊ່ວງເວລາຂອງການນອນ ຊຶ່ງຄົນເຮົາບໍ່ໄດ້ລົບກວນ ຫລື ຕື່ນງ່າຍ.

ດ້ວຍດູກຂ້າງ...... ພຣະເຈົ້າໄດ້ຊົງສ້າງຜູ້ຍິງ

"ດ້ວຍດູກຂ້າງ...... ພຣະເຈົ້າໄດ້ຊົງສ້າງຜູ້ຍິງ." ກະດູກຂ້າງເປັນອຸປະກອນທີ່ພຣະເຈົ້າຊົງໃຊ້ເພື່ອສ້າງເປັນຜູ້ຍິງ.

ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ

"ໃນທີ່ສຸດ, ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ." ຫລັງຈາກຊອກຫາໃນບັນດາສັດທັງຫມົດ ເພື່ອທີ່ຈະມາເປັນຄູ່ຮ່ວມຊີວິດ ແລະ ບໍ່ພົບຄູ່ທີ່ເຫມາະສົມ, ໃນທີ່ສຸດລາວໄດ້ເຫັນຄົນທີ່ເປັນຄືລາວ ແລະ ສາມາດເປັນຄູ່ຮ່ວມຊີວິດຂອງລາວ. ຊາຍຄົນນັ້ນອາດສະແດງຄວາມຮູ້ສຶກສະບາຍໃຈ ແລະ ມີຄວາມສຸກ.

ເນື້ອຫນັງ

ນີ້ຫມາຍເຖີງພາກສ່ວນທີ່ອ່ອນໃນຮ່າງກາຍ ເຊັ່ນຫນັງ ແລະ ກ້າມຊີ້ນ.

ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ

ນາຍແປພາສາອາດຈະຕ້ອງຂຽນຫມາຍເຫດວ່າ "ຄຳພາສາເຮັບເຣີ ສຳລັບ 'ຜູ້ຍິງ' ຟັງຄືຄຳພາສາເຮັບເຣີ ສຳລັບ 'ຜູ້ຊາຍ.'

Genesis 2:24

ຂໍ້ມູນທົ່ວໄປ:

ສິ່ງທີ່ຕໍ່ໄປນີ້ແມ່ນຖືກຂຽນໂດຍຜູ້ຂຽນ. ຜູ້ຊາຍບໍ່ໄດ້ເວົ້າເລື່ອງເຫລົ່ານີ້.

ດັ່ງນັ້ນ

"ຍ້ອນດັ່ງນັ້ນ"

ຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ

"ຜູ້ຊາຍຈະອອກຈາກເຮືອນພໍ່ ແລະ ແມ່ຂອງລາວ." ນີ້ແມ່ນຫມາຍເຖີງຜູ້ຊາຍໂດຍທົ່ວໄປ. ມັນບໍ່ໄດ້ຫມາຍເຖິງຜູ້ຊາຍຄົນໃດຄົນຫນຶ່ງໃນເວລາສະເພາະໃດຫນຶ່ງ.

ພວກເຂົາຈະກາຍເປັນເນື້ອດຽວກັນ

ສຳນວນນີ້ເວົ້າກ່ຽວກັບກິດຈະກຳທາງເພດ ຄືກັບວ່າຮ່າງກາຍທີ່ຢູ່ນຳກັນກາຍເປັນຮ່າງກາຍດຽວ. ອາດແປໄດ້ອີກວ່າ: "ສອງຮ່າງກາຍຂອງພວກເຂົາຈະກາຍເປັນຫນຶ່ງຮ່າງກາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພວກເຂົາທັງສອງເປືອຍກາຍ

ຄຳສັບ "ພວກເຂົາ" ຫມາຍເຖີງຜູ້ຊາຍ ແລະ ຜູ້ຍິງທີ່ພຣະເຈົ້າຊົງສ້າງ.

ເປືອຍກາຍ

"ບໍ່ໄດ້ສວມໃສ່ເຄື່ອງນຸ່ງ"

ແຕ່ບໍ່ອາຍກັນ

"ພວກເຂົາບໍ່ອາຍໃນການເປືອຍກັນ"