19

1 ເມື່ອ ເທວະດາ ສອງ ຕົນ ໄດ້ ເຂົ້າ ໄປ ຮອດ ເມືອງ ໂຊໂດມ ໃນ ຕອນ ຄ່ຳ ຂອງ ມື້ ນັ້ນ ແລະ ໂລດ ກໍ ກຳລັງ ນັ່ງ ຢູ່ ທີ່ ປະຕູ ເມືອງ. ໃນທັນ ໃດ ທີ່ ເຫັນ ເທວະດາ ນັ້ນ ເພິ່ນ ກໍ ຟ້າວ ລຸກ ຂຶ້ນ ອອກ ໄປ ຕ້ອນຮັບ ທັນທີ 2 ແລະ ເວົ້າວ່າ, “ທ່ານເອີຍ ຂ້ານ້ອຍ ຜູ້ຮັບໃຊ້ ຂອງທ່ານ. ຂໍກະລຸນາ ແວ່ ເຂົ້າ ໄປ ໃນ ເຮືອນ ຂອງ ຂ້ານ້ອຍ ກ່ອນ ແດ່ ທ້ອນ. ທ່ານ ຈະ ລ້າງ ຕີນ ແລະ ພັກແຮມຄືນ ກໍໄດ້. ພໍ ຮຸ່ງ ເຊົ້າ ຂຶ້ນ ມາ ທ່ານ ຈຶ່ງ ຄ່ອຍ ເດີນ ທາງ ໄປ ຕໍ່. ” ແຕ່ ພວກເພິ່ນ ຕອບ ວ່າ, “ບໍ່, ເຮົາ ຈະ ຄ້າງຄືນ ທີ່ ສີ່ ແຍກ ຂອງ ເມືອງ ນີ້. ” 3 ແຕ່ ໂລດ ສືບ ຕໍ່ ຂໍຮ້ອງ ແລະ ໃນທີ່ ສຸດ ຊາຍ ທັງ ສອງ ກໍ ຕົກ ລົງ ໄປ ທີ່ ເຮືອນ ຂອງ ໂລດ. ເພິ່ນ ສັ່ງ ຄົນ ຮັບ ໃຊ້ ຂອງຕົນ ໃຫ້ ຈັດ ແຈ່ງ ເຂົ້າ ປາອາຫານ ຢ່າງດີ ມາຕ້ອນຮັບແຂກ. ເມື່ອ ຕຽມ ມາ ຮຽບຮ້ອຍ ແລ້ວ ເທວະດາ ທັງສອງ ຈຶ່ງ ພາກັນ ຮັບກິນ. 4 ກ່ອນ ແຂກ ທັງ ສອງ ຈະ ເຂົ້າ ໄປ ນອນ ຜູ້ຊາຍ ຊາວ ເມືອງ ໂຊໂດມ ກໍ ມາ ອ້ອມ ເຮືອນ ຂອງ ໂລດ. ຜູ້ຊາຍ ຊາວ ເມືອງ ທຸກຄົນ ທັງ ໜຸ່ມ ແລະ ແກ່ ໄດ້ ມາ ທີ່ນັ້ນ. 5 ພວກເຂົາ ຮ້ອງ ໂລດ ອອກ ມາ ແລະ ຖາມ ວ່າ, “ຜູ້ຊາຍ ທີ່ ມາ ພັກ ບ້ານໂຕ ຄືນນີ້ ຢູ່ໃສ? ເອົາ ພວກເຂົາ ອອກ ມາ ໃຫ້ ພວກເຮົາສາ” ພວກຜູ້ຊາຍ ຊາວ ເມືອງ ໂຊໂດມ ຕ້ອງການ ສົມສູ່ ທາງເພດ ກັບ ແຂກ ສອງ ຄົນນີ້. 6 ໂລດ ຈຶ່ງ ອອກ ມາ ຂ້າງ ນອກ ແລະ ອັດປະຕູ ໄວ້. 7 ໂລດ ເວົ້າຕໍ່ ພວກເຂົາວ່າ, “ເພື່ອນ ເອີຍ ເຮົາ ຂໍນຳ ຢ່າ ເຮັດ ເລື່ອງ ຊົ່ວ ຊ້າ ຢ່າງ ນີ້ ເລີຍ 8 ເອົາ ຢ່າງນີ້ສາ ເຮົາ ມີ ລູກສາວ ສອງ ຄົນ ທີ່ ຍັງ ບໍ່ເຄີຍ ຜ່ານ ຜູ້ຊາຍ ຈັກເທື່ອ. ເຮົາ ຈະນຳ ເຂົາ ອອກ ມາ ໃຫ້ ພວກທ່ານ ເພື່ອໃຫ້ ເຮັດຕາມໃຈຊອບ. ແຕ່ ຢ່າ ເຮັດ ສິ່ງໃດ ກັບ ຊາຍ ສອງ ຄົນ ນີ້; ພວກເພິ່ນ ເປັນ ແຂກ ຂອງເຮົາ ແລະ ເຮົາ ຈຳ ເປັນ ຕ້ອງ ຄຸ້ມ ຄອງ ພວກເພິ່ນ.” 9 ແຕ່ ພວກເຂົາ ຕອບ ໂລດ ວ່າ, “ຖອຍ ອອກ ໄປ ບັກ ຕ່າງຊາດ ໂຕ ແມ່ນ ໃຜ ທີ່ ບັງ ອາດ ມາ ສອນ ພວກເຮົາ? ຫລີກ ອອກ ໄປ ຫລື ຈະ ໃຫ້ ພວກເຮົາ ເຮັດ ກັບ ໂຕ ໜັກ ກວ່າ ເຮັດ ກັບ ພວກເຂົາ. ” ຊາວ ເມືອງ ຊຸກ ໂລດ ໃຫ້ ຖອຍໄປ ແລະ ພາກັນ ກ່າວ ເຂົ້າ ມາ ເພື່ອ ຈະ ທຸບ ປະຕູ ບຸກ ເຂົ້າ ໄປ. 10 ແຕ່ ຊາຍ ທັງ ສອງ ທີ່ ຢູ່ ໃນ ເຮືອນ ໄຂ ປະຕູ ອອກ ມາ ດຶງ ເອົາ ໂລດ ເຂົ້າ ໄປ ໃນ ເຮືອນ ແລະ ອັດປະຕູ ໄວ້. 11 ແລ້ວຊາຍທັງ ສອງ ກໍ ບັນດານ ໃຫ້ ພວກອັນທະພານ ທີ່ ຢູ່ຂ້າງ ນອກນັ້ນ ຕາບອດ ມືດມົວໄປ. ດັ່ງນັ້ນ ພວກເຂົາ ຈຶ່ງ ບໍ່ເຫັນປະຕູ ເຮືອນ. 12 ຊາຍ ທັງສອງ ໄດ້ ບອກ ໂລດ ວ່າ, “ຖ້າ ເຈົ້າ ມີ ພີ່ນ້ອງ ຄົນອື່ນ ອີກ ຢູ່ໃນເມືອງ ນີ້ ເຊັ່ນ: ລູກຊາຍ, ລູກສາວ, ລູກເຂີຍ ແລະ ພີ່ ນ້ອງ ຄົນ ອື່ນ ໆ; ຈົ່ງ ພາກັນ ອອກ ໜີໄປ ຈາກ ເມືອງ ນີ້ ໄວໆ 13 ເພາະ ພວກເຮົາ ກໍາລັງ ຈະ ທຳ ລາຍ ເມືອງ ນີ້. ອົງພຣະຜູູ້ ເປັນເຈົ້າ ໄດ້ຍິນ ສຽງ ຟ້ອງ ຮ້ອງ ຢ່າງ ໜັກ ໜ່ວງ ຕໍ່ສູ້ ປະຊາຊົນ ເຫລົ່ານີ້. ສະນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ໃຊ້ ພວກເຮົາ ມາ ເພື່ອ ທຳ ລາຍ ເມືອງ ໂຊໂດມ ນີ້.” 14 ແລ້ວ ໂລດ ກໍ ໄປ ເວົ້າ ກັບ ຄູ່ ໝັ້ນ ຂອງ ລູກສາວ ຕົນ ວ່າ, “ຈົ່ງ ໜີ ອອກ ຈາກ ເມືອງ ນີ້ ໄວໆ ເພາະ ອົງ ພຣະ ຜູ້ ເປັນ ເຈົ້າ ຈະ ທຳ ລາຍ ເມືອງ ນີ້. ” ແຕ່ ພວກເຂົາ ຄິດ ວ່າ ໂລດ ເວົ້າ ຫລິ້ນ. 15 ເມື່ອ ເວລາ ຮຸ່ງ ເຊົ້າ ມາ ເທວະດາ ສອງ ຕົນ ນັ້ນ ກໍພະຍາຍາມ ເລັ່ງ ໂລດ ວ່າ, “ໄວໆ! ຈົ່ງ ເອົາ ເມຍ ກັບ ລູກສາວ ສອງ ຄົນ ຂອງ ເຈົ້າ ອອກ ໜີໄປ ເພື່ອ ວ່າ ພວກເຈົ້າ ຈະ ບໍ່ ຕາຍ ເມື່ອ ເມືອງ ນີ້ ຖືກ ທຳ ລາຍ.” 16 ແຕ່ ໂລດ ຍັງ ສົງ ໄສ ຢູ່ ເຖິງ ຢ່າງ ໃດ ກໍດີ ອົງ ພຣະ ຜູ້ ເປັນ ເຈົ້າ ຍັງ ເມດຕາ ໂລດ. ດັ່ງນັ້ນ ເທວະດາ ທັງ ສອງ ຈຶ່ງ ດຶງມື ລາວ ພ້ອມ ທັງ ເມຍ ແລະ ລູກສາວ ອອກ ໄປ ຈາກ ເມືອງ ໂດຍ ໄວ. 17 ເມື່ອ ພວກເຂົາ ຖືກ ນຳ ອອກ ມາ ຈາກ ເມືອງ ແລ້ວ ເທວະດາ ຕົນ ໜຶ່ງ ກໍ ເວົ້າ ວ່າ, “ຈົ່ງ ຟ້າວ ໜີ ເອົາ ຕົວ ລອດ! ຢ່າ ຫລຽວ ຄືນ ຫລັງ ແລະ ຢ່າ ຢຸດ ຢູ່ ທີ່ ຮ່ອມພູ. ຈົ່ງ ພາກັນ ແລ່ນ ຂຶ້ນ ໄປ ເທິງ ເນີນ ພູ ເພື່ອເອົາ ຊີວິດລອດ.” 18 ແຕ່ ໂລດ ຕອບ ວ່າ, “ທ່ານເອີຍ ຂ້ານ້ອຍ ຂໍນຳ ຢ່າ ໃຫ້ ພວກ ຂ້ານ້ອຍ ໄປ ຍັງ ທີ່ ນັ້ນເທາະ. 19 ການ ທີ່ທ່ານ ຊ່ວຍ ຊີວິດ ພວກ ຂ້ານ້ອຍ ໄວ້ ກໍ ເປັນ ຄວາມ ເມດຕາ ອັນ ໃຫຍ່ ຫລວງ ຢູ່ ແລ້ວ. ແຕ່ ເນີນພູ ນັ້ນ ຢູ່ ໄກ ຫລາຍ. ໄພພິບັດ ອາດ ຕາມ ມາ ທັນ ຂ້ານ້ອຍ ກໍໄດ້ ແລະ ຂ້ານ້ອຍ ຈະ ຕາຍ ກ່ອນ ຈະ ໄປ ເຖິງ ທີ່ນັ້ນ. 20 ທ່ານ ເຫັນ ເມືອງ ນ້ອຍໆ ນັ້ນ ບໍ? ເມືອງ ນັ້ນ ຢູ່ ໃກ້ ພໍ ທີ່ ຈະ ໄປ ເຖິງ ໄດ້. ໂຜດ ໃຫ້ ຂ້ານ້ອຍ ໄປ ທີ່ ນັ້ນ ສາ. ທ່ານເບິ່ງເຫັນ ວ່າ ມັນ ເປັນບ່ອນນ້ອຍໆ ແລະ ພວກ ຂ້ານ້ອຍ ຈະ ປອດໄພ.” 21 ເທວະດາ ນັ້ນ ຕອບ ວ່າ, “ຕົກ ລົງ ເຮົາ ຈະ ບໍ່ ທຳລາຍ ເມືອງ ນັ້ນ. 22 ຮີບ ແລ່ນ ໄປ ໄວໆ! ເຮົາ ຈະ ບໍ່ ເຮັດ ສິ່ງ ໃດ ສິ່ງ ໜຶ່ງ ຈົນ ກວ່າ ເຈົ້າຈະ ໄປ ເຖິງ ທີ່ນັ້ນ. ” ສະນັ້ນ ເມືອງ ນີ້ ຈຶ່ງ ມີ ຊື່ ວ່າ ໂຊອາ. (ຣ) 23 ເມື່ອ ໂລດ ໄປ ເຖິງ ເມືອງ ໂຊອາ ຕາເວັນ ກໍ ກຳລັງ ຂຶ້ນ. 24 ໃນທັນໃດ ອົງພຣະຜູູ້ເປັນເຈົ້າ ກໍ ບັນດານໃຫ້ ໄຟ ແລະ ມາດ ດັ່ງ ຫ່າຝົນ ຕົກ ລົງ ມາ ໃສ່ ເມືອງ ໂຊໂດມ ແລະ ໂກໂມຣາ 25 ແລະ ທໍາລາຍ ສອງ ຕົວເມືອງ, ຮ່ອມພູ ທັງໝົດ, ຊາວ ເມືອງ ທຸກຄົນ ພ້ອມ ກັບ ພືດພັນ ຕ່າງໆ ທີ່ ເກີດຂຶ້ນ ຈາກ ພື້ນດິນນັ້ນ ຈົນ ກ້ຽງ. 26 ແຕ່ ເມຍ ຂອງ ໂລດ ຫລຽວ ຄືນ ຫລັງ. ສະນັ້ນ ນາງ ຈຶ່ງ ກາຍເປັນ ເສົາ ເກືອ. 27 ມື້ ຕໍ່ມາ ຕັ້ງ ແຕ່ ເຊົ້າ ໆ ອັບຣາຮາມ ຟ້າວ ໄປ ຍັງບ່ອນ ທີ່ເພິ່ນ ໄດ້ ພົບ ອົງພຣະຜູ້ ເປັນເຈົ້າ ນັ້ນ. 28 ເພິ່ນຫລຽວ ລົງເບິ່ງ ເມືອງ ໂຊໂດມ ກັບ ເມືອງ ໂກໂມຣາ ແລະ ຮ່ອມພູ ທັງໝົດ ຈຶ່ງ ເຫັນ ຄວັນ ໄຟ ພຸ່ງ ຂຶ້ນ ມາຈາກ ພື້ນດິນ ດັ່ງ ຄວັນໄຟ ທີ່ ພຸ່ງ ຂຶ້ນ ມາ ຈາກ ເຕົາ ຫລອມ ໃຫຍ່. 29 ແຕ່ ເມື່ອ ພຣະເຈົ້າ ທຳ ລາຍ ເມືອງ ຕ່າງໆ ໃນ ຮ່ອມພູ ບ່ອນ ທີ່ ໂລດ ອາໄສ ຢູ່ນັ້ນ; ພຣະອົງ ຍັງ ຈື່ ຈຳ ຄໍາ ຂໍຮ້ອງ ຂອງ ອັບຣາຮາມ ແລະ ຊ່ວຍ ໂລດ ໃຫ້ ພົ້ນຈາກ ອັນຕະລາຍ. 30 ເພາະ ໂລດ ຢ້ານກົວ ຈຶ່ງ ບໍ່ຢາກ ຢູ່ ໃນ ເມືອງ ໂຊອາ ອີກ ຕໍ່ໄປ. ສະນັ້ນ ເພິ່ນ ຈຶ່ງ ພາ ລູກສາວ ທັງ ສອງ ຍ້າຍ ຂຶ້ນ ໄປ ຍັງ ເນີນພູ ແລະ ອາໄສ ຢູ່ໃນຖໍ້າ. 31 ຕໍ່ມາ ຜູ້ ເອື້ອຍ ໄດ້ ເວົ້າ ກັບ ຜູ້ນ້ອງ ວ່າ, “ພໍ່ ຂອງ ພວກເຮົາ ກໍ ເຖົ້າແກ່ ແລ້ວ ແລະ ບໍ່ ມີ ຊາຍ ຄົນ ໃດ ໃນ ດິນແດນ (ລ) ເຫລືອ ຢູ່ ພໍ ທີ່ຈະ ແຕ່ງງານ ກັບພວກເຮົາ ເພື່ອຈະ ໄດ້ ມີ ລູກ ສືບ ແທນ ຂອງ ພວກເຮົາ. 32 ມາເທາະ ຈົ່ງ ເອົາ ເຫລົ້າ ໃຫ້ ພໍ່ ດື່ມ ຈົນ ເມົາ ເພື່ອ ພວກເຮົາ ຈະ ໄດ້ ນອນ ນຳ ເພິ່ນ ແລະ ໂດຍ ວິທີ ນີ້ ພວກເຮົາ ຈະໄດ້ມີ ລູກ. ” 33 ໃນຄືນນັ້ນ ພວກເຂົາ ໄດ້ ເອົາ ເຫລົ້າອະງຸ່ນ ໃຫ້ ພໍ່ຂອງຕົນ ດື່ມ ຈົນ ເມົາ ແລະ ຜູ້ ເອື້ອຍ ກໍ ໄປ ນອນນຳ ພໍ່ຂອງຕົນ, ແຕ່ ຍ້ອນ ຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງ ນີ້. 34 ມື້ ຕໍ່ມາ ຜູ້ເອື້ອຍ ຈຶ່ງ ເວົ້າ ກັບ ຜູ້ນ້ອງ ວ່າ, “ຂ້ອຍ ນອນນໍາ ພໍ່ ແລ້ວ ຄືນວານນີ້; ຄືນມື້ນີ້ ເຮົາເຮັດ ໃຫ້ເພິ່ນ ເມົາອີກ ແລະ ແມ່ນ ທີ ຂອງເຈົ້າ ທີ່ ຈະ ນອນນຳ ເພ່ິ່ນ. ແລ້ວ ພວກເຮົາ ກໍ ຈະ ໄດ້ ລູກ ນຳພໍ່. ” 35 ດັ່ງນັ້ນ ພວກເຂົາ ຈຶ່ງ ເອົາ ເຫລົ້າ ໃຫ້ ພໍ່ ດື່ມໃນຄືນນັ້ນ ແລ້ວ ຜູ້ນ້ອງ ກໍ ນອນນຳ ພໍ່ຂອງຕົນ, ແຕ່ ຍ້ອນ ຄວາມມຶນເມົາ ເພິ່ນຈຶ່ງບໍ່ຮູ້ເລື່ອງ ນີ້. 36 ດ້ວຍ ວິທີນີ້ ລູກສາວ ທັງສອງ ຂອງ ໂລດ ຈຶ່ງ ພາກັນ ຕັ້ງ ທ້ອງ ກັບ ພໍ່ ຂອງ ຕົນເອງ. 37 ຜູ້ເອື້ອຍ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ໂມອາບ. (ວ) ລາວ ເປັນບັນພະບຸລຸດ ຂອງຊາວ ໂມອາບ ມາຈົນເຖິງ ປັດຈຸບັນ ນີ້. 38 ສ່ວນ ຜູ້ນ້ອງ ໄດ້ ລູກຊາຍ ຜູ້ໜຶ່ງ ຄື ກັນ ຊື່ວ່າ ເບນຳ​ມີ. (ຫ) ລາວ ເປັນບັນພະບຸລຸດ ຂອງຊາວ ອໍາໂມນ ມາຈົນ ເຖິງປັດຈຸບັນ ນີ້.