18

1 ອົງພຣະ ຜູ້ ເປັນເຈົ້າ ໄດ້ ປາກົດ ແກ່ ອັບຣາຮາມ ທີ່ ຕົ້ນໄມ້ ສັກສິດ ຂອງ ມຳເຣ ໃນ ຂະນະທີ່ ເພິ່ນ ກຳ ລັງ ນັ່ງ ຢູ່ ທີ່ ປະຕູ ເຕັນ ເວລາ ແດດ ກ້າ 2 ເມື່ອ ອັບຣາຮາມ ເງີຍ ໜ້າ ຂຶ້ນ ກໍ ເຫັນ ຊາຍ ສາມ ຄົນ ຢືນ ຢູ່ ຕໍ່ ໜ້າ ເພິ່ນ. ໃນທັນ ໃດ ທີ່ ເຫັນ ພວກເພິ່ນ ເພິ່ນ ຈຶ່ງ ຟ້າວ ລຸກ ຂຶ້ນ ແລ່ນ ອອກ ໄປ ຕ້ອນຮັບ. 3 ເພິ່ນ ກົ້ມ ຂາບລົງ ແລະ ກ່າວ ວ່າ, “ທ່ານເອີຍ ກ່ອນ ຈະ ໄປ ທີ່ ອື່ນ ເຊີນ ແວ່ ບ້ານ ຂອງ ຂ້ານ້ອຍ ເທາະ ຂ້ານ້ອຍ ຍິນ ດີ ຈະ ຮັບໃຊ້ ພວກທ່ານ. 4 ຂ້ານ້ອຍ ຈະ ເອົາ ນໍ້າ ມາ ໃຫ້ ທ່ານ ລ້າງ ຕີນ ແລ້ວ ຈົ່ງ ພັກຜ່ອນ ຢູ່ ໃຕ້ ຕົ້ນໄມ້ ນີ້ ກ່ອນ ກໍໄດ້. 5 ຂ້ານ້ອຍ ຈະ ເອົາ ອາຫານ ບາງເລັກນ້ອຍ ມາ ໃຫ້ ທ່ານ ກິນ ເພື່ອ ວ່າ ທ່ານ ຈະ ມີ ແຮງ ເດີນ ທາງ ຕໍ່ ໄປ. ທ່ານ ໄດ້ ໃຫ້ກຽດ ມາ ຮອດ ບ້ານ ຂອງ ຂ້ານ້ອຍ ແລ້ວ. ສະນັ້ນກະລຸນາ ໃຫ້ ຂ້ານ້ອຍ ໄດ້ ຮັບໃຊ້ ທ່ານ ເທີ້ນ. ” ແລ້ວ ຊາຍ ທັງ ສາມ ກໍ ຕອບ ວ່າ, “ຂອບໃຈ ພວກເຮົາ ຕົກ ລົງ.” 6 ອັບຣາຮາມ ຈຶ່ງ ຟ້າວ ແລ່ນ ເຂົ້າ ໄປ ໃນ ຜ້າ ເຕັນ ແລະ ບອກ ຊາຣາ ວ່າ “ໄວໆ ຮີບ ໄປ ເອົາ ແປ້ງ ຢ່າງດີ ຖົງ ໜຶ່ງ ມາ ນວດ ແລະ ເຮັດ ເຂົ້າ ຈີ່. ” 7 ສ່ວນ ເພິ່ນ ເອງ ນັ້ນ ຟ້າວ ແລ່ນ ໄປ ຫາ ຝູງສັດ ແລະ ເລືອກ ເອົາ ງົວ ນ້ອຍ ໂຕໜຶ່ງ ທີ່ ຕູ້ຍ ພີ ດີ ມາ ໃຫ້ ຄົນ ຮັບ ໃຊ້ ຂ້າ ແລະ ຈັດ ແຈ່ງ ເປັນ ອາຫານ. 8 ແລ້ວ ເພິ່ນ ກໍ ເອົາ ເນີຍ, ນ້ຳ ນົມ ສົດ ແລະ ຊີ້ນ ທີ່ ຈັດແຈ່ງ ແລ້ວ ນັ້ນ ມາ ວາງ ໄວ້ ຕໍ່ ໜ້າ ຊາຍ ທັງ ສາມ. ເມື່ອ ຊາຍ ທັງ ສາມ ຮັບ ກິນ ຢູ່ ໃຕ້ ຕົ້ນໄມ້ ນັ້ນ ອັບຣາຮາມ ກໍ ຢືນ ຮັບ ໃຊ້ ດ້ວຍ ຕົນ ເອງ. 9 ແລ້ວ ແຂກ ທັງ ສາມ ກໍ ຖາມ ເພິ່ນ ວ່າ, “ຊາຣາ ເມຍ ຂອງ ເຈົ້າ ຢູ່ ໃສ? ” ເພິ່ນ ຕອບ ວ່າ, “ນາງ ຢູ່ ໃນ ຜ້າ ເຕັນ. ” 10 ຜູ້ ໜຶ່ງ ໃນ ສາມ ຄົນ ເວົ້າ ວ່າ, “ອີກ ເກົ້າ ເດືອນ (ມ) ເຮົາ ຈະ ກັບ ມາ ແລະ ຊາຣາ ຈະ ມີ ລູກຊາຍ ຄົນ ໜຶ່ງ. ” ນາງ ຊາຣາ ຢືນ ຟັງ ຢູ່ ໃກ້ ປະຕູ ເຂົ້າ ເຕັນ ຂ້າງ ຫລັງ ຜົວ ຂອງຕົນ. 11 ອັບຣາຮາມ ກັບ ຊາຣາ ຕ່າງ ກໍ ເຖົ້າແກ່ ແລ້ວ ແລະ ຊາຣາ ເອງ ກໍ ເຊົາ ເປັນ ປະຈຳ ເດືອນ ແລ້ວ. 12 ດັ່ງ ນັ້ນ ນາງ ຈຶ່ງ ຫົວ ຂວັນ ໃນ ໃຈ ແລະ ເວົ້າ ວ່າ, “ດຽວນີ້ ຂ້ອຍ ແກ່ ເກີນ ທີ່ ຈະ ມີ ລູກ ແລ້ວ; ຂ້ອຍ ຍັງ ຈະ ມີ ຄວາມ ຕ້ອງການ ທາງ ເພດ ຢູ່ ອີກ ບໍ? ແລະ ນອກ ນີ້ ອີກ ຜົວ ຂອງຂ້ອຍ ກໍ ແກ່ ຕົວ ແລ້ວ ດ້ວຍ.” 13 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຖາມ ອັບຣາຮາມ ວ່າ, “ເປັນ ຫຍັງ ຊາຣາ ຈຶ່ງ ຫົວຂວັນ ແລະ ກ່າວ ວ່າ ‘ເຮົາ ຈະ ມີ ລູກ ແທ້ ບໍ ໃນ ເມື່ອ ເຮົາ ແກ່ ຕົວ ຫລາຍ ແລ້ວ? ’ 14 ມີ ຫຍັງ ແດ່ ຍາກ ສໍາລັບ ອົງພຣະ ຜູ້ ເປັນເຈົ້າ ບໍ? ຕາມ ທ່ີ່ ເຮົາ ບອກ ເຈົ້າ ແລ້ວ ໃນ ລະຫວ່າງ ເກົ້າ ເດືອນ ເຮົາ ຈະ ກັບ ມາ ອີກ ແລະ ຊາຣາ ຈະ ມີ ລູກຊາຍ ຜູ້ໜຶ່ງ. ” 15 ເພາະ ນາງ ຊາຣາ ຢ້ານ ຈຶ່ງ ປະຕິເສດ ວ່າ, “ຂ້ານ້ອຍ ບໍ່ ໄດ້ ຫົວຂວັນ. ” ພຣະອົງ ໂຕ້ຕອບ ວ່າ, “ເຈົ້າ ຫົວຂວັນ.” 16 ຫລັງ ຈາກ ນັ້ນ ຊາຍ ທັງ ສາມ ກໍ ຈາກ ໄປ ສູ່ ບ່ອນ ທີ່ ພວກ ຕົນ ຈະ ເຫັນ ເມືອງ ໂຊໂດມ ໄດ້ ແລະ ອັບຣາຮາມ ກໍຕາມ ໄປ ສົ່ງ ດ້ວຍ. 17 ອົງ ພຣະ ຜູ້ ເປັນ ເຈົ້າ ຄິດ ໃນ ໃຈ ວ່າ, “ເຮົາ ຈະ ບໍ່ ປິດ ບັງ ອັບຣາຮາມ ສິ່ງ ທີ່ ເຮົາ ກຳ ລັງ ຈະ ເຮັດ (ນ). 18 ບັນ ດາ ເຊື້ອ ສາຍ ຂອງ ລາວ ຈະ ກາຍເປັນ ຊົນ ຊາດ ທີ່ ຍິ່ງ ໃຫຍ່ ທັງ ມີ ອຳນາດ ແລະ ໂດຍ ຜ່ານ ທາງ ລາວ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ. (ຢ) 19 ເຮົາ ໄດ້ ເລືອກ ເອົາ ລາວ ເພື່ອ ວ່າ ລາວ ຈະ ບອກສອນ ລູກໆ ກັບ ເຊື້ອ ສາຍ ຂອງ ລາວ ໃຫ້ ເຊື່ອ ຟັງ ເຮົາ ທັງ ປະພຶດ ສິ່ງ ທີ່ ຖືກ ຕ້ອງ ແລະ ຊອບທຳ. ຖ້າ ລາວ ຍອມ ເຮົາ ກໍ ຈະ ເຮັດ ທຸກສິ່ງ ຕາມ ທີ່ ເຮົາ ໄດ້ ສັນ ຍາ ໄວ້ ກັບ ລາວ ນັ້ນ ທຸກ ປະການ.” 20 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ກໍ ບອກ ອັບຣາຮາມ ວ່າ, “ມີ ສຽງ ກ່າວ ຟ້ອງ ຕໍ່ ສູ້ ເມືອງ ໂຊໂດມ ແລະ ເມືອງ ໂກໂມຣາ ຢ່າງ ໜັກ ໜ່ວງ ແລະ ການບາບ ຂອງ ຊາວ ເມືອງ ກໍ ໜັກ ໜາ ຫລາຍ. 21 ເຮົາ ຈະ ຕ້ອງ ລົງ ໄປ ສໍາຫລວດ ເບິ່ງ ວ່າ ການ ກ່າວຫາ ທີ່ ເຮົາ ໄດ້ຍິນ ນັ້ນ ເປັນ ຄວາມຈິງ ຫລື ບໍ່? ໍ” 22 ແລ້ວ ຊາຍສອງຄົນ ກໍ ຈາກໄປ ໂດຍມຸ່ງໜ້າ ສູ່ ເມືອງ ໂຊໂດມ, ແຕ່ ອົງ ພຣະຜູ້ ເປັນ ເຈົ້າ ຍັງ ຢູ່ ກັບ ອັບຣາຮາມ. 23 ອັບຣາຮາມຈຶ່ງ ຫຍັບ ເຂົ້າ ໃກ້ ພຣະອົງ ແລະຖາມວ່າ, “ພຣະອົງ ຈະ ທໍາລາຍ ຄົນ ຊອບທໍາ ກັບ ຄົນ ອະທໍາ ໄປ ພ້ອມກັນ ແທ້ ບໍ? 24 ຖ້າ ວ່າມີ ຄົນ ຊອບທຳ ຢູ່ ໃນເມືອງ 50 ຄົນ ພຣະອົງ ກໍ ຈະທຳ ລາຍໝົດ ເມືອງບໍ? ພຣະອົງ ຈະ ບໍ່ຈົ່ງ ເມືອງ ນີ້ ໄວ້ ເພື່ອ ຊ່ວຍ ຫ້າສິບ ຄົນ ນັ້ນ ບໍ? 25 ແນ່ ນອນທີ່ສຸດ ພຣະອົງ ຈະບໍ່ຂ້າ ຄົນຊອບທຳ ພ້ອມກັບ ຄົນອະທຳ ເປັນ ໄປບໍ່ໄດ້ ພຣະອົງ ຈະບໍ່ເຮັດ ເຊັ່ນ ນັ້ນ. ຖ້າ ພຣະອົງເຮັດ ຄົນຊອບທຳ ກໍ ຈະຖືກ ລົງ ໂທດ ເຊັ່ນດຽວກັນ ກັບ ຄົນ ອະທຳ ເປັນໄປບໍ່ໄດ້. ຜູ້ ພິພາກສາໂລກຕ້ອງເຮັດ ທຸກສິ່ງ ຢ່າງຍຸດຕິທຳ. ” 26 ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ວ່າ, “ຖ້າ ເຮົາ ພົບ ຄົນ ຊອບທຳ ຢູ່ ໃນ ເມືອງ 50 ຄົນ ທີ່ ເມືອງ ໂຊໂດມ; ເຮົາ ກໍ ຈະ ໄວ້ ຊີວິດ ຄົນ ທັງ ເມືອງ ເພາະ ເຫັນ ແກ່ ຄົນ ຊອບທໍາ ຫ້າສິບ ຄົນ ນັ້ນ. 27 ອັບຣາຮາມ ຕອບ ແລະ ກ່າວ ຕື່ມ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂໍໂໍຜດ ຍົກ ໂທດ ໃຫ້ ແກ່ ຂ້ານ້ອຍ ທີ່ ກ້າ ກ່າວ ແກ່ ພຣະອົງ ອີກ. ຂ້ານ້ອຍ ເປັນ ພຽງແຕ່ ມະນຸດ ເທົ່າ ນັ້ນ ແລະ ບໍ່ ມີ ສິດ ທີ່ ຈະ ກ່າວ ຫຍັງ. 28 ແຕ່ ບາງທີ ຢູ່ ໃນທີ່ ນັ້ນ ມີ ຄົນ ຊອບທຳ 45 ຄົນ ແທນ ທີ່ ຈະ ມີ 50 ຄົນ; ພຣະອົງ ກໍ ຈະ ທຳ ລາຍ ໝົດ ເມືອງ ເພາະ ຂາດ 5 ຄົນ ບໍ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ພົບ ຄົນ ຊອບທຳ ສີ່ ສິບ ຫ້າ ຄົນ.” 29 ອັບຣາຮາມ ໄດ້ ກ່າວ ອີກ ວ່າ, “ບາງທີ ອາດ ມີ ພຽງ 40 ຄົນ ເທົ່າ ນັ້ນ ເດ. ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 40 ຄົນ. ” 30 ອັບຣາຮາມ ເວົ້າ ວ່າ, “ຂ້າແດ່ ພຣະເຈົ້າຢາເວ ຢ່າ ຟ້າວ ໂກດຮ້າຍ ເລີຍ; ຂ້ານ້ອຍ ຂໍ ຖາມ ອີກ ວ່າ ຖ້າ ມີ ພຽງ 30 ຄົນ ເດ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 30 ຄົນ. ” 31 ອັບຣາຮາມ ທູນ ຖາມ ວ່າ, “ຂ້າແດ່ ພຣະເຈົ້າ ຢາເວ ຂໍ ພຣະອົງ ໂຜດ ຍົກ ໂທດ ໃຫ້ ຂ້ານ້ອຍ ທີ່ ຍັງ ກ້າ ສືບ ຕໍ່ ກ່າວ ແກ່ ພຣະອົງ. ຖ້າ ວ່າ ມີ ພຽງ 20 ຄົນ ເທົ່າ ນັ້ນ ເດ? ” ພຣະອົງ ຕອບ ວ່າ, “ເຮົາ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ຖ້າ ເຮົາ ພົບ 20 ຄົນ.” 32 ອັບຣາຮາມ ຮຽນ ຖາມ ອີກ ວ່າ, “ຂ້າ ແດ່ ພຣະເຈົ້າ ຢາເວ ຂໍ ຢ່າ ຟ້າວ ໂກດຮ້າຍ ເລີຍ ຂ້ານັອຍ ຂໍ ຖາມ ພຣະອົງ ອີກ ຄັ້ງ ໜຶ່ງ ເທົ່າ ນັ້ນ. ພຣະອົງ ຈະ ເຮັດ ແນວໃດ ຖ້າ ມີ ພຽງແຕ່ 10 ຄົນ? ” ພຣະອົງ ຕອບ ວ່າ, “ເຮົາ ກໍ ຈະ ບໍ່ ທຳ ລາຍ ເມືອງ ນັ້ນ ເຊັ່ນ ກັນ ຖ້າ ມີ ພຽງແຕ່ 10 ຄົນ. ” 33 ຫລັງຈາກ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສົນທະນາ ກັບ ອັບຣາຮາມ ສິ້ນ ສຸດ ລົງ ແລ້ວ ພຣະອົງ ກໍ ຈາກ ໄປ ແລະ ອັບຣາຮາມ ກໍ ກັບ ຄືນ ເມືອ ສູ່ ທີ່ ພັກ ຂອງຕົນ.