17

1 ເມື່ອ ອັບຣາມ ອາຍຸ ໄດ້ 99 ປີ; ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ປາກົດ ແກ່ ເພິ່ນ ແລະ ກ່າວ ວ່າ, “ເຮົາ ເປັນ ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່. ຈົ່ງ ເຊື່ອ ຟັງ ເຮົາ ແລະ ປະພຶດ ແຕ່ ສິ່ງ ທີ່ ຊອບທຳ. 2 ເຮົາ ຈະ ເຮັດ ພັນທະສັນຍາ ກັບ ເຈົ້າ ແລະ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ.” 3 ອັບຣາມ ກົ້ມ ຂາບລົງ ທີ່ ພື້ນ ດິນ ແລະ ພຣະເຈົ້າ ກ່າວ ວ່າ, 4 “ນີ້ ແມ່ນ ພັນທະສັນຍາ ທີ່ ເຮົາ ເຮັດ ກັບ ເຈົ້າ ຄື: ເຮົາ ສັນ ຍາ ວ່າ ເຈົ້າ ຈະ ເປັນ ບັນພະບຸລຸດ ຂອງ ຊົນຊາດ ທັງ ຫລາຍ. 5 ຊື່ ເຈົ້າ ຈະ ບໍ່ ແມ່ນ ອັບຣາມ ອີກ ຕໍ່ໄປ, ແຕ່ ເຈົ້າ ຈະ ມີ ຊື່ໃໝ່ ວ່າ ອັບຣາຮາມ (ຜ) ເພາະ ເຮົາ ກຳລັງ ໃຫ້ ເຈົ້າ ເປັນ ບັນພະບຸລຸດ ຂອງ ຫລາຍໆ ຊົນຊາດ. 6 ເຮົາຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ແລະ ບາງຄົນ ໃນ ເຊື້ອສາຍ ນັ້ນ ຈະ ເປັນ ເຖິງກະສັດ. ເຈົ້າ ຈະ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ຈົນ ກາຍເປັນ ປະຊາຊາດ ຕ່າງໆ. 7 ເຮົາ ຈະ ຕັ້ງ ພັນທະສັນຍາ ລະຫວ່າງ ເຮົາ ກັບ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ໃຫ້ ເປັນ ພັນທະສັນຍາ ສືບ ໄປ ສໍາລັບ ຄົນ ເຊັ່ນ ຕໍ່ໆໄປ. ເຮົາ ຈະ ເປັນ ພຣະເຈົ້າ ຂອງ ເຈົ້າ ແລະ ພຣະເຈົ້າ ຂອງ ເຊື້ອ ສາຍ ຂອງ ເຈົ້າ. 8 ເຮົາ ຈະ ມອບ ດິນ ແດນ ທີ່ ເຈົ້າ ອາໄສ ຢູ່ ປັດຈຸບັນ ໃນ ຖານະ ເປັນ ຄົນ ຕ່າງດ້າວ ນີ້ ໃຫ້ ແກ່ ເຈົ້າ ແລະ ເຊື້ອສາຍ ຂອງ ພວກເຈົ້າ. ດິນ ແດນ ການາອານ ທັງ ໝົດ ຈະ ເປັນ ຂອງ ພວກເຈົ້າ ຕະຫລອດໄປ ແລະ ເຮົາ ຈະ ເປັນພຣະເຈົ້າ ຂອງ ພວກເຂົາ.” 9 ພຣະເຈົ້າ ໄດ້ ກ່າວ ແກ່ ອັບຣາຮາມ ວ່າ, “ເຈົ້າ ເອງ ແລະ ເຊຶື້ອ ສາຍ ຂອງ ເຈົ້າ ເຊັ່ນ ຕໍ່ ໄປ ກໍດີ ຈົ່ງ ຮັກສາ ພັນທະສັນຍາ ທີ່ ເຈົ້າ ມີ ໄວ້ ກັບ ເຮົາ. 10 ນີ້ ຄື ພັນທະສັນຍາ ຂອງເຮົາ ທີ່ ມີ ຕໍ່ ເຈົ້າ ກັບ ເຊື້ອ ສາຍ ຂອງ ເຈົ້າ ຕ້ອງ ຮັກສາ ຄື ໃຫ້ ຜູ້ ຊາຍ ທຸກຄົນ ຈະ ຕ້ອງ ເຮັດ ພິທີຕັດ. (ຝ) 11 ຕັ້ງ ແຕ່ ນີ້ ຕໍ່ ໄປ ເຈົ້າ ຈົ່ງ ເຮັດ ພິທີ ຕັດ ເປັນ ໝາຍສໍາຄັນ ລະຫວ່າງ ເຮົາ ກັບ ເຈົ້າ 12 ຜູ້ຊາຍ ທຸກຄົນ ເມື່ອ ເຂົາ ອາຍຸ ໄດ້ ແປດ ວັນ ໃຫ້ ເຮັດ ພິທີຕັດ ລວມ ທັງ ຄົນ ຮັບ ໃຊ້ ຜູ້ ທີ່ ເກີດ ໃນ ຄອບຄົວ ຂອງ ເຈົ້າ ແລະ ຜູ້ ທີ່ ຖືກ ຊື້ ມາ ຈາກ ຊາວ ຕ່າງດ້າວ. ການ ກະທຳ ເຊັ່ນ ນີ້ ຈະ ສະແດງ ເຖິງ ພັນທະສັນຍາ ລະຫວ່າງ ເຈົ້າ ກັບ ເຮົາ. 13 ແຕ່ ລະຄົນ ຕ້ອງ ເຮັດ ພິທີຕັດ ແລະ ຈະ ຕ້ອງ ໝາຍ ໄວ້ ໃນ ຮ່າງກາຍ ເພື່ອ ສະແດງ ວ່າ ພັນທະສັນຍາ ຂອງເຮົາ ນັ້ນ ດໍາລົງ ຢູ່ ສືບ ໄປ. 14 ຊາຍ ຄົນ ໃດ ທີ່ ບໍ່ ຍອມ ເຮັດ ພິທີຕັດ ຊາຍ ຄົນ ນັ້ນ ກໍ ຈະ ຖືກ ຕັດ ອອກ ຈາກ ພີ່ ນ້ອງ ຂອງຕົນ ເພາະ ລາວ ບໍ່ ຮັກສາ ພັນທະສັນຍາ ທີ່ ໄດ້ ມີ ໄວ້ ກັບ ເຮົາ.” 15 ພຣະເຈົ້າ ຍັງ ບອກ ອັບຣາຮາມ ຕື່ມ ວ່າ, “ສ່ວນ ນາງ ຊາຣາຍ ເມຍ ຂອງ ເຈົ້າ ນັ້ນ ເຈົ້າ ຢ່າ ເອີ້ນ ນາງ ຊາຣາຍ ອີກ ຕໍ່ ໄປ ເພາະ ຊື່ ຂອງ ນາງ ແມ່ນ ຊາຣາ. (ພ) 16 ເຮົາ ຈະ ອວຍພອນ ນາງ ໃຫ້ ມີ ລູກຊາຍ ຜູ້ໜຶ່ງ ແລະ ຈະ ອວຍພອນ ນາງ ໃຫ້ ເປັນ ແມ່ ຂອງ ຊົນ ຊາດ ທັງ ຫລາຍ ຈົນ ກະສັດ ຫລາຍ ຄົນ ຈະ ມາ ຈາກ ເຊື້ອ ສາຍ ຂອງ ນາງ.” 17 ອັບຣາຮາມ ກົ້ມ ຂາບ ລົງ ຍິ້ມ ຢູ່ ໃນ ໃຈ ແລະ ເວົ້າ ວ່າ, “ຄົນ ອາຍຸ ໜຶ່ງ ຮ້ອຍ ປີ ແລ້ວ ຈະ ມີ ລູກ ໄດ້ ຈັ່ງ ໃດ? ແລະ ຊາຣາ ກໍ ອາຍຸ ເກົ້າ ສິບ ປີ ແລ້ວ ນາງ ຍັງ ຈະ ມີ ລູກ ໄດ້ ຢູ່ ບໍ? ” 18 ອັບຣາຮາມ ຖາມ ພຣະເຈົ້າ ວ່າ, “ຂ້າແດ່ ພຣະເຈົ້າ ເປັນຫຍັງ ບໍ່ ໃຫ້ ອິດຊະມາເອນ ເປັນ ຜູ້ ສືບແທນ ມໍຣະດົກ ຂອງ ຂ້ານ້ອຍ?” 19 ແຕ່ ພຣະເຈົ້າ ຕອບ ເພິ່ນ ວ່າ, “ບໍ່, ແມ່ນ ຊາຣາ ເມຍ ຂອງ ເຈົ້າ ເອງ ທີ່ ຈະ ເກີດ ລູກຊາຍ ໃຫ້ ເຈົ້າ ແລະ ຈົ່ງ ໃສ່ ຊື່ ເດັກ ນັ້ນ ວ່າ ອີຊາກ. (ຟ) ເຮົາ ຈະ ຮັກສາ ພັນທະສັນຍາ ຂອງເຮົາ ໄວ້ ກັບ ລາວ ແລະ ກັບ ເຊື້ອ ສາຍ ຂອງ ລາວ ຕະຫລອດໄປ. ມັນເປັນ ພັນທະສັນຍາ ອັນ ຕະຫລອດໄປ. 20 ເຮົາ ໄດ້ຍິນ ເຈົ້າ ຂໍຮ້ອງ ກ່ຽວກັບ ອິດຊະມາເອນ; ເຮົາ ຈະອວຍພອນ ລາວ ແລະ ໃຫ້ ລາວ ມີ ລູກ ຫລາຍ ຄົນ ແລະ ທັງ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ. ລາວ ຈະ ເປັນ ພໍ່ ຂອງ ເຈົ້າ ຊາຍ ສິບ ສອງ ຄົນ ແລະ ເຊື້ອ ສາຍ ຂອງ ລາວ ກໍ ຈະ ກາຍເປັນ ປະເທດ ທີ່ ຍິ່ງ ໃຫຍ່. 21 ແຕ່ ເຮົາ ຈະ ຮັກສາ ພັນທະສັນຍາ ຂອງເຮົາ ກັບ ອີຊາກ ລູກຊາຍ ຂອງ ເຈົ້າ ຜູ້ ທີ່ ຈະ ເກີດ ຈາກ ຊາຣາ ໃນ ທ້າຍ ປີ ໜ້າ ລະຫວ່າງ ລະດູ ນີ້.” 22 ເມື່ອ ພຣະເຈົ້າ ກ່າວ ແກ່ ອັບຣາຮາມແລ້ວ ໆ ພຣະອົງ ກໍ ຈາກ ເພິ່ນ ໄປ. 23 ເພື່ອ ເຮັດ ຕາມທີ່ ພຣະເຈົ້າ ໄດ້ ສັ່ງ ໄວ້ ໃນ ມື້ ດຽວກັນ ນັ້ນ; ອັບຣາຮາມ ກໍ ເຮັດ ພິທີຕັດ ໃຫ້ ແກ່ ອິດຊະມາເອນ ພ້ອມທັງຄົນຮັບໃຊ້ ທຸກ ໆ ຄົນ ກັບ ຜູ້ ທີ່ ເກີດ ໃນເຮືອນ ແລະຜູ້ທີ່ ໄດ້ ຖືກ ຊື້ ມາ. 24 ອັບຣາຮາມ ເຮັດ ພິທີຕັດ ເມື່ອ ເພິ່ນ ມີ ອາຍຸ ເກົ້າ ສິບ ເກົ້າ ປີ 25 ແລະ ອິດຊະມາເອນ ກໍ ເຮັດ ພິທີຕັດ ເມື່ອ ລາວອາຍຸ ສິບສາມປີ. 26 ພວກເຂົາ ທັງສອງ ເຮັດ ພິທີຕັດ ໃນມື້ ດຽວກັນ 27 ຮ່ວມ ກັບ ພວກ ຄົນ ຮັບ ໃຊ້ ທຸກຄົນ ຂອງ ອັບຣາຮາມ.