16

1 ນາງ ຊາຣາຍ ເມຍ ຂອງ ອັບຣາມ ບໍ່ ມີ ລູກ ໃຫ້ ເພິ່ນ ຈັກ ຄົນ. ແຕ່ ນາງ ມີ ສາວ ໃຊ້ ຊາວ ເອຢິບ ຜູ້ໜຶ່ງ ຊື່ ວ່າ ຮາກາ. 2 ແລ້ວ ຊາຣາຍ ກໍ ເວົ້າ ຕໍ່ ອັບຣາມ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ຍອມ ໃຫ້ ຂ້ອຍ ມີ ລູກ ແກ່ ເຈົ້າ. ເປັນ ຫຍັງ ຈຶ່ງ ບໍ່ ໄປ ນອນ ນຳ ສາວ ໃຊ້ ຂອງຂ້ອຍ? ບາງທີ ນາງ ຈະ ເກີດ ລູກ ໃຫ້ ຂ້ອຍ ກໍໄດ້. ” (ທ) ອັບຣາມ ກໍ ເຮັດ ຕາມ ຄໍາແນະນຳ ຂອງ ຊາຣາຍ. 3 ດັ່ງ ນັ້ນ ນາງ ຈຶ່ງ ມອບ ນາງ ຮາກາ ສາວ ໃຊ້ ຊາວ ເອຢິບ ໃຫ້ ຜົວ ຂອງຕົນ ເອົາ ເປັນ ເມຍນ້ອຍ. (ເຫດການ ນີ້ ເກີດ ຂຶ້ນ ຫລັງ ຈາກ ອັບຣາມ ໄດ້ ຢູ່ ໃນ ການາອານ ເປັນ ເວລາ ສິບ ປີ.) 4 ອັບຣາມ ນອນ ນໍາ ນາງ ຮາກາ ແລະ ນາງ ກໍ ຕັ້ງ ທ້ອງ. ເມື່ອ ນາງ ຮາກາ ຮູ້ ວ່າ ຕົນ ຕັ້ງ ທ້ອງ ແລ້ວ ກໍ ເກີດ ຈອງຫອງ ພອງຕົວ ແລະ ໝິ່ນ ປະໝາດ ນາງ ຊາຣາຍ. 5 ແລ້ວ ຊາຣາຍ ກໍ ເວົ້າ ຕໍ່ ອັບຣາມ ວ່າ, “ເປັນ ຄວາມຜິດ ຂອງ ເຈົ້າ ທີ່ ຮາກາ ໝິ່ນ ປະໝາດ ຂ້ອຍ. (ນ) ຂ້ອຍ ເອົາ ນາງ ໃຫ້ ເປັນ ເມຍ ຂອງ ເຈົ້າ, ແຕ່ ເມື່ອ ນາງ ມີ ທ້ອງ ແລ້ວ ກໍ ໝິ່ນ ປະໝາດ ຂ້ອຍ. ຂໍ ໃຫ້ ອົງ ພຣະ ຜູ້ ເປັນ ເຈົ້າ ຕັດ ສິນ ເອົາ ເອງ ເຖີດ ວ່າ ໃນ ລະຫວ່າງ ຂ້ອຍ ກັບ ເຈົ້າ ແມ່ນ ໃຜ ຖືກ ເຈົ້າ ຫລື ຂ້ອຍ? ” 6 ອັບຣາມ ຕອບ ວ່າ, “ດີ ແລ້ວ ຮາກາ ຍັງ ເປັນ ສາວ ໃຊ້ ຂອງ ເຈົ້າ ຢູ່ ແລະ ນາງ ກໍ ຍັງ ຢູ່ ໃຕ້ ຄວາມ ຄຸ້ມ ຄອງ ຂອງ ເຈົ້າ. ຈົ່ງ ເຮັດ ຕໍ່ ນາງ ຕາມ ທີ່ ເຈົ້າ ເຫັນ ສົມ ຄວນ ເຖີດ. ” ດັ່ງນັ້ນ ນາງ ຊາຣາຍ ຈຶ່ງ ຂົ່ມ ເຫັງ ຮາກາ ຢ່າງ ໜັກ ຈົນ ນາງ ຕ້ອງ ປົບ ໜີໄປ. 7 ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ພົບ ຮາກາ ໃກ້ ບໍ່ ນ້ຳ ແຫ່ງ ໜຶ່ງ ຢູ່ ໃນ ທະເລຊາຍ ທາງ ໄປ ເມືອງ ຊູເຣ 8 ຈຶ່ງ ຖາມ ວ່າ, “ຮາກາ ສາວ ໃຊ້ ຂອງ ຊາຣາຍ ເຈົ້າ ມາ ແຕ່ ໃສ? ແລະ ເຈົ້າ ຈະ ໄປ ໃສ? ” ນາງ ຕອບ ວ່າ, “ຂ້າ ນ້ອຍ ກຳ ລັງ ຈະ ໜີໄປ ຈາກ ຊາຣາຍ.” 9 ເທວະດາ ຂອງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ບອກ ວ່າ, “ຈົ່ງ ກັບ ຄືນ ເມືອ ຫາ ນາຍ ຜູ້ຍິງ ຂອງ ເຈົ້າ ແລະ ຖ່ອມຕົວ ຢູ່ ໃຕ້ ອຳນາດ ຂອງ ນາງ ສາ. ” 10 ແລ້ວ ເທວະດາ ຕົນ ນັ້ນ ກໍ ກ່າວ ຕໍ່ ໄປ ອີກ ວ່າ, “ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຢ່າງ ມາກມາຍ; ມີ ຫລວງຫລາຍ ຈົນ ບໍ່ ມີ ໃຜ ສາມາດ ນັບ ໄດ້. 11 ເຈົ້າ ກຳ ລັງ ຈະ ໄດ້ ລູກຊາຍ ໂທນ ຜູ້ໜຶ່ງ ຜູ້ ທີ່ ເຈົ້າ ຈະ ໃສ່ ຊື່ ໃຫ້ ວ່າ ອິດຊະມາເອນ. (ບ) ຄວາມ ທຸກ ລໍາບາກ ນັ້ນ ຄອງ ຈິດ ໃຈ ເຈົ້າ ກໍ ຈິງ ຢູ່ ແຕ່ ອົງພຣະ ຜູ້ ເປັນເຈົ້າ ກໍ ຮູ້ ເລື່ອງ ນັ້ນ ທຸກປະການ. 12 ແຕ່ ລູກຊາຍ ເຈົ້າ ນັ້ນ ຈະ ເປັນ ດັ່ງ ລໍ ປ່າ; ລາວ ຈະ ສູ້ ໜ້າ ກັບ ທຸກຄົນ ແທ້ ບໍ່ ຖອຍ. ແລະ ທຸກຄົນ ກໍ ຈະ ສູ້ ກັບ ລາວ ຢ່າງ ບໍ່ ຢຸດຢ່ອນ; ຈົນ ຫ່າງ ຈາກ ພີ່ ນ້ອງ ໜີ ໄປ ລີ້ຊ່ອນ ຢູ່ ຕາມລໍາພັງ.” 13 ນາງ ຮາກາ ຈຶ່ງ ຖາມ ຕົນ ເອງ ວ່າ, “ຂ້ອຍ ໄດ້ ເຫັນ ພຣະເຈົ້າ ແລະ ມີ ຊີວິດ ຢູ່ ເພື່ອ ເວົ້າ ເຖິງ ເລື່ອງ ນີ້ ແທ້ ບໍ? ” (ປ) ດັ່ງ ນັ້ນ ນາງ ຈ່ຶ່ງ ເອີ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ໄດ້ ກ່າວ ແກ່ ນາງ ວ່າ, “ພຣະເຈົ້າ ຜູ້ ເຫັນ ໄດ້. ” 14 ດ້ວຍເຫດນີ້ ນ້ຳສ້າງ ທີ່ ຢູ່ ລະຫວ່າງ ເມືອງ ກາເດັດ ແລະ ເບເລັດ ຈຶ່ງ ມີ ຊື່ ວ່າ, “ນໍ້າສ້າງ ຂອງ ພຣະເຈົ້າ ຜູ້ ເຫັນ ຂ້ອຍ.” 15 ນາງ ຮາກາ ໄດ້ ເກີດ ລູກຊາຍ ໃຫ້ ອັບຣາມ ແລະ ເພິ່ນ ໄດ້ ຕັ້ງ ຊື່ ໃຫ້ ເດັກ ນັ້ນ ວ່າ ອິດຊະມາເອນ. 16 ໃນ ເວລາ ນັ້ນ ອັບຣາມ ມີ ອາຍຸ ແປດສິບຫົກ ປີ.