15

1 ຫລັງ ຈາກ ນັ້ນ ອັບຣາມ ກໍ ໄດ້ ຍິນ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ຕົນ ທາງ ນິມິດ ວ່າ, “ອັບຣາມ ເອີຍ ເຈົ້າ ຢ່າ ຢ້ານ ແຕ່ ຢ່າງໃດ ເລີຍ ເຮົາ ແມ່ນ ໂລ້ ຕ້ານທານ ທີ່ ຄອຍ ຊ່ວຍ ຊູ ຮັກສາ ເຈົ້າ ຈາກ ເຫລົ່າ ໂພຍໄພ ຮ້າຍ ອັນຕະລາຍ ຕ່າງໆ ເຮົາ ຈະ ໃຫ້ ບຳເໜັດ ເຈົ້າ ຢ່າງ ຫລວງຫລາຍ. ” 2 ແຕ່ ອັບຣາມ ໄດ້ ຕອບ ວ່າ, “ພຣະເຈົ້າ ຢາເວ (ຕ) ພຣະເຈົ້າ ເອີຍ ພຣະອົງ ຢາກ ໃຫ້ ບຳ ເໜັດ ແກ່ ຂ້າ ນ້ອຍ ເຮັດ ຫຍັງ ໃນ ເມື່ອ ຂ້ານ້ອຍ ບໍ່ ມີ ລູກ? ຜູ້ ທີ່ ຈະ ສືບ ມໍຣະດົກ ແທນ ຂ້າ ນ້ອຍ ກໍ ແມ່ນ ເອລີເອເສ ຊາວ ດາມັສກັດ. (ຖ) 3 ພຣະອົງ ບໍ່ ໃຫ້ ຂ້າ ນ້ອຍ ມີ ລູກ ແລະ ຄົນ ຮັບ ໃຊ້ ຄົນ ໜຶ່ງ ຂອງ ຂ້າ ນ້ອຍ ຈະ ເປັນ ຜູ້ ໄດ້ ຮັບ ມໍຣະດົກ.” 4 ແລ້ວ ອັບຣາມ ກໍ ໄດ້ ຍິນ ອົງ ພຣະ ຜູ້ ເປັນ ເຈົ້າ ກ່າວ ແກ່ ເພິ່ນ ອີກ ວ່າ, “ຄົນ ຮັບ ໃຊ້ ຜູ້ ນີ້ ຈະ ບໍ່ ໄດ້ ຮັບ ມໍຣະດົກ ຂອງ ເຈົ້າ ດອກ, ແຕ່ ແມ່ນ ລູກຊາຍ ຂອງເຈົ້າ ເອງ ທີ່ ຈະ ເປັນ ຜູ້ ສືບ ມໍຣະດົກ ແທນ ເຈົ້າ. ” 5 ພຣະອົງ ພາ ເພິ່ນ ຍ່າງ ອອກ ໄປ ຂ້າງ ນອກ ແລະ ບອກ ວ່າ, “ຈົ່ງ ນັບ ດວງດາວ ໃນ ທ້ອງຟ້າ ທີ່ ເຈົ້າ ເຫັນ ເບິ່ງດູ ເຈົ້າ ຈະ ມີ ເຊື້ອສາຍ ຫລວງຫລາຍ ເໝືອນ ດັ່ງ ດວງດາວ ເຫລົ່າ ນັ້ນ.” 6 ອັບຣາມ ໄວ້ວາງໃຈ ໃນ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ດ້ວຍເຫດນັ້ນ ພຣະອົງ ຈຶ່ງ ພໍໃຈ ແລະ ຮັບ ວ່າ ເພິ່ນ ເປັນ ຄົນ ຊອບທໍາ. 7 ຕໍ່ ມາ ພຣະອົງ ກ່າວ ແກ່ ອັບຣາມ ວ່າ, “ເຮົາ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ຜູ້ ທີ່ ນຳ ພາ ເຈົ້າ ອອກ ມາ ຈາກ ເມືອງ ອູເຣ ໃນ ບາບີໂລນ ເພື່ອ ຈະ ມອບ ດິນ ແດນ ນີ້ ໃຫ້ ເປັນ ກຳມະສິດ ຂອງ ເຈົ້າ. ” 8 ແຕ່ ອັບຣາມ ຖາມ ວ່າ, “ພຣະເຈົ້າ ຢາເວ ພຣະເຈົ້າ ເອີຍ ຂ້າ ນ້ອຍ ຈະ ຮູ້ ວ່າ ດິນ ແດນ ນີ້ ເປັນ ຂອງ ຂ້ານ້ອຍ ໄດ້ ຢ່າງໃດ?” 9 ພຣະອົງ ຕອບ ວ່າ, “ເຈົ້າ ຈົ່ງ ເອົາ ງົວ ແມ່ ໂຕໜຶ່ງ ແບ້ ແມ່ ໂຕໜຶ່ງ ແກະເຖິກ ໂຕໜຶ່ງ ຊຶ່ງ ທັງ ໝົດ ນັ້ນ ໃຫ້ ມີ ອາຍຸ ສາມ ປີ ແລະ ນົກ ເຂົາ ກັບ ນົກ ກາງແກ ໂຕໜຶ່ງ ມາ ຖວາຍ ແກ່ ເຮົາ. ” 10 ອັບຣາມ ເອົາ ສັດ ກັບ ນົກ ເຫລົ່າ ນີ້ ມາ ຖວາຍ ແກ່ ພຣະເຈົ້າ. ເພິ່ນ ເອົາ ສັດ ເຫລົ່າ ນີ້ ມາ ຜ່າ ເຄິ່ງ ແລະ ລຽນ ເປັນ ຖັນ ແຖວ ສ່ວນ ນົກ ນັ້ນ ເພິ່ນ ບໍ່ ໄດ້ ຜ່າ ເຄິ່ງ. 11 ຝູງ ແຮ້ງ ໄດ້ ມາ ຈັບ ຊາກ ສັດ ແຕ່ ເພິ່ນ ໄລ່ ພວກ ມັນ ໃຫ້ ໜີ ໄປ. 12 ພໍ ເມື່ອ ຕາເວັນ ລັບ ຂອບຟ້າ ແລ້ວ ອັບຣາມ ກໍ ນອນ ຫລັບ ສະໜິດ ແລະ ຄວາມ ຢ້ານກົວ ອັນ ໃຫຍ່ ກໍ ຄອບງຳ ເພິ່ນ. 13 ພຣະອົງ ຈຶ່ງ ກ່າວ ແກ່ ເພິ່ນ ວ່າ, “ເຊື້ອສາຍ ຂອງ ເຈົ້າ ຈະ ເປັນ ຄົນ ຕ່າງດ້າວ ຢູ່ ໃນ ຕ່າງ ດິນແດນໜຶ່ງ ພວກເຂົາ ຈະ ຕົກ ເປັນ ທາດຮັບ ໃຊ້ ຢູ່ ໃນທີ່ ນັ້ນ ແລະ ຈະ ຖືກ ກົດ ຂີ່ ຢ່າງ ທາລຸນ ເປັນ ເວລາ ສີ່ ຮ້ອຍ ປີ. 14 ແຕ່ ເຮົາ ຈະ ລົງ ໂທດ ປະເທດ ທີ່ ປະພຶດ ເຊັ່ນ ນັ້ນ ຕໍ່ ພວກເຂົາ. ເມື່ອ ອອກ ໜີ ຈາກ ປະເທດ ນັ້ນ ແລ້ວ ພວກເຂົາ ຈະ ໄດ້ ຊັບ ສົມ ບັດ ຢ່າງ ຫລວງຫລາຍ ໄປ ນໍາ. 15 ເຈົ້າ ຈະ ມີ ຊີວິດ ຢູ່ ຢ່າງ ຍືນ ຍາວ ແລະ ຕາຍ ຢ່າງ ສະຫງົບ ສຸກ ແລະ ສົບ ຂອງ ເຈົ້າ ຈະ ຖືກ ຝັງ ໄວ. 16 ມັນ ຈະ ເປັນ ເວລາ ເຖິງ ສີ່ ເຊັ່ນ ຄົນ ກ່ອນ ເຊື້ອ ສາຍ ຂອງ ເຈົ້າ ຈະ ກັບ ຄືນ ມາ ທີ່ ນີ້ ເພາະ ເຮົາ ຈະ ບໍ່ ຂັບ ໄລ່ ຊາວ ອາໂມ ອອກ ໜີໄປ ຈົນ ກວ່າ ພວກເຂົາ ເຮັດ ຊົ່ວ ຮ້າຍ ໜັກ ສົມ ກັບ ຕ້ອງ ໄດ້ ຮັບ ໂທດ.” 17 ເມື່ອ ຕາເວັນ ຕົກ ດິນ ແລ້ວ ໃນທັນ ໃດ ກໍ ມີ ເຕົາ ໄຟ ອັນ ຮ້ອນ ທີ່ ມີ ຄວັນ ພຸ່ງ ຂຶ້ນ ແລະ ມີ ໂຄມໄຟ ທີ່ ມີ ແສງ ຮຸ່ງ ເຮືອງ ປາກົດ ຂຶ້ນ ໃຫ້ ເຫັນ ຜ່ານ ກາງ ຊາກ ຂອງ ສັດ ເຫລົ່າ ນັ້ນ ໄປ. 18 ແລ້ວ ອົງພຣະ ຜູ້ ເປັນເຈົ້າ ກໍໄດ້ ຕັ້ງ ພັນທະສັນຍາ ກັບ ອັບຣາມ ໂດຍ ກ່າວ ວ່າ, “ເຮົາ ສັນຍາ ວ່າ ຈະ ມອບ ດິນ ແດນ ທັງ ໝົດ ນີ້ ໃຫ້ ແກ່ ເຊື້ອສາຍ ຂອງ ເຈົ້າ ຄື ດິນແດນ ຕັ້ງ ແຕ່ ເຂດແດນ ຂອງ ເອຢິບ ຈົນ ໄປ ເຖິງ ແມ່ນໍ້າ ໃຫຍ່ ເອີຟຣັດ 19 ລວມທັງ ດິນແດນ ຂອງ ພວກ ເກນິດ, ເກນິດຊີ, ກັດໂມ, 20 ຮິດຕີ, ເປຣີຊີ, ເຣຟາອີມ, 21 ອາໂມ, ການາອານ, ກີກາຊີ ແລະ ເຢບຸດ.”