14

1 ມີ ກະສັດ ສີ່ ຄົນ ດັ່ງນີ້: ເຈົ້າ ອໍາຣາເຟນ ແຫ່ງ ນະຄອນ ບາບີໂລນ, ເຈົ້າ ອາຣິໂອກ ແຫ່ງ ນະຄອນ ເອນລາຊາ, ເຈົ້າ ເຄໂດລາໂອເມ ແຫ່ງ ນະຄອນ ເອລາມ ແລະ ເຈົ້າ ຕີດານ ແຫ່ ງ ນະຄອນ ກົວອິມ; 2 ກະສັດ ເຫລົ່າ ນີ້ ໄດ້ ເຮັດ ເສິກ ກັບ ກະສັດ ຫ້າ ຄົນ ​ດັ່ງ ນີ້: ເຈົ້າ ເບຣາ ແຫ່ງ ນະຄອນ ໂຊໂດມ, ເຈົ້າ ບີຊາ ແຫ່ງ ນະຄອນ ໂກໂມຣາ, ເຈົ້າ ຊິນັບ ແຫ່ງ ນະຄອນ ອັດມາ, ເຈົ້າ ເຊເມເບ ແຫ່ງ ນະຄອນ ເສບົວອິມ ແລະ ເຈົ້າ ແຫ່ງ ນະຄອນ ເບລາ (ຫລື ໂຊອາ). 3 ກະສັດ ທັງ ຫ້າ ຄົນ ນີ້ ຮ່ວມ ກັນ ເຂົ້າ ເປັນ ພັນທະມິດ ແລະ ໂຮມ ກຳ ລັງ ກັນ ຢູ່ ໃນ ທົ່ງ ຮາບພຽງ ຊິດດິມ ຊຶ່ງ ໃນ ປັດຈຸບັນ ນີ້ ແມ່ນ ທະເລຕາຍ. 4 ກະສັດ ທັງ ຫ້າ ນັ້ນ ຢູ່ ໃຕ້ ອຳນາດ ຂອງ ກະສັດ ເຄໂດລາໂອເມ ເປັນ ເວລາ ສິບສອງ ປີ; ແຕ່ ໃນ ປີ ທີ ສິບ ສາມ ບັນ ດາ ກະສັດ ທັງ ຫ້າ ກໍ ພາກັນ ກະບົດ ຂຶ້ນ. 5 ໃນ ປີ ທີ ສິບສີ່ ເຄໂດລາໂອເມ ພ້ອມ ທັງ ພັນທະມິດ ໄດ້ ຍົກ ທັບ ມາ ປາບ ພວກ ເຣຟາອີມ ແຫ່ງ ນະຄອນ ອັດຊະທາໂຣດ ການອີມ, ພວກ ສູສິມ ແຫ່ງ ນະຄອນ ຮາມ, ພວກ ເອມິນ ທີ່ ທົ່ງ ນາ ຂອງ ນະຄອນ ກີຣິອາດທາອິມ, 6 ແລະ ພວກ ໂຮຣີ ທີ່ ເທິງ ພູ ຂອງ ດິນແດນ ເອໂດມ; ໂດຍ ໄລ່ ຕິດຕາມ ພວກເຂົາ ໄປ ຈົນ ຮອດ ເມືອງ ເອນປາຣານ ໃກ້ ທະເລ ຊາຍ. 7 ແລ້ວ ພວກເຂົາ ກໍໄດ້ ເຄື່ອນທັບ ມາ ເຖິງ ເມືອງ ກາເດັດ. (ເມືອງ ນີ້ ມີ ຊື່ ອີກ ວ່າ ເອນ ມິດສະປັດ.) ພວກເຂົາ ໄດ້ ເອົາ ຊະນະ ທຸກ ຫົວເມືອງ ຂອງ ຊາວ ອາມາເຫລັກ ຕະຫລອດ ທັງ ຊາວ ອາໂມ ທີ່ ອາໄສ ຢູ່ ໃນ ເມືອງ ຮາຊາໂຊນຕາມາ. 8 ຕໍ່ມາ ບັນ ດາ ກະສັດ ແຫ່ງ ນະຄອນ ໂຊໂດມ, ໂກໂມຣາ, ອັດມາ, ເສບົວ ອິມ ແລະ ເບລາ ໄດ້ ທ້ອນໂຮມ ກຳ ລັງ ກັນ ທີ່ ທົ່ງ ຮາບພຽງ ຊິດ ດິມ 9 ເພື່ອ ສູ້ຮົບ ກັບ ເຈົ້າ ເຄໂດລາໂອເມ ແຫ່ງ ນະຄອນ ເອຣາມ, ເຈົ້າ ຕີດານ ແຫ່ງ ນະຄອນ ກົວອິມ, ເຈົ້າ ອໍາຣາເຟນ ແຫ່ງ ນະຄອນ ບາບີໂລນ ແລະ ເຈົ້າ ອາຣີໂອກ ແຫ່ງ ນະຄອນ ເອັນ ຣາຊາ ຄື: ກະສັດ ຫ້າ ຄົນ ຕໍ່ ສູ້ ກະສັດ ສີ່ ຄົນ. 10 ທີ່ ທົ່ງ ຮາບພຽງ ຂອງ ຊິດດິມ ເຕັມ ໄປ ດ້ວຍ ບໍ່ ນ້ຳມັນ ດິບ ເວລາ ກະສັດ ແຫ່ງ ໂຊໂດມ ແລະ ໂກໂມຣາ ພະຍາຍາມ ເອົາ ຕົວ ຫລົບ ໜີ ຈາກ ການ ສູ້ຮົບ ທັງ ສອງ ຈຶ່ງ ຕົກລົງ ໃນ ບໍ່ ນັ້ນ; ສ່ວນ ກະສັດ ຄົນ ອື່ນ ຕ່າງ ກໍ ຫລົບ ລີ້ ເອົາ ຕົວ ລອດ ໄປ ທາງ ເທິງ ພູເຂົາ. 11 ກະສັດ ທັງ ສີ່ ຢຶດ ເອົາ ສິ່ງ ຂອງ ທັງ ໝົດ ພ້ອມ ສະບຽງ ອາຫານ ໃນ ເມືອງ ໂຊໂດມ ແລະ ໂກໂມຣາ ແລ້ວ ໜີໄປ ຈາກ ເມືອງ. 12 ໂລດ ຜູ້ ເປັນ ຫລານຊາຍ ຂອງ ອັບ ຣາມ ທີ່ ອາໄສ ຢູ່ ໃນ ເມືອງ ໂຊໂດມ ໃນ ເວລາ ນັ້ນ ກໍ ຖືກ ຈັບ ໄປ ດ້ວຍ ແລະ ຊັບ ສິນ ເງິນ ຄໍາ ທັງ ໝົດ ກໍ ຖືກ ຢຶດ ເອົາ ໄປ ເຊັ່ນ ກັນ. 13 ແຕ່ ມີ ຊາຍ ຄົນ ໜຶ່ງ ປົບ ໜີ ມາ ໄດ້ ຈຶ່ງ ບອກ ເລື່ອງ ໃຫ້ ອັບຣາມ ຄົນ ເຮັບເຣີ ຮູ້ ຊຶ່ງ ໃນ ເວລາ ນັ້ນ ເພິ່ນ ອາໄສ ຢູ່ ໃກ້ ຕົ້ນໄມ້ ສັກສິດ ຂອງ ມຳເຣ ຊາວອາໂມ. ລາວ ເປັນອ້າຍ ຂອງ ເອັດຊະໂຄນ ແລະ ອາເນ. ສ່ວນ ຄົນ ພວກນີ້ ເປັນ ພັນທະມິດຂອງ ອັບຣາມ. 14 ເມື່ອ ອັບຣາມ ໄດ້ຍິນ ວ່າ ຫລານຊາຍ ຂອງຕົນ ຖືກຈັບ ໄປ; ເພິ່ນ ຈຶ່ງ ລະດົມ ເອົາ ນັກ ຮົບ ຈຳ ນວນ 318 ຄົນ ໃນ ຄ້າຍພັກ ຂອງຕົນ ແລະ ໄລ່ ຕິດ ຕາມ ກະສັດ ທັງ ສີ່ ໄປ ຈົນ ເຖິງ ເມືອງ ດານ. 15 ຢູ່ ໃນທີ່ ນັ້ນ ອັບຣາມ ໄດ້ ແຍກ ກຳ ລັງ ອອກ ເປັນ ສອງ ໝວດ; ແລ້ວ ເພິ່ນ ກໍ ບຸກໂຈມຕີ ສັດຕູ ໃນ ເວລາ ກາງຄືນ ແລະ ເອົາ ຊະນະ ພວກເຂົາ. ຄົນ ຂອງ ອັບຣາມ ຍັງ ໄດ້ ໄລ່ ຕິດ ຕາມ ພວກເຂົາ ໄປ ຈົນ ເຖິງ ເມືອງ ໂຮບາ ທາງ ທິດ ເໜືອ ຂອງ ເມືອງ ດາມັສກັດ, 16 ແລະ ຢຶດ ເອົາ ຊັບ ສົມ ບັດ ເງິນ ຄໍາ ກັບ ເຂົ້າ ຂອງ ທັງ ໝົດ ຄືນ ມາ ໄດ້. ເພິ່ນ ຍັງ ນຳ ເອົາ ໂລດ ຫລານຊາຍ ຂອງຕົນ ແລະ ຊັບ ສົມ ບັດ ຂອງ ລາວ ພ້ອມ ທັງ ພວກ ແມ່ ຍິງ ແລະ ຄົນ ອື່ນ ໆ ກັບ ຄືນ ມາ ດ້ວຍ. 17 ເມື່ອ ອັບຣາມ ກັບ ຄືນ ມາ ແຕ່ ສູ້ຮົບ ແລະ ຊະນະ ເຈົ້າ ເຄໂດລາໂອເມ ແລະ ພັນທະມິດ; ກະສັດ ແຫ່ງ ນະຄອນ ໂຊໂດມ ກໍ ອອກ ມາ ຕ້ອນຮັບ ເພິ່ນ ຢູ່ ທີ່ ຮ່ອມພູ ຊາເວ (ມີ ຊື່ ອີກ ວ່າ ຮ່ອມພູ ຂອງ ກະສັດ). 18 ແລ້ວ ເຈົ້າ ເມຄີເຊເດັກ ຜູ້ ທີ່ ເປັນ ກະສັດ ແຫ່ງ ນະຄອນ ຊາເລັມ ທັງ ເປັນ ປະໂຣຫິດ ຂອງ ພຣະເຈົ້າ ອົງ ສູງສຸດ ກໍ ເອົາ ເຂົ້າ ຈີ່ ກັບ ເຫລົ້າ ອະງຸ່ນ ໃຫ້ ອັບຣາມ ແລະ ອວຍພອນ ເພິ່ນ 19 ໂດຍ ກ່າວ ວ່າ, “ຂໍ ໃຫ້ ພຣະເຈົ້າ ອົງ ຍິ່ງ ໃຫຍ່ ແລະ ສູງສຸດ ຜູ້ ສ້າງ ຟ້າສະຫວັນ ແລະ ແຜ່ນດິນ ໂລກ; 20 ຈົ່ງ ຫັນ ມາ ອວຍພອນ ໃຫ້ ອັບຣາມ ເຖີດ ສາທຸການ ແດ່ ພຣະເຈົ້າ ຜູ້ ໃຫ້ ຊະນະ ເຫລົ່າ ສັດຕູ. ” ແລ້ວ ອັບຣາມ ກໍໄດ້ ຖວາຍ ໜຶ່ງ ສ່ວນສິບ ໃນ ສິ່ງ ຂອງ ທັງ ໝົດ ຊຶ່ງ ເພິ່ນ ໄດ້ ມາ ຈາກ ການ ສູ້ຮົບ ນັ້ນ ໃຫ້ ແກ່ ເມຄີເຊເດັກ. 21 ກະສັດ ແຫ່ງ ນະຄອນ ໂຊໂດມ ກ່າວ ແກ່ ອັບຣາມ ວ່າ, “ເຈົ້າ ຈົ່ງ ເອົາ ສິ່ງ ຂອງ ເຫລົ່າ ນັ້ນ ໄປ ເຖີດ ຂໍ ສົ່ງ ຄົນ ຂອງເຮົາ ທັງ ໝົດ ຄືນ ກໍ ພໍ ແລ້ວ. ” 22 ແຕ່ ອັບຣາມ ຕອບວ່າ, “ຂ້ານ້ອຍ ສາບານ ໄວ້ ຢ່າງ ເຄັ່ງ ຄັດ ຢູ່ ຊ້ອງໜ້າ ອົງ ພຣະ ຜູ້ ເປັນ ເຈົ້າ ພຣະເຈົ້າ ຜູ້ ສູງສຸດ ພຣະ ຜູ້ ສ້າງ ສະຫວັນ ກັບ ແຜ່ນດິນ ໂລກ ແລ້ວ ວ່າ, 23 ຂ້າ ນ້ອຍ ຈະ ບໍ່ ເອົາ ສິ່ງ ໃດ ສິ່ງ ໜຶ່ງ ທີ່ ເປັນ ຂອງທ່ານ ແມ່ນແຕ່ ດ້າຍ ຫຍິບ ຫລື ສາຍ ຮັດ ເກີບ ເສັ້ນ ໜຶ່ງ ເພື່ອ ທ່ານ ຈະ ບໍ່ ກ່າວ ວ່າ, ‘ແມ່ນ ເຮົາ ທີ່ ເຮັດ ໃຫ້ ອັບ ຣາມ ເປັນ ຄົນ ຮັ່ງ ມີ. ’ 24 ຂ້າ ນ້ອຍ ຈະ ບໍ່ ຮັບ ສິ່ງໃດ ເລີຍ ເວັ້ນໄວ້ ແຕ່ ສິ່ງ ທີ່ ຄົນ ຂອງ ຂ້າ ນ້ອຍ ໄດ້ ໃຊ້ ໄປ ແລ້ວ ແລະ ສ່ວນ ທີ່ ເຫລືອ ນັ້ນ ຈົ່ງ ໃຫ້ ພັນທະມິດ ຂອງ ຂ້າ ນ້ອຍ ແບ່ງປັນ ກັນ ສາ ຄື: ອາເນ, ເອັດຊະໂຄນ ແລະ ມໍາເຣ.”