ບົດທີ 1

1 ບັດນີ້ ພຣະທັມຂອງພຣະຢາເວມາເຖິງໂຢນາ ລູກຊາຍຂອງອາມິດໄຕ, ກ່າວວ່າ, 2 "ຈົ່ງລຸກຂຶ້ນ ແລະໄປທີ່ນີນາເວເມືອງຫລວງ, ແລະໄປຕໍ່ຕ້ານພວກເຂົາ, ເພາະຄວາມຊົ່ວທີ່ພວກເຂົາເຮັດນັ້ນ ໄດ້ປາກົດແກ່ພຣະຢາເວແລ້ວ." 3 ແຕ່ໂຢນາລຸກຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ ແລະ ໄປທີ່ເມືອງຕາກຊິດ. ລາວລົງໄປຕໍ່ທີ່ເມືອງຢົບປາ ແລະພົບເຮືອລຳຫນຶ່ງທີ່ຈະໄປຍັງເມືອງຕາກຊິດ. ລາວຈຶ່ງຈ່າຍເງິນຄ່າໂດຍສານ ແລະຂຶ້ນເຮືອໄປກັບພວກເຂົາທີ່ເມືອງຕາກຊິດ, ເພື່ອຫນີໄປໃຫ້ພົ້ນຫນ້າຂອງພຣະຢາເວ. 4 ແຕ່ພຣະຢາເວສົ່ງລົມໃຫຍ່ຂຶ້ນໃນທະເລ ແລະຈົນກາຍເປັນລົມພາຍຸໃຫຍ່ໃນທະເລ. ຈົນເຮຶອໃກ້ຈົມລົງເຕັມທີ. 5 ພວກລູກເຮຶອກໍຢ້ານ ແລະ ແຕ່ລະຄົນຕ່າງກໍ່ຮ້ອງຫາພຣະເຈົ້າຂອງຕົນໃຫ້ຊ່ວຍເຫລືອ. ພວກເຂົາທັງຫລາຍກໍຖິ້ມສິ່ງຂອງລົງໃນທະເລ. ເພື່ອເຮັດໃຫ້ເຮືອເບົາຂຶ້ນ. ແຕ່ໂຢນາກັບໄປໃນເຮືອ, ແລະລາວໄດ້ນອນຫລັບສະຫນິດ. 6 ດັ່ງນັ້ນນາຍເຮືອໄດ້ມາຫາລາວ ແລະ ກ່າວວ່າ, "ເປັນຫຍັງເຈົ້າຈຶ່ງຍັງນອນຢູ່? ລຸກຂຶ້ນ! ຈົ່ງຮ້ອງຫາພຣະເຈົ້າຂອງເຈົ້າ! ເພື່ອວ່າພຣະເຈົ້າຈະຟັງພວກເຮົາ ແລະພວກເຮົາຈະບໍ່ຖືກລົງໂທດ." 7 ພວກເຂົາທັງຫລາຍໄດ້ເວົ້າກັນວ່າ, "ມາແມ, ໃຫ້ພວກເຮົາຈັບສະຫລາກ, ເພື່ອວ່າຈະໄດ້ຮູ້ວ່າ ໃຜເປັນຕົ້ນເຫດຄວາມຊົ່ວຮ້າຍທີ່ເກີດຂຶ້ນນີ້." ດັ່ງນັ້ນພວກເຂົາຈຶ່ງຈັບສະຫລາກ ແລະສະຫລາກນັ້ນກໍຕົກໃສ່ໂຢນາ. 8 ແລ້ວພວກເຂົາເວົ້າກັບໂຢນາວ່າ, "ຈົ່ງບອກພວກເຮົາມາເຖີດ ວ່າໃຜເປັນເຫດໃຫ້ຄວາມຊົ່ວຮ້າຍນີ້ເກີດຂຶ້ນແກ່ພວກເຮົາ. ເຈົ້າມີອາຊີບຫຍັງ, ແລະເຈົ້າມາແຕ່ໃສ? ເຈົ້າມາຈາກປະເທດໃດ? ແລະເຈົ້າເປັນຄົນຊາດໃດ? 9 ໂຢນາຕອບພວກເຂົາວ່າ, "ຂ້ານ້ອຍເປັນຄົນເຮັບເຣີ; ແລະຂ້ານ້ອຍຢຳເກງພຣະຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ, ຜູ້ຊົງສ້າງທະເລ ແລະ ແຜ່ນດິນໂລກ." 10 ແລ້ວ ຄົນເຫລົ່ານັ້ນກໍຍິ່ງຢ້ານຫລາຍຂຶ້ນ ແລະ ເວົ້າກັບໂຢນາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້?" ເພາະໂຢນາໄດ້ບອກພວກເຂົາວ່າ ລາວກຳລັງຫນີໃຫ້ພົ້ນຈາກຫນ້າຂອງພຣະຢາເວ. 11 ເຂົາທັງຫລາຍບອກໂຢນາວ່າ, "ພວກເຮົາຄວນເຮັດແນວໃດກັບເຈົ້າ ເພື່ອເຮັດໃຫ້ທະເລສະຫງົບລົງ?" ເພາະທະເລຍິ່ງຮຸນແຮງຂຶ້ນເລື້ອຍໆ. 12 ໂຢນາຈຶ່ງຕອບເຂົາທັງຫລາຍວ່າ,"ຈົ່ງຈັບຂ້ອຍໂຍນລົງໄປໃນທະເລ. ແລ້ວທະເລກໍຈະສະຫງົບລົງ, ເພາະຂ້ອຍຮູ້ວ່າຂ້ານ້ອຍເອງເປັນຕົ້ນເຫດຂອງພາຍຸເທື່ອນີ້." 13 ຂະນະດຽວກັນນັ້ນ ພວກລູກເຮືອກໍຊ່ວຍກັນພະຍາຍາມແລ່ນເຮືອເຂົ້າແຄມໃຫ້ໄດ້, ແຕ່ພວກເຂົາເຮັດບໍ່ໄດ້ ເພາະທະເລຕ້ານພວກເຂົາຢ່າງຮຸນແຮງຂຶ້ນກວ່າເກົ່າ. 14 ດ້ວຍເຫດນັ້ນພວກເຂົາຈຶ່ງຮ້ອງຫາພຣະຢາເວ ແລະວ່າ, "ຂ້າແດ່ພຣະຢາເວ ຂ້ານ້ອຍທັງຫລາຍຂໍວິງວອນຕໍ່ພຣະອົງ ຂໍຢ່າໃຫ້ພວກຂ້ານ້ອຍຖືກລົງໂທດ ເພາະຊີວິດຂອງຊາຍຄົນນີ້ເລີຍ, ແລະຂໍຢ່າໃຫ້ຄວາມຜິດຂອງຄວາມຕາຍຂອງຊາຍຄົນນີ້ຕົກຢູ່ກັບພວກຂ້ານ້ອຍ, ເພາະຂ້ານ້ອຍໄດ້ເຮັດສິ່ງທີພໍພຣະທັຍພຣະອົງ." 15 ພວກເຂົາຈຶ່ງຈັບໂຢນາໂຍນລົງໄປໃນທະເລ, ແລະແລ້ວທະເລກໍສະຫງົບລົງ. 16 ພວກເຂົາຢຳເກງພຣະຢາເວຫລາຍ ພວກເຂົາໄດ້ຖວາຍສັດບູຊາແດ່ພຣະຢາເວ ແລະຕາມທີ່ໄດ້ສັນຍາໄວ້. 17 ແລ້ວພຣະຢາເວກໍໄດ້ໃຫ້ປາໃຫຍ່ໂຕຫນຶ່ງ ກືນໂຢນາລົງໄປໄວ້ໃນທ້ອງ, ແລະໂຢນາໄດ້ຢູ່ໃນທ້ອງປານັ້ນເປັນເວລາ ສາມມື້ສາມຄືນ.