ບົດທີ 1

1 ມີ​ຊາຍ​ຄົນຫນຶ່ງ​ອາໄສຢູ່ໃນດິນແດນອູ­ເຊ ຊື່ຂອງເຂົາຄື​ໂຢບ; ໂຢບເປັນ​ຄົນ​ສັດ­ຊື່ ແລະ​ ​ເປັນ​ຄົນ​ດີ​. ເຂົາເປັນຄົນຂາບ­ໄຫວ້​ພຣະເຈົ້າ, ແລະບໍ່ເຄີຍເຮັດຊົ່ວ. 2 ໂຢບ​ມີ​ລູກ­ຊາຍ​ເຈັດ​ຄົນ ແລະ​ລູກ­ສາວ​ສາມ​ຄົນ. 3 ເຂົາມີ​ຝູງແກະ​ເຈັດ​ພັນ​ໂຕ, ອູດ​ສາມ​ພັນ​ໂຕ, ງົວ​ກຽນ​ຫ້າ​ຮ້ອຍ​ຄູ່, ແລະຝູງ​ລໍ​​ຫ້າ​ຮ້ອຍ​ໂຕ ແລະເຂົາມີທາດຮັບ​ໃຊ້​ຈຳ­ນວນ​ຫລວງ­ຫລາຍ. ເຂົາເປັນຜູ້ຊາຍທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງ​ບັນ­ດາ​ຊາວ​ຕາ­ເວັນ​ອອກ. 4 ໃນວັນກຳນົດຂອງລູກ​ຊາຍຂອງ​ລາວ​ແຕ່­ລະ­ຄົນ​, ລາວຈະຈັດງານລ້ຽງໃນເຮືອນຂອງລາວ. ພວກເຂົາໄດ້ເຊີນ ແລະເອີ້ນນ້ອງສາຍທັງສາມຂອງພວກເຂົາມາເພື່ອກິນ ແລະ ດື່ມຮ່ວມກັນກັບພວກເຂົາ. 5 ເມື່ອມື້ຈັດ​ງານ​​ລ້ຽງ​ເຫລົ່ານັ້ນຜ່ານໄປ, ໂຢບໄດ້ເອີ້ນພວກເຂົາມາ ແລະ ຊຳລະພວກເຂົາໃຫ້ບໍຣິສຸດ​. ໂຢບ​ຕື່ນ​ແຕ່​ເຊົ້າ ແລະ ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ເພື່ອ​ໃຫ້​ລູກ​ຂອງ​ເຂົາແຕ່ລະຄົນ, ເພາະເຂົາເວົ້າວ່າ, "ພວກລູກຂອງຂ້ານ້ອຍ​ອາດ­ຈະ​ເຮັດ​ບາບ ແລະ​​ການ​ປະ­ຫມາດ​ພຣະ­ເຈົ້າຢູ່ໃນໃຈ." ໂຢບໄດ້ກ່າວສິ່ງນີ້ສະເຫມີ. 6 ແລ້ວມາເຖິງວັນຫນຶ່ງ ເມື່ອບັນດາລູກຊາຍຂອງພຣະເຈົ້າໄດ້ມາປາກົດຕົວຂອງພວກເຂົາຕໍ່ຫນ້າພຣະຢາເວ. ຊາຕານກໍໄດ້ເຂົ້າມາພ້ອມກັບພວກເຂົາດ້ວຍ. 7 ພຣະຢາເວໄດ້ຊົງກ່າວແກ່ຊາຕານວ່າ,“ເຈົ້າ​ມາ​ແຕ່​ໃສ?" ແລ້ວຊາຕານໄດ້ທູນ​ຕອບພຣະຢາເວ​ວ່າ, “ພະເນຈອນໄປເທິງແຜ່ນດິນໂລກ, ​ໄປໆ​ແລະມາໆ ເທິງແຜ່ນດິນ.” 8 ພຣະຢາເວໄດ້ຊົງກ່າວວ່າ, "ເຈົ້າໄດ້ເຫັນໂຢບ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​​ບໍ? ເພາະບໍ່­ມີ​ໃຜເທິງແຜ່ນ​ໂລກທີ່ເປັນເຫມືອນລາວ, ລາວເປັນຄົນ​ບໍ່ມີຄວາມຜິດ ແລະລາວເປັນຄົນສັດຊື່, ລາວເປັນຄົນຂາບ­ໄຫວ້​ພຣະ­ເຈົ້າ ແລະ ບໍ່ເຄີຍເຮັດຊົ່ວ.” 9 ແລ້ວຊາຕານໄດ້ທູນ​ຕອບພຣະຢາເວ​ວ່າ, “ໂຢບ​​ຂາບໄຫວ້​ພຣະອົງ​ໂດຍປາສະຈາກເຫດຜົນຢ່າງອື່ນບໍ? 10 ບໍ່ແມ່ນພຣະອົງ​ຊົງກັ້ນອະນາເຂດລ້ອມຮອບລາວ, ເຮືອນຂອງລາວ, ແລະລ້ອມຮອບທຸກ​ດ້ານຢ່າງນັ້ນບໍ? ພຣະ­ອົງ​ໄດ້ຊົງ​ອວຍ­ພອນ​​ວຽກ​ງານ​ທຸກ​ຢ່າງ​ຂອງລາວ​. ຝູງສັດຂອງລາວໃຫ້ມີຄວາມຈະເລີນຂຶ້ນໃນດິນແດນນັ້ນ.​ 11 ”ແຕ່​ບັດ­ນີ້ ຂໍພຣະ­ອົງຊົງຍື່ນພຣະຫັດຂອງພຣະອົງ ແລະ ແຕະຕ້ອງ​ທຸກ​ສິ່ງ​ທຸກຢ່າງເຂົາມີໄປ ແລະ ເບິ່ງວ່າເຂົາຈະບໍ່ປ້ອຍ­ດ່າ​ພຣະ­ອົງ​ຕໍ່­ຫນ້າຂອງ​ພຣະອົງ.” 12 ພຣະຢາເວ​ຊົງ​ແກ່ຊາຕານ​ວ່າ, “ເບິ່ງແມ, ທຸກ​ສິ່ງທຸກຢ່າງ​ທີ່​ໂຢບ​ມີກໍຢູ່ໃນມືຂອງເຈົ້າ​ນັ້ນ." ຂໍພຽງແຕ່ຕໍ່ລາວເອງ, ຢ່າຍື່ນມືຂອງເຈົ້າແຕະຕ້ອງລາວ.” ແລ້ວຊາຕານຈຶ່ງ​ໄດ້​​​ຈາກໄປ​ຕໍ່ຫນ້າ​ຂອງ​ພຣະຢາເວ. 13 ແລ້ວມາເຖິງມື້­ຫນຶ່ງ ຂະ­ນະ​ທີ່ບັນດາ​ລູກຊາຍ​ ແລະລູກສາວຂອງ​ໂຢບ ກຳ­ລັງ​ກິນ​ ແລະດື່ມເຫລົ້າອະງຸ່ນຢູ່­ໃນ​ເຮືອນ​ຂອງ​ອ້າຍ​ກົກຂອງພວກເຂົາ. 14 ມີ­ຜູ້ສົ່ງຂ່າວຄົນ​ຫນຶ່ງ​ແລ່ນ​ມາຫາ­​ໂຢບ ແລະເວົ້າ​ວ່າ, "ຝູງ​ງົວທັງຫລາຍກຳລັງ​ໄຖ​ນາ​ ແລະ ​ຝູງລໍກຳ­ລັງ​ກິນ​ຫຍ້າ​ຢູ່ຂ້າງໆ. 15 ​ພວກ​ເຊ­ບາ​ໄດ້ເຂົ້າໂຈມຕີ ແລະ​ ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ. ຄົນເຊບາ​ໄດ້​ຂ້າ​ຄົນຮັບ­ໃຊ້​ທັງ​ຫມົດດ້ວຍດາບ. ມີ​ຂ້ານ້ອຍ​ຄົນ​ດຽວ ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານໄດ້.” 16 ໃນຂະ­ນະ​ທີ່​ລາວກຳລັງ​ເວົ້າ​ຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຈົ້າມາ ແລະ ເວົ້າ​ວ່າ, “ໄຟຂອງພຣະເຈົ້າລົງມາຈາກທ້ອງຟ້າ ແລະ ໄດ້ເຜົາໄຫມ້ຝູງແກະ ແລະ ບັນດາທາດທັງຫມົດ.​ ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານ.” 17 ໃນຂະ­ນະ​ທີ່ເຂົາກຳລັງເວົ້າຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ເຂົ້າມາ ແລະ ເວົ້າວ່າ, “ມີ​ຄົນຄັນເດອາ​ໄດ້ຕັ້ງເປັນ​ສາມກຸ່ມ ໄດ້ເອົາໂຈມຕີຝູງ​ອູດ ແລະ ໄດ້ເອົາພວກມັນໄປ ສຳລັບພວກທາດທັງຫລາຍ ຄົນຄັນ­ເດ­ອາ​ໄດ້ຂ້າພວກເຂົາດ້ວຍຄົມດາບ. ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາບອກ​ທ່ານ.” 18 ໃນຂະ­ນະ​ທີ່​ລາວກຳລັງ​ເວົ້າ​ຢູ່ນັ້ນ, ກໍມີອີກຄົນຫນຶ່ງໄດ້ຟ້າວເຂົ້າມາ ແລະເວົ້າ​ວ່າ, , “ບັນດາ​ລູກ­ຊາຍ​ ແລະ ລູກສາວທີ່ກຳລັງກິນ ແລະດື່ມເຫລົ້າອະງຸ່ນຢູ່ເຮືອນຂອງອ້າຍກົກຂອງພວກເຂົານັ້ນ. 19 ໄດ້​ມີ​ລົມແຮງໄດ້​ພັດ​ມາ​ຈາກຖິ່ນທຸລະກັນດານ ແລະ ​ໄດ້​ພັດ​ປະທະເຮືອນ​ຊານນັ້ນທັງສີ່ດ້ານ, ຈົນເຮືອນພັງລົ້ມທັບຄົນຫນູ່ມສາວທັງຫລາຍແລະ ພວກເຂົາຕາຍ. ຍັງ​ຂ້າ­ນ້ອຍພຽງ​ຄົນ​ດຽວ​ທີ່​ລອດ​ຊີ­ວິດ​ຫນີ​ມາ­ບອກ​ທ່ານ.” 20 ແລ້ວ​ໂຢບຈຶ່ງ​ໄດ້​ລຸກ­ຂຶ້ນ, ຈີກ​ເສື້ອຄຸມ​ຂອງ­ເຂົາ, ແຖຜົມຂອງເຂົາ, ກົ້ມຫນ້າລົງດິນ ແລະນະມັດສະການພຣະເຈົ້າ. 21 “ຂ້ານ້ອຍເປັນຄົນຕົວເປົ່າ ເມື່ອຂ້ານ້ອຍອອກມາຈາກທ້ອງແມ່ຂອງຂ້ານ້ອຍ, ແລະຂ້ານ້ອຍຈະເປັນຄົນຕົວເປົ່າຈະກັບທີ່ນັ້ນ. ຄືພຣະຢາເວຜູ້​ຊົງ​ໂຜດ​ປຣະ­ທານ, ແລະ ​ຄືພຣະຢາເວ ຜູ້ກໍຊົງເອົາຄືນໄປ. ຂໍສາທຸການ​ພຣະ­ນາມ​ຂອງ​ພຣະຢາເວ.” 22 ໃນເຫດທັງຫມົດເຫລົ່ານີ້, ໂຢບກໍ​ບໍ່­ໄດ້​ເຮັດ​ບາບ, ຫລືບໍ່ໄດ້ກ່າວໂທດ ​ພຣະ­ເຈົ້າ​ວ່າຊົງກະທຳຜິດເລີຍ.