ບົດທີ 1

1 ຕໍ່ໄປນີ້ແມ່ນຄຳເວົ້າຂອງເຢເຣມີຢາ ລູກຊາຍຮິນກີຢາ, ຜູ້ເປັນປະໂລຫິດຄົນຫນຶ່ງ ທີ່ຢູ່ເມືອງອານາໂທດ ໃນແຜ່ນດິນຂອງເຜົ່າເບັນຢາມິນ. 2 ພຣະຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ໃນຣາຊະການໂຢສີຢາ ລູກຊາຍຂອງກະສັດອາໂມນ, ກະສັດແຫ່ງຢູດາໃນປີທີສິບສາມແຫ່ງການຄອງລາດຂອງພຣະອົງ. 3 ຕໍ່ມາເມື່ອເຢໂຮຢາກີມ ລູກຊາຍຂອງໂຢສີຢາ, ກະສັດແຫ່ງຢູດາ, ຈົນເຖິງເດືອນທີຫ້າ ປີທີ່ສິບເອັດແຫ່ງລາຊະການ ເຊເດກີຢາ, ໂອລົດຂອງໂຢສີຢາແຫ່ງຢູດາ, ເມື່ອມີການກວາດຕ້ອນປະຊານະຄອນ ເຢຣູຊາເລັມໄປເປັນຊະເລີຍ. 4 ພຣະຄຳຂອງພຣະຢາເວຊົງກ່າວຕໍ່ຂ້າພະເຈົ້າວ່າ, 5 “ກ່ອນເຮົາໄດ້ເປັນຮ່າງຕົວຕົນຂອງເຈົ້າຂຶ້ນໃນທ້ອງແມ່, ເຮົາໄດ້ເລືອກເຈົ້າ; ກ່ອນເຈົ້າເກີດຈາກທ້ອງແມ່ ເຮົາກໍໄດ້ແຕ່ງຕັ້ງເຈົ້າໄວ້; ແລະເຮົາໄດ້ສະຖາປະນາໃຫ້ເຈົ້າເປັນຜູ້ປະກາດພຣະຄຳແກ່ບັນດາປະຊາຊາດ.” 6 ແລ້ວຂ້າພະເຈົ້າໄດ້ທູນຕອບວ່າ, “ເບິ່ງເຖີດ, ຂ້າແດ່ພຣະຢາເວອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍບໍ່ຮູ້ວ່າຈະເວົ້າຢ່າງໃດ, ເພາະຂ້ານ້ອຍຍັງນ້ອຍເກີນໄປ.” 7 ແຕ່ພຣະຢາເວຊົງບອກຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, 'ເຈົ້າຍັງນ້ອຍເກີນໄປ.' ເພາະເຈົ້າຈະຕ້ອງໄປຫາປະຊາຊົນທຸກແຫ່ງທີ່ເຮົາໃຊ້ເຈົ້າໄປ, ແລະເຈົ້າຈະຕ້ອງບອກທຸກສິ່ງທີ່ເຮົາສັ່ງເຈົ້າ! 8 ຢ່າຢ້ານຄົນເຫລົ່ານັ້ນ, ເພາະເຮົາຈະຢູ່ກັບເຈົ້າເພື່ອຊ່ວຍກູ້ເຈົ້າ—ນີ້ເປັນຄຳປະກາດຂອງພຣະຢາເວ.” 9 ແລ້ວ ພຣະຢາເວໄດ້ຊົງເດ່ພຣະຫັດ, ມາໃສ່ປາກຂ້າພະເຈົ້າ, ແລະໄດ້ຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເບິ່ງແມ, ເຮົາໄດ້ເອົາຖ້ອຍຄຳເວົ້ຂອງເຮົາໃສ່ໃນປາກຂອງເຈົ້າ. 10 ໃນມື້ນີ້ເຮົາໄດ້ແຕ່ງຕັ້ງເຈົ້າມີອຳນາດເຫນືອປະຊາຊົນ ແລະ ເຫນືອຣາຊະອານາຈັກທັງຫລາຍ, ເພື່ອໃຫ້ຖອນຮາກ ແລະຮື້ຖິ້ມເສຍ, ໃຫ້ທຳລາຍ ແລະໃຫ້ລົ້ມລົງ, ໃຫ້ສ້າງຂຶ້ນ ແລະໃຫ້ປູກ.” 11 ພຣະຄຳຂອງພຣະຢາເວຊົງກ່າວຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າໄດ້ເຫັນຫຍັງ?” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້ານ້ອຍໄດ້ເຫັນງ່າຂອງຕົ້ນຫມາກບົກ.” 12 ແລ້ວພຣະຢາເວຊົງບອກຂ້າພະເຈົ້າວ່າ, “ເຈົ້າເຫັນຖືກແລ້ວ, ເພາະເຮົາກຳລັງເຝົ້າເບິ່ງຖ້ອຍຄຳຂອງເຮົາເພື່ອໃຫ້ນຳໄປປະຕິບັດໃຫ້ສຳເລັດ.” 13 ພຣະຄຳຂອງພຣະຢາເວໄດ້ມາເຖິງຂ້າພະເຈົ້າຄັ້ງທີສອງ, ຊົງກ່າວອີກວ່າ, “ເຈົ້າເຫັນຫຍັງ?” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້ານ້ອຍໄດ້ເຫັນຫມໍ້ຫນ່ວຍຫນຶ່ງ, ມັນກຳລັງຟົດເດືອດ, ປາກຫມໍ້ນັ້ນປິ່ນມາຈາກທາງທິດເຫນືອ.” 14 ແລ້ວພຣະອົງຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຫດຮ້າຍຈະປະທຸຂຶ້ນຈາກທາງທິດເຫນືອ ມາເຫນືອຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້. 15 ເພາະເຮົາກຳລັງເອີ້ນທຸກຕະກູນແຫ່ງຣາຊະອານາຈັກທິດເຫນືອ, ພຣະຢາເວໄດ້ຊົງປະກາດດັ່ງນີ້ແຫລະ. ພວກເຂົາກໍຈະມາ, ແລະຕ່າງກໍຈະຕັ້ງກອງທັບບັນຊາການຂອງຕົນໄວ້ຕໍ່ຫນ້າປະຕູນະຄອນເຢຣູຊາເລັມ, ຕໍ່ສູ້ກັບກຳແພງທີ່ອ້ອມຮອບ, ແລະຕໍ່ສູ້ກັບເມືອງອື່ນໆຂອງຢູດາ. 16 ເຮົາຈະກ່າວຄຳພິພາກສາຂອງເຮົາຕໍ່ຄົນທັງຫລາຍໃນເມືອງເຫລົ່ານັ້ນ ດ້ວຍວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍ ຄືໄດ້ປະຖິ້ມເຮົາ, ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ພະອື່ນ, ແລະໄດ້ນະມັດສະການສິ່ງທີ່ມືຂອງພວກເຂົາສ້າງຂຶ້ນເອງ. 17 ຈົ່ງຕຽມຕົວເຈົ້າໃຫ້ພ້ອມ! ຈົ່ງລຸກຂຶ້ນໄປບອກແກ່ພວກເຂົາທຸກສິ່ງທີ່ເຮົາສັ່ງເຈົ້ານັ້ນ. ຢ່າຕົກໃຈຢ້ານພວກເຂົາ, ບໍ່ດັ່ງນັ້ນເຮົາຈະເຮັດໃຫ້ເຈົ້າຢ້ານກົວຕໍ່ຫນ້າພວກເຂົາ! 18 ເບິ່ງເຖີດ! ມື້ນີ້ເຮົາເຮັດໃຫ້ເຈົ້າເປັນເມືອງມີປ້ອມເປັນເສົາເຫລັກ ແລະກຳແພງທັງຫລາຍເປັນທອງແດງ, ເພື່ອຈະຕໍ່ສູ້ແຜ່ນດິນທັງຫມົດແລະ—ສູ້ກັບກະສັດຂອງຊາວຢູດາ, ສູ້ກັບຂ້າລາຊະການ, ສູ້ກັບບັນດາປະໂລຫິດ, ແລະສູ້ກັບປະຊາຊົນໃນແຜ່ນດິນ. 19 ພວກເຂົາຈະຕໍ່ສູ້ກັບເຈົ້າ, ແຕ່ຈະບໍ່ຊະນະເຈົ້າ, ເພາະເຮົາຈະຢູ່ກັບເຈົ້າ ເພື່ອຊ່ວຍກູ້ເຈົ້າໄວ້—ນີ້ເປັນຄຳປະກາດຂອງພຣະຢາເວ.”