​ບົດ​ທີ 1

1 ນິມິດຂອງເອຊາຢາຜູ້ເປັນບຸດຊາຍຂອງອາໂມດ, ທີ່ລາວໄດ້ເຫັນກ່ຽວກັບຢູດາ ແລະ ນະ​ຄອນ ເຢຣູຊາເລັມ, ໃນການປົກຄອງຂອງອຸດ​ຊີ​ຢາ, ໂຢທາມ, ອາຮ​າດ, ແລະ ເຮເຊກີ​ຢາ, ບັນ​ດາກະສັດຂອງຢູດາ. 2 ຟ້າສະຫວັນເອີຍ, ຈົ່ງຟັງ, ແຜ່ນດິນໂລກເອີຍ; ຈົ່ງ​ງ່ຽງ​ຫູ​ຟັງເພາະ​ພຣະ​ຢາ​ເວ​ໄດ້​ກ່າວ​ວ່າ: "ເຮົາໄດ້ຖະ​ຫນຸ​ຖະ​ຫນອມ ແລະ ລ້ຽງດູລູກໆ, ແຕ່ພວກເຂົາໄດ້ກະບົດຕໍ່ເຮົາ. 3 ງົວຍັງຮູ້ຈັກເຈົ້າຂອງມັນ, ແລະ ລາຍັງຮູ້ຮາງຫຍ້າຂອງນາຍຂອງມັນ, ແຕ່ອິດສະຣາເອນບໍ່ຮູ້ຈັກ, ອິດສະຣາເອນບໍ່ເຂົ້າໃຈ." 4 ວິບັດ! ແກ່ປະເທດ, ພວກຄົນບາບ, ຊົນ​ຊາດທີ່ແບກພາລະຫນັກດ້ວຍຄວາມຊົ່ວຊ້າ, ລູກ​ຫລານຂອງຄົນຊົ່ວຮ້າຍ, ພວກບຸດຊາຍຂອງຜູ້ທີ່ເຮັດ​ຄວາມ​ເຊື່ອມ​ເສຍ! ພວກເຂົາໄດ້ປະຖິ້ມພຣະຢາ​ເວ, ພວກເຂົາໄດ້ດູຫມິ່ນ​ອົງບໍຣິສຸດຂອງອິດສະຣາເອນ, ພວກເຂົາໄດ້​ເຮັດ​ໂຕອອກຫ່າງຈາກພຣະອົງ. 5 ເປັນຫຍັງພວກທ່ານຍັງຖືກຂ້ຽນຕີຢູ່ອີກ? ເປັນຫຍັງພວກທ່ານຈຶ່ງ​ຖືກກະບົດຂຶ້ນ​ເລື້ອຍໆ? ທັງຫົວກໍເຈັບໄປ​ຫມົດ, ທັງຈິດໃຈກໍອ່ອນແອ. 6 ຕັ້ງແຕ່ຝາຕີນຈົນຮອດຫົວບໍ່ມີພາກສ່ວນໃດທີ່​ບໍ່ໄດ້ຮັບບາດເຈັບເລີຍ; ມີແຕ່ບາດແຜ, ແລະຮອຍຟົກ​ຊ້ຳ, ແລະບາດແຜທີ່ຍັງບໍ່ເຊົາ​ດີເທື່ອ; ບາດແຜເຫລົ່ານັ້ນບໍ່ໄດ້ຖືກປິດ​ໄວ້, ບໍ່ໄດ້ເຮັດຄວາມສະອາດ, ບໍ່ໄດ້ຫໍ່ຜ້າ ຫລື ໄດ້​ຮັບ​ກາ​ນ​ຮັກ​ສາ​ດ້ວຍນ້ຳມັນ. 7 ປະເທດຂອງພວກເຈົ້າກໍຖືກທຳລາຍ; ບັນ​ດາເມືອງຂອງພວກ​ເຈົ້າກໍຖືກເຜົາໄຫມ້; ສ່ວນທົ່ງນາຂອງ—ພວກເຈົ້າ, ພວກຊາວຕ່າງດ້າວກໍຈະທຳລາຍ—ໄປຕໍ່​ຫນ້າ​ພວກເຈົ້າຖືກປະຖິ້ມໃຫ້​ເປົ່​າ​ຮ້າງ, ແລະຖືກທຳລາຍໂດຍພວກຊາວຕ່າງດ້າວ. 8 ບຸດສາວຂອງຊີໂອນໄດ້ຖືກຖີ້ມ​ໄວ້ຄື​ກັບຕູບໃນສວນອະງຸ່ນ, ຄືກັບຖຽງ​ໄຮ່ໃນສວນຫມາກແຕງ, ຄືກັບເມືອງທີ່​ຖືກປິດລ້ອມ​ໄວ້. 9 ຖ້າຫາກພຣະຢາ​ເວ​ຈອມ​ໂຢ​ທາບໍ່ໄດ້ຊົງປະປ່ອຍຄົນ​ສ່ວນເລັກນ້ອຍໄວ້ໃຫ້ກັບພວກເຮົາ, ພວກເຮົາກໍຈະເປັນຄືກັບ​ເມືອງ​ໂຊ​ໂດມ, ພວກເຮົາຈະເປັນຄືກັບເມືອງໂກໂມຣາ. 10 ພວກຜູ້ປົກຄອງເມືອງໂຊໂດມ; ຈົ່ງຟັງຄຳເວົ້າຂອງພຣະຢາ​ເວ, ພວກຊາວເມືອງໂກ​ໂມ​ຣາ: ຈົ່ງ​ຟັງກົດ​ບັນຍັດຂອງພຣະເຈົ້າຂອງພວກເຮົາ, 11 ພຣະຢາ​ເວກ່າວວ່າ. "ເຄື່ອງບູຊາຫລວງ​ຫລາຍຂອງພວກເຈົ້າ​ທີ່​ຖວາຍ​ແກ່​ເຮົາ​ມີຫຍັງແດ່?" "ເຮົາໄດ້​ມີ​ແກະ​ໂຕ​ຜູ້, ແລະ ໄຂມັນຂອງ​ສັດ​ຕຸ້ຍ​ພີ​ເປັນ​ເຄື່ອງເຜົາຖວາຍບູຊາພຽງພໍແລ້ວ; ແລະເຮົາບໍ່ພໍໃຈໃນເລືອດຂອງບັນ​ດາງົວຫນຸ່ມ, ແກະໂຕຜູ້, ຫລືແບ້. 12 ເມື່ອພວກເຈົ້າມາເຂົ້າ​ເຝົ້າຢູ່ຕໍ່ຫນ້າເຮົາ, ໃຜໄດ້ຮຽກຮ້ອງສິ່ງນີ້ຈາກເຈົ້າ, ໃຫ້ຢຽບຢຳ່ເຂົ້າ​ມາໃນພື້ນທີ່ຂອງເຮົາ? 13 ຢ່ານຳເອົາເຄື່ອງບູ​ຊາທີ່ບໍ່ມີຄ່າຫຍັງມາອີກ; ເຄື່ອງ​ຫອມກໍ​ເປັນສິ່ງທີ່ຫນ້າກຽດຊັງສຳລັບເຮົາ; ເຮົາບໍ່ອາດທົນທານຕໍ່ການຊຸມນຸມທີ່ຊົ່ວຮ້າຍເຫລົ່ານີ້ໄດ້ຄື​ການຊຸມນຸມຂອງມື້ເທດສະການການສະຫລອງວັນເດືອນອອກໃຫມ່ ແລະ ວັນຊະບາໂຕ. 14 ເຮົາກຽດຊັງເທ​ດສະ​ການ​ສະລ້ຽງວັນອອກໃຫມ່ ແລະ ເທດສະການລ້ຽງ​ສະ​ຫລອງ​ຕາມ​ກຳ​ນົດຂອງພວກ​ເຈົ້າ; ການຊຸມນຸມເຫລົ່ານັ້ນເປັນພາລະແກ່​ເຮົາ; ເຮົາອິດເຫມື່ອຍເຫລືອທີ່ຈະອົດທົນກັບເທດ​ສະ​ການເຫລົ່ານັ້ນແລ້ວ. 15 ດ້ວຍເຫດນີ້ເມື່ອ​ໃດທີ່ພວກເຈົ້າແບມືຂອງ​ພວກ​ເຈົ້າ​ອອກໃນການອະທິຖານ, ເຮົາ​ຈະປິດຕາຂອງ​ເຮົາຈາກພວກ​ເຈົ້າ; ເຖິງແມ່ນວ່າພວກເຈົ້າຈະ​ຖວາຍ​ຄຳອະທິຖານຫລ​ວງຫລາຍ, ເຮົາ​ກໍຈະບໍ່ຟັງ; ມືຂອງພວກເຈົ້າເຕັມໄປດ້ວຍເລືອດ. 16 ຈົ່ງ​ຊະລ້າງ, ຈົ່ງລ້າງຮ່າງກາຍຂອງ​ເຈົ້າໃຫ້ສະອາດ; ຈົ່ງເອົາການກະທຳທີ່ຊົ່ວຮ້າຍຂອງພ​ວກເຈົ້າ​ອອກ​ໄປ​ໃຫ້​ພົ້ນຈາກສາຍຕາຂອງເຮົາ; ຈົ່ງຢ່າເຮັດຄວາມຊົ່ວ; 17 ຈົ່ງຮຽນຮູ້ທີ່ຈະເຮັດສິ່ງທີ່ດີ; ຈົ່ງຊອກຫາຄວາມຍຸດຕິທຳ, ຈົ່ງຊ່ວຍເຫລືອຜູ້ທີ່ຖືກກົດຂີ່, ຈົ່ງ​ໃຫ້ຄວາມຍຸດຕິທຳຕໍ່ລູກ​ທີ່ກຳ​ພ້າພໍ່, ແລະ ປົກປ້ອງແມ່ຫມ້າຍ.” 18 ພຣະຢາ​ເວກ່າວວ່າ; “ມາ​ເຖີດ, ແລະໃຫ້​ພວກ​ເຮົາ​ມາ​ເວົ້າ​ຄວາມກັນ,“ “ເຖິງແມ່ນວ່າບາບຂອງເຈົ້າຈະເປັນຄືກັບສີແດງເຂັ້ມ, ມັນກໍຈະຂາວຄືກັບຫິມະ; ເຖິງແມ່ນວ່າຈະເປັນສີແດງຄືກັບຜ້າແດງເຂັ້ມ, ກໍ​ຈະຂາວເທົ່າກັບຂົນແກະ. 19 ຖ້າພວກເຈົ້າເຕັມໃຈ ແລະ ເຊື່ອຟັງ, ພວກເຈົ້າກໍຈະໄດ້ກິນອາຫານທີ່ດີແຫ່ງແຜ່ນດິນ, 20 ແຕ່ຖ້າພວກເຈົ້າປະຕິເສດ ແລະ ກະບົດ, ດາບກໍ​ຈະ​ລ້າງ​ຜານ​ພວກ​ເຈົ້າ,” ເພາະວ່າ​ພຣະໂອດຂອງພຣະຢາ​ເວໄດ້ກ່າວໄວ້​ແລ້ວ. 21 ເມືອງທີ່ສັດຊື່ໄດ້ກາຍເປັນເມືອງໂສເພນີໄດ້ແນວໃດຫລື! ເມືອງທີ່ເຄີຍເຕັມແຕ່ຄວາມຍຸຕິທຳ—ເມືອງທີ່ເຕັມດ້ວຍຄວາມຊອບທຳ, ແຕ່ຕອນນີ້ເມືອງ​ນັ້ນເຕັມໄປດ້ວຍພວກຄາດຕະກອນ. 22 ເງິນຂອງພວກເຈົ້າບໍ່ບໍຣິສຸດ, ເຫລົ້າອະງຸ່ນຂອງ​ພວກ​ເຈົ້າກໍປະສົມດ້ວຍນ້ຳ. 23 ພວກເຈົ້ານາຍຂອງພວກເຈົ້າກໍເປັນພວກກະບົດ ແລະ ເປັນສ່ວນຫນຶ່ງຂອງພວກໂຈນ; ທຸກໆຄົນມັກຮັບສິນບົນ ແລະ ແລ່ນ​ນຳຜົນ​ຕອບ​ແທນ. ພວກເຂົາບໍ່ປົກປ້ອງລູກທີ່ກຳ​ພ້າພໍ່, ຫລືຄະ​ດີຂອງແມ່ຫມ້າຍກໍບໍ່ໄດ້ມາຢູ່ຕໍ່ຫນ້າພວກເຂົາ. 24 ເພາະ​ສະນັ້ນ ນີ້ແມ່ນການປະກາດຂອງພຣະຢາ​ເວ​ອົງພຣະຜູ້ເປັນເຈົ້າຈອມ​ໂຢ​ທາ, ອົງຜູ້ຊົງ​ຣິດແຫ່ງອິດສະຣາເອນ: “ວິບັດຈົ່ງ​ມີແກ່ພວກເຂົາ! ເຮົາຈະແກ້ແຄ້ນຕໍ່ສັດຕູຂອງເຮົາ, ແລະ ລ້າງແຄ້ນຕໍ່ສັດຕູຂອງເຮົາ​ດ້ວຍ​ຕ​ົວເຮົາ​ເອງ; 25 ຮົາຈະຢື່ນມືຂອງເຮົາ​ມາຕໍ່​ສູ້​ພວກເຈົ້າ, ເພື່ອຊະລ້າງສິ່ງ​ສົກ​ກະ​ປົກຂອງເຈົ້າອອກ​ໄປຄືກັບຊະ​ລ້າງ​ດ້ວຍ​ນ້ຳ​ດ່າງ, ແລະເອົາສິ່ງ​ສົກ​ກະ​ປົກ​ທັງຫມົດຂອງເຈົ້າອອກ​ໄປ. 26 ເຮົາຈະເຮັດໃຫ້ພວກຜູ້ພິພາກສາຂອງພວກເຈົ້າເປັນຄືກັນກັບແຕ່ກ່ອນ, ແລະ ພວກທີ່ປຶກສາຂອງພວກເຈົ້າເປັນ​ຄື​ກັບ​ຕອນ​ເລີ່ມ​ຕົ້ນ; ຫລັງຈາກທີ່​ພວກເຈົ້າຈະໄດ້ຖືກເອີ້ນວ່າເມືອງແຫ່ງຄວາມຊອບທຳ, ເມືອງສັດ​ຊື່." 27 ຊີໂອນຈະໄດ້​ຮັບ​ການຖືກໄຖ່ດ້ວຍຄວາມຍຸດຕິທຳ, ແລະ ຜູ້ທີ່ກັບໃຈໃນເມືອງນັ້ນດ້ວຍຄວາມຊອບທຳ. 28 ພວກກະບົດ ແລະ ພວກຄົນບາບຈະຖືກທຳລາຍໄປພ້ອມກັນ, ແລະ ຄົນ​ເຫລົ່າ​ນັ້ນທີ່ປະຖິ້ມພຣະຢາ​ເວກໍຈະຖືກທຳ​ລາຍໄປເຊັ່ນກັນ. 29 “ເພາະວ່າພວກເຈົ້າຈະໄດ້​ຮັບ​ຄວາມອັບອາຍໃນຕົ້ນໂອກສັກສິດທີ່ພວກເຈົ້າປາຖະຫນາ, ແລະ ພວກເຈົ້າຈະມີຄວາມອັບອາຍໃນສວນທີ່ພວກເຈົ້າໄດ້ເລືອກ. 30 ເພາະວ່າພວກເຈົ້າຈະເປັນຄື​ກັບຕົ້ນໄມ້ໂອກທີ່​ໃບ​ຫ່ຽວ​ແຫ້ງ​ໄປ, ແລະ ຄືກັບສວນທີ່ບໍ່ມີນ້ຳ. 31 ຄົນ​ທີ່​ແຂງ​ແຮງ​ກໍ​ຈະຄືກັບເຊື້ອ​ໄຟ, ແລະ ວຽກງານຂອງລາວກໍຈະຄືກັບປະ​ກາຍໄຟ; ທັງສອງຢ່າງ​ກໍຈະເຜົາ​ໄຫມ້​ໄປ​ພ້ອມກັນ, ແລະ ບໍ່ມີໃຜສາມາດດັບມັນໄດ້."