ບົດທີ 1

1 ນີ້ເປັນພຣະຄຳຂອງພຣະຢາເວໄດ້ມາເຖິງໂຮເສຢາ ລູກຊາຍຂອງເບເອຣີ ໃນສະໄຫມຂອງອຸດຊີຢາ ໂຢທາມ, ອາຮາດ, ແລະ ເຮເຊກີຢາ, ກະສັດທັງຫລາຍຂອງຢູດາ, ແລະ ໃນສະໄຫມຂອງເຢໂຣໂບອາມລູກຊາຍຂອງໂຢອາດກະສັດແຫ່ງອິດສະຣາເອນ. 2 ເມື່ອພຣະຢາເວຊົງກ່າວຜ່ານທາງໂຮເສຢາເປັນທຳອິດ, ພຣະອົງຊົງກ່າວກັບເພິ່ນວ່າ, “ຈົ່ງໄປ, ຮັບເອົາຍິງໂສເພນີມາເປັນເມຍຂອງເຈົ້າ. ນາງມີລູກຊຶ່ງເປັນລູກໂສເພນີ. ເພາະວ່າແຜ່ນດິນໄດ້ຫລິ້ນຊູ້ຢ່າງໃຫຍ່ຫລວງດ້ວຍການປະຖິ້ມພຣະຢາເວ.” 3 ດ້ວຍເຫດນີ້ ໂຮເສຢາຈຶ່ງໄປ ແລະ ແຕ່ງງານກັບນາງໂກເມ ລູກສາວຂອງດິບລາຢິມ, ແລ້ວນາງໄດ້ຖືພາ ແລະ ເກີດລູກຊາຍຄົນຫນຶ່ງໃຫ້ເພີ່ນ. 4 ພຣະຢາເວຊົງກ່າວຕໍ່ໂຮເສຢາວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ຢິດເຣເອນ. ເພາະວ່າຍັງອີກບໍ່ເຫິງ ເຮົາຈະລົງໂທດເຊື້ອສາຍຂອງເຢຮູ ສຳລັບເລື່ອງເລືອດໄຫລນອງທີ່ຢິດເຣເອນ, ແລະເຮົາຈະເຮັດໃຫ້ຣາຊະອານາຈັກຂອງເຊື້ອສາຍອິດສະຣາເອນສິ້ນສຸດລົງ. 5 ມັນຈະເກີດຂຶ້ນໃນວັນທີ່ເຮົາຫັກທະນູຂອງອິດສະຣາເອນໃນຮ່ອມພູຢິດເຣເອນ.” 6 ນາງໂກເມໄດ້ຖືພາອີກ ແລະ ໄດ້ອອກລູກມາເປັນຍິງ. ດັ່ງນັ້ນ ພຣະຢາເວຊົງກ່າວຕໍ່ໂຮເສຢາວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ໂລຣຸຮາມາ, ເພາະວ່າເຮົາຈະບໍ່ສົງສານຕໍ່ເຊື້ອສາຍຂອງອິດສະຣາເອນອີກຕໍ່ໄປ, ເຮົາຄວນໃຫ້ອະໄພພວກເຂົາທັງຫລາຍ. 7 ແຕ່ເຮົາຈະສົງສານເຊື້ອສາຍຂອງຢູດາ, ແລະເຮົາຈະເປັນຜູ້ຊ່ວຍພວກເຂົາໃຫ້ພົ້ນດ້ວຍເຮົາເອງ, ເຮົາຄືພຣະຢາເວພຣະເຈົ້າຂອງພວກເຂົາ. ເຮົາຈະບໍ່ຊ່ວຍເຂົາໃຫ້ພົ້ນດ້ວຍຄັນທະນູ, ດ້ວຍຄົມດາບ, ດ້ວຍການຕໍ່ສູ້, ດ້ວຍມ້າ, ຫລືເຫລົ່າທະຫານມ້າ." 8 ຫລັງຈາກນາງໂກເມໄດ້ໃຫ້ນາງໂລຣຸຮາມາເຊົານົມແລ້ວ, ນາງໄດ້ຖືພາ ແລະ ໄດ້ເກີດລູກຊາຍອີກຜູ້ຫນຶ່ງ. 9 ແລ້ວພຣະຢາເວຊົງກ່າວວ່າ, “ໃຫ້ເອີ້ນລາວວ່າ ໂລອຳມີ, ເພາະພວກເຈົ້າທັງຫລາຍບໍ່ແມ່ນໄພ່ພົນຂອງເຮົາ, ແລະເຮົາກໍບໍ່ແມ່ນພຣະເຈົ້າຂອງພວກເຈົ້າ. 10 ເຖິງປານນັ້ນ ຈຳນວນປະຊາກອນຂອງຊົນຊາດອິດສະຣາເອນ ຈະມີຫລາຍເຫມືອນເມັດຊາຍຢູ່ແຄມທະເລ, ຊຶ່ງບໍ່ສາມາດຕວງ ຫລືນັບໄດ້. ມັນຈະເປັນຢ່າງທີ່ຊົງກ່າວແກ່ພວກເຂົາວ່າ, 'ພວກເຈົ້າບໍ່ແມ່ນໄພ່ພົນຂອງເຮົາ,' ກໍຈະກ່າວກັບພວກເຂົາວ່າ, 'ພວກເຈົ້າເປັນໄພ່ພົນຂອງພຣະເຈົ້າອົງຊົງພຣະຊົນຢູ່.' 11 ໄພ່ພົນຂອງຢູດາ ແລະ ໄພ່ພົນຂອງອິດສະຣາເອນຈະເຕົ້າໂຮມກັນ. ພວກເຂົາຈະແຕ່ງຕັ້ງເອົາຜູ້ນຳສຳລັບພວກເຂົາ, ແລະ ພວກເຂົາຈະຂຶ້ນມາຈາກແຜ່ນດິນ, ເພາະຈະເປັນວັນທີ່ຍິ່ງໃຫຍ່ຂອງຢິດເຣເອນ.