ບົດທີ 1

1 ໃນປີທີສອງແຫ່ງຣາ­ຊະ­ການກະ­ສັດ ດາ­ຣິ­ອຸດ, ໃນວັນທີຫນຶ່ງຂອງເດືອນທີຫົກ, ພຣະ­ທຳຂອງພຣະ­ຢາເວໄດ້ມາໂດຍທາງຮັກກາຍ ຜູ້ປະ­ກາດພຣະ­ທຳ ເຖິງເຊ­ຣູ­ບາ­ເບນ ລູກຊາຍເຊອານ­ຕີເອນ ຜູ້ປົກ­ຄອງເມືອງຢູ­ດາ ແລະ ເຖິງໂຢ­ຊວຍ ລູກຊາຍເຢ­ໂຮ­ຊາດັກ ມະ­ຫາປະ­ໂລ­ຫິດວ່າ, 2 "ພຣະ­ຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ: ປະ­ຊາ­ຊົນເຫລົ່ານີ້ກ່າວວ່າ, 'ຍັງບໍ່ເຖິງເວ­ລາຂອງເຮົາທີ່ຈະມາ ຫລືຈະສ້າງພຣະ­ວິ­ຫານຂອງພຣະຢາເວ.” 3 ແລ້ວພຣະ­ທຳຂອງພຣະ­ຢາເວຈຶ່ງມາໂດຍທາງຮັກ­ກາຍ ຜູ້ປະ­ກາດພຣະ­ທຳວ່າ, 4 “ເຖິງເວ­ລາແລ້ວຫລືທີ່ຕົວທ່ານຈະອາໃສໃນເຮືອນທີ່ສ້າງແລ້ວສົມບູນ ໃນຂະນະທີ່ພຣະ­ວິ­ຫານນີ້ຍັງ­ເພພັງຢູ່? 5 ບັດນີ້ ພຣະຢາເວຈອມໂຢທາ ຈຶ່ງຊົງກ່າວວ່າ “ຈົ່ງພິ­ຈາ­ລະ­ນາເບິ່ງຫົນທາງຂອງເຈົ້າ! 6 ເຈົ້າໄດ້ຫວ່ານຫລາຍ ແຕ່ເກັບກ່ຽວພຽງເຫລັກໜ້ອຍ; ເຈົ້າກິນແຕ່ບໍ່ເຄີຍອີ່ມ; ເຈົ້າດື່ມແຕ່ກໍບໍ່ເຄີຍເຊົາຢາກ. ເຈົ້ານຸ່ງຫົ່ມແຕ່ກໍບໍ່ອົບອຸ່ນ, ແລະ ຄົນທີ່ໄດ້ຮັບຄ່າຈ້າງ ກໍເອົາເງິນໃສ່ລົງໃນຖົງທີ່ມີແຕ່ຮູ. 7 ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ: “ຈົ່ງພິ­ຈາ­ລະ­ນາເບິ່ງທາງຂອງເຈົ້າ! 8 ພຣະຢາເວ ຊົງກ່າວວ່າ, "ຈົ່ງຂຶ້ນໄປເທິງພູ, ແລ້ວເອົາໄມ້ມາສ້າງພຣະ­ວິ­ຫານຂອງເຮົາ; ເພື່ອທີເຮົາຈະມີຄວາມພໍ­ໃຈ, ແລະ ໄດ້ຮັບກຽດເພາະພຣະວິຫານນັ້ນ!” 9 “ເຈົ້າຫວັງໄດ້ຫລາຍ, ແຕ່ເບິ່ງແມ! ເມື່ອເຈົ້ານຳຜົນອັນໜ້ອຍດຽວກັບໄປເຮືອນຂອງເຈົ້າ, ເຮົາກໍເປົ່າມັນໄປ! ເພາະເຫດໃດ?” ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ. "ເພາະເຈົ້າຕ່າງກໍວຸ້ນຢູ່ກັບເຮືອນຂອງຕົນ, ແຕ່ປ່ອຍໃຫ້ວິ­ຫານຂອງເຮົາຍັງເພພັງຢູ່. 10 ເພາະເຫດນີ້ ທ້ອງ­ຟ້າຈະປິດນ້ຳ­ຫມອກໄວ້ຈາກເຈົ້າ, ແລະ ແຜ່ນດິນຈະຢຸດການໃຫ້ເກດຜົນແກ່ເຈົ້າ. 11 ເຮົາໄດ້ເອີ້ນຄວາມແຫ້ງ­ແລ້ງມາ­ສູ່ແຜ່ນ­ດິນ ແລະ ໂນນພູ, ເມັດເຂົ້າ, ນ້ຳອະງຸ່ນໃຫມ່ ແລະ ນ້ຳ­ມັນ, ການເກັບກ່ຽວຂອງແຜ່ນດິນ, ນຸດ, ແລະ ສັດ, ແລະຜົນ­ຈາກນໍ້າມືແຫ່ງການງານທຸກຢ່າງຂອງເຈົ້າ!” 12 ແລ້ວເຊ­ຣູ­ບາ­ເບນ ລູກຊາຍເຊ­ອານ­ຕີ­ເອນ, ແລະ ໂຢ­ຊວຍ ລູກຊາຍເຢ­ໂຮ­ຊາ­ດັກມະ­ຫາປະ­ໂລ­ຫິດ, ລວມທັງປະ­ຊາຊົນທັງປວງທີ່ເຫລືອ, ກໍໄດ້ເຊື່ອຟັງພຣະ­ສຸ­ລະ­ສຽງຂອງພຣະຢາເວ ພຣະເຈົ້າຂອງເຂົາທັງຫລາຍ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທຳ ຮັກກາຍ, ເພາະ­ວ່າພຣະຢາເວ ພຣະ­ເຈົ້າຂອງພວກເຂົາທັງ­ຫລາຍໄດ້ໃຊ້ເພິ່ນມາ ແລະ ປະ­ຊາ­ຊົນກໍຢຳເກງພຣະ­ພັກພຣະຢາເວ. 13 ແລ້ວຮັກກາຍ, ຜູ້ສົ່ງຂ່າວຂອງພຣະຢາເວ, ກ່າວຖ້ອຍຄຳຂອງພຣະຢາເວແກ່ປະຊາຊົນວ່າ, “ພຣະ­ຢາເວປະກາດວ່າ ເຮົາຢູ່ກັບເຈົ້າ!” 14 ດັ່ງນັ້ນພຣະຢາເວໄດ້ຊົງບັນດົນໃຈຂອງເຊ­ຣູບາ­ເບນ ລູກຊາຍເຊ­ອານ­ຕີ­ເອນ ຜູ້ປົກ­ຄອງເມືອງຢູ­ດາໃຫ້ຕື່ນ, ແລະ ໂຢ­ຊວຍ ລູກຊາຍເຢ­ໂຮ­ຊາ­ດັກ ມະ­ຫາປະໂລຫິດ, ແລະ ປະ­ຊາຊົນທັງປວງທີ່ເຫລືອຢູ່ ເພື່ອພວກເຂົາຈະໄດ້ໄປສ້າງພຣະ­ວິ­ຫານຂອງພຣະຢາເວຈອມໂຢທາ ພຣະ­ເຈົ້າຂອງພວກເຂົາ, 15 ໃນວັນທີຊາວສີ່ຂອງເດືອນທີຫົກ, ປີທີສອງແຫ່ງຣາ­ຊະ­ການກະ­ສັດດາ­ຣິ­ອຸດ.