ບົດທີ 1

1 ໃນວັນທີ​ຫ້າເດືອນ​ສີ່​, ປີ​ທີ​ສາມ­ສິບ, ສິ່ງທີ່ໄດ້ເກີດຂື້ນ, ຂະ­ນະ​ທີ່­ຂ້ານ້ອຍ​ຢູ່​ກັບ​ພວກ​ຊະ­ເລີຍ​ທີ່​ແມ່­ນ້ຳ​ເກ­ບາກ. ​ທ້ອງ­ຟ້າ​ໄດ້​ເປີດອອກ, ແລະ ຂ້ານ້ອຍໄດ້ເຫັນນິມິດຂອງ​ພຣະ­ເຈົ້າ. 2 ໃນ​ວັນທີຫ້າຂອງເດືອນນັ້ນ — ຄືໃນປີທີຫ້າທີ່​ກະ­ສັດ​ເຢ­ໂຮ­ອາ­ກິນ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ. — 3 ພຣະຄຳຂອງພຣະຢາເວ ໄດ້ມາຍັງ ເອ­ເຊ­ກຽນ​ລູກ­ຊາຍ​ຂອງ​ປະ­ໂລ­ຫິດ​ບູ­ຊີ, ​ຢູ່​ແຄມ​ແມ່­ນ້ຳ​ເກ­ບາ​ກໃນ​ປະ­ເທດ​ບາ­ບີ­ໂລນ, ແລະພຣະຫັດຂອງພຣະຢາເວໄດ້ມາຢູ່ເຫນືອທ່ານທີ່ນັ້ນ. 4 ເມື່ອຂ້າ­ນ້ອຍ​ໄດ້ຫລຽວເບິ່ງ, ແລະ ໄດ້ມີ​ລົມ­ພະ­ຍຸ​ພັດ​ມາຈາກທາງ​ເຫນືອ; ມີເມກ​ກ້ອນ​ໃຫຍ່​ກັບຟ້າແມບເຫລື້ອມ​​ ແລະ ມີຄວາມສະຫວ່າງໂດຍຮອບ, ແລະ ​ໃນ​ເມກ​ນັ້ນມີແສງເຫມືອນໄຟ​ສີອຳພັນ. 5 ໃນໃຈກາງໄຟນັ້ນມີຮູບລັກສະນະຂອງສິ່ງມີຊີວິດສີ່ໂຕ. ຮູບຮ່າງລັກສະນະຂອງພວກມັນເປັນດັ່ງນີ້: ມີຮູບລັກສະນະຂອງ​ມະ­ນຸດ, 6 ແຕ່ພວກມັນ­ລະ​ໂຕ​ມີຫນ້າ​ສີ່​ຫນ້າ, ແລະ ​ມີປີກສີ່​ປີກ. 7 ຂາ​ຂອງ​ພວກມັນນັ້ນ​ຊື່ກົງ, ແຕ່​ຝາຕີນ​ຂອງ​ມັນ​ຄືກັບຕີນ​ງົວ ແລະ ເຫລື້ອມຄືກັັບທອງເຫລືອງ. 8 ແຕ່ພວກມັນມີມືມະນຸດຢູ່ກ້ອງ​ປີກຂອງມັນ​ທັງ​ສີ່ຂ້າງ. ທັງສີ່ໂຕ, ຕ່າງມີຫນ້າ ແລະ ມີປີກເຊັ່ນນີ້: 9 ຄືປີກ​ທັງ​ສອງ​ຂອງ​ສີ່ງທີ່ມີຊີວິດເຫລົ່ານັ້ນ ຕ່າງກໍພືປີກຂອງສິ່ງທີ່ມີຊີວິດອອກໄປຈຸກັນກັບໂຕອຶ່ນ, ແລະ ພວກມັນບໍ່ເຫັນຫັນໄປທາງທີ່ພວກມັນມຸ້ງໄປ; ແຕ່ລະໂຕເຄື່ອນຍ້າຍໄປທາງຫນ້າ. 10 ຮູບລັກສະນະໃບຫນ້າ​ຂອງສິ່ງທີ່ມີຊີວິດເຫລົ່ານັ້ນຄື ດ້ານຫນ້າເປັນຫນ້າຄົນ. ຫນຶ່ງໃນ​ສີ່ດ້ານຂອງໃບຫນ້ານັ້ນ​ເຫມືອນ​ຫນ້າ​ສິງຢູ່ຂ້າງຂວາ, ຫນຶ່ງໃນສີ່ຂອງໃບຫນ້າເຫມືອນ​ຫນ້າ­ງົວຢູ່ຂ້າງ​ຊ້າຍ​ ແລະ​ ຫນຶ່ງໃນສີ່ຂອງໃບຫນ້າ​ເຫມືອນ​ຫນ້າ​ນົກ​ອິນຊີ. 11 ໃບຫນ້າຂອງສິ່ງທີ່ມີຊີວິດເຫລົ່ານີ້ກໍເປັນເຊັ່ນນີ້ແຫລະ, ແລະ ສ່ວນປີກ​ທັງ​ຫລາຍນັ້ນ​ພື​ອອກໄປ, ແຕ່ລະໂຕມີສອງປີກ​ຈຸ​ກັບ​ປາຍ​ປີກ​ຂອງ­ໂຕ​ອື່ນ, ແລະ ​ອີກ​ປີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້. 12 ໂຕລະໂຕເຄື່ອນ​ຫນ້າຊື່ໄປ, ເພື່ອວ່າພຣະວິຍານນຳພາພວກມັນໄປທາງໃດກໍຕາມ, ພວກມັນກໍໄປທາງນັ້ນໂດຍບໍ່ຫັນກັບເລີຍ. 13 ຮູບລັກສະນະ ແລະ ລັກສະນະຂອງສີ່ງທີ່ມີຊີວິດເຫລົ່ານັ້ນ, ເຫນືອນຖ່ານໄຟລຸກຂື້ນແຮງ, ລັກສະນະເຫນືອນ​ຄ້າຍ­ຄື​ໂຄມ­ໄຟຫລາຍອັນ; ສ່ອງໄຟສະຫວ່າງ ແລະ ເຄື່ອນ​ໄຫວ​ໄປມາລະຫວ່າງສິ່ງທີ່ມີຊີວິດເຫລົ່ານັ້ນ, ແລະ ມີແສງຟ້າແມບເຫລື້ອມອອກມາຈາກໄຟນັ້ນ. 14 ສີ່ງທີ່ມີຊີວິດເຫລົ່ານັ້ນເຄື່ອນໄຫວໄປມາ, ແລະພວກມັນມີລັກສະນະຄືກັບ­ຟ້າ­ແມບເຫລື້ອມ! 15 ແລ້ວເມື່ອຂ້ານ້ອຍ​ຫລຽວ​ເບິ່ງ​ສິ່ງທີ່ມີຊີວິດ­ເຫລົ່ານັ້ນ; ມີ​ກົງ​ລໍ້ອັນ​ຫນຶ່ງ​ຢູ່​ທາງ​ຂ້າງຂອງສິ່ງທີ່ມີຊີວິດເຫລົ່ານັ້ນ. 16 ລັກສະນະ ແລະ ໂຄງສ້າງຂອງກົງລໍ້​ເຫລົ່ານັ້ນ: ແຕ່ລະອັນຄືກັບແຫ່ເບລີ. ກົງລໍ້ທັງສີ່ມີຮູບລັກສະນະເຫນືອນກັນ, ມີລັກສະນະ ແລະ ໂຄງສ້າງເຫນືອນກົງລໍ້ທີ່ຊ້ອນກັນຢູ່ກາງກົງລໍ້. 17 ເມື່ອກົງລໍ້ເຄື່ອນໄປ, ແລະ ພວກມັນກໍໄປໂດຍບໍ່ຫັນໄປຕາມທິດທາງຂອງຫນ້າສິ່ງທີ່ມີຊີວິດເຫລົ່ານັ້ນເລີຍ. 18 ຂອບກົງ​ລໍ້​ເຫລົ່ານັ້ນ​ສູງ, ແລະ ​ເປັນ­ຕາ​ຢ້ານຫລາຍ, ຂອບກົງລໍ້ທັງສີ່ເຕັມໄປດ້ວຍດວງຕາຢູ່​ອ້ອມຮອບໆ. 19 ເມື່ອສີ່ງທີ່ມີຊີວິດເຄື່ອນທີ່ໄປ, ກົງລໍ້ເຫລົ່ານັ້ນເຄື່ອນຕາມໄປນຳ. ເມື່ອສີ່ງທີ່ມີຊີວິດລອຍຂື້ນຈາກພື້ນດິນ, ກົງລໍ້​ເຫລົ່ານັ້ນກໍ​ຍ້າຍ​ໄປ​ນຳ. 20 ເມື່ອ​ພຣະວິຍານ ຈະໄປບ່ອນໃດ, ພວກມັນກໍໄປນຳ, ແລະ ກົງລໍ້ກໍລອຍໄປນຳພວກມັນ, ເພາະວິນຍານຂອງສີ່ງທີ່ມີຊີວິດເຫລົ່ານັ້ນຢູ່ໃນກົງລໍ້​. 21 ເມື່ອສີ່ງທີ່ມີຊີວິດທັງສີ່ເຄື່ອນໄປ, ກົງລໍ້ກໍເຄື່ອນໄປນຳ; ແລະ ເມື່ອສີ່ງທີ່ມີຊີວິດຢືນຂື້ນ; ກົງລໍ້ກໍຢືນຂຶ້ນນຳ; ເມື່ອສິ່ງທີ່ມີຊີວິດລອຍຂຶ້ນຈາກພື້ນດິນ, ກົງລໍ້ກໍຈະລອຍຂຶ້ນໄປຢູ່ຂ້າງໆພວກມັນ, ເພາະວ່າວິຍານຂອງສີ່ງທີ່ມີຊີວິດຢູ່ໃນກົງລໍ້. 22 ຢູ່​ເທິງ​ຫົວ​ຂອງ​​ສິ່ງທີ່ມີຊີວິດເຫລົ່ານັ້ນ ໄດ້ມີລັກສະນະຄ້າຍຄືຮູບໂດມ; ​ເບິ່ງ​ຄ້າຍ­ຄື​ຍອດ​ຊໍ່­ຟ້າ​ແກ້ວ­ຜະນຶກ​ສີ​ສຸກ­ໃສຢ່າງຫນ້າຢ້ານກົວ​ຢູ່​ເທິງຫົວຂອງພວກມັນ. 23 ພາຍໃຕ້ໂດມນີ້, ປີກຂອງສີ່ງທີ່ມີຊີວິດແຕ່ລະໂຕ ກໍ​ພື​​​ອອກ​ໄປ​ຈຸ​ກັບ​ປາຍ​ປີກອີກ​ໂຕຫນຶ່ງ. ແຕ່​ອີກ​ສອງ​ປີກຂອງສິ່ງທີ່ມີຊີວິດແຕ່ລະໂຕ​ໄດ້​ປົກ​ຫຸ້ມ​ໂຕ​ມັນ​ໄວ້; ແຕ່ລະໂຕກໍໃຊ້ປີກອີກຄູ່ຫນຶ່ງປົກຫຸ້ມໂຕຂອງຕົນເອງໄວ້. 24 ຂ້າ­ນ້ອຍ​ໄດ້­ຍິນ​ສຽງ​ປີກຂອງພວກມັນ. ເຫນືອນກັບສຽງນ້ຳຢ່າງຫລວງຫລາຍ. ເຫມືອນກັບ​ສຽງຂອງອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ໃນເວລາດຳເນີນໄປ. ເຫນືອນສຽງຂອງພະຍຸຝົນ. ເຫນືອນສຽງຂອງກອງ­ທັບ.​ ແລະ​ເມື່ອພວກມັນຢືນນີ້ງ, ພວກມັນຈະຮຸບປີກຂອງພວກມັນລົງ. 25 ແຕ່​ຍັງ­ມີ​ສຽງ​ອອກມາແຕ່ຂ້າງເທິງຂອງໂດມ​ເຫນືອ​ຫົວ​ຂອງ​ພວກມັນ ເມື່ອໃດກໍຕາມທີ່ພວກມັນຢືນນີ້ງ ແລະ ປີກຂອງພວກມັນກໍຈະຮຸບລົງ. 26 ຢູ່​ເທິງ​ຍອດ​ຊໍ່­ຟ້າ ທີ່ຢູ່ເຫນືອຫົວຂອງພວກມັນ ມີສີ່ງທີ່ມີຮູບລັກສະນະຂອງພຣະທີ່ນັ່ງ ຊຶ່ງມີລັກສະນະເຫມືອນ​ແກ້ວ​ມໍ­ລະ­ກົດ, ແລະ ເທິງສີ່ງທີ່ມີລັກສະນະຂອງພຣະທີ່ນັ່ງນັ້ນ ກໍມີລັກສະນະເຫມືອນມະນຸດຢູ່ເທິງນັ້ນ. 27 ຂ້ານ້ອຍໄດ້ເຫັນຮູບລັກສະນະທີ່ປະກົດເປັນໂລຫະ​ສ່ອງ­ແສງ​ເຫລື້ອມເຫມືອນ​ທອງ​ສຳ­ລິດ​ຢູ່­ໃນ​ກາງ​ກອງ­ໄຟ ໃນນັ້ນຈາກລຸ່ມແອວຂອງເຂົາຂື້ນໄປ; ຂ້ານ້ອຍໄດ້ເຫັນຈາກບັ້ນແອວຂອງເຂົາລົງມາ ມີລັກສະນະເຫມືອນໄຟ ແລະ ຄວາມສະຫວ່າງຮອບໆ. 28 ມີແສງ­ສະ­ຫວ່າງໂດຍຮອບໆ ເຫມືອນລັກສະນະຂອງຮຸ້ງທີ່ປາກົດໃນເມກໃນມື້ທີ່ຝົນຕົກ. ລັກສະນະແລະຮູບລັກສະນະຂອງພຣະສະຫງ່າຣາສີຂອງພຣະຢາເວ. ເປັນດັ່ງນີ້ແຫລະ ເມື່ອຂ້ານ້ອຍໄດ້ເຫັນແລ້ວ, ຂ້ານ້ອຍກໍໄດ້ຊົບຫນ້າ, ແລະ ຂ້ານ້ອຍໄດ້ຍິນສຽງກຳລັງເວົ້າ.