ບົດທີ 1

1 ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງອິສະຣາເອນ ຜູ້ໄດ້ເຂົ້າໄປອາໄສໃນປະເທດອີຢິບກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື: 2 ຣູເບັນ, ຊີເມໂອນ, ເລວີ, ແລະຢູດາ, 3 ອິດຊາຄາ, ເຊບູລູນ, ແລະເບັນຢາມີນ, 4 ດານ, ນັບທາລີ, ຄາດ ແລະອາເຊ. 5 ຄົນທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງຢາໂຄບເຈັດສິບຄົນ. ສ່ວນໂຢເຊັບນັ້ນໄດ້ໄປຢູ່ໃນອີຢິບກ່ອນແລ້ວ. 6 ຕໍ່ມາໂຢເຊັບ, ກັບພວກອ້າຍນ້ອງຂອງເຂົາ, ແລະ ທຸກຄົນໃນຊ່ວງຍຸກນັ້ນໄດ້ເຖິງແກ່ຄວາມຕາຍໄປຫມົດແລ້ວ. 7 ຝ່າຍຊາວອິສະຣາເອນຕໍ່ມາກໍໄດ້ມີລຸກດົກ, ເພີ່ມທະວີຈຳນວນຂຶ້ນ, ແລະ ມີກຳລັງຫລາຍຂຶ້ນ; ແຜ່ຂະຫຍາຍໄປທົ່ວທັງແຜ່ນດິນນັ້ນ. 8 ບັດນີ້ ແລ້ວໄດ້ມີກະສັດອົງໃຫມ່ຂຶ້ນປົກຄອງຣາຊະສົມບັດໃນປະເທດອີຢິບ, ພະອົງບໍ່ຊົງຮູ້ຈັກກັບໂຢເຊັບ. 9 ພະອົງກ່າວກັບຊົນຊາດຂອງພະອົງວ່າ, "ເບີ່ງແມ້, ຊາວອິສະຣາເອນໄດ້ເພີ່ມຈຳນວນຂຶ້ນຫລາຍ ແລະມີກຳລັງຫລາຍກວ່າພວກເຮົາອີກ. 10 ມາເຖີ້ນ, ໃຫ້ພວກເຮົາໃຊ້ອຸບາຍຢ່າງສະຫລາດເພື່ອຂັດຂວາງພວກເຂົາ, ບໍ່ດັ່ງນັ້ນພວກເຂົາຈະທະວີຫລາຍຂຶ້ນ, ແລະຖ້າເກີດສົງຄາມຂຶ້ນເມື່ອໃດ, ພວກເຂົາຈະເຂົ້າຮ່ວມມືກັບພວກສັດຕຣູ, ຫັນມາຕໍ່ສູ້ພວກເຮົາ, ແລະຈະອອກໄປຈາກແຜ່ນດິນນີ້ໄດ້." 11 ເພາະສະນັ້ນ ຄົນອີຢິບຈຶ່ງຕັ້ງຜູ້ຄວບຄຸມບັງຄັບຊາວອິສະຣາເອນໃຫ້ເຮັດວຽກການຫນັກ. ຊາວອິສະຣາເອນສ້າງເມືອງໃຫ້ແກ່ຟາຣາໂອ ຄື: ເມືອງປີໂທມ ແລະເມືອງຣາມາເສດ. 12 ແຕ່ເຖີງແມ່ນວ່າ ຊາວອີຢິບບັງຄັບພວກເຂົາຫລາຍເທົ່າໃດ, ຊາວອິສະຣາເອນກໍຍິ່ງເພີ່ມຈຳນວນ ແລະ ຍິ່ງເພີ່ມທະວີຂຶ້ນໄປອີກເທົ່ານັ້ນ. ເພາະສະນັ້ນ ຊາວອີຢິບຈຶ່ງເລີ່ມຄວາມຢ້ານກົວຕໍ່ຊາວອິສະຣາເອນ. 13 ຊາວອີຢິບຈຶ່ງບັງຄັບຊາວອິສຣາເອນເຮັດວຽກຢ່າງຫນັກ. 14 ພວກເຂົາໄດ້ເຮັດໃຫ້ຊີວິດຂອງພວກເຂົາຂົມຂື່ນ ດ້ວຍການເຮັດວຽກຢ່າງຫນັກຄື ນວດດິນ ແລະປັ້ນດີນຈີ່, ແລະ ເຮັດວຽກຫມົດທຸກປະເພດໃນທົ່ງນາ. ພວກເຂົາຖືກບັງຄັບໃຫ້ເຮັດວຽກຫນັກຫລາຍທຸກຢ່າງ. 15 ຕໍ່ມາກະສັດອີຢິບໄດ້ຊົງມີຄຳສັ່ງໃຫ້ນາງຫມໍຕຳແຍຊາວເຮັບເຣີ; ຜູ້ຫນຶ່ງຊື່ ຊິຟຣາ​, ແລະ ອີກຜູ້ຫນຶ່ງຊື່ ປູອາ. 16 ພຣະອົງຊົງກ່າວວ່າ, "ເມື່ອເຈົ້າໄປຊ່ວຍຍິງຊາວເຮັບເຣີທີ່ກຳລັງເກີດລູກ, ຈົ່ງສັງເກດເບິ່ງເມື່ອພວກນາງເກີດລູກ. ຖ້າເປັນລູກຊາຍກໍໃຫ້ຂ້າເສຍ, ຖ້າເປັນລູກຍິງກໍໃຫ້ໄວ້ຊີວິດ." 17 ແຕ່ພວກນາງຫມໍຕຳແຍຢຳເກງພຣະເຈົ້າ ແລະບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດອີຢິບທີ່ສັ່ງພວກນາງ; ພວກເຂົາເລີຍປ່ອຍໃຫ້ເດັກນ້ອຍຜູ້ຊາຍລອດຊີວິດແທນ. 18 ກະສັດອີຢິບຈຶ່ງມີຄຳສັ່ງໃຫ້ພວກນາງຫມໍຕຳແຍເຂົ້າເຝົ້າ ແລະຊົງກ່າວຕໍ່ພວກນາງວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້, ແລະປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?" 19 ພວກນາງຫມໍຕຳແຍຈຶ່ງທູນຕອບຟາຣາໂອວ່າ,"ເພາະພວກຍິງຊາວເຮັບເຣີ ບໍ່ຄືພວກຍິງຊາວອີຢິບ. ພວກນາງແຂງແຮງ ແລະຈຶ່ງເກີດລູກກ່ອນທີ່ພວກນາງຫມໍຕຳແຍໄປຮອດພວກເຂົາ." 20 ພຣະເຈົ້າຈຶ່ງໄດ້ປົກປ້ອງພວກນາງຫມໍຕຳແຍນັ້ນ. ປະຊາຊົນຈຶ່ງຍິ່ງເພີ່ມຈຳນວນຂຶ້ນ ແລະມີກຳລັງເຂັ້ມແຂງຂຶ້ນຫລາຍ. 21 ເພາະວ່າພວກນາງຫມໍຕຳແຍນັ້ນຢຳເກງພຣະເຈົ້າ, ພຣະອົງຈຶ່ງປຣະທານໃຫ້ພວກນາງມີຄອບຄົວ 22 ຟາຣາໂອມີຄຳສັ່ງແກ່ປະຊາຊົນຂອງພຣະອົງວ່າ, "ລູກຊາຍຊາວເຮັບເຣີທີ່ເກີດມາ ພວກເຈົ້າຈົ່ງໂຍນຖິ້ມລົງໃນແມ່ນໍ້າເສຍ, ແຕ່ຖ້າເປັນລູກສາວທຸກຄົນຈົ່ງປ່ອຍໃຫ້ມີຊີວິດຢູ່ໄດ້."