Genesis 48

Genesis 48:1

ໂຢເຊັບໄດ້ຍິນຂ່າວຫຍັງກ່ຽວກັບພໍ່ຂອງລາວ, ແລະຫລັງຈາກນັ້ນລາວໄດ້ເຮັດຫຍັງ?

ໂຢເຊັບໄດ້ຍິນວ່າພໍ່ຂອງລາວເຈັບປ່ວຍ, ດັ່ງນັ້ນລາວຈຶ່ງໄດ້ເອົາລູກຊາຍສອງຄົນໄປນຳ.

Genesis 48:3

ຢາໂຄບໄດ້ສັນຍາອັນໃດຈາກພຣະເຈົ້າຕໍ່ໂຢເຊັບ?

ຢາໂຄບຈື່ໄດ້ວ່າພຣະເຈົ້າສັນຍາກັບລາວວ່າລາວຈະໃຫ້ເກີດດອກອອກຜົນ ແລະ ຈະເລີນຮຸ່ງເຮືອງ, ລາວຈະກາຍເປັນຊົນຊາດໃຫຍ່, ແລະແຜ່ນດິນການາອານຈະເປັນກຳມະສິດ ສຳລັບລູກຫລານຂອງລາວຕະຫລອດໄປເປັນນິດ.

Genesis 48:5

ຢາໂຄບເວົ້າແນວໃດ ວ່າລາວຈະພິຈາລະນາລູກຊາຍສອງຄົນຂອງໂຢເຊັບໃນມໍລະດົກ?

ຢາໂຄບກ່າວວ່າລາວຈະຖືວ່າລູກຊາຍສອງຄົນຂອງໂຢເຊັບເປັນລູກຂອງຕົນ.

Genesis 48:8

ເປັນຫຍັງອິດສະຣາເອນບໍ່ຮູ້ລູກຊາຍສອງຄົນຂອງໂຢເຊັບ?

ອິດສະຣາເອນບໍ່ຮູ້ລູກຊາຍສອງຄົນຂອງໂຢເຊັບ ເພາະວ່າຕາຂອງລາວເບິ່ງບໍ່ເຫັນຍ້ອນອາຍຸຂອງລາວ.

Genesis 48:11

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 48:14

ຜູ້ໃດເປັນລູກຊາຍກົກຂອງໂຢເຊັບ?

ມານາເຊເປັນລູກຊາຍກົກຂອງໂຢເຊັບ.

ອິດສະຣາເອນໄດ້ວາງມືຂວາຂອງລາວໃສ່ໃຜແດ່, ແລະມືຊ້າຍຂອງລາວໃສ່ໃຜ?

ອິດສະຣາເອນວາງມືຂວາໃສ່ເອຟຣາອິມ, ແລະມືຊ້າຍຂອງລາວຕົກໃສ່ມານາເຊ.

Genesis 48:17

ເປັນຫຍັງໂຢເຊັບຈຶ່ງພະຍາຍາມປ່ຽນຕຳແຫນ່ງມືຂອງອິດສະຣາເອນ?

ໂຢເຊັບຄາດຫວັງວ່າມືຂວາຂອງອິດສະຣາເອນຈະຢູ່ເທິງມານາເຊ ເພາະວ່າລາວເປັນລູກຄົນທຳອິດ.

Genesis 48:19

ເປັນຫຍັງ ອິດສະຣາເອນຈຶ່ງປະຕິເສດ ທີ່ຈະປ່ຽນຕຳແຫນ່ງມືຂອງລາວຕໍ່ລູກຊາຍສອງຄົນຂອງໂຢເຊັບ?

ອິດສະຣາເອນໄດ້ປະຕິເສດ ເພາະວ່າຜູ້ເປັນນ້ອງຈະໃຫຍ່ກວ່າລູກຊາຍກົກ.

ອິດສະຣາເອນກ່າວວ່າປະຊາຊົນອິດສະຣາເອນຈະກ່າວພອນຫຍັງແດ່?

ປະຊາຊົນຂອງອິດສະຣາເອນອາດຈະປະກາດການອວຍພອນໂດຍຊື່ຂອງເຈົ້າ ລາວວ່າ, 'ຂໍພຣະເຈົ້າເຮັດໃຫ້ເຈົ້າເຫມືອນເອຟຣາອິມ ເເລະເຫມືອນມານາເຊ"

Genesis 48:21

ອິດສະຣາເອນເວົ້າວ່າຈະເກີດຫຍັງຂຶ້ນກັບໂຢເຊັບ?

ອິດສະຣາເອນກ່າວວ່າໂຢເຊັບຈະຖືກນຳກັບໄປຫາແຜ່ນດິນບັນພະບຸຣຸດຂອງລາວ.