Genesis 40

Genesis 40:1

ເປັນຫຍັງກະສັດເອຢີບ ຈຶ່ງເອົາພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່ເຂົ້າຄຸກ?

ເພີ່ນເອົາພວກເຂົາເຂົ້າຄຸກ ເພາະວ່າພວກເຂົາເຮັດຜິດຕໍ່ລາວ.

Genesis 40:4

ໃນຄໍ່າຄືນດຽວກັນນັ້ນມີຫຍັງເກີດຂຶ້ນ ກັບພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່?

ພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່ແຕ່ລະຄົນກໍ່ຝັນໃນຄືນດຽວກັນ.

Genesis 40:6

ໃນຕອນເຊົ້າຂອງມື້ຕໍ່ມາເປັນຫຍັງພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່ທັງສອງຈຶ່ງເສົ້າໃຈ?

ພວກເຂົາທັງສອງໂສກເສົ້າ ເພາະວ່າບໍ່ມີໃຜສາມາດແປຄວາມຝັນຂອງພວກເຂົາໄດ້.

ໂຢເຊັບເວົ້າວ່າຜູ້ໃດທີ່ສາມາດຕີຄວາມຫມາຍຄວາມຝັນໄດ້?

ໂຢເຊັບໄດ້ກ່າວວ່າພຣະເຈົ້າສາມາດໃຫ້ການຕີຄວາມຫມາຍ ຂອງຄວາມຝັນ.

Genesis 40:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 40:12

ໂຢເຊັບບອກວ່າຄວາມຫມາຍຂອງຄວາມຝັນຂອງພະນັກງານຍໍຈອກເຫລົ້າອາງຸ່ນແມ່ນຫຍັງ?

ໂຢເຊັບໄດ້ກ່າວວ່າຄວາມຝັນນັ້ນຫມາຍຄວາມວ່າພາຍໃນສາມວັນຟາໂຣຈະເຮັດໃຫ້ພະນັກງານຍໍຈອກເຫລົ້າອາງຸ່ນຄືນ ໃຫມ່ເຫມືອນເມື່ອທ່ານ​ໄດ​້ເຄີຍ​ເປັນມາກ່ອນ.

Genesis 40:14

ໂຢເຊັບໄດ້ຮ້ອງຂໍຫຍັງຕໍ່ພະນັກງານຍໍຈອກເຫລົ້າອາງຸ່ນຫລັງຈາກໃຫ້ການຕີຄວາມຫມາຍຂອງຄວາມຝັນຂອງລາວແລ້ວ?

ໂຢເຊັບໄດ້ຂໍຮ້ອງໃຫ້ເຈົ້າຂອງພະນັກງານຍໍຈອກເຫລົ້າອາງຸ່ນໃຫ້ຈື່ລາວ, ກ່າວເຖິງລາວຕໍ່ຟາໂຣ, ແລະ ນຳລາວອອກຈາກຄຸກ.

Genesis 40:16

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 40:18

ໂຢເຊັບບອກວ່າຄວາມຫມາຍຂອງຄວາມຝັນຂອງ​ຫົວຫນ້າ​ພະນັກງານ​ເຮັດ​ເຂົ້າຈີ່​ແມ່ນຫຍັງ?

ໂຈເຊັບໄດ້ກ່າວວ່າຄວາມຝັນນັ້ນຫມາຍຄວາມວ່າພາຍໃນສາມວັນຟາໂຣຈະແຂວນທ່ານຢູ່ເທິງຕົ້ນໄມ້.

Genesis 40:20

ສາມມື້ຕໍ່ມາມີເຫດການພິເສດອັນໃດເກີດຂຶ້ນ?

ສາມມື້ຕໍ່ມາເປັນວັນເກີດຂອງກະສັດຟາໂຣ.

ໃນມື້ນັ້ນຟາໂລເຮັດຫຍັງກັບພະນັກງານນໍ້າອະງຸ່ນແລະເຈົ້າຂອງເຂົ້າຈີ່?

ຟາໂລໄດ້ເອີ້ນຄືນພະນັກງານຖວາຍເຫລົ້າອະງຸ່ນ, ແຕ່ລາວໄດ້ແຂວນພະນັກງານ​ເຮັດ​ເຂົ້າຈີ່, ຄືກັບໂຢເຊັບໄດ້ກ່າວແກ່ພວກເຂົາ.

ພະນັກງານຖວາຍເຫລົ້າອະງຸ່ນຈື່ຄຳຂໍຂອງໂຢເຊັບຕໍ່ລາວບໍ?

ບໍ່, ພະນັກງານຖວາຍນໍ້າອະງຸ່ນບໍ່ຈື່ທີ່ຈະຊ່ວຍໂຢເຊັບ, ແຕ່ໄດ້ລືມກ່ຽວກັບໂຢເຊັບ.