Genesis 18

Genesis 18:1

ໃນຂະນະທີ່ອັບຣາຮາມນັ່ງຢູ່ທີ່ປະຕູເຕັນຂອງລາວ, ລາວໄດ້ເຫັນຫຍັງເມື່ອທ່ານເງີຍຫນ້າຂຶ້ນ?

ອັບຣາຮາມໄດ້ເຫັນຊາຍສາມຄົນຢືນຢູ່ຂ້າງລາວ.

Genesis 18:3

ອັບຣາຮາມໄດ້ສະເຫນີຫຍັງແກ່ພວກຜູ້ຊາຍເຫລົ່ານັ້ນ?

ອັບຣາຮາມໄດ້ສະເຫນີນໍ້າໃຫ້ຜູ້ຊາຍເພື່ອລ້າງຕີນ ແລະອາຫານ.

Genesis 18:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 18:9

ຊາຣາຢູ່ໃສເມື່ອແຂກເຫລົ່ານັ້ນກ່າວຄຳທຳນວາຍຂອງລາວ?

ຊາຣາຢູ່ໃນເຕັນ.

ແຂກຄົນຫນຶ່ງໄດ້ໃຫ້ກ່າວຄຳທຳນວາຍຫຍັງກ່ຽວກັບຊາຣາ?

ແຂກຄົນຫນຶ່ງບອກວ່າເມື່ອລາວກັບມາ, ຊາຣາຈະມີລູກຊາຍ.

Genesis 18:11

ຊາຣາຕອບແນວໃດຕໍ່ການຄາດຄະເນຂອງແຂກຄົນນັ້ນ?

ຊາຣາຫົວຂວັນຕົວເອງອເມື່ອນາງໄດ້ຍິນການທຳນວາຍຂອງແຂກຄົນນັ້ນ.

Genesis 18:13

ພຣະຢາເວ, ໃນຮ່າງຂອງແຂກຄົນນັ້ນ, ໄດ້ເວົ້າຫຍັງກ່ຽວກັບການຕອບສະຫນອງຂອງຊາຣາ?

ພຣະຢາເວຖາມວ່າເປັນຫຍັງຊາຣາ ຈິ່ງຫົວຂວັນ, ແລະເວົ້າວ່າ "ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ"?

Genesis 18:16

ເມື່ອພວກຜູ້ຊາຍອອກຈາກເຮືອນຂອງອັບຣາຮາມ, ພວກເຂົາໄປໃສ?

ພວກຜູ້ຊາຍໄດ້ອອກຈາກເຮືອນຂອງອັບຣາຮາມ ແລະ ມຸ້ງຫນ້າໄປເມືອງໂຊໂດມ.

ມີຄຳຖາມອັນໃດທີ່ພຣະຢາເວໄດ້ຖາມໃນຂະນະທີ່ພວກເຂົາຍ່າງໄປ?

ພຣະຢາເວກ່າວວ່າ, "ຄວນບໍທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະເຮັດນີ້"?

ພຣະຢາເວໄດ້ກ່າວວ່າອັບຣາຮາມເຖິງສິ່ງຈະຕ້ອງເຮັດມີຫຍັງແດ່ ເພື່ອໃຫ້ພຣະຢາເວປະຕິບັດຕາມຄຳສັນຍາທີ່ໄດ້ໃຫ້ແກ່ອັບຣາຮາມ?

ພຣະຢາເວກ່າວວ່າອັບຣາຮາມຕ້ອງໄດ້ແນະນຳລູກ ແລະຄົນໃນຄອບຄົວຂອງລາວໃຫ້ກະທຳຄວາມຊອບທັມແລະຍຸຕິທັມ.

Genesis 18:20

ເປັນຫຍັງພວກຜູ້ຊາຍຈຶ່ງໄປເມືອງໂຊໂດມ?

ພວກຜູ້ຊາຍກຳລັງເດີນທາງໄປເມືອງໂຊໂດມ ເພາະມີສຽງຮຽກຮ້ອງກ່າວໂທດເມືອງໂຊໂດມ ແລະເມືອງໂກໂມຣາຢ່າງຫນັກຫນ່ວງ, ແລະເພາະວ່າຄວາມບາບຂອງຊາວເມືອງນັ້ນຮ້າຍແຮງ.

Genesis 18:22

ໃນຂະນະທີ່ອັບຣາຮາມຍັງຢືນຢູ່ກັບພຣະຢາເວ, ລາວໄດ້ຖາມ ຄຳຖາມອັນໃດແກ່ພຣະຢາເວ?

ອັບຣາຮາມໄດ້ຖາມວ່າ, "ພຣະອົງຈະຊົງທຳລາຍລ້າງຄົນຊອບທັມພ້ອມກັບຄົນອະທັມບໍ?"

Genesis 18:24

ພຣະຢາເວໄດ້ກ່າວວ່າພຣະອົງຈະເຮັດແນວໃດ ຖ້າວ່າພາຍໃນເມືອງມີຄົນຊອບທັມຫ້າສິບຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.

Genesis 18:27

ພຣະຢາເວໄດ້ກ່າວວ່າລາວຈະເຮັດແນວໃດ ຖ້າວ່າພາຍໃນເມືອງມີຄົນຊອບທັມສີ່ສິບຫ້າຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.

Genesis 18:29

ພຣະຢາເວໄດ້ກ່າວວ່າລາວຈະເຮັດແນວໃດຖ້າວ່າພາຍໃນເມືອງມີຄົນຊອບທັມສີ່ສິບຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.

ພຣະຢາເວໄດ້ກ່າວວ່າລາວຈະເຮັດແນວໃດ ຖ້າວ່າພາຍໃນເມືອງມີຄົນຊອບທັມສາມສິບຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.

ພຣະຢາເວໄດ້ກ່າວວ່າລາວຈະເຮັດແນວໃດ ຖ້າວ່າພາຍໃນເມືອງມີຄົນຊອບທັມຊາວຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.

Genesis 18:32

ພຣະຢາເວໄດ້ກ່າວວ່າລາວຈະເຮັດແນວໃດ ຖ້າວ່າພາຍໃນເມືອງມີຄົນຊອບທັມສິບຄົນ?

ພຣະຢາເວກ່າວວ່າພຣະອົງຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຄົນຊອບທັມເຫລົ່ານັ້ນ.