Genesis 17

Genesis 17:1

ອັບຣາມມີອາຍຸເທົ່າໃດ ເມື່ອພຣະຢາເວໄດ້ປາກົດຕົວອີກເທື່ອຫນຶ່ງ ເພື່ອຢືນຢັນພັນທະສັນຍາຂອງພຣະອົງກັບອັບຣາມ?

ອັບຣາມມີອາຍຸເກົ້າສິບເກົ້າປີໃນເວລາທີ່ພຣະຢາເວ ປະກົດຕົວແກ່ອັບຣາມເທື່ອຫນຶ່ງ.

ພຣະຢາເວໄດ້ໃຫ້ຄຳສັ່ງອັນໃດຕໍ່ອັບຣາມ ກ່ຽວກັບການດຳເນີນຊີວິດຂອງອັບຣາມ?

ພຣະຢາເວສັ່ງອັບຣາມໃຫ້ດຳເນີນຊີວິດຕໍ່ຫນ້າພຣະອົງໂດຍການປະພຶດແຕ່ສິ່ງທີ່ຊອບທັມ.

Genesis 17:3

ພຣະຢາເວປ່ຽນຊື່ຂອງອັບຣາມໃຫ້ເປັນຊື່ຫຍັງ ແລະ ຊື່ນັ້ນຫມາຍຄວາມວ່າແນວໃດ?

ພຣະຢາເວໄດ້ປ່ຽນຊື່ອັບຣາມໃຫ້ເປັນອັບຣາຮາມ, ຊຶ່ງຫມາຍຄວາມວ່າ "ບິດາຂອງຫລາຍໆຊົນຊາດ".

Genesis 17:7

ພຣະຢາເວໄດ້ໃຫ້ຫຍັງແກ່ລູກຫລານຂອງອັບຣາຮາມເປັນສ່ວນຫນຶ່ງຂອງພັນທະສັນຍາ?

ພຣະຢາເວໄດ້ມອບແຜ່ນດິນທັງຫມົດຂອງອັບຣາຮາມໃຫ້ລູກຫລານຂອງອັບຣາຮາມເປັນສ່ວນຫນຶ່ງຂອງພັນທະສັນຍາ.

ພຣະຢາເວຊົງເວົ້າຫຍັງຈະເປັນຄວາມສຳພັນລະຫວ່າງລູກຫລານຂອງອັບຣາຮາມ ແລະ ພຣະຢາເວ?

ພຣະຢາເວຊົງກ່າວວ່າ ພຣອົງຈະເປັນພຣະເຈົ້າຂອງເຊື້ອສາຍທັງຫລາຍຂອງອັບຣາຮາມ.

Genesis 17:9

ແມ່ນຫຍັງເປັນຄຳສັ່ງຂອງພຣະຢາເວ ທີ່ຕ້ອງສຳເລັດເປັນສັນຍາລັກຂອງພັນທະສັນຍາລະຫວ່າງອັບຣາຮາມ ແລະ ພຣະຢາເວ?

ພຣະຢາເວໄດ້ສັ່ງໃຫ້ຜູ້ຊາຍທຸກຄົນໄດ້ຮັບພິທີຕັດ ເປັນສັນຍາລັກຂອງພັນທະສັນຍາລະຫວ່າງອັບຣາຮາມ ແລະ ພຣະຢາເວ .

Genesis 17:12

ເດັກນ້ອຍທີ່ຕ້ອງໄດ້ເຮັດພິທີຕັດມີອາຍຸເທົ່າໃດ?

ເດັກນ້ອຍຕ້ອງໄດ້ຮັບການຕັດຫລັງຈາກເກີດໄດ້ແປດວັນ.

ຄົນຕ່າງດ້າວຜູ້ທີ່ເຂົ້າມາຢູ່ຮ່ວມໃນຄົວເຮືອນທີ່ຢູ່ໃນພັນທະສັນຍາກັບພຣະຢາເວຕ້ອງເຮັດຫຍັງແດ່?

ຄົນຕ່າງດ້າວຜູ້ທີ່ເຂົ້າຮ່ວມໃນຄົວເຮືອນໃນພັນທະສັນຍາກັບ ພຣະຢາເວ ກໍຍັງຕ້ອງໄດ້ຮັບພິທີຕັດເຊັ່ນກັນ.

ມີຫຍັງເກີດຂື້ນກັບຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ?

ຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ຈະຖືກຕັດອອກຈາກການເປັນໄພ່ພົນຂອງພຣະອົງເພາະໄດ້ເຮັດຜິດຕໍ່ພັນທະສັນຍາ.

Genesis 17:15

ພຣະຢາເວໄດ້ປ່ຽນຊື່ ຊາຣາຍ ເປັນຊື່ຫຍັງ?

ພຣະຢາເວໄດ້ປ່ຽນຊື່ຊາຣາຍໃຫ້ຊາຣາ.

ຄຳສັນຍາຂອງພຣະຢາເວທີ່ຈະເກີດຂື້ນໂດຍຜ່ານຊາຣາແມ່ນຫຍັງ?

ພຣະຢາເວໄດ້ສັນຍາວ່າລູກຊາຍຂອງອັບຣາຮາມຈະເກີດມາໂດຍຊາຣາ.

Genesis 17:17

ອັບຣາຮາມໄດ້ຕອບສະຫນອງຕໍ່ຄໍາສັນຍາຂອງພຣະຢາເວກ່ຽວກັບຊາຣາແນວໃດ?

ອັບຣາຮາມໄດ້ຫົວເລາະ ແລະ ຖາມວ່າເດັກຊາຍ ຈະເກີດຈາກຊາຍເຖົ້າແກ່ແລ້ວໄດ້ແນວໃດ?

Genesis 17:19

ພຣະເຈົ້າບອກກັບອັບຣາຮາມຕ້ອງຕັ້ງຊື່ຫຍັງໃຫ້ລູກຊາຍທີ່ຈະເກີດມາໂດຍຊາຣາ?

ພຣະເຈົ້າບອກວ່າອັບຣາຮາມຕ້ອງຕັ້ງຊື່ໃຫ້ລູກຊາຍວ່າອີຊາກ.

ພຣະເຈົ້າບອກວ່າຈະສ້າງຕັ້ງຫຍັງກັບອີຊາກ?

ພຣະເຈົ້າກ່າວວ່າພຣະອົງຈະຕັ້ງພັນທະສັນຍາຂອງລາວກັບອີຊາກ.

ພຣະເຈົ້າໄດ້ສັນຍາຫຍັງກ່ຽວກັບອິຊະມາເອນ?

ພຣະເຈົ້າສັນຍາວ່າຈະອວຍພອນອິຊະມາເອນ, ເຮັດໃຫ້ລາວມີລູກເພີ້ມຫລາຍຄົນ, ແລະເຮັດໃຫ້ລາວກາຍເປັນຊົນຊາດທີ່ຍິ່ງໃຫຍ່.

Genesis 17:22

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 17:24

ພາຍຫລັງທີ່ພຣະເຈົ້າໄດ້ຈາກອັບຣາຮາມແລ້ວ, ອັບຣາຮາມໄດ້ເຮັດຫຍັງພາຍໃນມື້ດຽວກັນນັ້ນ?

ໃນມື້ດຽວກັນນັ້ນ, ອັບຣາຮາມໄດ້ເຮັດພິທີຕັດແກ່ຊາຍທຸກຄົນໃນຄອບຄົວຂອງລາວ.

ອິດຊະມາເອນມີອາຍຸເທົ່າໃດເມື່ອລາວໄດ້ຮັບການຕັດ?

ອິດຊະມາເອນມີອາຍຸໄດ້ສິບສາມປີເມື່ອລາວໄດ້ຮັບພິທີຕັດ.