Genesis 15

Genesis 15:1

ໃນເວລາທີ່ພຣະຢາເວໄດ້ປາກົດກັບອັບຣາມ, ພຣະຢາເວໄດ້ໃຫ້ກໍາລັງໃຈແກ່ອັບຣາມແນວໃດ?

ພຣະຢາເວບອກກັບອັບຣາມບໍ່ຕ້ອງກັງວົນ, ແລະພຣະອົງເປັນໂລ້ກຳ​ບັງຂອງອັບຣາມ ແລະ ບຳເຫນັດອັນຍິ່ງໃຫຍ່.

ອັບຣາມກັງວົນກ່ຽວກັບສິ່ງອັນໃດ?

ອັບຣາມມີຄວາມກັງວົນໃຈ ເພາະວ່າລາວຍັງບໍ່ມີລູກ, ແລະຜູ້ຮັບໃຊ້ເປັນຜູ້ສືບທອດມໍຣະດົກຂອງລາວ.

Genesis 15:4

ຜູ້ທີ່ພຣະຢາເວເວົ້າວ່າຈະສືບທອດມໍລະດົກຂອງອັບຣາມແມ່ນໃຜ?

ພຣະຢາເວກ່າວວ່າຄົນຫນຶ່ງທີ່ມາຈາກຮ່າງກາຍຂອງອັບຣາມຈະເປັນຜູ້ສືບທອດມໍລະດົກຂອງລາວ.

ພຣະຢາເວກ່າວວ່າອັບຣາມຈະມີລູກຫລານຫລາຍປານໃດ?

ພຣະຢາເວກ່າວວ່າ ອັບຣາມຈະມີລູກຫລານເປັນຈຳນວນຫລວງຫລາຍຄືກັນກັບດວງດາວ.

Genesis 15:6

ອັບຣາມໄດ້ຕອບສະຫນອງຕໍ່ຄຳສັນຍາຂອງພຣະຢາເວແນວໃດ, ແລະເມື່ອນັ້ນພຣະຢາເວໄດ້ເຮັດຫຍັງ?

ອັບຣາມເຊື່ອໃນພຣະຢາເວ, ແລະ ພຣະຢາເວຖືວ່າ ອັບຣາມເປັນຄວາມຊອບທັມ.

ອັບຣາມຖາມຄຳຖາມຫຍັງ ກ່ຽວກັບດິນແດນແຫ່ງພັນທະສັນຍາກັບພຣະຢາເວ?

ອັບຣາມຖາມພຣະຢາເວວ່າ, "ຂ້ານ້ອຍຈະຮູ້ໄດ້ຢ່າງໃດ ວ່າຂ້ານ້ອຍຈະໄດ້ແຜ່ນດິນນີ້ເປັນກຳມະສິດ?"

Genesis 15:9

ຫລັງຈາກນັ້ນອັບຣາມໄດ້ເຮັດຫຍັງ ກັບສັດທີ່ລາວຖືກບອກໃຫ້ເອົາມາໃຫ້?

ອັບຣາມຕັດສັດເປັນສອງສ່ວນ ແລະ ວາງເຄິ່ງຫນຶ່ງກົງກັນຂ້າມກັນ.

Genesis 15:12

ເກີດຫຍັງຂຶ້ນກັບອັບຣາມໃນເວລາທີ່ຕາເວັນກຳລັງລົງ?

ໃນເວລາທີ່ແສງຕາເວັນກຳລັງລົງອັບຣາມຮູ້ສຶກງ່ວງນອນ ແລະ ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້.

ພຣະເຈົ້າກ່າວວ່າລູກຫລານຂອງອັບຣາມຈະຕົກເປັນທາດແລະ ຖືກກົດຂີ່ດົນປານໃດ?

ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງອັບຣາມຈະເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.

Genesis 15:14

ພຣະຢາເວໄດ້ກ່າວວ່າຈະເກີດຫຍັງຂຶ້ນ ກັບຊົນຊາດທີ່ເຮັດໃຫ້ເຊື້ອສາຍຂອງອັບຣາມເປັນທາດ?

ພຣະຢາເວກ່າວວ່າພຣະອົງຈະຕັດສິນຊົນຊາດນັ້ນ.

ພຣະຢາເວກ່າວວ່າຊີວິດຂອງ ອັບຣາມຈະເສຍຊີວິດແນວໃດ?

ພຣະຢາເວກ່າວວ່າອັບຣາມຈະເສຍຊີວິດໂດຍສະຫງົບສຸກເມື່ອລາວແກ່ຊະຣາ.

ສິ່ງໃດທີ່ຈະເກີດຂື້ນເຖີງຂີດສູງສຸດກ່ອນທີ່ ລູກຫລານຂອງອັບຣາມຈະໄດ້ອົບພະຍົບ ກັບໄປມາທີ່ດິນແດນແຫ່ງພັນທະສັນຍາແກ່ພວກເຂົາ?

ຄວາມບາບຂອງຄົນອາໂມໄຣຈະເຖິງຂີດສູງສຸດ ກ່ອນທີ່ລູກຫລານຂອງອັບຣາມຈະໄດ້ກັບມາ.

Genesis 15:17

ໃນຄືນນັ້ນ, ມີຫຍັງເກີດຂື້ນກັບຊິ້ນຂອງສັດທີ່ອັບຣາມໄດ້ກຽມໄວ້?

ຫມໍ້ຄວັນໄຟ ແລະ ເຕົາໄຟລຸກຢູ່ນັ້ນໄດ້ຜ່ານລະຫວ່າງກາງຂອງຕ່ອນສັດ.

ພຣະຢາເວໄດ້ເຮັດພັນທະສັນຍາອັນໃດກັບອັບຣາມໃນມື້ນັ້ນ?

ພຣະຢາເວໄດ້ເຮັດພັນທະສັນຍາກັບອັບຣາມວ່າລາວ ຈະໃຫ້ແຜ່ນດິນນີ້ແກ່ລູກຫລານຂອງອັບຣາມ.