Genesis 8

Genesis 8:1

ພຣະເຈົ້າໄດ້ເຮັດໃຫ້ນໍ້າຫລຸດລົງແນວໃດ?

ພຣະເຈົ້າໄດ້ສ້າງລົມ, ນໍ້າພຸແຫ່ງຄວາມເລິກໄດ້ຖືກປິດລົງ, ແລະ ຝົນກໍຢຸດເຊົາ.

Genesis 8:4

ເຮືອໄດ້ມາຈອດຢູ່ບ່ອນໃສ?

ເຮືອໄດ້ມາຈອດຢູ່ເທິງຍອດພູເຂົາອາຣາຣັດ.

Genesis 8:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 8:8

ມີຫຍັງເກີດຂຶ້ນໃນຄັ້ງທຳອິດທີ່ໂນອາໄດ້ສົ່ງນົກເຂົາອອກຈາກເຮືອ?

ຄັ້ງທຳອິດ, ນົກເຂົາບໍ່ມີບ່ອນໃດທີ່ຈະເຮັດໃຫ້ຕີນຂອງມັນໄດ້ເກາະຈັບ, ແລະມັນໄດ້ກັບມາຫາໂນອາຢູ່ໃນເຮືອ.

Genesis 8:10

ມີຫຍັງເກີດຂຶ້ນໃນຄັ້ງທີສອງທີ່ໂນອາໄດ້ສົ່ງນົກເຂົາອອກຈາກເຮືອ?

ເທື່ອທີສອງ, ນົກເຂົາກັບມາອີກດ້ວຍໃບຫມາກກອກທີ່ຖືກເດັດອອກຈາກຕົ້ນ.

ມີຫຍັງເກີດຂຶ້ນ ໃນຄັ້ງທີສາມທີ່ໂນອາໄດ້ສົ່ງນົກເຂົາອອກຈາກເຮືອ?

ເທື່ອທີສາມ, ນົກເຂົາບໍ່ໄດ້ກັບໄປຫາໂນອາ.

Genesis 8:13

ໂນອາໄດ້ເຫັນຫຍັງ ໃນເວລາທີ່ລາວເປີດປະຕູເຮືອ ແລະເບິ່ງອອກໄປນອກ?

ໂນອາເຫັນວ່າຫນ້າພື້ນດິນແຫ້ງແລ້ງ.

Genesis 8:15

ພຣະເຈົ້າຕ້ອງການໃຫ້ສິ່ງທີ່ມີຊີວິດທັງຫມົດທີ່ຢູ່ເທິງເຮືອອອກໄປ ແລະ ເຮັດຫຍັງພາຍຫລັງທີ່ພວກເຂົາອອກຈາກເຮືອ?

ພຣະເຈົ້າຕ້ອງການໃຫ້ທຸກສິ່ງທີ່ມີຊີວິດເກີດແຜ່ພັນແລະ ເພີ່ມຈຳນວນຢູ່ເທິງແຜ່ນດິນໂລກ.

Genesis 8:18

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 8:20

ໂນອາໄດ້ເຮັດຫຍັງເມື່ອລາວອອກຈາກເຮືອແລ້ວ?

ໂນອາໄດ້ສ້າງແທ່ນບູຊາແດ່ພຣະຢາເວ ແລະ ຖວາຍເຄື່ອງເຜົາບູຊາເທິງແທ່ນບູຊາ.

ສັນຍາສອງຂໍ້ທີ່ພຣະເຈົ້າສັນຍາກັບມະນຸດຊາດໃນເວລານີ້ແມ່ນຫຍັງ?

ພຣະເຈົ້າສັນຍາວ່າຈະບໍ່ຊາບແຊ່ງແຜ່ນດິນອີກ, ແລະບໍ່ທຳລາຍທຸກໆສິ່ງທີ່ມີຊີວິດອີກຕໍ່ໄປ.

ພຣະເຈົ້າກ່າວວ່າມະນຸດແມ່ນມີຫຍັງມາຕັ້ງແຕ່ຍັງເປັນເດັກນ້ອຍ?

ພຣະເຈົ້າກ່າວວ່າມະນຸດມີຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ.