Genesis 4

Genesis 4:1

ກາອິນ ແລະ ອາເບັນເຮັດວຽກຫຍັງ?

ກາອິນນັ້ນເປັນຄົນປູກພືດຜັກ, ແລະ ອາເບັນກາຍເປັນຄົນລ້ຽງແກະ.

Genesis 4:3

ກາອີນໄດ້ນຳເອົາເຄື່ອງຖວາຍອັນໃດ ມາຖວາຍແກ່ພຣະຢາເວ?

ກາອິນໄດ້ນຳຜົນແຫ່ງພື້ນດິນມາຖວາຍພຣະຢາເວ.

ອາເບັນໄດ້ຖວາຍເຄື່ອງບູຊາຫຍັງແດ່ແກ່ພຣະຢາເວ?

ລາວໄດ້ນຳເອົາລູກແກະຫົວປີຈາກຝູງແກະ ແລະໄຂມັນບາງສ່ວນມາຖວາຍ.

ພຣະຢາເວໄດ້ຕອບສະຫນອງແນວໃດກັບການຖວາຍຂອງກາອີນ ແລະ ອາເບັນ?

ພຣະຢາເວໄດ້ຍອມຮັບອາເບັນ ແລະ ຂອງຖວາຍຂອງເຂົາ, ແຕ່ກາອິນພຣະອົງບໍ່ຍອມຮັບ.

ກາອີນຕອບສະຫນອງແນວໃດ?

ກາອິນຈຶ່ງຄຽດຫລາຍ, ແລະ ເຂົາເຮັດຫນ້າບູດບຶ້ງ.

Genesis 4:6

ພຣະຢາເວກ່າວກັບກາອິນແນວໃດ ເພື່ອໃຫ້ພຣະອົງຍອມຮັບຂອງຖວາຍຈາກລາວ?

ພຣະຢາເວຊົງກ່າວກັບກາອິນວ່າ ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ ແລ້ວພຣະອົງຈະຍອມຮັບ.

Genesis 4:8

ຕໍ່ມາ, ມີຫຍັງເກີດຂຶ້ນກັບກາອີນ ແລະ ອາເບັນໃນທົ່ງນາ?

ກາອິນໄດ້ລຸກຂຶ້ນ ແລະ ຂ້າອາເບັນ.

ເມື່ອພຣະຢາເວຖາມກາອີນວ່ານ້ອງຊາຍຂອງລາວຢູ່ໃສ, ກາອີນໄດ້ເວົ້າຫຍັງ?

ກາອິນວ່າ, "ຂ້ານ້ອຍບໍ່ຮູ້. ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ"?

Genesis 4:10

ຄຳສາບແຊ່ງຂອງພຣະເຈົ້າຕໍ່ກາອິນແມ່ນຫຍັງ?

ກາອິນຖືກສາບແຊ່ງຈາກແຜ່ນດິນບໍ່ເກີດຜົນຫຍັງແກ່ລາວ, ແລະ ເຈົ້າຈະເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປເທິງແຜ່ນດິນ.

Genesis 4:13

ພຣະຢາເວໄດ້ເຮັດຫຍັງເພື່ອໃຫ້ແນ່ໃຈວ່າບໍ່ມີໃຜຂ້າກາອິນ?

ພຣະຢາເວໃສ່ເຄື່ອງຫມາຍເທິງກາອິນ.

Genesis 4:16

ກາອິນໄປພັກຢູ່ໃສ?

ກາອິນໄປອາໄສຢູ່ໃນດິນແດນນົດ, ທາງທິດຕາເວັນອອກຂອງເອເດນ.

Genesis 4:18

ເຊື້ອສາຍກາອິນລາເມັກມີເມຍຈັກຄົນ?

ລາເມັກມີເມຍສອງຄົນ.

Genesis 4:20

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 4:23

ລາເມັກໄດ້ເວົ້າຫຍັງກັບເມຍທັງສອງຂອງລາວ ກ່ຽວກັບສິ່ງທີ່ລາວໄດ້ເຮັດ?

ລາເມັກໄດ້ເລົ່າແກ່ເມຍທັງສອງຂອງລາວວ່າໄດ້ຂ້າຊາຍຜູ້ຫນຶ່ງ.

Genesis 4:25

ລູກຊາຍອີກຄົນເກີດມາກັບອາດາມ ແລະ ເອວາຊື່ຫຍັງ?

ລູກຊາຍອີກຜູ້ຫນຶ່ງຂອງເອດາມ ແລະ ເອວາຊື່ວ່າ ເຊດ.

ປະຊາຊົນໄດ້ເລີ່ມຕົ້ນເຮັດຫຍັງ ໃນວັນເວລາຂອງເຊດລູກຊາຍຂອງເອໂນດ?

ຄົນທັງຫລາຍໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະຢາເວ.