Genesis 37

Genesis 37:1

ແຜ່ນດິນ​​ທີ່​ພໍ່​ຂອງຕົນ​ເຄີຍ​ອາໄສ​ຢູ່​,ໃນແຜ່ນດິນການາອານ

"ໃນແຜ່ນດິນການາອານທີ່ພໍ່ຂອງລາວອາໄສຢູ່"

ປະຫວັດ​​ກ່ຽວຂ້ອງ​ກັບຢາໂຄບ

ປະໂຫຍກນີ້ແນະນຳເລື່ອງລາວກ່ຽວກັບລູກຫລານຂອງຢາໂຄບ ໃນປະຖົມມະການ 37: 1-50:26. ໃນນີ້ຄຳວ່າ "ຢາໂຄບ" ຫມາຍເຖິງຄອບຄົວທັງຫມົດຂອງລາວ. ອາດແປໄດ້ອີກວ່າ: "ນີ້ແມ່ນບັນຊີລາຍຊື່ຂອງຄອບຄົວຂອງຢາໂຄບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

17 ປີ

"17 ປີ" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ບິນຮາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງຣາເຊັນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 29:28. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຊີລະປາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງເລອາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 29:23. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເມຍນ້ອຍ​

"ເມຍນ້ອຍ". ຜູ້ຍິງເຫລົ່ານີ້ເປັນຜູ້ຮັບໃຊ້ຂອງເລອາ ແລະ ນາງຣາເຊັນທີ່ໄດ້ມອບໃຫ້ຍາໂຄບ ເພື່ອໃຫ້ເກີດລູກ.

ໄດ້ນຳສິ່ງທີ່ບໍ່ດີກ່ຽວ​ກັບ​ພວກ​ເ​ຂົາ

"ໄດ້ລາຍງານສິ່ງທີ່ບໍ່ດີກ່ຽວ​ກັບ​ພວກອ້າຍຂອງລາວ"

Genesis 37:3

ບັດນີ້

ຄຳສັບນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບອິສະຣາເອນ ແລະໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ໄດ້​ຮັກ

ສິ່ງນີ້ຫມາຍເຖິງຄວາມຮັກແບບອ້າຍນ້ອງ ຫລື ຄວາມຮັກຕໍ່ຫມູ່ເພື່ອນ ຫລື ສະມາຊິກໃນຄອບຄົວ. ນີ້ແມ່ນຄວາມຮັກຂອງມະນຸດລະຫວ່າງຫມູ່ເພື່ອນ ຫລື ຍາດພີ່ນ້ອງ.

ໃນເວລາ​ທີ່ເພິ່ນ​ແກ່ຕົວ​ແລ້ວ

ນີ້ຫມາຍຄວາມວ່າໂຢເຊັບໄດ້ເກີດເມື່ອອິດສະຣາເອນເຖົ້າແກ່ແລ້ວ. ອາດແປໄດ້ອີກວ່າ: "ຜູ້ທີ່ເກີດມາເມື່ອອິດສະຣາເອນເປັນຄົນເຖົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເພິ່ນ​ໄດ້​ຕັດ

"ອິດສະຣາເອນເຮັດໃຫ້ໂຢເຊບ"

​ເສື້ອຜ້າທີ່ສວຍງາມ

"​ເສື້ອຄຸມທີ່ສວຍງາມ"

ບໍ່​ເວົ້າ​ຢ່າງຈິງໃຈຕໍ່ເຂົາ

"ບໍ່ສາມາດເວົ້າດ້ວຍຄວາມເມຍຕາຕໍ່ລາວ"

Genesis 37:5

ໂຢເຊັບໄດ້​ຝັນ, ເເລະເຂົາໄດ້​ເລົ່າ​ຄວາມຝັນ​ນັ້ນສູ່​ພວກ​ອ້າຍ​ຂອງເຂົາ. ພວກເຂົາ​ແຮງ​ກຽດຊັງ​ເຂົາ​ຫລາຍ​ຂຶ້ນ

ນີ້ແມ່ນບົດສະຫລຸບຂອງເຫດການທີ່ຈະເກີດຂຶ້ນໃນ 37: 6-11.

ພວກເຂົາ​ແຮງ​ກຽດຊັງ​ເຂົາ​ຫລາຍ​ຂຶ້ນ

"ແລະພວກອ້າຍຂອງໂຢເຊັບກຽດຊັງລາວຫລາຍກວ່າເກົ່າອີກ ກ່ອນຫນ້າທີ່ພວກເຂົາໄດ້ກຽດຊັງລາວມາແລ້ວ"

ຂໍຟັງ​ຄວາມຝັນ​ທີ່​ຂ້ອຍ​ໄດ້ຝັນ

"ກະລຸນາຟັງ​ຄວາມຝັນ​ທີ່​ຂ້ອຍ​ໄດ້ຝັນ"

Genesis 37:7

ຂໍ້ມູນທົ່ວໄປ:

ໂຢເຊັບບອກອ້າຍຂອງລາວກ່ຽວກັບຄວາມຝັນຂອງລາວ

ເບິ່ງແມ

ຄຳວ່າ "ເບິ່ງແມ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ພວກເຮົາໄດ້ເປັນ

ຄຳວ່າ "ພວກເຮົາ" ຫມາຍເຖິງໂຢເຊັບ ແລະ ອ້າຍນ້ອງທຸກໆ ຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ມັດ​ຟ່ອນເຂົ້າ​ຢູ່​ທີ່​ທົ່ງນາ

ເມື່ອຮອດລະດູເກັບກ່ຽວເຂົ້າ ຈະຖືກມັດເປັນຟ່ອນ ແລະ ມັດໄວ້ຈົນຮອດເວລາທີ່ຈະແຍກເມັດເຂົ້າຈາກເຟືອງ (ຕີເຂົ້າ)

ແລະເບິ່ງແມ

ນີ້ຄຳວ່າ “ເບິ່ງແມ” ສະແດງໃຫ້ເຫັນວ່າໂຢເຊັບໄດ້ປະຫລາດໃຈຫລາຍກັບສິ່ງທີ່ລາວໄດ້ຝັນເຫັນ.

ຟ່ອນ​ເຂົ້າ​ຂອງຂ້ອຍ​ໄດ້ຕັ້ງ​ຂຶ້ນແລະຢືນຢູ່......​ຂອງ​ພວກເຈົ້າ​ໄດ້​ເຂົ້າມາ​ລ້ອມຮອບ, ແລະໄດ້ໂຄ້ງຄຳນັບໃຫ້ກັບ​ຟ່ອນ​ເຂົ້າ​ຂອງຂ້ອຍ.

ໃນນີ້ບັນດາຟ່ອນເຂົ້າໄດ້ຢືນຕັ້ງຂື້ນ ແລະ ຄຸເຂົ່າລົງຄືກັບວ່າພວກມັນເປັນຄົນ. ຟ່ອນເຂົ້າເຫລົ່ານີ້ເປັນຕົວແທນໃຫ້ແກ່ໂຢເຊັບ ແລະ ອ້າຍນ້ອງຂອງລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ເຈົ້າ​​ຈະ​​ປົກຄອງ​ເຫນືອພວກເຮົາ​ຈິງໆບໍ? ເຈົ້າຈະປົກຄອງ ເຫນືອພວກເຮົາຈິງໆບໍ?

ທັງສອງວະລີນີ້ມີຄວາມຫມາຍພື້ນຖານອັນດຽວກັນ. ພວກອ້າຍຂອງໂຈເຊັບກຳລັງໃຊ້ຄຳຖາມເພື່ອເວົ້າເຍາະເຍີ້ຍໂຢເຊັບ. ພວກມັນສາມາດຖືກຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ເປັນກະສັດຂອງພວກເຮົາ ແລະ ພວກເຮົາຈະບໍ່ຍອມກົ້ມຂາບເຈົ້າຕິ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism ແລະ /WA-Catalog/lo_tm?section=translate#figs-rquestion)

ປົກຄອງເຫນືອພວກເຮົາ

ຄຳວ່າ "ພວກເຮົາ" ຫມາຍເຖິງອ້າຍນ້ອງຂອງໂຢເຊັບແຕ່ບໍ່ແມ່ນໂຢເຊັບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ເພາະ​ຄວາມຝັນ​ຂອງເຂົາ ແລະ ຄຳເວົ້າຂອງເຂົາ

"ເພາະ​ຄວາມຝັນ​ຂອງເຂົາ ແລະ ຄຳເວົ້າຂອງເຂົາ"

Genesis 37:9

ເຂົາໄດ້​​ຝັນ​ອີກຄັ້ງ

"ໂຢເຊັບໄດ້​​ຝັນ​ອີກຄັ້ງ"

ດວງດາວ​ສິບເອັດ​ດວງ

"ດວງດາວ 11 ດວງ" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ພໍ່ຂອງເຂົາໄດ້ຕຳນິເຂົາ. ໄດ້ເວົ້າກັບເຂົາວ່າ

"ອິດສະຣາເອນໄດ້ຕຳນິເຂົາ, ເວົ້າວ່າ"

ຄວາມຝັນທີ່ເຈົ້າ​ໄດ້​ຝັນ​ຄືຫຍັງ? ແມ່​ຂອງ​ເຈົ້າ .......ເພື່ອ​ກົ້ມຄຳນັບເຈົ້າ​ຊັ້ນບໍ?

ອິດສະຣາເອນໃຊ້ຄຳຖາມເພື່ອຕອບໂຕ້ໂຢເຊັບ. ສິ່ງນີ້ສາມາດຂຽນເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ຄວາມຝັນນີ້ທີ່ເຈົ້າໄດ້ຝັນ ບໍ່ແມ່ນຄວາມຈິງດອກ. ແມ່ຂອງເຈົ້າ, ອ້າຍ, ແລະຕົວຂ້ອຍຈະບໍ່ກົ້ມຂາບຕໍ່ເຈົ້າ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ອິດສາເຂົາ​

ນີ້ຫມາຍເຖິງອາການທີ່ໃຈຮ້າຍເພາະວ່າຄົນອື່ນປະສົບຜົນສຳເລັດ ຫລື ໄດ້ຮັບຄວາມນິຍົມຫລາຍກວ່າ.

ໄດ້​ເກັບ​ເລື່ອງ​ນີ້ໄວ້ໃນໃຈ

ຫມາຍຄວາມວ່າລາວໄດ້ຄິດເຖິງຄວາມຫມາຍຂອງຄວາມຝັນຂອງໂຢເຊັບ. ອາດແປໄດ້ອີກວ່າ: "ສືບຕໍ່ຂຸນຄິດກ່ຽວກັບຄວາມຫມາຍຂອງຄວາມຝັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 37:12

ພວກອ້າຍຂອງເຈົ້າກຳລັງໄປລ້ຽງສັດຢູ່ຊີເຄມ ​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມບໍ່ແມ່ນບໍ?

ອິດສະຣາເອນໃຊ້ຄຳຖາມເພື່ອເລີ່ມຕົ້ນການສົນທະນາ. ສິ່ງນີ້ສາມາດຂຽນເປັນຄຳປະໂຫຍກ. ອາດແປໄດ້ອີກວ່າ: "ອ້າຍນ້ອງເຈົ້າກຳລັງລ້ຽງຝູງແກະໃນຊີເຄມ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ມານີ້ເທາະ

ໃນນີ້ມັນຫມາຍຄວາມວ່າອິດສະຣາເອນຂໍໃຫ້ໂຢເຊັບ ກະກຽມຕົນເອງເພື່ອອອກໄປ ແລະ ເບິ່ງອ້າຍຂອງຕົນ. ອາດແປໄດ້ອີກວ່າ: "ຈົ່ງກຽມພ້ອມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ລູກ​ພ້ອມ​ທີ່​ຈະ​ໄປ

ລາວພ້ອມແລ້ວທີ່ຈະອອກໄປ. "ຂ້ອຍພ້ອມແລ້ວທີ່ຈະໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອິດສະຣາເອນໄດ້ເວົ້າ​ກັບເຂົາ​

"ອິດສະຣາເອນໄດ້ເວົ້າ​ກັບໂຢເຊັບ"

ມາ​ບອກ​ເຮົາ

ອິດສະລາແອນຕ້ອງການໃຫ້ໂຢເຊັບ ກັບມາລາຍງານເລື່ອງຂອງອ້າຍ ແລະ ຝູງສັດໃຫ້ແກ່ລາວ. ອາດແປໄດ້ອີກວ່າ: "ແລ້ວກັບມາບອກຂ້ອຍວ່າເຈົ້າພົບເຫັນຫຍັງແດ່" ຫລື "ລາຍງານໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ອອກ​ໄປ​ຈາກ​ຮ່ອມພູ

"​ຈາກ​ຮ່ອມພູ"

Genesis 37:15

ມີ​ຊາຍ​ຄົນ​ຫນຶ່ງ​ໄດ້ພົບ​ໂຢເຊັບ.ເບິ່ງເຖີດ, ໂຢເຊັບກຳລັງເດີນໄປມາໃນທົ່ງນາ

"ຊາຍຄົນຫນຶ່ງໄດ້ເຫັນໂຈເຊັບພວມຍ່າງຢູ່ໃນທົ່ງນາ"

ເບິ່ງເຖີດ

ນີ້ແມ່ນການເລີ່ມຕົ້ນຂອງເຫດການອື່ນໃນເລື່ອງທີ່ໃຫຍ່ກວ່າ. ມັນອາດຈະກ່ຽວຂ້ອງກັບຄົນທີ່ແຕກຕ່າງກັນ ກ່ວາເຫດການທີ່ຜ່ານມາ. ພາສາຂອງທ່ານອາດຈະມີວິທີການເວົ້າ ສຳລັບຄຳສັບແບບນີ້.

ເຈົ້າ​ຊອກ​ຫາ​ໃຜ?

"ເຈົ້າ​ຊອກ​ຫາຫຍັງ?"

ກະລຸນາ, ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ພວກເຂົາກຳລັງລ້ຽງຝູງສັດ​ຢູ່​ໃສ

"ກະລຸນາ, ບອກ​ຂ້ອຍ​ແດ່ວ່າຢູ່ໃສ?"

ກຳລັງລ້ຽງຝູງສັດ

"ກຳລັງລ້ຽງຝູງສັດຂອງພວກເຂົາ"

ເມືອງໂດທານ

ນີ້ແມ່ນຊື່ຂອງສະຖານທີ່ທີ່ຢູ່ຫ່າງຈາກເມືອງຊີເຄມ ປະມານ 22 ກິໂລແມັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 37:18

ພວກ​ອ້າຍ​ຫລຽວເຫັນເຂົາມາ​ແຕ່​ໄກ

"ພວກ​ອ້າຍຂອງໂຢເຊັບ​ຫລຽວເຫັນ ໃນຂະນະທີ່ລາວຍັງຢູ່ໄກ"

ພວກເຂົາຈຶ່ງ​​ວາງແຜນ​ເພື່ອທີ່​ຈະ​ຂ້າ​​ເຂົາ

"ພວກເຂົາຈຶ່ງ​​ວາງແຜນ​ເພື່ອທີ່​ຈະ​ຂ້າ​​ລາວ"

ເຈົ້າຄົນ​ຊ່າງຝັນກຳລັງ​ມາ

"ມາແລ້ວຄົນຊ່າງ​ຝັນ"

ມາ​ດຽວນີ້, ໃຫ້​ພວກເຮົາ​ຂ້າ​ເຂົາ

ຄຳເວົ້ານີ້ສະແດງໃຫ້ເຫັນວ່າພວກອ້າຍໄດ້ປະຕິບັດຕາມແຜນການຂອງພວກເຂົາ. ອາດແປໄດ້ອີກວ່າ: "ດັ່ງນັ້ນບັດນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

​ສັດຮ້າຍ​

"​ສັດອັນຕະລາຍ" ຫລື "​ສັດຮ້າຍ"​

​ໄດ້ກັດ​ກິນ

​ໄດ້ກັດ​ກິນຢ່າງຫີວໂຫຍ

ເຮົາ​​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ເຂົາ​​ຈະ​ເປັນ​ຢ່າງ​ໃດ

ພວກອ້າຍຂອງລາວວາງແຜນຈະຂ້າລາວ, ສະນັ້ນມັນເປັນເລື່ອງຫນ້າເສົ້າທີ່ພວກເຂົາຕ້ອງການຢຸດຄວາມຝັນຂອງລາວ ໃຫ້ກາຍເປັນຄວາມຈິງ, ເພາະວ່າລາວຈະຕາຍ. ອາດແປໄດ້ອີກວ່າ: "ດ້ວຍວິທີນັ້ນພວກເຮົາຈະເຮັດໃຫ້ແນ່ໃຈວ່າຄວາມຝັນຂອງລາວຈະບໍ່ກາຍເປັນຄວາມຈິງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-irony)

Genesis 37:21

ໄດ້ຍິນ

"ໄດ້ຍິນສິ່ງທີ່ພວກເຂົາເວົ້າ"

​ຈາກ​ເງື້ອມມື​ຂອງ​ພວກເຂົາ

ວະລີທີ່ວ່າ "ມືຂອງພວກເຂົາ" ຫມາຍເຖິງແຜນການຂອງອ້າຍນ້ອງທີ່ຈະຂ້າລາວ. ອາດແປໄດ້ອີກວ່າ: "ຈາກພວກເຂົາ" ຫລື "ຈາກແຜນການຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຢ່າ​ໃຫ້ເຮົາເອົາຊີວິດຂອງ​ລາວ​ເທາະ

ປະໂຫຍກທີ່ວ່າ "ເອົາຊີວິດຂອງລາວ" ແມ່ນຄຳເວົ້າທີ່ສຸພາບສຳລັບການຂ້າຄົນ. ອາດແປໄດ້ອີກວ່າ: "ພວກເຮົາຂໍຢ່າຂ້າໂຢເຊັບເທາະ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ຢ່າໃຫ້ເລືອດໄຫລເລີຍ

ການຕໍ່ດັ່ງກ່າວນີ້ສາມາດເວົ້າເປັນຄຳກິລິຍາ. ດັ່ງນັ້ນ, “ການເສຍເລືອດ” ແມ່ນຄໍາເວົ້າທີ່ສຸພາບສຳລັບການຂ້າຄົນ. ອາດແປໄດ້ອີກວ່າ: "ຢ່າເຮັດໃຫ້ເລືອດໄຫລ" ຫລື "ຢ່າຂ້າລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-litotes ແລະ /WA-Catalog/lo_tm?section=translate#figs-euphemism)

ຢ່າລົງມືຂ້າເຂົາເລີຍ

ນີ້ຫມາຍຄວາມວ່າບໍ່ຄວນ ທຳຮ້າຍ ຫລື ເຮັດໃຫ້ລາວບາດເຈັບ. ອາດແປໄດ້ອີກວ່າ: "ຢ່າທຳຮ້າຍລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຈະ​ຊ່ວຍ​ໂຢເຊັບ​ໃຫ້​ພົ້ນ

ປະໂຫຍກນີ້ສາມາດຖືກແປເປັນປະໂຫຍກໃຫມ່: "ຣູເບັນກ່າວເຊັ່ນນີ້ກໍເພື່ອທີ່ລາວອາດຈະຊ່ວຍຊີວິດໂຢເຊັບ"

ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກເຂົາ

ວະລີທີ່ວ່າ "ມືຂອງພວກເຂົາ" ຫມາຍເຖິງແຜນການຂອງອ້າຍນ້ອງທີ່ຈະຂ້າລາວ. ອາດແປໄດ້ອີກວ່າ: "ຈາກພວກເຂົາ" ຫລື "ຈາກແຜນການຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເພື່ອທີ່ຈະນຳເຂົາກັບ

"ແລະນຳເຂົາກັບຄືນມາ"

Genesis 37:23

ເມື່ອ​ໂຢເຊັບ​ມາ​ເຖິງ​ພວກອ້າຍຂອງເຂົາ

ວະລີນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍເຫດການສຳຄັນໃນບົດເລື່ອງ. ຖ້າພາສາຂອງທ່ານມີວິທີການເຮັດສິ່ງນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້.

ພວກເຂົາ​ໄດ້ຈັບເຂົາ​ແກ້​ເສື້ອຜ້າທີ່​ລາວນຸ່ງມາອອກ

"ພວກເຂົາໄດ້ຈີກເສື້ອຜ້າທີ່ສວຍງາມຂອງລາວອອກຈາກລາວ"

​ເສື້ອຜ້າທີ່​ລາວນຸ່ງ

"ເສື້ອຜ້າທີ່ສວຍງາມ" ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປປະໂຫຍກນີ້ໃນ 37:3.

Genesis 37:25

ພວກເຂົາໄດ້ນັ່ງລົງເພື່ອຈະກິນອາຫານ

"ເຂົ້າຈີ່" ແມ່ນຄຳຫຍໍ້ຂອງ "ອາຫານ." ອາດແປໄດ້ອີກວ່າ: "ພວກເຂົາໄດ້ນັ່ງກິນເຂົ້າອາຫານ" ຫລື "ບັນດາອ້າຍຂອງໂຢເຊັບໄດ້ນັ່ງກິນເຂົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພວກເຂົາ​ກໍໄດ້​ເຫັນ, ແລະມີຄາລະວານຂອງ​ພວກ​ອິຊະມາເອນກຳລັງ​ເດີນທາງ​ມາ​

ຢູ່ທີ່ນີ້ການເງີຍຫນ້າຂຶ້ນເບິ່ງຄືກັບວ່າ ຄົນຜູ້ຫນຶ່ງຍົກຕາຂອງຕົນຂື້ນ. ອີກຢ່າງຫນຶ່ງຄຳວ່າ “ເບິ່ງເຖີດ” ແມ່ນໃຊ້ຢູ່ນີ້ເພື່ອດຶງດູດຄວາມສົນໃຈຂອງຜູ້ອ່ານໃຫ້ກັບສິ່ງທີ່ຜູ້ຊາຍໄດ້ເຫັນ. ອາດແປໄດ້ອີກວ່າ: "ພວກເຂົາເງີຍຫນ້າຂຶ້ນ ແລະ ທັນໃດນັ້ນພວກເຂົາໄດ້ເຫັນຂະບວນລົດຄັນຫນຶ່ງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບັນທຸກ

"ແກ່"

ເຄື່ອງເທດ

"ເຄື່ອງປຸງ"

ພືດທີ່ມີກິ່ນຫອມ

ເປັນສານທີ່ມີກິ່ນທີ່ມີກິ່ນຫອມໃຊ້ສຳລັບການຮັກສາ ແລະປົກປ້ອງຜິວ. "ຢາຮັກສາໂຣກ"

ພວກເຂົາກຳລັງເດີນທາງບັນທຸກສິນຄ້າລົງໄປ​ເອຢິບ

"ແກ່ພວກມັນລົງໄປປະເທດເອຢິບ." ນີ້ສາມາດເຮັດໃຫ້ມີຄວາມຊັດເຈນກວ່າ. ອາດແປໄດ້ອີກວ່າ: "ນຳເອົາພວກມັນລົງໄປປະເທດເອຢິບເພື່ອຂາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຈະມີປະໂຫຍດອັນໃດ ຖ້າ​ເຮົາ​ຈະຂ້າ​ນ້ອງຊາຍຂອງເຮົາ ແລະ​ປົກປິດເລືອດຂອງເຂົາ​?

ສິ່ງນີ້ສາມາດຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ໄດ້ຮັບຜົນກຳໄລຈາກການຂ້ານ້ອງຂອງພວກເຮົາ ແລະການປົກປິດເລືອດຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ປົກປິດເລືອດຂອງເຂົາ

ນີ້ແມ່ນຮູບແບບຄຳເວົ້າທີ່ກ່າວເຖິງການເຊື່ອງຊ້ອນການຕາຍຂອງໂຢເຊັບ. ອາດແປໄດ້ອີກວ່າ: "ເຊື່ອງຈາກການຄາດຕະກຳຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 37:27

ໃຫ້​ພວກອິຊະມາເອນ​ສາ

"ແກ່ພວກຜູ້ຊາຍເຫລົ່ານີ້ຜູ້ທີ່ເປັນເຊື້ອສາຍຂອງອິດຊະມາເອນ"

ແລ້ວ​​ບໍ່​ຕ້ອງ​ທຳຮ້າຍ​ເຂົາ

ນີ້ຫມາຍຄວາມວ່າບໍ່ຄວນທຳຮ້າຍ ຫລື ເຮັດໃຫ້ລາວບາດເຈັບ. ອາດແປໄດ້ອີກວ່າ: "ບໍ່ເຮັດໃຫ້ລາວບາດເຈັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເພາະ​ເຂົາ​ຄືນ້ອງຂອງເຮົາເປັນ​ເລືອດເນື້ອຂອງເຮົາ

ຄຳວ່າ “ເລືອດເນື້ອ” ແມ່ນຄຳອຸປະມາທີ່ຫມາຍເຖິງຍາດພີ່ນ້ອງ. ອາດແປໄດ້ອີກວ່າ: "ລາວແມ່ນພີ່ນ້ອງໃນສາຍເລືອດຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy).

ພວກ​ອ້າຍ​ນ້ອງ​ທັງຫລາຍຂອງເຂົາກໍ່ໄດ້ຮັບຟັງເຂົາ

"ອ້າຍນ້ອງຂອງຢູດາໄດ້ເຊື່ອຟັງລາວ" ຫລື "ອ້າຍນ້ອງຂອງຢູດາໄດ້ເຫັນດີກັບລາວ"

ພໍ່ຄ້າ​ຊາວ​ມີດີອານ.....​ຊາວ​ອິຊະມາເອນສາ​

ຊື່ທັງສອງຫມາຍເຖິງກຸ່ມພໍ່ຄ້າດຽວກັນ ທີ່ອ້າຍຂອງໂຢເຊັບໄດ້ພົບ.

ເປັນເງິນຊາວຫລຽນ

"ເປັນເງິນ 20 ຫລຽນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ໄດ້​ພາ​ໂຢເຊັບ​ໄປ​ຍັງເອຢິບ

"ໄດ້​ພາ​ໂຢເຊັບ​ໄປ​ຍັງເອຢິບ"

Genesis 37:29

ຣູເບັນໄດ້​ກັບ​ໄປ​ທີ່​ບໍ່ນັ້ນ, ແລະ ເ​ບິ່ງເຖີດ, ໂຢເຊັບ​ບໍ່ໄດ້ຢູ່​ໃ​ນບໍ່ນັ້ນ

"ຣູເບັນກັບຄືນສູ່ຂຸມສ້າງ, ແລະປະຫລາດໃຈທີ່ເຫັນວ່າໂຢເຊັບບໍ່ຢູ່ທີ່ນັ້ນແລ້ວ." ຄຳວ່າ "ເບິ່ງແມ" ທີ່ນີ້ສະແດງໃຫ້ເຫັນວ່າ ຣູເບັນປະຫລາດໃຈທີ່ໄດ້ຮູ້ວ່າໂຢເຊັບໄດ້ຫາຍຕົວໄປ.

ເຂົາໄດ້ຈີກ​ເສື້ອຜ້າຂອງເຂົາ

ນີ້ແມ່ນການກະທຳທີ່ສະແດງເຖິງຄວາມກົດດັນ ແລະໂສກເສົ້າ. ສິ່ງນີ້ສາມາດຂຽນໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ລາວຮູ້ສຶກເສົ້າສະຫລົດໃຈຫລາຍຈົນຈີກເສື້ອຜ້າຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເດັກນັ້ນ​ບໍ່ໄດ້​ຢູ່​ທີ່ນ​ັ້ນ! ແລະຂ້ອຍ​ຈະ​ເຮັດ​ແນວ​ໃດ​?

ຣູເບັນໃຊ້ຄຳຖາມເພື່ອເນັ້ນຫນັກບັນຫາທີ່ໂຢເຊັບຫາຍຕົວໄປ. ສິ່ງເຫລົ່ານີ້ສາມາດຂຽນເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ເດັກຊາຍໄດ້ຫາຍຕົວໄປແລ້ວ! ບັດນີ້ ຂ້ອຍບໍ່ສາມາດກັບຄືນເມືອບ້ານ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 37:31

​ເສື້ອຜ້າ​ຂອງ​ໂຢເຊັບ

ນີ້ຫມາຍເຖິງເຄື່ອງນຸ່ງທີ່ສວຍງາມ ທີ່ພໍ່ຂອງລາວເຮັດໃຫ້ແກ່ລາວ.

ເລືອດ

"ເລືອດແກະ"

​ພວກເຂົາ​​ໄດ້ນຳມັນ​ໄປ

"​ພວກເຂົາ​​ໄດ້ນຳເອົາເສື້ອຜ້າ"

​ໄດ້​ກັດ​ກິນ​ເຂົາ

"​ໄດ້​ກັດ​ກິນ​ເຂົາ"

ໂຢເຊັບໄດ້​ຖືກ​ສັດຮ້າຍ​ຈີກ​​ເປັນ​ຊິ້ນໆ

ຢາໂຄບຄິດວ່າສັດປ່າໂຕຫນຶ່ງໄດ້ທຳລາຍຮ່າງກາຍຂອງໂຢເຊັບ. ອາດແປໄດ້ອີກວ່າ: "ມັນໄດ້ທຳລາຍໂຢເຊັບຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 37:34

ຢາໂຄບໄດ້​ຈີກ​ເສື້ອ​ຜ້າຂອງເຂົາ

ນີ້ແມ່ນການກະທຳທີ່ສະແດງເຖິງຄວາມກົດດັນ ແລະໂສກເສົ້າ. ສິ່ງນີ້ສາມາດຂຽນໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ຢາໂຄບຮູ້ສຶກເສົ້າສະຫລົດໃຈຫລາຍຈົນຈີກເສື້ອຜ້າຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ນຸ່ງ​ເສື້ອ​​ຜ້າ​ກະສອບ​ເຂົ້າ

ໃນນີ້ຄຳວ່າ “ແອວ” ຫມາຍເຖິງສ່ວນກາງຂອງຮ່າງກາຍ ຫລືສະໂພກ. ອາດແປໄດ້ອີກວ່າ: "ນຸ່ງຜ້າກະສອບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້ລຸກຂຶ້ນມາ

ໃນນີ້ບັນດາລູກໆໄດ້ມາຫາພໍ່ຂອງພວກເຂົາ ເພື່ອກ່າວຄຳປອບໃຈ ໂດຍໃຊ້ຄຳວ່າ "ໄດ້ລຸກຂື້ນ." ອາດແປໄດ້ອີກວ່າ: "ໄດ້ມາຫາລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ແຕ່​ເພິ່ນ​ປະຕິເສດທີ່ຈະຮັບການປອບໂຍນ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແຕ່ລາວຈະບໍ່ຍອມໃຫ້ພວກເຂົາປອບໃຈເພີ່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຂ້ອຍ​ຈະ​ລົງໄປທີ່ຢູ່ຂອງຄົນຕາຍຮ້ອງໃຫ້​ຄ້ຳຄວນເຖິງລູກຊາຍ​ຂອງຂ້ອຍ

ຄວາມຫມາຍຄືວ່າລາວຈະທຸກໂສກຕັ້ງແຕ່ນີ້ຈົນເຖິງຕາຍ. ອາດແປໄດ້ອີກວ່າ: "ແທ້ຈິງແລ້ວເມື່ອຂ້ອຍຕາຍ ແລະ ລົງໄປຫາແດນຄົນຕາຍ ຂ້ອຍກໍຍັງໂສກເສົ້າຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຊາວມີ​ດີອານໄດ້ຂາຍເຂົາ

"ຊາວມີ​ດີອານໄດ້ຂາຍໂຢເຊັບ"

ທີ່​ເປັນ​ຫົວຫນ້າ​ຣາຊອົງຄະລັກ

"ຜູ້ນຳທະຫານທີ່ເຝົ້າຍາມກະສັດ"