Genesis 18

Genesis 18:1

ມຳເຣ

ນີ້ແມ່ນຊື່ຂອງຜູ້ຊາຍທີ່ເປັນເຈົ້າຂອງຕົ້ນໂອກ.

ໃນຂະນະທີ່ເພິ່ນນັ່ງຢູ່ທີ່ປະຕູເຕັນ

"ໃນເວລາເປີດເຕັນ" ຫລື "ທີ່ທາງເຂົ້າເຕັນ"

ໃນເວລາອາກາດຮ້ອນຂອງວັນ

"ຊ່ວງເວລາອາກາດຮ້ອນທີ່ສຸດຂອງວັນ"

ເພິ່ນເງີຍຫນ້າຂຶ້ນ, ເບິ່ງດູ, ເພິ່ນເຫັນຜູ້ຊາຍສາມຄົນກຳລັງຢືນຢູ່ກົງກັນຂ້າມກັບເພິ່ນ.

"ເພິ່ນເງີຍຫນ້າຂຶ້ນ, ເບິ່ງດູ, ມີຜູ້ຊາຍສາມຄົນກຳລັງຢືນຢູ່."

ເບິ່ງດູ

"ທັນທີທັນໃດ." ຄຳວ່າ "ເບິ່ງດູ" ໃນນີ້ສະແດງໃຫ້ພວກເຮົາເຫັນວ່າສິ່ງຕໍ່ໄປນີ້ເປັນເລື່ອງແປກສຳລັບອັບຣາຣາມ.

ກົງກັນຂ້າມກັບເພິ່ນ

"ຢູ່ໃກ້" ຫລື "ຢູ່ທີ່ນັ້ນ." ພວກເຂົາຢູ່ໃກ້ລາວ, ແຕ່ໄກພໍທີ່ລາວຈະແລ່ນໄປຫາພວກເຂົາ.

ກົ້ມກາບລົງດິນ

ການກົ້ມຕົວລົງນີ້ສະແດງເຖິງຄວາມເຄົາລົບ ແລະ ໃຫ້ກຽດຕໍ່ຜູ້ໃດຜູ້ຫນຶ່ງ.

Genesis 18:3

ນາຍທ່ານ

ນີ້ແມ່ນຄຳແທນນາມທີ່ສະແດງເຖິງຄວາມເຄົາລົບ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອັບຣ!ຣາມຮູ້ວ່າຫນຶ່ງໃນຜູ້ຊາຍເຫລົ່ານີ້ ແມ່ນພຣະເຈົ້າ ຫລື 2) ອັບຣາຣາມຮູ້ວ່າຜູ້ຊາຍເຫລົ່ານີ້ ແມ່ນມາໃນນາມຂອງພຣະເຈົ້າ.

ໃນສາຍຕາຂອງທ່ານ

ອັບຣາຣາມກຳລັງເວົ້າກັບຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ຂໍຢ່າໄດ້ຜ່ານໄປ

"ຂໍຢ່າສືບຕໍ່ເດີນທາງຜ່ານໄປ"

ຜູ້ຮັບໃຊ້ຂອງທ່ານ

"ຂ້ານ້ອຍ." ອັບຣາຮາມໄດ້ກ່າວເຖິງຕົວເອງ ດ້ວຍວິທີນີ້ເພື່ອສະແດງຄວາມເຄົາລົບຕໍ່ແຂກຂອງເພິ່ນ.

ຂໍໃຫ້ຂ້ານ້ອຍ, ໄດ້ນຳເອົານໍ້າມາ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍເອົານໍ້າໃຫ້ທ່ານ" ຫລື "ຜູ້ຮັບໃຊ້ຂອງຂ້ອຍຈະເອົານໍ້າໃຫ້ທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ນໍ້າ....ອາຫານຢ່າງເລັກນ້ອຍ

"ນໍ້າ... ອາຫານຢ່າງເລັກນ້ອຍ." ການເວົ້າວ່າ "ເລັກນ້ອຍ" ແມ່ນວິທີທີ່ສຸພາບຂອງການສະແດງຄວາມເອື້ອເຟື້ອເພື່ອແຜ່. ອັບຣາຣາມຈະໃຫ້ນໍ້າ ແລະ ອາຫານແກ່ພວກເຂົາຫຼາຍກວ່າທີ່ພວກເຂົາຕ້ອງການ.

ລ້າງຕີນຂອງທ່ານ

ປະເພນີນີ້ໄດ້ຊ່ວຍໃຫ້ນັກເດີນທາງທີ່ເມື່ອຍລ້າ ເຮັດໃຫ້ຕົນເອງສົດຊື່ນຂື້ນ ພາຍຫລັງການຍ່າງເປັນໄລຍະໄກ.

ຂອງທ່ານ....ທ່ານ

ອັບຣາຣາມເວົ້າກັບຜູ້ຊາຍສາມຄົນທັງຫມົດ, ສະນັ້ນ, "ເຈົ້າ" ແລະ "ຂອງເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

Genesis 18:6

ສາມຖັງນວດ

ປະມານ 22 ລິດ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bvolume)

ເຂົ້າຈີ່

ເຂົ້າຈີ່ນີ້ອາດຖືກປຸງແຕ່ງຢ່າງໄວວາດ້ວຍກ້ອນຫີນຮ້ອນ. ມັນອາດຈະແປ ຫລື ມັນຄ້າຍຄືກັບເຂົ້າຫນົມປັງຂະຫນານ້ອຍ.

ອັບຣາຮາມຟ້າວແລ່ນ

"ຄົນຮັບໃຊ້ຟ້າວແລ່ນ"

ທີ່ຈະຈັດແຈງ

"ເພື່ອຕັດ ແລະ ອົບມັນ"

ເນີຍ

ນີ້ຫມາຍເຖິງສ່ວນທີ່ແຂງຂອງນົມທີ່ໄດ້ຫມັກ. ມັນອາດຈະແມ່ນນົມສົ້ມ ຫລື ຊີດສ.

ຊີ້ນງົວທີ່ໄດ້ຈັດທຳໄວ້ແລ້ວ

"ຊີ້ນງົວປີ້ງ"

ຕໍ່ຫນ້າພວກເຂົາ

"ຕໍ່ຫນ້າຜູ້ມາຢ້ຽມຢາມ"

Genesis 18:9

ພວກເຂົາໄດ້ເວົ້າກັບເພິ່ນ

"ພວກເຂົາໄດ້ເວົ້າກັບອັບຣາຣາມ"

ເຂົາໄດ້ເວົ້າວ່າ, "ແນ່ນອນແທ້ເຮົາຈະກັບມາຫາເຈົ້າ

ຄຳວ່າ "ເຂົາ" ຫມາຍເຖິງຜູ້ຊາຍຜູ້ທີ່ອັບຣາຣາມ ເອີ້ນວ່າ "ນາຍທ່ານ" ໃນຂໍ້ 18:3.

ໃນລະດູໃບໄມ້ປົ່ງ

"ເມື່ອລະດູດຽວກັນນີ້ມາປີຫນ້າ" ຫລ "ປະມານເວລານີ້ໃນປີຫນ້າ"

ແລະ ເບິ່ງເຖີດ

ຄຳວ່າ "ເບິ່ງ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕາມມາ.

ປະຕູເຂົ້າເຕັນ

"ທີ່ປະຕູທາງເຂົ້າເຕັນ" ຫລື "ທີ່ທາງເຂົ້າເຕັນ"

Genesis 18:11

ຫລັງຈາກທີ່ຂ້ອຍຫມົດແຮງແລ້ວ ແລະເຈົ້ານາຍຂອງຂ້ອຍກໍແກ່ແລ້ວ, ຂ້ອຍຍັງຈະມີຄວາມຍິນດີໃນເລື່ອງນີ້ອີກບໍ?

ຫມົດແຮງ ແລະ ນາຍຂອງຂ້ອຍເຖົ້າແລ້ວ, ຂ້ອຍຍັງຈະມີຄວາມຍິນດີໃນເລື່ອງນີ້ອີກບໍ? - ເຈົ້າອາດຕ້ອງການເພີ່ມ “ການມີລູກ”. ຊາຣາໃຊ້ຄຳຖາມນີ້ເພາະວ່າລາວບໍ່ເຊື່ອວ່າລາວສາມາດມີລູກໄດ້. ອາດແປໄດ້ອີກວ່າ: "ຂ້ອຍບໍ່ເຊື່ອວ່າຂ້ອຍຈະພົບກັບຄວາມສຸກ ຈາກການມີລູກໄດ້. ເຈົ້ານາຍຂອງຂ້ອຍກໍ່ເຖົ້າເກີນໄປແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເຈົ້ານາຍຂອງຂ້ອຍກໍແກ່ແລ້ວ

ນີ້ຫມາຍເຖິງ "ຜົວຂອງຂ້ອຍກໍເຖົ້າແກ່ແລ້ວ."

ເຈົ້ານາຍຂອງຂ້ອຍ

ນີ້ແມ່ນຄຳແທນນາມທີ່ສະແດງເຖິງ ຄວາມເຄົາລົບນັບຖືທີ່ຊາຣາມີໃຫ້ກັບອັບຣາຣາມ ຜົວຂອງນາງ.

Genesis 18:13

ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, "ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ"?

ພຣະເຈົ້າໃຊ້ຄຳຖາມນີ້ ເພື່ອສະແດງວ່າລາວຮູ້ວ່າຊາຣາ ກຳລັງຄິດແນວໃດ ແລະ ລາວບໍ່ພໍໃຈກັບມັນ. ພຣະອົງເວົ້າຢໍ້າຄຳຖາມທີ່ມີສຽງເວົ້າຂອງຊາຣາ (18:11) ໂດຍໃຊ້ຄຳເວົ້າທີ່ແຕກຕ່າງກັນ. ອາດແປໄດ້ອີກວ່າ: "ຊາຣາໄດ້ເຮັດຜິດທີ່ຫົວຂວັນ ແລະ ເວົ້າວ່າ, 'ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ!'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ?

"ມີສິ່ງໃດແດ່ທີ່ພຣະຢາເວບໍ່ສາມາດເຮັດໄດ້?" ພຣະຢາເວເວົ້າກ່ຽວກັບຕົວເອງຄືກັບວ່າພຣະອົງ ກຳລັງເວົ້າເຖິງຜູ້ອື່ນ ເພື່ອເຕືອນອັບຣາຣາມວ່າ ເຮົາ, ພຣະຢາເວ, ຍິ່ງໃຫຍ່ ແລະ ສາມາດເຮັດທຸກສິ່ງ. ອາດແປໄດ້ອີກວ່າ: "ບໍ່ມີສິ່ງໃດທີ່ ເຮົາ, ພຣະຢາເວ, ບໍ່ສາມາດເຮັດໄດ້!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person ແລະ /WA-Catalog/lo_tm?section=translate#figs-rquestion)

ໃນເວລາທີ່ເຮົາໄດ້ກຳນົດໃນລະດູໃບໄມ້ປົ່ງ

"ໃນເວລາທີ່ເຮົາໄດ້ກຳນົດ, ຊຶ່ງເປັນລະດູໃບໄມ້ປົ່ງ"

ຊາຣາໄດ້ປະຕິເສດ ແລະ ເວົ້າວ່າ

"ຊາຣາໄດ້ປະຕິເສດໂດຍການເວົ້າວ່າ"

ພຣະອົງຕອບວ່າ

"ພຣະຢາເວໄດ້ຕອບ"

ບໍ່ແມ່ນເຈົ້າໄດ້ຫົວຂວັນ

"ແມ່ນແລ້ວ, ເຈົ້າໄດ້ຫົວເລາະ." ນີ້ຫມາຍຄວາມວ່າ "ບໍ່, ນັ້ນບໍ່ແມ່ນຄວາມຈິງ; ເຈົ້າໄດ້ຫົວຂວັນແທ້."

Genesis 18:16

ອັບຣາຮາມໄປກັບພວກເຂົາ

"ເພື່ອສົ່ງພວກເຂົາໄປຕາມທາງຂອງພວກເຂົາ" ຫລື "ເພື່ອກ່າວ 'ອຳລາພວກເຂົາ". ເປັນເລື່ອງສຸພາບທີ່ຈະສົ່ງແຂກໄປ ໄລຍະໃດຫນຶ່ງ ເມື່ອເຂົາເຈົ້າກຳລັງຈະເດີນທາງ.

ຄວນບໍທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະເຮັດນີ້?

ພຣະເຈົ້າໃຊ້ຄຳຖາມນີ້ເພື່ອບອກ ສິ່ງທີ່ພຣະອົງຈະເວົ້າກັບອັບຣາຣາມກ່ຽວກັບບາງສິ່ງທີ່ສຳຄັນຫຼາຍ ແລະ ມັນເປັນສິ່ງທີ່ດີທີ່ສຸດທີ່ພຣະອົງຈະເປີດເຜີຍຕໍ່ລາວ. ອາດແປໄດ້ອີກວ່າ: "ເຮົາບໍ່ຄວນ ແລະ ຈະບໍ່ເຊື່ອງຈາກອັບຣາຮາມສິ່ງທີ່ເຮົາກຳລັງຈະເຮັດ ... ຂອງລາວ." ຫລື "ເຮົາຄວນ ແລະ ຈະບອກອັບຣາຣາມກ່ຽວກັບສິ່ງທີ່ເຮົາກຳລັງຈະເຮັດ ... ຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຄວນບໍທີ່ເຮົາ.....ເຮັດ, ເນື່ອງຈາກ....ຂອງລາວ?

"ຂ້ອຍຄວນບໍ ... ເຮັດ. ນີ້ແມ່ນຍ້ອນວ່າ ... ລາວ"

ຊົນຊາດທັງປວງຂອງແຜ່ນດິນຈະໄດ້ຮັບພອນເພາະເຂົາ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຮົາຈະອວຍພອນໃຫ້ທຸກໆປະຊາຊາດທົ່ວໂລກ ຜ່ານອັບຣາຣາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຈະໄດ້ຮັບພອນເພາະເຂົາ

"ຈະໄດ້ຮັບພອນເພາະອັບຣາຣາມ" ຫລື "ຈະໄດ້ຮັບພອນເພາະວ່າເຮົາໄດ້ອວຍພອນອັບຣາຣາມ." ສຳລັບການແປ "ເພາະລາວ" ເບິ່ງເພີ່ມເຕີມວິທີທີ່ທ່ານໄດ້ແປ "ຜ່ານຕົວເຈົ້າ" ໃນຂໍ້ 12:1.

ດັ່ງນັ້ນລາວຈະສັ່ງສອນ

"ເພື່ອທີ່ລາວຈະໃຫ້ຄຳແນະນຳ" ຫລື "ເພື່ອທີ່ລາວຈະໃຫ້ສັ່ງ"

ໃຫ້ຖືຮັກສາທາງຂອງພຣະຢາເວ, ເພື່ອກະທຳຄວາມຊອບທັມ ແລະຍຸຕິທັມ, ດັ່ງນັ້ນພຣະຢາເວຈະໄດ້ປະທານໃຫ້....ຕາມທີ່ພຣະອົງໄດ້ກ່າວກັບລາວແລ້ວນັ້ນ

ພຣະຢາເວກຳລັງເວົ້າກ່ຽວກັບຕົວເອງ ຄືກັບວ່າລາວເປັນຄົນອື່ນ. ອາດແປໄດ້ອີກວ່າ: "ເຊື່ອຟັງສິ່ງທີ່ເຮົາ, ພຣະຢາເວ, ຮຽກຮ້ອງ ... ເຮົາ, ພຣະຢາເວ, ອາດຈະນໍາເອົາ ... ເຮົາໄດ້ເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ຖືຮັກສາທາງຂອງພຣະຢາເວ

"ເຊື່ອຟັງຄຳສັ່ງຂອງພຣະຢາເວ"

ເພື່ອກະທຳຄວາມຊອບທັມ ແລະຍຸຕິທັມ

"ໂດຍການເຮັດຄວາມຊອບທັມ ແລະ ຄວາມຍຸດຕິທັມ." ສິ່ງນີ້ບອກວິທີ ທີ່ຈະດຳເນີນຕາມທາງຂອງພຣະຢາເວ.

ດັ່ງນັ້ນພຣະຢາເວຈະໄດ້ປະທານໃຫ້ແກ່ອັບຣາຮາມ ຕາມທີ່ພຣະອົງໄດ້ກ່າວກັບລາວແລ້ວນັ້ນ

"ດັ່ງນັ້ນ, ພຣະຢາເວ ອາດຈະອວຍພອນໃຫ້ແກ່ອັບຣາມຄືກັນກັບທີ່ລາວໄດ້ເວົ້າວ່າລາວຈະ." ນີ້ຫມາຍເຖິງ ຄຳສັນຍາແຫ່ງພັນທະສັນຍາທີ່ຈະອວຍພອນອັບຣາຮາມ ແລະເຮັດໃຫ້ລາວເປັນປະເທດທີ່ຍິ່ງໃຫຍ່.

Genesis 18:20

ມີສຽງຮຽກຮ້ອງກ່າວໂທດເມືອງໂຊໂດມ ແລະເມືອງໂກໂມຣາຢ່າງຫນັກຫນ່ວງ

ປະໂຫຍກນີ້ສາມາດຂຽນຄືນໃນຮູບແບບອື່ນໄດ້ ເພື່ອໃຫ້ຄໍານາມທີ່ບໍ່ມີຕົວຕົນ ຄຳວ່າ "ມີສຽງຮຽກຮ້ອງ" ແມ່ນການສະແດງເຖິງຄຳກິລິຍາ ທີ່ວ່າ "ກ່າວຫາ." ອາດແປໄດ້ອີກວ່າ: "ປະຊາຊົນຈໍານວນຫຼາຍໄດ້ກ່າວຫາປະຊາຊົນເມືອງໂຊໂດມ ແລະ ເມືອງໂຄໂມລາໃນການເຮັດສິ່ງທີ່ຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ຄວາມບາບຂອງຊາວເມືອງນັ້ນຮ້າຍແຮງ

"ພວກເຂົາໄດ້ເຮັດບາບຢ່າງຮ້າຍແຮງ"

ບັດນີ້ເຮົາຈະລົງໄປທີ່ນັ້ນ

"ບັດນີ້ເຮົາຈະລົງໄປທີ່ເມືອງໂຊໂດມ ແລະ ເມືອງໂຄໂມລາ"

ເຮົາຈະລົງໄປທີ່ນັ້ນ ແລະເບິ່ງ

"ເຮົາຈະລົງໄປທີ່ນັ້ນເພື່ອເບິ່ງຕົວຈິງ" ແລະເບິ່ງ ຫລື "ເຮົາຈະລົງໄປທີ່ນັ້ນເພື່ອຕັດສິນ"

ສຽງຮຽກຮ້ອງກ່າວໂທດ.....ມາເຖິງເຮົາ

ພຣະຢາເວເວົ້າຄືກັບວ່າພຣະອົງຮູ້ກ່ຽວກັບເລື່ອງນີ້ ຈາກສຽງຮ້ອງຂອງປະຊາຊົນຜູ້ທີ່ໄດ້ຮັບຄວາມເດືອດຮ້ອນ. ປະໂຫຍກນີ້ສາມາດຂຽນຄືນໃນຮູບແບບອື່ນໄດ້ ເພື່ອໃຫ້ຄໍານາມທີ່ບໍ່ມີຕົວຕົນ ຄຳວ່າ "ມີສຽງຮຽກຮ້ອງ" ແມ່ນການສະແດງເຖິງຄຳກິລິຍາ ທີ່ວ່າ "ກ່າວຫາ." ອາດແປໄດ້ອີກວ່າ: "ຊົ່ວຮ້າຍຕາມທີ່ຖືກກ່າວຫາວ່າ ພວກເຂົາເປັນແທ້ບໍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ຫລືບໍ່ເຮົາ

"ຖ້າພວກເຂົາບໍ່ຊົ່ວ ຄືກັບທີ່ຖືກກ່າວຫາ."

Genesis 18:22

ໄປຈາກທີ່ນັ້ນ

"ໄປຈາກບ່ອນພັກຂອງອັບຣາຣາມ"

ພຣະຢາເວຍັງຢູ່ກັບອັບຣາຮາມ

"ພຣະຢາເວ ແລະ ອັບຣາຣາມຍັງຢູ່ນຳກັນ"

ມຸ່ງຫນ້າໄປສູ່

"ພຣະຢາເວໃກ້ຮອດ" ຫລື "ພຣະຢາເວຫຍັບເຂົ້າມາໃກ້"

ທຳລາຍລ້າງ

ອັບຣາຣາມກ່າວເຖິງການທຳລາຍຜູ້ຄົນ ຄືກັບວ່າເປັນການກວດສິ່ງເປິເປື້ອນດ້ວຍຟອຍກວດ. ອາດແປໄດ້ອີກວ່າ: "ທຳລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຄົນຊອບທັມພ້ອມກັບຄົນອະທັມ

"ຄົນຊອບທັມພ້ອມກັບຄົນອະທັມ"

Genesis 18:24

ຂໍ້ມູນທົ່ວໄປ:

ອັບຣາຣາມຍັງຄົງສືບຕໍ່ເວົ້າ ກັບພຣະຢາເວ.

ບາງທີອາດຈະມີ

"ສົມມຸດຖ້າມີ"

ພຣະອົງຈະຊົງທຳລາຍເມືອງນັ້ນ ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?

ອັບຣາຮາມມີຄວາມຫວັງວ່າ ພຣະຢາເວຈະເວົ້າວ່າ, "ເຮົາຈະບໍ່ທຳລາຍລ້າງມັນ." ອາດແປໄດ້ອີກວ່າ: "ຂ້ານ້ອຍຄິດວ່າພຣະອົງຈະບໍ່ທຳລາຍລ້າງມັນ. ແທນທີ່ຈະ, ເຈົ້າຈະຮັກສະຖານທີ່ ດັ່ງກ່າວໄວ້ເພື່ອຄົນຫ້າສິບຄົນທີ່ຊອບທັມຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ທຳລາຍ

"ທຳລາຍມັນ."ອັບຣາຣາມກ່າວເຖິງການທຳລາຍຜູ້ຄົນ ຄືກັບວ່າເປັນການກວດສິ່ງເປິເປື້ອນດ້ວຍຟອຍກວດ. ອາແປໄດ້ອີກວ່າ: "ທຳລາຍຄົນທີ່ອາໄສຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?

ອັບຣາຮາມມີຄວາມຫວັງວ່າ ພຣະຢາເວຈະເວົ້າວ່າ, "ເຮົາຈະບໍ່ທຳລາຍລ້າງເມືອງນັ້ນຖ້າມີຄົນຊອບທັມ ຫ້າສິບຄົນທີ່ຢູ່ທີ່ນັ້ນ."

ບໍ່ທຳລາຍລ້າງເມືອງນັ້ນ

"ອະນຸຍາດໃຫ້ຄົນອາໃສ"

ເພາະເຫັນແກ່

"ເນື່ອງຈາກ"

ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງ ທີ່ຈະຊົງກະທຳສິ່ງນັ້ນ

"ເຮົາບໍ່ຕ້ອງການໃຫ້ເຈົ້າເຮັດສິ່ງນັ້ນຄືກັນ" ຫລື "ເຈົ້າບໍ່ຄວນເຮັດບາງຢ່າງເຊັ່ນນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ສິ່ງນັ້ນ, ຄືການຂ້າຄົນ

"ສິ່ງນັ້ນ, ຄືການຂ້າຄົນ" ຫລື "ສິ່ງນັ້ນ, ເຊິ່ງເປັນ, ການຂ້າຄົນ"

ທີ່ຄົນຊອບທັມຈະຖືກລົງໂທດແບບດຽວກັນກັບຄົນອະທັມ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ພຣະອົງຄວນປະຕິບັດກັບຄົນທີ່ຊອບທັມ ຄືກັນກັບທີ່ທ່ານປະຕິບັດກັບຄົນຊົ່ວ" (ເບິ່ງ: /WA-Catalog/lo_tm?section=translate#figs-activepassive)

ຜູ້ພິພາກສາຂອງແຜ່ນດິນທັງຫມົດຈະບໍ່ເຮັດສິ່ງໃດທີ່ຍຸຕິທັມບໍ?

ອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພື່ອເວົ້າໃນສິ່ງທີ່ລາວຄາດຫວັງວ່າພຣະເຈົ້າຈະເຮັດ. ອາດແປໄດ້ອີກວ່າ: "ຜູ້ພິພາກສາຂອງທົ່ວແຜ່ນດິນໂລກ ຈະເຮັດສິ່ງທີ່ຖືກຕ້ອງແນ່ນອນ" ຫລື "ຕາບໃດທີ່ພຣະອົງເປັນຜູ້ພິພາກສາທົ່ວເທິງແຜ່ນດິນໂລກ, ທ່ານຈະເຮັດໃນສິ່ງທີ່ຖືກຕ້ອງ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຜູ້ພິພາກສາ

ພຣະເຈົ້າມັກຈະຖືກກ່າວເຖິງວ່າເປັນຜູ້ພິພາກສາ ເພາະວ່າພຣະອົງເປັນຜູ້ຕັດສິນທີ່ດີເລີດ ຜູ້ທີ່ຕັດສິນສຸດທ້າຍກ່ຽວກັບສິ່ງທີ່ຖືກ ຫລື ຜິດ.

Genesis 18:27

ເບິ່ງແມ

ວະລີວ່າ "ເບິ່ງແມ" ໃນນີ້ແມ່ນການດຶງດູດຄວາມສົນໃຈ ໃນຂໍ້ມູນທີ່ຫນ້າປະຫລາດໃຈທີ່ເວົ້າຕໍ່ມາ.

ຂ້ານ້ອຍຂໍພຣະກາຣຸນາທີ່ຈະທູນຕໍ່

"ຂໍອະໄພທີ່ຂ້ານ້ອຍບໍ່ກ້າກ່າວກັບພຣະອົງ" ຫລື"ຂໍໂທດທີ່ຂ້ານ້ອຍບໍ່ກ້າເວົ້າ"

ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ

ອັບຣາຣາມສະແດງຄວາມເຄົາລົບນັບຖື ຕໍ່ພຣະຢາເວ ໂດຍການເວົ້າກັບພຣະຢາເວຄືກັບວ່າລາວເວົ້າກັບຄົນອື່ນ. ອາດແປໄດ້ອີກວ່າ: "ຕໍ່ພຣະອົງ, ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ເປັນພຽງຂີ້ຝຸ່ນ ແລະ ຂີ້ເຖົ່າ

ຄຳປຽບທຽບນີ້ພັນລະນາເຖິງອັບຣາຮາມວ່າເປັນຄົນ, ເຊິ່ງຈະຕາຍ ແລະ ຮ່າງກາຍຂອງລາວຈະກາຍເປັນຂີ້ຝຸ່ນ ແລະ ຂີ້ເຖົ່າ. ອາດແປໄດ້ອີກວ່າ: "ພຽງແຕ່ມະນຸດທຳມະດາ" ຫລື "ບໍ່ສຳຄັນຄືຂີ້ຝຸ່ນ ແລະ ຂີ້ເຖົ່າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຫນ້ອຍກວ່າຫ້າສິບຄົນໄປຫ້າຄົນ

"ປະມານ ສີ່ສິບຫ້າຄົນຊອບທັມ"

ເພາະຂາດໄປຫ້າຄົນ

"ຖ້າຫາກມີຄົນຊອບທັມຫນ້ອຍກວ່າຫ້າຄົນ"

ຈະບໍ່ທຳລາຍເມືອງນັ້ນ

"ເຮົາຈະບໍ່ທຳລາຍເມືອງໂຊໂດມ"

Genesis 18:29

ເພິ່ນໄດ້ເວົ້າກັບພຣະອົງ

"ອັບຣາຣາມກ່າວ ຕໍ່ພຣະຢາເວ"

ຖ້າພົບພຽງສີ່ສິບຄົນເທົ່ານັ້ນເດ

ນີ້ຫມາຍຄວາມວ່າ "ຖ້າທ່ານພົບປະຊາຊົນທີ່ຊອບທັມ ສີ່ສິບຄົນໃນເມືອງໂຊໂດມ ແລະ ເມືອງໂກໂມຣາ."

ພຣະອົງໄດ້ກ່າວຕອບວ່າ

"ພຣະຢາເວຊົງຕອບ"

ເຮົາກໍຈະບໍ່ທຳລາຍ ເມືອງນັ້ນເພາະເຫັນແກ່ສີ່ສິບຄົນນັ້ນ

"ເຮົາຈະບໍ່ທຳລາຍເມືອງເຫລົ່ານັ້ນ ຖ້າເຮົາພົບສີ່ສິບຄົນ ທີ່ຊອບທັມຢູ່ທີ່ນັ້ນ"

ສາມສິບ

"ຄົນຊອບທຳສາມສິບຄົນ" ຫລື "ຄົນດີສາມສິບຄົນ"

ເບິ່ງເຖີດ

ປະໂຫຍກທີ່ວ່າ "ເບິ່ງເຖີດ" ໃນນີ້ແມ່ນເພື່ອດຶງດູດຄວາມສົນໃຈຕໍ່ຂໍ້ມູນທີ່ຫນ້າປະຫລາດໃຈຕໍ່ໄປ.

ຂໍພຣະອົງໂຜດຍົກໂທດໃຫ້ຂ້ານ້ອຍທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ

"ຂໍຊົງອະໄພໃຫ້ຂ້ອຍທີ່ກ້າເວົ້າຕໍ່ພຣະອົງ" ຫລື "ຂໍໂທດຍົກໂທດແກ່ຂ້ານ້ອຍທີ່ຂ້ານ້ອຍກ້າຂໍກັບພຣະອົງ." ເບິ່ງເພີ່ມເຕີມວິທີການນີ້ຖືກແປຂໍ້ນີ້ໃນ 18:27.

ຊາວຄົນ

"ຄົນຊອບມທັມຊາວຄົນ" ຫລື "ຄົນດີຊາວຄົນ"

Genesis 18:32

ບາງທີອາດຈະພົບສິບຄົນທີ່ນັ້ນ

"ບາງທີພຣະອົງອາດຈະພົບສິບຄົນຊອບທັມໃນທີ່ນັ້ນ."

ສິບ

"ຄົນຊອບທັມສິບຄົນ" ຫລື "ຄົນດີສິບຄົນ"

ຈາກນັ້ນພຣະອົງຊົ່ງກ່າວ

"ແລະພຣະຢາເວໄດ້ຊົງຕອບ"

ເພາະເຫັນແກ່ສິບຄົນນັ້ນ

"ຖ້າເຮົາພົບຄົນຊອບທັມສິບຄົນຢູ່ໃນທີ່ນັ້ນ"

ພຣະຢາເວໄດ້ສະເດັດໄປ

"ພຣະຢາເວໄດ້ສະເດັດໄປ" ຫລື "ພຣະຢາເວໄດ້ຈາກໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)