Genesis 17

Genesis 17:1

ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ

ອາຍຸເກົ້າປີ - ວະລີນີ້ຖືກນຳໃຊ້ໃນນີ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີວິທີການໃຊ້ຄຳສັບແບບນີ້, ທ່ານສາມາດພິຈາລະນານຳໃຊ້ໄດ້.

ພຣະເຈົ້າອົງຊົງຣິດອຳນາດ

“ພຣະເຈົ້າຜູ້ມີິຣິດເດດທຸກປະການ” ຫລື “ພຣະເຈົ້າຜູ້ມີອຳນາດທັງສີ້ນ”

ຈົ່ງດຳເນີນຕໍ່ຫນ້າເຮົາ

ການຍ່າງແມ່ນການປຽບທຽບສຳລັບການດຳລົງຊີວິດ, ແລະ "ຕໍ່ຫນ້າເຮົາ" ຫລື "ຢູ່ໃນທີ່ປະທັບຂອງເຮົາ" ນີ້ແມ່ນຄຳປຽບທຽບທີ່ສະແດງເຖີງການເຊື່ອຟັງ. ອາດແປໄດ້ອີກວ່າ: "ໃຊ້ຊີວິດໃນແບບທີ່ເຮົາຢາກໃຫ້ເຈົ້າເປັນ" ຫລື "ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຈາກນັ້ນເຮົາຈະຢືນຢັນ

"ຖ້າທ່ານເຮັດສິ່ງນີ້, ສະນັ້ນເຮົາຈະຢືນຢັນ"

ເຮົາຈະຢືນຢັນພັນທະສັນຍາຂອງເຮົາ

"ເຮົາຈະມອບພັນທະສັນຍາຂອງເຮົາ" ຫລື "ເຮົາຈະເຮັດພັນທະສັນຍາຂອງເຮົາ"

ພັນທະສັນຍາ

ໃນພັນທະສັນຍານີ້ພຣະເຈົ້າ ສັນຍາວ່າຈະອວຍພອນແກ່ອັບຣາມ, ແຕ່ພຣະອົງຮຽກຮ້ອງໃຫ້ອັບຣາມ ຕ້ອງເຊື່ອຟັງພຣະອົງ.

ຈະເພີ່ມທະວີໃຫ້ແກ່ເຈົ້າຢ່າງຫລວງຫລາຍ

"ເພີ່ມຈຳນວນລູກຫລານຂອງທ່ານຢ່າງຫລວງຫລາຍ" ຫລື "ໃຫ້ລູກຫລານທ່ານເກີດຈຳນວນຫລວງຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 17:3

ອັບຣາມກົ້ມໄດ້ຂາບລົງທີ່ພື້ນດິນ

"ອັບຣາມໄດ້ກົ້ມຕົວເອງລົງພື້ນດິນ" ຫລື "ອັບຣາຮາມໄດ້ນອນລົງພື້ນດິນທັນທີ." ລາວໄດ້ເຮັດສິ່ງນີ້ເພື່ອສະແດງເຖິງການນັບຖືພຣະເຈົ້າ ແລະ ຈະເຊື່ອຟັງພຣະອົງ.

ສຳລັບເຮົານີ້

ພຣະເຈົ້າໄດ້ໃຊ້ປະໂຫຍກນີ້ເພື່ອແນະນຳສິ່ງທີ່ລາວຈະເຮັດແກ່ ອັບຣາມ ເຊິ່ງເປັນສ່ວນຫນຶ່ງຂອງພັນທະສັນຍາລະຫວ່າງພຣະອົງກັບອັບຣາມ.

ຈົ່ງເບິ່ງ, ພັນທະສັນຍາຂອງເຮົາກັບເຈົ້າ

ຄຳວ່າ "ຈົ່ງເບິ່ງ" ໃນນີ້ບອກວ່າສິ່ງທີ່ຈະຕາມມາ ແມ່ນທີ່ຈະເກີດຂື້ນຢ່າງແນ່ນອນ: "ເຮົາຈະມອບພັນທະສັນຍາຂອງເຮົາກັບເຈົ້າແນ່ນອນ."

ບິດາຂອງຊົນຊາດທັງຫລາຍ

"ພໍ່ຂອງບັນດາປະຊາຊາດຈຳນວນຫລວງຫລາຍ" ຫລື "ຜູ້ທີ່ບັນຕົ້ນກຳເນີດຂອງຫລາຍໆປະເທດ"

ອັບຣາມ

ນາຍແປອາດຈະເພີ່ມຂໍ້ຄວາມທາງລຸ່ມນີ້ວ່າ: ຊື່ "ອັບຣາມ" ຫມາຍເຖິງ "ພໍ່ທີ່ສູງສົ່ງ" ແລະ ຊື່ "ອັບຣາມ" ອອກສຽງຄ້າຍຄືຄຳວ່າ "ພໍ່ຂອງຝູງຊົນ."

ເຮົາຈະເຮັດໃຫ້ເຈົ້າທະວີເພີ່ມຂຶ້ນຢ່າງຫລວງຫລາຍ

"ເຮົາຈະເຮັດໃຫ້ເຈົ້າມີລູກຫລານຢ່າງຫລວງຫລາຍ"

ເຮົາຈະໃຫ້ຊົນຊາດທັງຫລາຍຂອງເຈົ້າເກີດຂຶ້ນ

"ເຮົາຈະໃຫ້ກາຍເປັນເຊື້ອສາຍຂອງຊົນຊາດທັງຫລາຍ"

ກະສັດຫລາຍພະອົງຈະອອກມາຈາກເຈົ້າ

"ໃນບັນດາລູກຫລານຂອງເຈົ້າຈະມີກະສັດ" ຫລື "ລູກຫລານບາງຄົນຂອງເຈົ້າຈະກາຍເປັນກະສັດ"

Genesis 17:7

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບອັບຣາມ.

ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ

"ສຳລັບຄົນທຸກຍຸກ"

ເປັນພັນທະສັນຍານິຣັນດອນ

"ພັນທະສັນຍາທີ່ຈະເປັນຢູ່ຊົ່ວນິຣັນດອນ"

ທີ່ຈະເປັນພຣະເຈົ້າຂອງເຈົ້າ ແລະ ຂອງເຊື້ອສາຍທັງຫລາຍຂອງເຈົ້າທີ່ເກີດມາພາຍຫລັງເຈົ້າ

"ທີ່ຈະເປັນພຣະເຈົ້າຂອງເຈົ້າ ແລະ ຂອງເຊື້ອສາຍທັງຫລາຍຂອງເຈົ້າຈະເປັນຂອງພຣະເຈົ້າເຊັ່ນກັນ" ຫລື "ພັນທະສັນຍາ"

ຄືດິນແດນການາອານ, ທັງຫມົດເປັນກຳມະສິດນິຣັນດອນ

"ດິນແດນການາອານ, ທັງຫມົດເປັນກຳມະສິດນິຣັນດອນ" ຫລື "ການາອານ, ຈະປົກຄອງຕະຫລອດໄປ"

Genesis 17:9

ສຳລັບເຈົ້າ

ພຣະເຈົ້າໃຊ້ວະລີນີ້ເພື່ອແນະນຳສິ່ງທີ່ ອັບຣາມຈະຕ້ອງເຮັດ ໃນສ່ວນຂອງພັນທະສັນຍາລະຫວ່າງພຣະເຈົ້າກັບລາວ.

ຕ້ອງຮັກສາພັນທະສັນຍາຂອງເຮົາ

“ປະຕິບັດຕາມພັນທະສັນຍາຂອງເຮົາ” ຫລື “ໃຫ້ກຽດແກ່ພັນທະສັນຍາຂອງເຮົາ” ຫລື “ເຊື່ອຟັງພັນທະສັນຍາຂອງເຮົາ”

ນີ້ຄືພັນທະສັນຍາຂອງເຮົາ

"ນີ້ແມ່ນຂໍ້ກໍາເນົດຂອງພັນທະສັນຍາຂອງເຮົາ" ຫລື "ນີ້ແມ່ນສ່ວນຫນຶ່ງຂອງພັນທະສັນຍາຂອງເຮົາ." ປະໂຫຍກນີ້ເປັນການແນະນຳພາກສ່ວນຂອງພັນທະສັນຍາ ທີ່ອັບຣາມຕ້ອງເຮັດ.

ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຈົ້າຕ້ອງໄດ້ເຮັດພິທີຕັດແກ່ຜູ້ຊາຍທຸກຄົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຜູ້ຊາຍທຸກຄົນ

ນີ້ຫມາຍເຖີງມະນຸດເພດຊາຍ.

ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ

ບາງເຜົ່າອາດຈະຫມາຍເຖິງການສະແດງອອກທີ່ບໍ່ມີຄວາມຫມາຍປານໃດເຊັ່ນ "ທ່ານຕ້ອງໄດ້ຮັບພິທີການຕັດ." ຖ້າການແປພາສາຂອງທ່ານ ຄຳວ່າ "ຖືກຕັດ" ມີອົງປະກອບຄຳສັບສຳລັບ ຄຳວ່າ "ຜິວຫນັງປົກດ້ານຫນ້າ", ທ່ານບໍ່ຈຳ ເປັນຕ້ອງຂຽນຄືນໃຫມ່ອີກ. ປະໂຫຍກນີ້ສາມາດເຮັດໃຫ້ເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ເຈົ້າຕ້ອງໄດ້ເຮັດໃຫ້ຜູ້ຊາຍທຸກຄົນໃນພວກເຈົ້າເຂົ້າຮັບພິທີຕັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism ແລະ /WA-Catalog/lo_tm?section=translate#figs-activepassive)

ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາ

"ສັນຍານທີ່ສະແດງໃຫ້ເຫັນວ່າພັນທະສັນຍາຍັງມີຢູ່"

ເປັນຫມາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ສັນຍານ"ຫລື 2) "ເຄື່ອງຫມາຍ." ທີຫນຶ່ງ ຫມາຍຄວາມວ່າມັນມີສັນຍານຫນຶ່ງ, ແລະຄວາມຫມາຍທີສອງ ຫມາຍຄວາມວ່າອາດຈະມີຫລາຍກວ່າຫນຶ່ງສັນຍາລັກ. ໃນນີ້ຄຳວ່າ “ສັນຍານ” ຫມາຍເຖິງການເຕືອນບາງຢ່າງທີ່ພຣະເຈົ້າໄດ້ສັນຍາໄວ້.

Genesis 17:12

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບອັບຣາມ.

ຊາຍ​ທຸກ​ຄົນ

"ມະນຸດເພດຊາຍ​ທຸກ​ຄົນ"

ຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ

"ທຸກຊົ່ວອາຍຸຊາຕິພັນ"

ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ

ນີ້ຫມາຍເຖິງທາດຮັບໃຊ້ທັງຫລາຍ. ນີ້ຍັງສາມາດເວົ້າໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ຊາຍທີ່ທ່ານຊື້ມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ເຈົ້າຈົ່ງຫມາຍພັນທະສັນຍາຂອງເຮົາໄວ້ໃນຫນັງຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເປັນພັນທະສັນຍານິຣັນດອນ

"ເປັນພັນທະສັນຍາຖາວອນ." ເພາະມັນຖືກຫມາຍໄວ້ໃນເນື້ອຫນັງ, ບໍ່ມີໃຜສາມາດກຳຈັດມັນອອກໄດ້ງ່າຍ.

ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ, ແລະ ທ່ານອາດຈະຕັດຄຳເວົ້າໃດກໍຕາມທີ່ບໍ່ມີຄວາມຫມາຍ ໃນພາສາຂອງທ່ານ. ອາດແປໄດ້ອີກວ່າ: "ຜູ້ຊາຍທີ່ທ່ານບໍ່ໄດ້ຮັບການຕັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ...ຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເຮົາຈະຕັດຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ... ຫນັງຫຸ້ມປາຍອົງຄະຊາດຂອງຕົນ" ຫລື 2) "ເຮົາຕ້ອງການໃຫ້ເຈົ້າຕັດຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ...ຫນັງຫຸ້ມປາຍອົງຄະຊາດ ຈາກຊົນຊາດຂອງຕົນ."

ຕັດອອກຈາກຊົນຊາດຂອງຕົນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຖືກຂ້າ" ຫລື2) "ຖືກໄລ່ອອກຈາກຊຸມຊົນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ

"ລາວບໍ່ໄດ້ປະຕິບັດຕາມກົດລະບຽບ ຕາມພັນທະສັນຍາຂອງເຮົາ." ນີ້ແມ່ນເຫດຜົນທີ່ວ່າເຂົາຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ.

Genesis 17:15

ສຳລັບນາງຊາຣາຍ

ຄຳວ່າ "ສຳລັບ" ແມ່ນການແນະນຳຄົນທີ່ພຣະເຈົ້າເວົ້າເຖິງ.

ເຮົາຈະໃຫ້ມີລູກຊາຍຄົນຫນຶ່ງຈາກນາງແກ່ເຈົ້າ

"ເຮົາຈະໃຫ້ນາງເກີດລູກຊາຍຄົນຫນຶ່ງແກ່ເຈົ້າ"

ນາງຈະເປັນແມ່ຂອງຊົນຊາດທັງຫລາຍ

"ນາງຈະເປັນບັນພະບຸຣຸດຂອງຫລາຍປະເທດ" ຫລື "ເຊື້ອສາຍຂອງນາງຈະກາຍເປັນປະເທດຕ່າງໆ"

ກະສັດທັງຫລາຍຂອງປວງຊົນຈະມາຈາກນາງ

"ກະສັດຂອງປະຊາຊົນຈະລົງມາຈາກນາງ" ຫລື "ລູກຫລານບາງຄົນຂອງນາງຈະເປັນກະສັດຂອງປະຊາຊົນ"

Genesis 17:17

ເວົ້າໃນໃຈຂອງເຂົາ

"ຄິດກັບຕົວເອງ" ຫລື "ເວົ້າກັບຕົວເອງຢ່າງງຽບໆ"

ຜູ້ຊາຍທີ່ອາຍຸຫນຶ່ງຮ້ອຍປີແລ້ວຈະມີລູກໄດ້ຈັ່ງໃດ?

ອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພາະວ່າລາວບໍ່ເຊື່ອວ່າສິ່ງນີ້ສາມາດເກີດຂື້ນໄດ້. ອາດແປໄດ້ອີກວ່າ: "ແນ່ນອນຜູ້ຊາຍທີ່ມີອາຍຸຮ້ອຍປີ ບໍ່ສາມາດມີລູກໄດ້!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຊາຣາ, ກໍມີອາຍຸເກົ້າສິບປີຈະມີລູກໄດ້ຢູ່ ບໍ?

ອີກເທື່ອຫນຶ່ງອັບຣາຮາມໄດ້ໃຊ້ຄຳຖາມນີ້ ເພາະວ່າລາວບໍ່ເຊື່ອວ່າສິ່ງນີ້ອາດຈະເກີດຂື້ນ. ວະລີທີ່ວ່າ "ຜູ້ທີ່ມີອາຍຸເກົ້າສິບປີ" ບອກວ່າເປັນຫຍັງອັບຣາຮາມບໍ່ເຊື່ອວ່າຊາຣາສາມາດມີລູກຊາຍໄດ້. ອາດແປໄດ້ອີກວ່າ: "ຊາຣາອາຍຸເກົ້າປີ. ນາງຈະສາມາດເກີດລູກໄດ້ບໍ?" ຫລື "ຊາຣາອາຍຸເກົ້າສິບປີ. ແນ່ນອນວ່ານາງບໍ່ສາມາດມີລູກໄດ້!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion ແລະ /WA-Catalog/lo_tm?section=translate#figs-distinguish)

ໂອຂໍໃຫ້ອິຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ

"ຂໍໂຜດໃຫ້ອິດຊະມາເອນສືບທອດພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບຂ້ານ້ອຍ" ຫລື "ບາງທີອິດຊະມາເອນສາມາດໄດ້ຮັບພອນແຫ່ງພັນທະສັນຍາຂອງພຣະອົງ." ອັບຣາຮາມໄດ້ແນະນຳບາງຢ່າງທີ່ລາວເຊື່ອວ່າສາມາດເກີດຂື້ນໄດ້ແທ້ໆ.

Genesis 17:19

ບໍ່ແມ່ນແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍໃຫ້ເຈົ້າ

ພຣະເຈົ້າກ່າວສິ່ງນີ້ເພື່ອປັບຄວາມເຊື່ອຂອງອັບຣາຣາມທີ່ວ່າຊາຣາບໍ່ສາມາດມີລູກຊາຍໄດ້.

ເຈົ້າຕ້ອງຕັ້ງຊື່ເຂົາວ່າ

ຄຳວ່າ "ເຈົ້າ" ຫມາຍເຖິງອັບຣາມ

ສຳລັບອິຊະມາເອນ

ຄຳວ່າ "ສຳລັບ" ສະແດງໃຫ້ເຫັນວ່າພຣະເຈົ້າກຳລັງປ່ຽນຈາກການເວົ້າເຖິງເດັກນ້ອຍທີ່ຈະເກີດມາ ແລ້ວເວົ້າເຖິງອິດຊະມາເອນ.

ເບິ່ງເຖີດ

"ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ເຮົາກຳລັງຈະບອກເຈົ້າ"

ຈະເຮັດໃຫ້ເຂົາມີລູກເພີ້ມຫລາຍຄົນ

ນີ້ແມ່ນສຳນວນຫນຶ່ງທີ່ຫມາຍຄວາມວ່າ "ຈະເຮັດໃຫ້ເຂົາມີລູກຫລາຍຄົນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ແລະ ຈະທະວີຄູນຢ່າງຫລວງຫລາຍແກ່ເຂົາ

"ແລະ ເຮົາຈະເຮັດໃຫ້ລາວມີເຊື້ອສາຍຢ່າງຫລວງຫລາຍ"

ເຂົາຈະເປັນພໍ່ຂອງເຈົ້າຊາຍສິບສອງເຜົ່າ

"ຫົວຫນ້າ" ຫລື "ຜູ້ປົກຄອງ." ຜູ້ນຳເຫລົ່ານີ້ບໍ່ແມ່ນລູກຊາຍສິບສອງຄົນ ແລະ ຫລານຊາຍຂອງຢາໂຄບທີ່ຈະກາຍເປັນຜູ້ນຳສິບສອງເຜົ່າຂອງອິດສະຣາເອນ.

ແຕ່ພັນທະສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບອີຊາກ

ພຣະເຈົ້າກັບມາເວົ້າກ່ຽວກັບພັນທະສັນຍາຂອງພຣະອົງກັບອັບຣາຣາມ ແລະ ເນັ້ນຫນັກວ່າລາວຈະເຮັດຕາມຄຳສັນຍາຂອງລາວກັບອີຊາກ, ບໍ່ແມ່ນກັບອິດຊະມາເອນ.

Genesis 17:22

ເມື່ອພຣະອົງໄດ້ຊົງກ່າວກັບອັບຣາຮາມແລ້ວໆ

"ເມື່ອພຣະອົງໄດ້ຊົງກ່າວກັບອັບຣາຮາມສຳເລັດແລ້ວ"

ພຣະເຈົ້າໄດ້ໄປຈາກເພິ່ນໄປ

"ພຣະເຈົ້າໄດ້ໄປຈາກອັບຣາຣາມ"

ຜູ້ຊາຍທຸກຄົນທ່າມກາງຜູ້ຊາຍທັງຫລາຍຂອງຄົວເຮືອນຂອງອັບຣາຮາມ

"ມະນຸດເພຊາຍທຸກຄົນໃນຄອບຄົວຂອງອັບຣາຣາມ" ຫລື "ຜູ້ຊາຍທຸກຄົນໃນຄອບຄົວຂອງອັບຣາຣາມ." ມັນຫມາຍເຖິງເພດຊາຍຂອງທຸກໆໄວ: ເດັກແດງ, ເດັກຊາຍ, ແລະ ຜູ້ຊາຍ.

Genesis 17:24

ໄດ້ເຂົ້າພິທີຕັດກັບເພິ່ນລວມທັງຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ

"ໃນນີ້ປະກອບມີຜູ້ທີ່ເກີດໃນຄົວເຮືອນຂອງລາວ ແລະ ຜູ້ທີ່ລາວໄດ້ຊື້ມາຈາກຕ່າງຖິ່ນ"

ຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ

ນີ້ຫມາຍເຖິງຄົນຮັບໃຊ້ ຫລື ທາດຮັບໃຊ້ທັງຫລາຍ.

ເຫລົ່ານັ້ນທີ່ຖືກຊື້ມາ

ປະໂຫຍກນີ້ສາມາດເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ຜູ້ທີ່ລາວໄດ້ຊື້ມາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)