Genesis 16

Genesis 16:1

ເຖິງວັນນີ້

ຄຳນີ້ຖືກໃຊ້ເປັນພາສາອັງກິດເພື່ອແນະນຳພາກໃຫມ່ຂອງບົດເລື່ອງ ແລະ ຂໍ້ມູນພື້ນຖານກ່ຽວກັບຊາຣາຍ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ຄົນໃຊ້ຍິງ

"ສາວໃຊ້." ຂ້າໃຊ້ປະເພດນີ້ຈະຮັບໃຊ້ຜູ້ຍິງໃນຄອບຄົວ.

ໃຫ້ຂ້ອຍມີລູກ

ຈາກການມີລູກ.

ບາງທີນາງຈະເກີດລູກໃຫ້ຂ້ອຍ

"ຂ້ອຍຈະມີລູກຜ່ານນາງ".

ອັບຣາມກໍໄດ້ຟັງສຽງຂອງຊາຣາຍ

"ອັບຣາມໄດ້ເຮັດຕາມສິ່ງທີ່ຊາຣາຍບອກ"

ນາງຈຶ່ງໄດ້ຫມິ່ນປະຫມາດນາຍຂອງນາງ

"ນາງດູຫມິ່ນເຈົ້ານາຍຂອງຕົນ" ຫລື "ນາງຄິດວ່າຕົນເອງມີຄຸນຄ່າຫລາຍກວ່າເຈົ້ານາຍຍິງຂອງນາງ"

ນາຍຂອງນາງ

ນີ້ຫມາຍເຖິງຊາຣາ. ເຈົ້ານາຍຍິງຄົນຫນຶ່ງທີ່ມີອຳນາດເຫນືອການເປັນຂ້າໃຊ້ຂອງນາງ. ອາແປໄດ້ອີກວ່າ: "ເຈົ້ານາຍ" ຫລື "ຊາຣາຍ"

Genesis 16:5

ຄວາມທຸກນີ້ຕົກແກ່ຂ້ອຍ

"ຄວາມບໍ່ຍຸຕິທຳຕໍ່ສູ້ຂ້ອຍ"

ເພາະທ່ານ

"ແມ່ນຄວາມຮັບຜິດຊອບຂອງເຈົ້າ" ຫລື "ແມ່ນຄວາມຜິດຂອງເຈົ້າ"

ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ

ຊາຣາຍໄດ້ໃຊ້ຄຳວ່າ "ໂອບກອດ" ຢູ່ໃນນີ້ເພື່ອກ່າວເຖິງວ່າອັບຣາມໄດ້ນອນກັບສາວໃຊ້. ອາດແປໄດ້ອີກວ່າ: "ຂ້ອຍໄດ້ໃຫ້ຄົນໃຊ້ຂອງຂ້ອຍເພື່ອໃຫ້ເຈົ້າໄດ້ນອນກັບນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ

ປະໂຫຍກນີ້ສາມາດເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ນາງກຽດຊັງຂ້ອຍ" ຫຼື "ນາງເລີ່ມກຽດຊັງຂ້ອຍ" ຫຼື "ນາງຄິດວ່ານາງດີກ່ວາຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ

"ຂ້ານ້ອຍຂໍໃຫ້ ພຣະຢາເວ ຕັດສິນວ່ານີ້ແມ່ນຄວາມຜິດຂອງຂ້ານ້ອຍ ຫລື ຄວາມຜິດຂອງເຈົ້າ" ຫລື "ຂ້ານ້ອຍຕ້ອງການໃຫ້ ພຣະຢາເວຕັດສິນວ່າຄົນໃດໃນພວກເຮົາຖືກ." ປະໂຫຍກທີ່ວ່າ "ຕັດສິນລະຫວ່າງ" ຫມາຍເຖິງການຕັດສິນວ່າຄົນໃດເປັນຜູ້ຖືກ ໃນຄະດີຂັດແຍ້ງລະຫວ່າງພວກເຂົາ.

ນີ້ເດ

"ຟັງຂ້ອຍ" ຫລື "ຕັ້ງໃຈ"

ຢູ່ໃນອຳນາດຂອງເຈົ້າ

"ຢູ່ໃຕ້ອຳນາດຂອງເຈົ້າ"

ຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ

"ຊາຣາຍຈຶ່ງປະຕິບັດຕໍ່ນາງຢ່າງຊົ່ວຊ້າ"

ແລະ ນາງກໍໄດ້ຫນີໄປຈາກນາງ

"ແລະ ນາງຮາກາ ໄດ້ຫນີຈາກ ຊາຣາຍ"

Genesis 16:7

ທູດສະຫວັນຂອງພຣະຢາເວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະຢາເວໄດ້ແປງຮ່າງຕົວເອງເປັນນາງຟ້າ ຫລື 2) ນີ້ແມ່ນຫນຶ່ງໃນເທວະດາຂອງພຣະຢາເວ ຫລື 3) ນີ້ແມ່ນທູດພິເສດຈາກພຣະເຈົ້າ (ນັກວິຊາການບາງຄົນຄິດວ່າແມ່ນພຣະເຍຊູ). ເນື່ອງຈາກວ່າປະໂຫຍກນີ້ບໍ່ເຂົ້າໃຈດີ, ມັນເປັນສິ່ງທີ່ດີທີ່ສຸດທີ່ຈະແປເປັນ "ທູດຂອງພະຢາເວ" ໂດຍໃຊ້ຄຳທຳມະດາທີ່ທ່ານໃຊ້ສຳລັບ "ເທວະດາ."

ຖິ່ນທຸຣະກັນດານ

ເຂດຖິ່ນແຫ້ງແລ້ງກັນດານທີ່ນາງໄປແມ່ນທະເລຊາຍ. ອາດແປໄດ້ອີກວ່າ: "ທະເລຊາຍ"

ຊູເຣ

ນີ້ແມ່ນຊື່ຂອງສະຖານທີ່ທາງທິດໃຕ້ຂອງການາອານ ແລະ ທິດຕາເວັນອອກຂອງເອຢີບ.

ນາຍຂອງຂ້ານ້ອຍ

ນີ້ຫມາຍເຖິງຊາຣາ. ເຈົ້ານາຍຍິງຄົນຫນຶ່ງທີ່ມີອຳນາດເຫນືອການເປັນຂ້າໃຊ້ຂອງນາງ. ອາດແປໄດ້ອີກວ່າ: "ເຈົ້ານາຍ" ຫລື "ຊາຣາຍ" ເບິ່ງວິທີການແປຄຳວ່າ "ນາຍຍິງຂອງນາງ" ໄດ້ໃນຂໍ້ 16: 1.

Genesis 16:9

ທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງ

"ເທວະດາຂອງພຣະຢາເວໄດ້ເວົ້າກັບນາງ ຮາກາ"

ທູດສະຫວັນຂອງພຣະຢາເວ

ເບິ່ງການແປຂໍ້ນີ້ໄດ້ໃນວະລີ ໃນຂໍ້16:7.

ນາຍຍິງຂອງເຈົ້າ

ເບິ່ງວິທີການແປຄຳວ່າ "ນາຍຍິງຂອງນາງ" ໄດ້ໃນຂໍ້ 16:1.

ທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ເຮົາ

ເມື່ອລາວເວົ້າວ່າ "ເຮົາ," ລາວໄດ້ກ່າວເຖີງພຣະເຈົ້າຢາເວ. ເມື່ອແປສິ່ງທີ່ຢູ່ໃນຂໍ້ຄວາມອ້າງອີງ, ເຮັດຕາມທີ່ເທວະດາຂອງພຣະຢາເວໄດ້ເຮັດ ແລະ ໃຊ້ຄຳວ່າ "ເຮົາ" ເມື່ອກ່າວເຖິງພຣະຢາເວ.

ເຮົາຈະເພີ່ມເຊື້ອສາຍຂອງເຈົ້າຢ່າງທະວີຄູນ

"ເຮົາຈະໃຫ້ເຈົ້າມີເຊື້ອສາຍເພີ່ມທະວີຄູນ"

ພວກເຂົາຈະມີຈຳນວນມາກມາຍ, ເກີນກວ່າຈະນັບໄດ້

"ຫລາຍເກີນກວ່າທີ່ຈະມີໃຜທີ່ສາມາດນັບໄດ້"

Genesis 16:11

ທູດສະຫວັນຂອງພຣະຢາເວ

ປະໂຫຍກນີ້ເບິ່ງໄດ້ໃນ 16: 7.

ເບິ່ງແມ

"ເບິ່ງ" ຫລື "ຟັງ" ຫລື "ຕັ້ງໃຈ"

ໄດ້ລູກຊາຍ

"ເກີດລູກຊາຍຄົນຫນຶ່ງ"

ເຈົ້າຈະເອີ້ນຊື່ຂອງເຂົາ

"ເຈົ້າຈະຕັ້ງຊື່ໃຫ້ລາວ." ຄຳວ່າ "ເຈົ້າ" ຫມາຍເຖິງຮາກາ.

ອິຊະມາເອນ. ເພາະວ່າພຣະຢາເວໄດ້ຊົງຮັບຟັງຄວາມທຸກລຳບາກ

ຜູ້ແປອາດຈະເພີ່ມຂໍ້ຄວາມທີ່ເວົ້າວ່າ "ຊື່" ອິດຊະມາເອນ 'ຫມາຍຄວາມວ່າ' ພຣະເຈົ້າໄດ້ຍິນ. '"

ຄວາມທຸກລຳບາກ

ນາງໄດ້ຮັບຄວາມເດືອດຮ້ອນຈາກຄວາມຫຍຸ້ງຍາກ ແລະ ຄວາມທຸກທໍລະມານ.

ເຂົາຈະເປັນດັ່ງລໍປ່າຂອງຜູ້ຊາຍ

ນີ້ບໍ່ແມ່ນການດູຖູກ. ມັນອາດຈະຫມາຍຄວາມວ່າອິດຊະມາເອນຈະເປັນເອກະລາດ ແລະ ແຂງແຮງຄືກັບສັດປ່າ. ອາດແປໄດ້ອີກວ່າ: "ລາວຈະກາຍເປັນຄືກັບ ລາປ່າ ທ່າມກາງມະນຸດ" (ເບິ່ງ: /WA-Catalog/lo_tm?section=translate#figs-metaphor)

ເຂົາຈະຕໍ່ສູ້ກັບຜູ້ຊາຍທຸກຄົນ

"ເຂົາຈະກາຍສັດຕູກັບຜູ້ຊາຍທຸກຄົນ"

ຜູ້ຊາຍທຸກຄົນຈະເປັນສັດຕຣູຕໍ່ສູ້ກັບເຂົາ

"ຜູ້ຊາຍທຸກຄົນຈະເປັນສັດຕຣູກັບເຂົາ"

ເຂົາຈະອາໄສແຍກອອກຈາກ

ນີ້ຍັງສາມາດຫມາຍຄວາມວ່າ "ລາວຈະຢູ່ເປັນສັດຕູກັບ."

ພີ່ນ້ອງທັງຫມົດ

"ຍາດພີ່ນ້ອງ" ຫລື "ອ້າຍເອື້ືອຍນ້ອງ"

Genesis 16:13

ພຣະຢາເວຜູ້ທີ່ໄດ້ກ່າວແກ່ນາງ

"ພຣະຢາເວ, ເພາະພຣະອົງໄດ້ກ່າວແກ່ນາງ"

ຂ້ານ້ອຍຍັງເຫັນໄດ້ແທ້ໆບໍ,...ຂ້ານ້ອຍ?

ນາງຮາກາໄດ້ໃຊ້ຄຳຖາມນີ້ ເພື່ອສະແດງຄວາມປະຫລາດໃຈວ່ານາງຍັງມີຊີວິດຢູ່ເຖິງແມ່ນວ່ານາງໄດ້ພົບກັບພຣະເຈົ້າ. ຄົນທົ່ວໄປຄາດຫວັງວ່າຖ້າພວກເຂົາພົບກັບພຣະເຈົ້າ, ພວກເຂົາກໍ່ຈະຕາຍ. ອາດແປໄດ້ອີກວ່າ: "ຂ້ານ້ອຍແປກໃຈວ່າຂ້ານ້ອຍຍັງມີຊີວິດຢູ່, ... ຂ້ານ້ອຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-rquestion)

ດັ່ງນັ້ນນໍ້າສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າ ເບເອວຣາໄຮຣອຍ

ນາຍແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ເບເອວຣາໄຮຣອຍ ຫມາຍເຖິງ 'ນໍ້າສ້າງຂອງຜູ້ຊົງມີຊີວິດຢູ່ ທີ່ໄດ້ພົບຂ້ານ້ອຍ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເບິ່ງແມ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ.

ຄຳວ່າ “ເບິ່ງແມ” ໃນນີ້ເພື່ອດຶງຄວາມສົນໃຈກັບຄວາມຈິງທີ່ວ່າຜູ້ຂຽນ ແລະ ຜູ້ອ່ານໄດ້ຮູ້ທີ່ຕັ້ງຂອງນໍ້າສ້າງແລ້ວ. ອາດແປໄດ້ອີກວ່າ: "ໃນຄວາມເປັນຈິງ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 16:15

ນາງຮາກາໄດ້ເກີດ

ການກັບມາຂອງນາງ ຮາກາ ກັບ ຊາຣາຍ ແລະ ອັບຣາມ ແມ່ນມີຄວາມຫມາຍ. ທ່ານສາມາດແປໃຫ້ຂໍ້ຄວາມນີ້ມີຄວາມຊັດເຈນຂື້ນ. ອາດແປໄດ້ອີກວ່າ: "ດັ່ງນັ້ນຮາກາໄດ້ກັບຄືນມາ ແລະ ໄດ້ເກີດລູກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້ຕັ້ງຊື່ລູກຊາຍທີ່ເກີດຈາກນາງຮາກາ

"ຕັ້ງຊື່ລູກຊາຍຂອງລາວທີ່ເກີດໂດຍນາງຮາກາ" ຫລື "ຕັ້ງຊື່ລູກຊາຍ ແລະ ລູກຊາຍຂອງນາງຮາກາ"

ອັບຣາມມີອາຍຸ

ນີ້ເປັນການນຳສະເຫນີຂໍ້ມູນເບື້ອງຫລັງກ່ຽວກັບອາຍຸຂອງ ອັບຣາມເມື່ອຕອນເຫດການເຫລົ່ານີ້ເກີດຂື້ນ. ພາສາຂອງທ່ານອາດຈະມີວິທີອື່ນທີ່ສາມາດໃຊ້ເປັນເຄື່ອງຫມາຍໃຊ້ເປັນຂໍ້ມູນເບື້ອງຫລັງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ໄດ້ເກີດອິຊະມາເອນແກ່ອັບຣາມ

ນີ້ຫມາຍຄວາມວ່າ "ໃຫ້ກໍາເນີດລູກຊາຍຂອງອັບຣາມ, ອິຊະມາເອນ." ຈຸດເນັ້ນແມ່ນ ອັບຣາມມີລູກຊາຍຜູ້ຫນຶ່ງ.