Genesis 15

Genesis 15:1

ຫລັງຈາກສິ່ງເຫລົ່ານີ້ແລ້ວ

“ສິ່ງເຫລົ່ານີ້” ຫມາຍເຖິງເວລາທີ່ກະສັດໄດ້ຕໍ່ສູ້ ແລະ ອັບຣາມຊ່ວຍກູ້ໂລດ.

ຄຳສັ່ງຂອງພຣະຢາເວໄດ້ມາ

ສຳນວນນີ້ຫມາຍຄວາມວ່າພຣະຢາເວເວົ້າ. ອາດແປໄດ້ອີກວ່າ: "ພຣະຢາເວກ່າວຂໍ້ຄວາມຂອງພຣະອົງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຄຳສັ່ງຂອງພຣະຢາເວ

ໃນນີ້ຄຳວ່າ “ຄຳສັ່ງ” ສະແດງເຖິງຂໍ້ຄວາມຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຂໍ້ຄວາມຂອງພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໂລ້ກຳ​ບັງ.......ບຳເຫນັດ

ພຣະເຈົ້າໄດ້ໃຊ້ການປຽບທຽບສອງຢ່າງນີ້ ເພື່ອບອກກັບອັບຣາມກ່ຽວກັບລັກສະນະ ແລະ ຄວາມສຳພັນຂອງພຣະອົງກັບອັບຣາມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຮົາເປັນໂລ້ກຳ​ບັງຂອງເຈົ້າ

ພວກທະຫານໃຊ້ໂລ່ເພື່ອປ້ອງກັນຕົນເອງຈາກສັດຕູ. ອາດແປໄດ້ອີກວ່າ: "ເຮົາຈະປົກປ້ອງເຈົ້າຄືດັ່ງທີ່ເຈົ້າໃສ່ໂລ່" ຫລື "ເຮົາເປັນໂລ່ຂອງເຈົ້າ ທີ່ຈະປົກປ້ອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບຳເຫນັດ

"ການຈ່າຍເງິນ." ນີ້ຫມາຍເຖິງການຕອບແທນທີ່ບຸກຄົນຫນຶ່ງຄວນຈະໄດ້ຮັບ. ສອງຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ເຮົາແມ່ນທຸກສິ່ງທີ່ເຈົ້າຕ້ອງການ" ຫລື 2) "ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຕ້ອງການ."

ອັບຣາມໄດ້ທູນອີກວ່າ, "ຕັ້ງແຕ່ພຣະອົງບໍ່ໄດ້ໃຫ້ຂ້ານ້ອຍມີລູກ

"ອັບຣາມສືບຕໍ່ເວົ້າ ແລະ ເວົ້າວ່າ, 'ນັບຕັ້ງແຕ່ພຣະອົງໄດ້ໃຫ້ຂ້ານ້ອຍ'"

Genesis 15:4

ຈາກນັ້ນ, ເບິ່ງແມ

ຄຳວ່າ "ເບິ່ງແມ" ເນັ້ນເຖິງຄວາມຈິງທີ່ວ່າຄຳເວົ້າຂອງພຣະຢາເວໄດ້ມາເຖິງອັບຣາຮາມອີກ.

ຄຳສັ່ງຂອງພຣະຢາເວໄດ້ມາເຖິງເຂົາ

ສຳນວນນີ້ຫມາຍຄວາມວ່າພຣະເຈົ້າໄດ້ກ່າວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ15:1. ອາດແປໄດ້ອີກວ່າ: "ພຣະຢາເວກ່າວຂໍ້ຄວາມຂອງພຣະອົງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຄຳສັ່ງຂອງພຣະຢາເວ

ໃນນີ້ຄຳວ່າ “ຄຳສັ່ງ” ສະແດງເຖິງຂໍ້ຄວາມຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຖ້ອຍຄຳຂອງພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຄົນຜູ້ນີ້

ນີ້ຫມາຍເຖີງເອລີເອເຊ ຊາວດາມັສກັດ.

ຜູ້ທີ່ຈະມາຈາກຮ່າງກາຍຂອງເຈົ້າ

"ຜູ້ທີ່ເຈົ້າຈະເປັນພໍ່" ຫລື "ລູກຊາຍຂອງເຈົ້າ." ລູກຊາຍຂອງອັບຣາມຈະກາຍເປັນຜູ້ສືບທອດຂອງລາວ.

ນັບດວງດາວທັງຫລາຍ

"ນັບດວງດາວ"

ດັ່ງນັ້ນເຊື້ອສາຍຂອງເຈົ້າກໍຈະເປັນຢ່າງນັ້ນ

ເຊັ່ນດຽວກັບທີ່ອັບຣາມຈະບໍ່ສາມາດນັບດາວທຸກດວງ, ລາວກໍ່ຈະບໍ່ສາມາດນັບລູກຫລານທັງຫມົດຂອງລາວໄດ້ ເພາະວ່າມັນຈະມີຈຳນວນຫລວງຫລາຍ.

Genesis 15:6

ເຂົາເຊື່ອພຣະຢາເວ

ນີ້ຫມາຍຄວາມວ່າລາວຍອມຮັບ ແລະ ເຊື່ອຫມັ້ນໃນສິ່ງທີ່ ພຣະຢາເວເວົ້າວ່າແມ່ນຄວາມຈິງ.

ພຣະອົງຊົງຖືວ່ານີ້ຄືຄວາມຊອບທັມຂອງເຂົາ

"ພຣະຢາເວເຫັນຄວາມເຊື່ອຂອງອັບຣາມວ່າເປັນຄວາມຊອບທັມ" ຫລື "ພຣະຢາເວຖືວ່າອັບຣາມຊອບທໍາ ເພາະວ່າອັບຣາມໄດ້ເຊື່ອໃນພຣະອົງ"

ເຮົາຄືພຣະຢາເວ, ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣ

ພຣະຢາເວໄດ້ເຕືອນອັບຣາມ ກ່ຽວກັບສິ່ງທີ່ລາວໄດ້ເຮັດມາແລ້ວ ເພື່ອວ່າອັບຣາມຮູ້ວ່າພຣະຢາເວມີອຳນາດທີ່ຈະໃຫ້ ອັບຣາມ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບລາວ.

ເປັນກຳມະສິດ

"ເພື່ອຮັບເອົາ" ຫລື "ເພື່ອທີ່ວ່າເຈົ້າຈະຄອບຄອງມັນ"

ຂ້ານ້ອຍຈະຮູ້ໄດ້ຢ່າງໃດ

ອັບຣາມໄດ້ຮ້ອງຂໍພຣະຢາເວ ເພື່ອພິສູດຕື່ມອີກວ່າຈະໃຫ້ເຂົາໄດ້ຄອບຄອງທີ່ດິນແທ້.

Genesis 15:9

ເຫລົ່າຊາກສັດທັງຫລາຍ

"ຊາກທີ່ຕາຍຂອງສັດ ແລະ ນົກທັງຫລາຍ"

ອັບຣາມກໍໄດ້ໄລ່ພວກມັນໄປ

"ອັບຣາມໄລ່ນົກອອກໄປ." ລາວປ້ອງກັນບໍ່ໃຫ້ນົກໄດ້ກິນສັດທີ່ຕາຍແລ້ວ.

Genesis 15:12

ອັບຣາມຮູ້ສຶກງ່ວງນອນ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ອັບຣາຮາມໄດ້ນອນຫລັບຢ່າງເລິກເຊິ່ງ" (ເບິ່ງ: /WA-Catalog/lo_tm?section=translate#figs-idiom)

ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່

"ຄວາມມືດມິດທີ່ສຸດ ທີ່ເຮັດໃຫ້ລາວຢ້ານກົວ"

ໄດ້ມາຄອບງຳເພິ່ນໄວ້

"ໄດ້ອ້ອມຮອບຕົວລາວ"

ຄົນຕ່າງດ້າວ

"ຄົນຕ່າງຖິ່ນ" ຫລື "ຄົນຕ່າງປະເທດ"

ແລະ ຈະຖືກບັງຄັບໃຫ້ເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ແລະເຈົ້າຂອງດິນນັ້ນຈະເຮັດໃຫ້ລູກຫລານຂອງເຈົ້າ ຕົກເປັນທາດ ແລະ ພວກເຂົາຈະຖືກກົດຂີ່ຂົ່ມເຫັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 15:14

ຂໍ້ມູນທົ່ວໄປ:

ພຣະຢາເວສືບຕໍ່ເວົ້າກັບອັບຣາມໃນຂະນະທີ່ອັບຣາມຍັງຝັນ.

ເຮົາຈະພິພາກສາ

ໃນນີ້ຄຳວ່າ “ພິພາກສາ” ແມ່ນຄຳເວົ້າສຳລັບສິ່ງທີ່ຈະເກີດຂື້ນຫຼັງຈາກພຣະເຈົ້າຕັດສິນ. ອາດແປໄດ້ອີກວ່າ: "ເຮົາຈະລົງໂທດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທີ່ພວກເຂົາຈະຮັບໃຊ້

ຄວາມຫມາຍເຕັມຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ວ່າລູກຫລານຂອງທ່ານຈະຮັບໃຊ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຊັບສົມບັດຢ່າງຫລວງຫລາຍ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ຊັບສິນຫລາຍຢ່າງ" ຫລື "ຊັບສົມບັດອັນລໍ້າຄ່າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ແຕ່ເຈົ້າຈະໄປຫາບັນພະບຸຣຸດຂອງເຈົ້າ

ນີ້ແມ່ນວິທີເວົ້າທີ່ສຸພາບຂອງການເວົ້າວ່າ "ເຈົ້າຈະຕາຍ". (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ບັນພະບຸຣຸດ

ຄຳວ່າ "ບັນພະບຸລຸດ" ແມ່ນ synecdoche ສຳລັບບັນພະບຸຣຸດທຸກຄົນ. ອາດແປໄດ້ອີກວ່າ: "ບັນພະບຸຣຸດ" ຫລື "ບັນພະບຸຣຸດຂອງບັນພະບຸຣຸດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເຈົ້າຈະຖືກຝັງເມື່ອອາຍຸຫລາຍແລ້ວ

"ເຈົ້າຈະເຖົ້າແກ່ຫລາຍ ເມື່ອເຖີງເວລາທີ່ເຈົ້າຈະຕ້ອງຕາຍ ແລະຄອບຄົວຂອງທ່ານຝັງສົບຂອງເຈົ້າ"

ໃນຊົ່ວອາຍຸຄົນທີສີ່

ນີ້ແມ່ນຄົນຮຸ້ນຫນຶ່ງ ຫມາຍເຖິງຊົ່ວອາຍຸ 100 ປີ. "ຫລັງຈາກໄດ້ຄອບສີ່ຮ້ອຍປີ"

ພວກເຂົາຈະມາທີ່ນີ້ອີກຄັ້ງ

"ລູກຫລານຂອງເຈົ້າຈະກັບມາຢູ່ທີ່ນີ້." ລູກຫລານຂອງອັບຣາມຈະມາຮອດແຜ່ນດິນບ່ອນທີ່ອັບຣາມເຄີຍຢູ່ອາໄສຢູ່ໃນເວລານັ້ນ, ແຜ່ນດິນທີ່ພຣະຢາເວໄດ້ສັນຍາໄວ້ວ່າຈະມອບໃຫ້ແກ່ລາວ.

ຍັງບໍ່ເຖິງຂີດສຸດ

"ຍັງບໍ່ແລ້ວ" ຫລື "ຈະເຮັດໃຫ້ຮ້າຍແຮງກວ່າເກົ່າ ກ່ອນທີ່ເຮົາລົງໂທດພວກເຂົາ"

Genesis 15:17

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ມີຫມໍ້ຄວັນໄຟ, ແລະ ມີໂຄມໄຟໄດ້ຜ່ານໄປລະຫວ່າງຊາກສັດເຫລົ່ານັ້ນ

ພຣະເຈົ້າໄດ້ເຮັດສິ່ງນີ້ເພື່ອສະແດງໃຫ້ອັບຣາມເຫັນວ່າ ລາວໄດ້ເຮັດພັນທະສັນຍາກັບລາວ.

ໄດ້ຜ່ານໄປລະຫວ່າງຊາກ

"ຜ່ານລະຫວ່າງສອງແຖວຂອງຕ່ອນຊາກສັດ"

ພັນທະສັນຍາ

ໃນພັນທະສັນຍານີ້ພຣະເຈົ້າສັນຍາວ່າ ຈະອວຍພອນແກ່ອັບຣາມ, ແລະ ພຣະອົງຈະອວຍພອນລາວຕໍ່ໄປອີກຕໍ່ໄປຕາບເທົ່າໃດກໍຕາມທີ່ ອັບຣາມຍັງຕິດຕາມພຣະອົງ.

ໂດຍໃນນີ້ເຮົາມອບດິນແດນນີ້

ໂດຍການເວົ້າແນວນີ້ພຣະເຈົ້າປະທານທີ່ດິນໃຫ້ແກ່ລູກຫລານຂອງອັບຣາມ. ພຣະເຈົ້າໄດ້ເຮັດສິ່ງນີ້ໃນເວລານັ້ນ, ແຕ່ລູກຫລານຈະຍັງບໍ່ໄດ້ເຂົ້າໄປໃນແຜ່ນດິນຈົນກວ່າອີກຫລາຍປີຕໍ່ມາ.

ຈົນເຖິງແມ່ນໍ້າໃຫຍ່, ຄືແມ່ນ້ຳເອີຟຣັດ

"ແມ່ນໍ້າຂະຫນາດໃຫຍ່, ແມ່ນ້ຳເອີຟຣັດ." ນີ້ແມ່ນສອງວິທີໃນການອ້າງອີງໃສ່ແມ່ນໍ້າດຽວກັນ.

ຄົນເກນິດ, ຄົນເກນິດຊີ, ຄົນກັດໂມ, ຄົນຮິດຕີ, ຄົນເປຣີຊີ, ຄົນເຣຟາອີມ, ຄົນອາໂມ, ຄົນການາອານ, ຄົນກີກາຊີ, ແລະ ຄົນເຢບຸດ.

ນີ້ແມ່ນຊື່ຂອງກຸ່ມຄົນທີ່ອາໄສຢູ່ໃນດິນແດນນັ້ນ. ພຣະເຈົ້າຍອມໃຫ້ລູກຫລານຂອງອັບຣາຮາມເອົາຊະນະຄົນເຫຼົ່ານີ້ ແລະຍຶດເອົາດິນແດນຂອງພວກເຂົາ. (ເບິ່ງເພີ່ມເຕີມ synecdoche : /WA-Catalog/lo_tm?section=translate#translate-names)