Genesis 14

Genesis 14:1

ຂໍ້ມູນທົ່ວໄປ:

ສະຖານທີ່ໃນລະບຸໄວ້ໃນຂໍ້ 14:1 ແມ່ນຕົວເມືອງທັງຫລາຍທີ່ເປັນເອກະລາດ. (ເບິ່ງເພີ່ມເຕີມ /WA-Catalog/lo_tm?section=translate#translate-names)

ໃນສະໄຫມ

ວະລີນີ້ຖືກນຳໃຊ້ຢູ່ນີ້ ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກ ໃຫມ່ຂອງບົດເລື່ອງ. ຖ້າພາສາຂອງທ່ານມີຄຳອື່ນທີ່ໃຊ້ແທນໄດ້, ທ່ານສາມາດພິຈາລະນານຳໃຊ້ທີ່ນີ້.

ໃນວັນເຫລົ່ານັ້ນ

"ໃນເວລານັ້ນ"

ພວກເຂົາໄດ້ເຮັດເສິກ

"ພວກເຂົາໄດ້ໄປເຮັດສົງຄາມ" ຫລື "ພວກເຂົາເລີ່ມສົງຄາມ" ຫລື "ພວກເຂົາກຽມພ້ອມສົງຄາມ"

Genesis 14:3

ພາຍກະສັດທັງຫ້າຄົນເຫລົ່ານີ້ໄດ້ຮ່ວມມື

ຂໍ້ມູນທີ່ກອງທັບຂອງພວກເຂົາ ມາຮ່ວມກັນນັ້ນສາມາດເຮັດໃຫ້ມີຄວາມຊັດເຈນໄດ້. ອາດແປໄດ້ອີກວ່າ: "ພາຍຫລັງຫ້າກະສັດເຫລົ່ານີ້ ແລະ ກອງທັບຂອງພວກເຂົາໄດ້ເຂົ້າມາຮ່ວມມືກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມມາສິບສອງປີ

ເຫດການໃນຂໍ້ 4-7 ໄດ້ເກີດຂື້ນກ່ອນໃນຂໍ້ 3. ພາສາຂອງທ່ານອາດຈະມີວິທີການສະແດງສິ່ງນີ້.

ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມ

ພວກເຂົາອາດຈະຕ້ອງເສຍພາສີໃຫ້ລາວ ແລະ ຮັບໃຊ້ໃນກອງທັບຂອງລາວ. ອາດແປໄດ້ອີກວ່າ: "ພວກເຂົາເຄີຍຢູ່ພາຍໃຕ້ການຄວບຄຸມຂອງ ເຄໂດລາໂອເມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ໄດ້ພາກັນກໍ່ການກະບົດຂຶ້ນ

"ພວກເຂົາປະຕິເສດທີ່ຈະຮັບໃຊ້ລາວ" ຫລື "ພວກເຂົາຢຸດຮັບໃຊ້ລາວ"

ໄດ້ມາ ແລະ ໂຈມຕີ

ພວກເຂົາໄດ້ເຮັດສິ່ງນີ້ເພາະກະສັດອົງອື່ນໄດ້ກະບົດ.

ເຣຟາອີມ....ຄົນຊູຊິມ.....ຄົນເອມິມ ....ຄົນໂຮຣີ

ເຫລົ່ານີ້ແມ່ນຊື່ຂອງກຸ່ມຄົນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເມືອງ ອັດຊະຕາໂຣດ ການາອີມ....ເມືອງກີຣິອາດທາອິມ....ເສອີ ..... ເມືອງເອນປາຣານ

ເຫລົ່ານີ້ແມ່ນຊື່ຂອງສະຖານທີ່. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເມືອງເອນປາຣານ, ຊຶ່ງຢູ່ໃກ້ທະເລຊາຍ

ປະໂຫຍກນີ້ຊ່ວຍໃຫ້ຜູ້ອ່ານເຂົ້າໃຈວ່າເມືອງເອນປາຣານຢູ່ໃສ. ຖ້າຈໍາເປັນສາມາດຖືກແປເປັນປະໂຫຍກແຍກຕ່າງຫາກ. ອາດແປໄດ້ອີກວ່າ: "ເອນປາຣານ. ເອນປາຣານຕັ້ງຢູ່ໃກ້ທະເລຊາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

Genesis 14:7

ຂໍ້ມູນທົ່ວໄປ:

ໃນຂໍ້ 8 ແລະ 9 ເວົ້າຊໍ້າໃນສິ່ງທີ່ເວົ້າໃນຂໍ້14:3 ແລະ ສືບຕໍ່ບອກເຫດການທີ່ເກີດຂື້ນເມື່ອກະສັດໄດ້ມາເຕົ້າໂຮມກັນເພື່ອຕໍ່ສູ້.

ພວກເຂົາກໍໄດ້ກັບມາ

ຄຳວ່າ "ພວກເຂົາ" ຫມາຍເຖິງກະສັດຕ່າງຊາດທັງສີ່ຄົນ ທີ່ກຳລັງໂຈມຕີເຂດແດນການາອານ. ຊື່ຂອງພວກເຂົາແມ່ນ ອຳຣາເຟນ, ອາຣິໂອກ, ເຄໂດລາໂອເມ, ແລະ ຕີດານ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຫັນກັບ ແລະ ໄດ້ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ຄົນອາໂມທີ່ອາໄສຢູ່ທີ່ເມືອງຮາຊາໂຊນຕາມາ

ປະໂຫຍກນີ້ບອກວ່າປະຊາຊົນອາໂມນຖືກຕີຈົນປະລາໄຊ. ມີຄົນອາໂມອີກກຸ່ມອື່ນໆ ທີ່ອາໄສຢູ່ສະຖານທີ່ອື່ນ.

ແລະ ກະສັດເມືອງເບລາ (ທີ່ເອີ້ນວ່າໂຊອາດ້ວຍ)

ເມືອງເບລາຍັງຖືກເອີ້ນວ່າ ເມືອງໂຊອາ. ຂໍ້ມູນນີ້ຍັງສາມາດເພີ່ມເຂົ້າໃນຕອນທ້າຍຂອງປະໂຫຍກໄດ້. "ແລະ ກະສັດຂອງ ເມືອງເບລາໄດ້ອອກໄປ ແລະ ກຽມພ້ອມສູ້ຮົບ. ເມືອງເບລາຍັງຖືກເອີ້ນວ່າ ເມືອງໂຊອາ."

ຕຽມຕົວເຮັດສົງຄາມສູ້ຮົບ

"ເຂົ້າຮ່ວມໃນການສູ້ຮົບ" ຫຼື "ຕຽມຕົວສູ້ຮົບ." ຜູ້ແປບາງຄົນອາດຈະຕ້ອງເວົ້າອີກວ່າກອງທັບໄດ້ຕໍ່ສູ້, ຄືກັບຂໍ້ມູນໃນຂໍ້ທີ 9. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ກະສັດສີ່ພະອົງຕໍ່ສູ້ກະສັດຫ້າພະອົງ

ເນື່ອງຈາກກະສັດທັງ ຫ້າຄົນ ໄດ້ຖືກຈັດເຂົ້າໃນລະດັບຫນຶ່ງ, ບາງພາສາອາດຈະແປຄຳວ່າ "ກະສັດຫ້າຄົນຕໍ່ສູ້ສີ່ກະສັດຄົນ".

Genesis 14:10

ຂະນະນັ້ນ

ຄຳນີ້ແນະນຳຂໍ້ມູນເບື້ອງຫລັງກ່ຽວກັບຮ່ອມພູສິດດິມ. ພາສາຂອງທ່ານອາດຈະມີອີກວິທີອື່ນທີ່ສາມາດໃຊ້ແທນໄດ້ ໃນການແນະນຳຂໍ້ມູນເບື້ອງຫລັງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ເຕັມໄປດ້ວຍບໍ່ນໍ້າມັນດິບ

"ມີບໍ່ນໍ້າມັນດິບຫລາຍບໍ່" ນີ້ແມ່ນຮູທີ່ມີນໍ້າມັນດິບຢູ່ທາງໃນຮູເຫລົ່ານັ້ນ.

ນໍ້າມັນດິບ

ທາດແຫລວສີດຳທີ່ຫນາ, ຫນຽວ, ທີ່ຂື້ນມາຈາກພື້ນດິນ. ເບິ່ງເພີ່ມເຕີມວິທີການນີ້ຖືກແປຂໍ້ນີ້ໃນ 11: 3.

ກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາ

ນີ້ແມ່ນຄຳອຸປະມາ ສຳລັບກະສັດ ແລະ ກອງທັບຂອງພວກເຂົາ. ອາດແປໄດ້ອີກວ່າ: ກະສັດໃນເມືອງໂຊໂດມ ແລະ ເມືອງໂຄໂມລາຣາ ແລະ ກອງທັບຂອງພວກເຂົາ "(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພວກເຂົາໄດ້ຕົກລົງໃນບໍ່ນັ້ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ມີທະຫານບາງຄົນຂອງພວກເຂົາໄດ້ຕົກລົງໃນບໍ່ນໍ້າມັນດິບ ຫລື 2) ກະສັດເອງກໍ່ຕົກລົງໃນບໍ່ນໍ້າມັນດິບ. ນັບຕັ້ງແຕ່ໃນຂໍ້ 14:17 ກ່າວວ່າກະສັດໂຊໂດມໄດ້ໄປພົບກັບອັບຣາມ, ຄວາມຫມາຍ ທຳອິດແມ່ນຖືກຕ້ອງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ສ່ວນກະສັດຄົນອື່ນໄດ້ຫລົບລີ້

"ຜູ້ທີ່ບໍ່ໄດ້ເສຍຊີວິດໃນການສູ້ຮົບ ແລະ ບໍ່ໄດ້ຕົກຢູ່ໃນບໍ່"

ພວກຂ້າເສິກ

ນີ້ຫມາຍເຖິງກະສັດເຊເດໂອນລາໂມເມີ ແລະ ກະສັດອື່ນໆ ແລະ ກອງທັບຂອງພວກເຂົາກັບລາວທີ່ກຳລັງໂຈມຕີເມືອງໂຊໂດມ ແລະ ເມືອງໂຄໂມລາ.

ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາ

ຄຳວ່າ "ໂຊໂດມ" ແລະ "ໂກໂມຣາ" ແມ່ນຄຳສັບສຳລັບຄົນທີ່ອາໄສຢູ່ໃນເມືອງເຫລົ່ານັ້ນ. ອາດແປໄດ້ອີກວ່າ: "ຄວາມຮັ່ງມີຂອງປະຊາຊົນເມືອງໂຊໂດມ ແລະ ໂກໂມຣາ" ຫລື "ຊັບສົມບັດຂອງປະຊາຊົນເມືອງໂຊໂດມ, ແລະ ໂກໂມຣາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ສະບຽງອາຫານ

"ອາຫານ ແລະ ເຄື່ອງດື່ມຂອງພວກເຂົາ"

ພວກເຂົາຈາກໄປ

"ພວກເຂົາໄດ້ຈາກໄປ"

ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ

ວະລີທີ່ວ່າ "ລູກຊາຍຂອງອ້າຍຂອງອັບຣາມ" ແລະ "ຜູ້ທີ່ອາໃສຢູ່ໃນເມືອງໂຊໂດມ" ຢໍ້າເຕືອນຜູ້ອ່ານກ່ຽວກັບສິ່ງຕ່າງໆທີ່ຂຽນໄວ້ກ່ອນຫນ້ານີ້ກ່ຽວກັບໂລດ. ອາດແປໄດ້ອີກວ່າ: "ພວກເຂົາຍັງໄດ້ເອົາໂລດ ພ້ອມດ້ວຍຊັບສົມບັດທັງຫມົດຂອງລາວ. ໂລດແມ່ນລູກຊາຍຂອງອ້າຍອັບຣາມ ແລະ ກຳລັງອາໄສຢູ່ເມືອງໂຊໂດມໃນເວລານັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-distinguish)

Genesis 14:13

ຊາຍຄົນຫນຶ່ງຫນີມາໄດ້

"ມີຊາຍຄົນຫນຶ່ງຫນີຈາກສະຫນາມຮົບໄດ້ ແລະ ໄດ້ມາ"

ເຂົາອາໄສຢູ່

"ອັບຣາມໄດ້ມີຊີວິດຢູ່." ນີ້ເປັນການແນະນຳຂໍ້ມູນເບື້ອງຫລັງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ຄົນພວກນີ້ທັງຫມົດເປັນມິດກັບອັບຣາມ

"ພວກນີ້ທັງຫມົດເປັນມິດກັບອັບຣາມ" ຫລື "ເຮັດຂໍ້ຕົກລົງສັນຕິພາບກັບອັບຣາມ"

ເປັນພີ່ນ້ອງ

ນີ້ຫມາຍເຖິງໂລດຫລານຊາຍຂອງອັບຣາມ.

ຜູ້ຊາຍທີ່ໄດ້ຮັບການຝຶກ

"ຜູ້ຊາຍທີ່ໄດ້ຮັບການຝຶກວິຊາຕໍ່ສູ້"

ຄົນຜູ້ຊຶ່ງເກີດໃນຄ້າຍພັກຂອງເພິ່ນ

"ຄົນທີ່ເກີດໃນຄອບຄົວຂອງອັບຣາມ." ພວກເຂົາເປັນເດັກນ້ອຍຜູ້ຮັບໃຊ້ຂອງອັບຣາມ.

ໄດ້ໄລ່ຕາມພວກເຂົາໄປ

"ໄດ້ໄລ່ຕາມພວກເຂົາໄປ"

ເມືອງດານ

ນີ້ແມ່ນເມືອງຫນຶ່ງທີ່ຕັ້ງຢູ່ທາງເຫມືອຂອງການາອານ, ເຊິ່ງໄກຈາກຄ້າຍທີ່ພັກຂອງອັບຣາມ.

Genesis 14:15

ແບ່ງຄົນຂອງເພິ່ນອອກຕໍ່ສູ້ກັບພວກເຂົາໃນເວລາກາງຄືນ ແລະໂຈມຕີພວກເຂົາ

ນີ້ອາດຈະຫມາຍເຖິງຍຸດທະສາດການສູ້ຮົບ. "ອັບຣາມໄດ້ແບ່ງຜູ້ຊາຍອອກເປັນຫລາຍກຸ່ມ, ແລະພວກເຂົາໄດ້ໂຈມຕີສັດຕູຂອງພວກເຂົາຈາກທິດທາງຕ່າງໆ"

ສິ່ງທີ່ຖືກຢຶດຄືນມາໄດ້ທັງຫມົດ

ນີ້ຫມາຍເຖິງສິ່ງຕ່າງໆທີ່ພວກສັດຕູໄດ້ລັກມາຈາກເມືອງໂຊໂດມ ແລະ ເມືອງໂກໂມຣາ.

ແລະຊັບສົມບັດຂອງລາວ

"ແລະຊັບສິນຂອງໂລດທີ່ສັດຕູໄດ້ລັກມາຈາກໂລດ"

ພ້ອມທັງບັນດາແມ່ຍິງ ແລະ ຄົນອື່ນໆກັບມາດ້ວຍ

"ພ້ອມທັງບັນດາແມ່ຍິງ ແລະ ຄົນອື່ນໆທີ່ກະສັດທັງສີ່ໄດ້ຍຶດມາ"

Genesis 14:17

ໄດ້ກັບມາ

ຂໍ້ມູນທີ່ບົ່ງບອກກ່ຽວກັບບ່ອນທີ່ລາວກຳລັງກັບຄືນມາ ສາມາດເຮັດໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ກັບຄືນສູ່ບ່ອນທີ່ລາວອາໄສຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເມນຄີເຊເດັກ, ກະສັດແຫ່ງນະຄອນຊາເລັມ

ນີ້ແມ່ນຄັ້ງທຳອິດທີ່ກະສັດຜູ້ນີ້ໄດ້ຖືກກ່າວເຖິງ.

ເຂົ້າຈີ່ກັບ, ເຫລົ້າອະງຸ່ນ

ຄົນທົ່ວໄປມັກກິນເຂົ້າຈີ່ ແລະ ເຫລົ້າອະງຸ່ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ເຂົ້າຈີ່" ໃນຂໍ້ 3:17 ແລະ "ເຫລົ້າອະງຸ່ນ" ໃນຂໍ້ 9: 20.

Genesis 14:19

ເພິ່ນໄດ້ອວຍພອນອັບຣາມ

ກະສັດເມນຄີເຊເດັກ ໄດ້ອວຍພອນອັບຣາມ

ພຣະພອນຈົ່ງມີແດ່ອັບຣາມໂດຍພຣະເຈົ້າສູງສຸດ, ຜູ້ຊົງສ້າງທ້ອງຟ້າ ແລະ ແຜ່ນດິນໂລກ

ນີ້ສາມາດເວົ້າໃຫ້ເປັນປະໂຫຍກກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າສູງສຸດ, ຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ, ໃຫ້ພອນແກ່ອັບຣາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ທ້ອງຟ້າ

ນີ້ຫມາຍເຖີງສະຖານທີ່ຊົງສະຖິດຂອງພຣະເຈົ້າ.

ພຣະເຈົ້າສູງສຸດ, ຜູ້ຊົງເຮັດໃຫ້

"ພຣະເຈົ້າສູງສຸດ, ເພາະວ່າພຣະອົງໄດ້ມອບໃຫ້." ປະໂຫຍກທີ່ເລີ່ມຕົ້ນດ້ວຍ "ຜູ້ຊົງໄດ້ໃຫ້" ບອກພວກເຮົາບາງຢ່າງຕື່ມອີກກ່ຽວກັບພຣະເຈົ້າອົງສູງສຸດ.

ສັນຣະເສີນພຣະເຈົ້າສູງສຸດ

ນີ້ແມ່ນວິທີການສັນລະເສີນພຣະເຈົ້າ. ເບິ່ງວິທີທີ່ທ່ານແປວ່າ "ໄດ້ຮັບພອນ" ໃນຂໍ້ 9:26.

ຢູ່ໃນມືຂອງເຈົ້າ

"ຢູ່ໃນການຄວບຄຸມຂອງເຈົ້າ" ຫລື "ຢູ່ໃນອຳນາດຂອງເຈົ້າ"

Genesis 14:21

ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ

ປະໂຫຍກທີ່ວ່າ "ປະຊາຊົນ" ອາດຈະຫມາຍເຖິງປະຊາຊົນເມືອງໂຊໂດມ ທີ່ສັດຕູໄດ້ຈັບມາ. ອັບຣາມໄດ້ຊ່ວຍເຫຼືອພວກເຂົາ ເມື່ອລາວຊ່ວຍກູ້ໂລດ.

ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍ

ນີ້ຫມາຍຄວາມວ່າ "ຂ້ານ້ອຍໄດ້ສາບານແລ້ວ" ຫລື "ຂ້ານ້ອຍໄດ້ສັນຍາແລ້ວ."

ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ

"ຂ້ານ້ອຍເອົາຈາກເຈົ້າພຽງແຕ່ສິ່ງທີ່ຊາຍຫມຸ່ມ ທີ່ຂ້ານ້ອຍໄດ້ກິນມາແລ້ວ." ອັບຣາມກຳລັງປະຕິເສດທີ່ຈະຍອມຮັບເອົາສິ່ງໃດສິ່ງ ຫນຶ່ງສຳລັບຕົນເອງ, ແຕ່ຍອມຮັບວ່າທະຫານໄດ້ກິນອາຫານ ຈຳນວນຫນຶ່ງໃນລະຫວ່າງການເດີນທາງກັບໄປເມືອງໂຊໂດມ ຫລັງຈາກການສູ້ຮົບ.

ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ

ຄວາມຫມາຍເຕັມຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ສ່ວນແບ່ງຂອງຊັບສິນທີ່ເປັນຂອງບັນດາຜູ້ຊາຍທີ່ໄດ້ຊ່ວຍຂ້ານ້ອຍໃນການສູ້ຮົບ ໃຫ້ເຈົ້າເອົາມັນຄືນໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອາເນ, ເອັດຊະໂຄນ, ແລະ ມຳເຣ

ຄົນເຫລົ່ານີ້ແມ່ນພັນທະມິດຂອງອັບຣາມ (ເບິ່ງ:14:13). ເນື່ອງຈາກວ່າພວກເຂົາເປັນພັນທະມິດຂອງອັບຣາມ ພວກເຂົາຈຶ່ງໄດ້ຮ່ວມຕໍ່ສູ້ກັບລາວ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເພື່ອນທີ່ເປັນພັນທະມິດຂອງຂ້ອຍຄື ອາເນ, ເອັດຊະໂຄນ, ແລະ ມຳເຣ " (ເບິ່ງ:ເພີ່ມເຕີມ /WA-Catalog/lo_tm?section=translate#figs-explicit)